ສົງຄາມຣັສເຊັຽ ໃນຢູເຄຣນ ຍັງຈະແກ່ຍາວອີກ

ອຸ່ນແກ້ວ
2022.04.17
ສົງຄາມຣັສເຊັຽ ໃນຢູເຄຣນ ຍັງຈະແກ່ຍາວອີກ ຣັສເຊັຽຍິງຂີ່ປະນາວຸດຖະລົ່ມ ເມືອງລະວິບ (Lviv) ເມື່ອວັນທີ 18 ເມສານີ້ ເຮັດໃຫ້ມີຜູ້ເສັຽຊີວິດ ຢ່າງໜ້ອຍ 6 ຄົນ.
ຮູບພາບ: Halyna Tereshchuk/RadioSvoboda.org (RFE/RL)

ທ່ານ ແອນໂທນີ ບລິງເຄັນ (Antony Blinken) ຣັ​ຖ​ມົນ​ຕ​ຣີ ຕ່າງ​ປະ​ເທດ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ກ່າວ​ຕໍ່​ພັນ​ທະ​ມິດຢູ​ໂຣບວ່າ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ເຊື່ອ​ວ່າ ສົງຄາມ​ຣັສ​ເຊັຽ​ໃນ ຢູ​ເຄຣນ ຈະ​ແກ່​ຍາວ​ໄປຮອດ​ທ້າຍ​ປີ 2022 ອີງ​ຕາມ​ການ​ຣາຍ​ງານ​ຂອງ​ສຳ​ນັກ​ຂ່າວ CNN.

ເຈົ້າ​ໜ້າ​ທີ່ຢູ​ໂຣບສອງ ທ່ານ ໄດ້​ກ່າວ​ຕໍ່ ນັກ​ຂ່າວ CNN ວ່າ ສະ​ຫະ​ຣັ​ຖ ແລະ ຢູ​ໂຣບ ໄດ້​ປະ​ເມີນ ວ່າ ສົງ​ຄາມ​ຈະ​ບໍ່​ຈົບ​ໃນ​ເວ​ລາ​ອັນ​ສັ້ນ​ນີ້

ເຈົ້າ​ໜ້າ​ທີ່ຫຼາຍ​ທ່ານ ທີ່​ໄດ້​ກ່າວ​ຕໍ່ ນັກ​ຂ່າວ CNN ວ່າ ມັນ​ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄດ້​ແທ້ໆ ວ່າ ສົງ​ຄາມ​ຈະ​ແກ່​ຍາວ​ໄປ​ອີກ​ດົນ​ປານ​ໃດ ແຕ່​ວ່າ ເຈົ້າ​ໜ້າ​ທີ່​ຫຼາຍ​ຄົນ ກໍ​ກ່າວ​ວ່າ ມັນ​ບໍ່​ມີ​ສັນ​ຍາ​ນວ່າ ປະ​ທານ​ທິ​ບໍ​ດີ ວາ​ລາ​ເດ​ເມັຽ ປູ​ຕິນ ຂອງ​ຣັ​ສ​ເຊັຽ ຈະ​ປ່ຽນ​ເປົ້າ​ໝາຍ ແລະ ບໍ່​ມີ​ທ່າ​ທີ​ວ່າ ຈະ​ມີ​ການ​ເຈຣະ​ຈາ ​ທາງ​ການ​ທູດ ຖ້າ​ ຣັສ​ເຊັຽຍັງ​ບໍ່​ຊະ​ນະ​ສົງ​ຄາມ.  

ມີ​ຄົນ​ໃຫ້​ທັ​ສ​ນະວ່າ ສົງ​ຄາມ​ທີ່ມັນ​​ແກ່​ຍາວນັ້ນ ມາ​ຈາກ​ການ​ທີ່​ຣັ​ສ​ເຊັຽ ພະ​ຍາ​ຍາມ​​ຢຶດ​ ນະ​ຄອນ​ຫລວງ ຄຽບ (Kyiv) ຂອງ ຢູ​ເຄຣນ ໃນ​ເວ​ລາ ​ທີ່​ຣັສ​ເຊັຽ​ ໃຊ້​ກຳ​ລັງ​ທະ​ຫານບຸກ ປະ​ເທດ​ຢູ​ເຄຣນ ໃນ​ເບື້ອງ​ຕົນ, ແຕ່ ຄວາມ​ພະ​ຍາ​ຍາມ ຢຶດ​ນະ​ຄອນ​ຫລວງ Kyiv ຂອງ​ທະ​ຫານ​ຣັສ​ເຊັຽ ກໍ​ປະ​ສົບ​ຄວາມ​ຫຼົ້ມ​ແຫຼວ ຢູ່​ໃນສນາມ​ຣົບ.

ສົງ​ຄາມ​ຍິ່ງ​ແກ່​ຍາວທໍ່​ໃດ ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຕໍ່​ປະ​ຊາ​ຊົນຢູ​ເຄຣນ ກໍ​ຍິ່ງ​ຫຼາຍ​ເທົ່າ​ນັ້ນ. ໃນ​ຂະ​ນະ​ທີ່ ເຈົ້າ​ໜ້າ​ທີ່ ກ່າວ​ເນັ້ນ​ວ່າ ສາ​ກົ​ນ ກໍຍັງ​ສືບ​ຕໍ່​ໃຫ້​ການ​ສ​ນັບ​ສ​ນູນ ຢູ​ເຄຣນ ແລະ ເຂົາ​ເຈົ້າ​ຍອມ​ຮັບ​ວ່າ ການ​ດຳ​ເນີນ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ວາ​ວຸດ​ໃຫ້​ແກ່ ຢູ​ເຄຣນ ເປັນ​ເຣື່ອງ​ທີ່​ທ້າ​ທາຍ​ຫຼາຍ ໂດຍສະ​ເພາະ​ເຂົາ​ເຈົ້າ ຕ້ອງ​ໄດ້​ເຂົ້າ​ມາ​ກ່ຽວ​ຂ້ອງ​ກັບ​ສົງ​ຄາມ​ໂດຍ​​ຕ​ຣົງ.

ທ່ານ Jake Sullivan ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຂອງ​ສະ​ຫະ​ຣັ​ຖ ໄດ້​ກ່າວ​ ໃນ​ວັນ​ພະ​ຫັດ ທີ່​ຜ່ານ​ມາ ວ່າ ການ​ສູ້​ຣົບ​ກັນ​ໃນຢູ​ເຄຣນ ຈະ​ແກ່​ຍາວ ແລະ ຈະ​ດຳ​ເນີນ​ໄປ​ເປັນ​ເວ​ລາ​ຫຼາຍ​ເດືອນ ຫຼື ຍາວກວ່າ​ນັ້ນ.

ສະ​ມາ​ຊິກ​ສະ​ພາ Congress ຫຼາຍ​ທ່ານ ແລະ ຜູ້​ຊ່ວຍ​ຂອງ​ຕົນ ໄດ້​ປຽບ​ທຽບ​ສົງ​ຄາມ​ຣັສ​ເຊັຽ-ຢູ​ເຄຣນ ຄື​ກັບ​ສົງ​ຄາມ​ເກົາ​ຫຼີ ເຊິ່ງ​ແກ່​ຍາວ​ໄປ​ເປັນ​ເວ​ລາ 3 ປີ.

ເຈົ້າ​ໜ້າ​ທີ່​ສະ​ຫະ​ພາບ​ຢູ​ໂຣບ ຄົນ​ອື່ນໆ ເຊື່ອ​ວ່າ ການ​ສູ້​ຣົບ​ກັນ ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ບ່ອນ​ທີ່​ທະ​ຫານ​ຣັສ​ເຊັຽ ​ເປີດ​ການ​ໂຈມ​ຕີ​ນັ້ນ ຈະ​ແກ່​ຍາວ​ໄປ 4–6 ເດືອນ ແລະ ຈະ​ເຮັດ​ໃຫ້​ເກີດ​ທາງ​ຕັນ ທີ່ບໍ່​ສາ​ມາດ​ເຈ​ຣະ​ຈາ​ກັນ​ໄດ້.

ທ່ານ Anthony Blinken ຣັ​ຖ​ມົນ​ຕ​ຣີ​​ຕ່າງ​ປະ​ເທດ​ ສະ​ຫະ​ຣັ​ຖອາ​ເມ​ຣິ​ກາ ໄດ້​ກ່າວ​ວ່າ ໄດ້​ຫາ​ລື​ກັບ ຄູ່​ຮ່ວມ​ຕຳ​ແໜ່ງ ກ່ຽວ​ກັບ​ຄວາມ​ເປັນ​ຫ່ວງ​ທີ່​ວ່າ ຂໍ້​ຂັດ​ແຍ່ງດັ່ງ​ກ່າວຈະ​ແກ່​ຍາວ ແຕ່​ວ່າການ​ປະ​ກອບ​ສ່ວນ​ທັງ​ໝົດ​ຂອງ​ທ່ານ ກໍ​ເພື່ອ​ໃຫ້​ມີ​ການ​ແກ້​ໄຂ​ບັນຫາ ເພື່ອ​ໃຫ້​ສົງ​ຄາມ​ຢຸດ​ຕິ ໃຫ້​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ທ່ານ James Cleverly ຣັ​ຖ​ມົນ​ຕ​ຣີ ຕ່າງ​ປະ​ເທດ​ອັງ​ກິດ ໄດ້​ກ່າວ ໃນ​ອາ​ທິດນີ້ ວ່າ ການ​ໂຈມ​ຕີ​ຂອງ​ຣັສ​ເຊັຽຮອບ​ໃໝ່ ຢູ່ເຂດດອນ​ບາ​ສ ຈະ​ກິນ​ເວ​ລາ​ອີກ​ຫຼາຍ​ອາ​ທິດ ໂດຍ ທ່ານ ໄດ້​ກ່າວ​ຕໍ່​ນັກ​ຂ່າວ​ວ່າ ຍັງ​ມີ​ໂອ​ກາດ​ຊ່ອງ​ທາງ ແລະ ທ່ານ​ຄິດ​ວ່າ ອັນ​ນີ້ ຄື​ເຫດ​ຜົ​ລ​ທີ່​ວ່າ ການ​ສັບ​ສ​ນູນ​ມີ​ຄວາມ​ສຳ​ຄັນ ໂດຍສະ​ເພາະ​ການ​ຈັດ​ຫາ​ອາ​ວຸດ ແລະ ເຄື່ອງ​ມື​ທາງ​ທະ​ຫານໃຫ້​ຢູ​ເຄຣນ ເພື່ອ​ໃຫ້​ເຂົາ​ເຈົ້າ​ໃຊ້​ຕາມ​ທີ່​ຄວນ​ຈະ​ໃຊ້.

ຣັຖ​ມົນ​ຕ​ຣີຕ່າງ​ປະ​ເທດ ​ຂອງ​ຢູ​ເຄຣນ ທ່ານ Dmitro Kuleba ໄດ້​ກ່າວ​ຕໍ່​ທີ່​ປະຊຸມ​ ຣັຖ​ມົນ​ຕ​ຣີຕ່າງປະ​ເທດ​ນາ​ໂຕ ວ່າ ປະ​ຊາ​ຊົນມີ​ຄວາມ​ເຊື່ອ​ໝັ້ນຜົ​ລ​ສຳ​ເຣັດ​ຂອງ​ຢູ​ເຄຣນ ແລະ ຍັງ​ມີຄວາມ​ຫວັງຕໍ່ການ​ແກ້​ໄຂ​ຜ່ານ​ທາງ​ການ​ທູດ.

ທ່ານ Dmitro Kuleba ກ່າວ​ວ່າ ມັນ​ເປັນ​ທີ່​ຈະ​ແຈ້ງວ່າ ຕຳ​ແໜ່ງ​ຂອງ​ຄະ​ນະ​ຜູ້​ແທນ ໃນ​ການ​ເຈ​ຣະ​ຈາ ຈະ​ຖືກ​ກຳ​ນົດ​ເອົາການ​ເຂົ້າ​ເຖິງ ທາງ​ການ​ທະ​ຫານ​ທີ່​ກ່ຽວ​ຂ້ອງ ແລະ ຜົ​ລ​ກະ​ທົບຂອງ​ການ​ຄວ້ຳບາດຕໍ່​ຣັສ​ເຊັຽ.

ເຈົ້າ​ໜ້າ​ທີ່​ສະ​ຫະ​ຣັ​ຖ ກ່າວ​ວ່າ ຈະ​ສືບຕໍ່ໃຫ້​ການ​ຊ່ວຍ​ເຫຼືອ ​ທາງ​ການທະ​ຫານເພີ່ມ​ເຕີມ ແກ່ຢູ​ເຄຣນໃນ​ອາ​ທິດນີ້, ແຕ່​ວ່າຍັງ​ຄົງ​ຢຶດ​ໝັ້ນ​ໃຫ້​ການ​ຊ່ວຍ​ເຫຼືອເພີ່ມ​ເຕີມ​.

ເຈົ້າ​ໜ້າ​ທີ່ຣະ​ດັບ​ສູງ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ອີກ​ທ່ານ​ນຶ່ງ ກ່າວວ່າ: ພວ​ກ​ເຮົາ​ໄດ້​ເຮັດ​ຫຼາຍ​ຢ່າງ ແລະ ສະ​ນັ້ນພວກ​ເຮົາ​ມີ​ຄວາມ​ເຊື້ອ​ໝັ້ນ​ຕໍ່ຢູ​ເຄຣນ. ແຕ່​ວ່າ ໃນ​ຂະ​ນະ​ທີ່​ການ​ສູ້​ຣົບ​ກັນ ຍັງ​ຄົງ​ດຸ​ເດືອດ​ຂຶ້ນ, ສະ​ນັ້ນພວກ​ເຮົາ​ຈົ່ງ​ຢຶດ​ໝັ້ນສືບ​ຕໍ່ໃຫ້​ອາ​ວຸດ​ ແລະ ເຄື່ອງ​ມື​ການ​ທະ​ຫານ​ ໃຫ້​ແກ່​ຢູ​ເຄຣນ ເທົ່າ​ທີ່​ສາ​ມາດ​ເຮັດ​ໄດ້ ເຊິ່ງ​ກໍ​ມີ​ປະ​ສິດ​ທິ​ຜົ​ລ

ທ່ານ Anthony Blinken ຣັ​ຖ​ມົນ​ຕ​ຣີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ຣັ​ຖ ໄດ້​ກ່າວ​ໃນ​ຖ​ແລງ​ການ ໃນ​ວັນ​ພະ​ຫັດ ກ່ຽວ​ກັບ​ການ​ຊ່​ວຍ​ເຫຼືອ​ທາງ​ການ​ທະ​ຫານຊຸດ​ໃໝ່ ໃຫ້ຢູ​ເຄຣນມູນ​ຄ່າ 800 ລ້ານ ໂດ​ລາຣ໌ ເພື່ອ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້ຢູ​ເຄຣນ ໃນ​ດ້ານ​ການ​ເຈ​ຣະ​ຈາ ໂດຍ​ໃຫ້​ການ​ຊ່​ວຍ​ເຫຼືອ ດ້ານ​ການ​ທະ​ຫານ​ແກ່​ຢູ​ເຄຣນ ເພື່ອ​ປ້ອງ​ກັນ​ໂຕ​ເອງ.

ທ່ານ Kristjan Prikk ທູດປະ​ເທດ Estonia ປະ​ຈຳ​ສະ​ຫະ​ຣັ​ຖອາ​ເມ​ຣິ​ກາ ໄດ້​ກ່າວ​ຕໍ່​ນັກ​ຂ່າວ CNN ວ່າ ທ່ານ ເຊື່ອ​ວ່າ ຣັ​ສເຊັຽມີ​ແຮງ​ຈູງ​ໃຈ ໃນ​ເມື່ອ​ວ່າຣັສ​ເຊັຽເຂົ້າ​ໃຈ​ວ່າ ຕົນ​ເອງ​ກຳ​ລັງ​ຈະ​ປ​ລ​າ​ໄຊ ຍ້ອນ​ວ່າ ມັນ​ປະ​ກົດ​ໃຫ້​ເຫັນ​ວ່າ ຣັສ​ເຊັຽມີ​ຈຸດ​ປ​ະສົງ​ໃນ​ໃຈ​ແລ້ວ​ ໃນ​ຕອນ​ເຣີ່ມ​ຕົ້ນ​ສົງ​ຄາມ ເຊິ່ງໂດຍ​ພື້​ຖານ ຣັສ​ເຊັຽ​ ຫວັງ​ຈະ​ທຳ​ລາຍ​ປະ​ເທດ​ຢູ​ເຄຣນ ແລະ ໃຫ້ ຢູ​ເຄຣນ ຍອມ​ຈຳ​ນົນ ແລະ ມັນ​ຍາກ​ທີ່​ຈະ​ເຫັນ ຣັສ​ເຊັຽ​ຕັ້ງ​ໃຈ​ເຂົ້າ​ມາ​ເຈ​ຣະ​ຈາ.

ທ່ານ Kristjan Prikk ຍັງ​ກ່າວ​ຕື່ມ​ວ່າ: ຍັງ​ຄົງ​ມີ​ການ​ຫາ​ລື​ກັນ ກ່ຽວ​ກັບ​ການ​ປະ​ສານ​ໃຫ້​ຄວາມ​ຊ່ວຍ​ເຫື້ອ​ທາງ​ການ​ທະ​ຫານ​ ທີ່ມີ​ປະ​ສິ​ດ​ທິ​ພາບ​ຂຶ້ນ ເພື່ອ​ໃຫ້ຢູ​ເຄຣນ ມີ​ອາ​ວຸດ ໄດ້​ໃຊ້​ຕາມ​ຄ​ວາມ​ຈຳ​ເປັນ. ສິ່ງ​ທີ່​ທ້າ​ທາຍ ​ກໍ​ຄື ການ​ມີ​ອາ​ວຸດ​ໄວ້​ໃຊ້​ຕ​ລອດ ແລະ ການ​ສນອງ-ການ​ຜ​ລິດອາ​ວຸດ​ໃຫ້​ທັນ​ເວ​ລາ

ໃນ​ສ່ວນ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ການ ຫຼື Pentagon ໃນ​ອາ​ທິດນີ້ ໄດ້​ປະ​ຊຸມ​ປຶກ​ສາ​ຫາ​ລື ກັບ​ບໍ​ຣິສັດຮັບ​ເໝົາ 8 ບໍ​ຣິ​ສັດ​ ຣາຍໃຫຍ່ກ່ຽວ​ກັບ​ການ​ຜ​ລິດ​ອາ​ວຸດ​ໃຫ້​ໄວ​ຂຶ້ນ ອີງ​ຕາມ​ຣາຍ​ງານ​ຂອງ ສຳ​ນັກ​ຂ່າວ CNN.

ຫຼ້າ​ສຸດ​ສຳ​ນັກ​ຂ່າວ CNN ໄດ້​ຣາຍ​ງານ​ວ່າ ຣັສ​ເຊັຽ​ປະ​ທ້ວງ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ທີ່​ຍັງ​ສືບ​ຕໍ່​ສົ່ງ​ອາ​ວຸດ​ໃຫ້ ຢູ​ເຄຣນ ໂດຍ ທີ່​ຣັ​ຖ​ເຊັຽ ໄດ້​ສົ່ງໜັງ​ສືທາງ​ການ​ທູດ ໄປ​ເຖິງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໂດຍ​ມີ​ຂໍ້​ຄວາມ​ແຈ້ງ​ເຕືອນ​ວ່າ: ການ​ຊ່ວຍ​ເຫຼືອ​ແກ່​ຢູ​ເຄຣນ ຈະ​ເກີດ​ຜົ​ລທີ່ບໍ່​ຄາດ​ຄິດ​ຕາມ​ມາ”. ​

CNN ໄດ້​ຣາຍ​ງານ​ວ່າ ສະ​ຫະ​ຣັ​ຖ​ເຊື່ອ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ວາ​ລາ​ເດ​ເມັຽ ປູ​ຕິນ ຂອງ​ຣັສ​ເຊັຽ ຍິ່ງບໍ່​ພໍ​ໃຈ​​ຫຼາຍຂຶ້ນ ແລະ ອາ​ດ​ຈະ​ມີ​ການ​ກະ​ທຳ​ທີ່​ຮຸນ​ແຮງ​ຂຶ້ນຕໍ່​ສະ​ຫະ​ຣັ​ຖ ເພື່ອ​ຕອບ​ໂຕ້​ທີ່​ສະ​ຫະ​ຣັ​ຖ​ໃຫ້​ການ​ຊ່ວຍ​ເຫຼືອແກ່ຢູ​ເຄຣນ.

ໃນ​ວັນ​ທີ 15 ເມ​ສາ ທີ່​ຜ່ານ​ມາ, ​ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ຫຼາຍ​ສຳ​ນັກ ໄດ້​ຣາຍ​ງານ​ວ່າ ໄດ້​ເກີດຣະ​ເບີດຂຶ້ນ​ຢູ່ເຮືອ​ຣົບ​ຂອງ​ຣັສ​ເຊັຽທີ່​ຊື່​ວ່າ Moskva ທີ່​ປະ​ຈຳ​ການ​ຢູ່​ເຂດ​ທະ​ເລ​ດຳ ແລະ ເຮືອ​ລຳ​ດັ່ງ​ກ່າວ ກໍ​ໄດ້​ຈົມ​ລົງ​ທະ​ເລ.

ໃນ​ຝ່າຍ​ຂອງຢູ​ເຄຣນ ກໍ​ອ້າງວ່າ ໄດ້​​ຍິງ​ຈະ​ຣວດ ໃສ່ເຮືອ​ ແລະ ເປັນ​ຜູ້​ທຳ​ລາຍ​ເຮືອ​ດັ່ງ​ກ່າວ, ແຕ່ ໃນ​ຝ່າຍ​ຂອງ​ຣັສ​ເຊັຽກໍ​ອ້າງວ່າ ເຮືອ​ລຳ​ດັ່ງ​ກ່າວ ເກີດ​ຣະ​ເບີດ​ຂຶ້ນ​ເອງ ໂດຍ ອຸ​ບັດ​ຕິ​ເຫດ.

ນອກ​ຈາກນີ້ກໍມີການການແລງຂ່າວ ວັນທີ 12 ເມສາ 2022 ທີ່ຜ່ານມາ, ​ເຈົ້າໜ້າທີ່ຣະດັບສູງຂອງກະຊວງການຕ່າງປະເທດ ສະຫະຣັອາເມຣິກາ ໄດ້ອອກບົດາຍງານເຣື່ອງສິທິມະນຸສ.

ສິ່ງ​ທີ່ ກະຊວງການຕ່າງປະເທດ ສະຫະຣັອາເມຣິກາ ໃຫ້ຄວາມສຳຄັນ ກໍຄື ຣັສເຊັຽ​​ເຂົ້າມາເຮັດສົງຄາມໃນປະເທດຢູເຄຣນ ນັ້ນນຳໄປສູ່ການຣະເມີດສິດທິມະນຸ

ທ່ານ Anthony Blinken ຣັມົນຣີຕ່າງປະເທດ ສະຫະຣັອາເມຣິກາ ໄດ້ແລຕໍ່ສື່ມວນຊົນ ໃນວັນທີ 12 ເມສາ 2022 ຕອນນຶ່ງວ່າ:

ຣັສເຊັຽມາເຮັດສົງຄາມໂຫດ ໃນຢູເຄຣນ ນັ້ນຄືຄວາມຈິງ ໂດຍສະເພາະໃນຫຼາຍອາທິດມານີ້​. ຍ້ອນວ່າ ທະຫານຣັສເຊັຽຖືກຜັກດັນ ໃຫ້ຖອຍອອກຈາກຕົວເມືອງ ທີ່ເຄີຍຢຶດຄອງ ຫຼື ປິດລ້ອມ, ຫຼັກຖານຄວາມ​​ປ່າເຖື່ອນກໍປະກົດໃຫ້ເຫັນ. ສິ່ງທີ່ພວກເຮົາເຫັນ ຈົນຕົກຕົກໃຈ ກໍຄື ສົບຄົນເສັຽຊີວິດ, ມີການມັດມື, ຢູ່ຖນົນ, ຢູ່ ໂຮງລະຄອນ ແລະ ສຖານນີຣົໄຟ, ​ຕຶກອາຄານທີ່ພັງລົງມາ ທີ່ມີພົເຮືອນຕິດຢູ່ໃນນັ້ນ. ພວກເຮົາໄດ້ຍິນຄຳໃຫ້ການ ຈາກແມ່ຍິງ ແລະ ເດັກຍິງ ທີ່ຖືກ​​ຂົ່ມຂືນ ແລະ ໄດ້ຍິນວ່າ ມີການປິດລ້ອມພົເຮືອນໃຫ້ໜາວຕາຍ.”      

ອົງ​ການຂ້າຫຼວງໃຫຍ່ສະຫະປະຊາຊາດ ໄດ້ລົງຄະແນນສຽງ ໃຫ້ຈະ ຫຼື ລະງັບບົດບາດຂອງປະເທດຣັສເຊັຽ ຢູ່ສະພາສິດທິມະນຸ. ການລົງຄະແນນສຽງໃຫ້ການໂຈະຫຼື ລະງັບບົດບາດ ປະເທດຣັສເຊັຽ ຢູ່ໃນ ສະພາສິດທິມະນຸສ ໄດ້ມີຂຶ້ນ ໃນວັນທີ 7 ເມສາ 2022 ຢູ່ New York ສະຫະຣັອາເມຣິກາ ຫຼັງຈາກທີ່ມີການກ່າວຫາວ່າ ທະຫານຣັສເຊັຽ ໄດ້ທຳການສັງຫານໝູ່ ປະຊາຊົນຢູເຄຣນ ຢູ່ເມືອງ Bucha ທີ່ຢູ່ໃກ້ກັບ ນະຄອນຫລວງ Kyiv ຂອງປະເທດຢູເຄຣນ.

ສໍ​ນັກຂ່າວ​​ຕ່າງປະເທດ ຫຼາຍສຳນັກໄດ້ຣາຍວ່າ ມີການສັງຫານປະຊາຊົນຢູເຄຣນ ຫຼາຍ 100 ຄົນ ໂດຍທະຫານຣັສເຊັຽ ນັບແຕ່ວັນທີ່ ທະຫານຣັສເຊັຽເຣີ່ມບຸກເຂົ້າຢຶດເມືອງ Bucha.

ອົງ​ການຂ້າຫຼວງໃຫຍ່ສະຫະປະຊາຊາດ ມີສະມາຊິກທັງໝົດ 193 ປະເທດ ໃນນັ້ນມີ 93 ປະເທດ ໄດ້ລົງຄະແທນສຽງເຫັນດີໃຫ້ໂຈະ ບົດບາດຂອງຣັສເຊັຽ ຢູ່ໃນສະພາສິທິມະນຸ, ມີ 24 ປະເທດ ເຊິ່ງມີປະເທດລາວ ຢູ່ໃນນັ້ນ ລົງຄະແນນສຽງຄັດຄ້ານ, ແລະ 58 ປະເທດງົດອອກສຽງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ໄຊສົມພອນ
Apr 19, 2022 11:34 AM

ແນ່ນອນ ສົງຄາມ ລັດເຊຍ ເຂົ້າລຸກລານຢູເຄຣນ ຈະບໍ່ມິການຢຸດຕິ,ເພາະລັດເຊຍຢາກຈະໄດ້ບັນດາປະເທດທີ່ເຄີຍເປັນອານານີຄົມຂອງສະຫະພາບໂຊວຽດຄືນ. ເຖີງນາໂຕຢູຣົບຫລືສະຫະລັດຈະມີສ່ວນພົວພັນ ຊ່ວຍເຫລືອ ໃນອາວຸດ ນາໆຊະນິດກໍ່ຕາມ, ລັດເຊຍບໍ່ມີການສະເວນສົງໃສແຕ່ຢ່າງໃດ. ລັດເຊຍເປັນປະເທດທີ່ກ້ວາງໃຫຍ່,ມີອາວຸດຍຸໂທປະກອນທີ່ທັນສະໄໝ, ສາທາລະນະລັດປະຊາທິປະໄຕ ກອງທັບປະຊາຊົນລາວ ນຳໂດຍສະຫາຍພົນເອກຈັນສະໝອນໄດ້ພົບປະຮັບຕ້ອນຄະນະຜູ້ແທນສຳມະຄົມມີດຕະພາບ ລາວ ລັດເຊຍ ໃນວັນທີ່ 12/04/2022 ນີ້ທີ່ ຫ້ອງຮັບຕ້ອນຂອງກະຊວງປ້ອງກັນປະເທດ.ກອງທັບ ປະຊາຊົນລາວໄດ້ຕີລາຄາສູງ ສະໜັບສະໜູນກອງທັບລັດເຊຍ ຢ່າງສຸກອົກສຸກໃຈ, ເຖິງສປປລາວຈະເປັນປະເທດນ້ອຍຢູ່ໃນພາບພື້ນເອເຊຍກໍຕາມ,ແຕ່ຍັງເປັນປະເທດທີ່ພັກຢືດໝັ້ນ ລັດທີ່ກາມາກ ເລນີນ ອັນໝັ້ນຍືນຕະລອດໄປ.