ສົງຄາມ ຣັສເຊັຍໃນຢູເຄຣນ ມາຈາກຄວາມຜິດພາດ ຂອງຜູ້ນຳຣັສເຊັຽ
2022.05.29

ສຳນັກຂ່າວ ວໍຊິງຕັ້ນ ໂພສ ໄດ້ຣາຍງານວ່າ ຖ່າມກາງສົງຄາມ ລະຫວ່າງ ຣັສເຊັຽ ກັບຢູເຄຣນນັ້ນສະແດງ ໃຫ້ເຫັນເຖິງ ຜົລກະທົບທີ່ເປັນຕ່ອງໂສ້ ຢູ່ໃນກອງປະຊຸມທາງດ້ານເສຖກິຈໂລກ ຫຼື World Economic Forum ຢູ່ເມືອງ ດາໂວສ ປະເທດສວິຕເຊີຣ໌ແລນດ໌ ໃນວັນອັງຄານທີ່ຜ່ານມາ ໃນຂະນະທີ່ ຜູ້ນຳຫຼາຍປະເທດ ວິຈານ ຣັສເຊັຽ ທີ່ໃຊ້ກຳລັງທະຫານບຸກຢູເຄຣນ.
ໃນການປາໄສ ຕໍ່ບັນກຸ່ມນັກການເມືອງ ແລະ ຜູ້ບໍຣິຫານລະດັບສູງ, ພົນເອກ ເຍັນສ໌ ສໂຕນລ໌ເຕິນເບິຣ໌ກ (Jens Stoltenberg) ເລຂາທິການ ອົງການສົນທິສັນຍາ ປົກປ້ອງແອັດແລນຕິກເໜືອ ຫຼື The North Atlantic Treaty Organization (NATO) ໄດ້ຕຳນິ ວ່າ:
“ເປັນຄວາມຜິດພາດໃຫຍ່ ຂອງ Vladimir Putin ຜູ້ນຳຣັສເຊັຍ ທີ່ໃຊ້ກຳລັງທະຫານ ຮຸກຮານ ຢູເຄຣນ.”
ທ່ານ ຍັງກ່າວຕື່ມວ່າ:
“ມັນເປັນໂຕປ່ຽນເກມ ໃນທາງດ້ານຄວາມໝັ້ນຄົງຂອງ ຢູໂຣບ ແລະ ຣະບຽບໂລກທີ່ກວ້າງຂຶ້ນກວ່າເກົ່າ.”
ຈາກຜົລຂອງສົງຄາມ, ຜູ້ນຳຣັສເຊັຽ ຍິ່ງເຮັດໃຫ້ພັນທະມິດຂອງ NATO ເຂົ້າມາປະຊິດຊາຍແດນຂອງຣັສເຊັຽ ໂດຍທີ່ NATO ຈະຮັບເອົາສະມາຊິກໃໝ່ເພີ່ມຕື່ມ ຄື ສວີເດັນ (Sweden) ແລະ ຟິນແລນດ໌(Finland) ເຊິ່ງປັດຈຸບັນ NATO ມີສະມາຊິກທັງ 30 ປະເທດ ທີ່ຍັງບໍ່ທັນລວມເອົາທັງ 2 ປະເທດນີ້.
ພົນເອກ ເຍັນສ໌ ສໂຕນລ໌ເຕິນເບິຣ໌ກ (Jens Stoltenberg) ກໍໄດ້ຮັບຮອງເອົາໃບສມັກຈາກ ສວີເດັນ (Sweden) ແລະ ຟິນແລນດ໌(Finland) ເພື່ອເຂົ້າມາເປັນສະມາຊິກ NATO. ທ່ານ ໄດ້ເອີ້ນການສມັກຄັ້ງນີ້ວ່າ “ເປັນປວັດສາຕ” ແລະ ທ່ານ ຍັງກ່າວວ່າ ຈະມີການແກ້ໄຂ ຄວາມເປັນຫ່ວງ ຈາກ ປະເທດ Turkey ສະມາຊິກ NATO. ຄົນຢູໂຣບ 96 ເປີເຊັນ ຈະໄດ້ຮັບການປົກປ້ອງ ຈາກ NATO ເມື່ອ ສວີເດັນ (Sweden) ແລະ ຟິນແລນດ໌(Finland) ເຂົ້າຮ່ວມ NATO.
ພົນເອກ ເຍັນສ໌ ສໂຕນລ໌ເຕິນເບິຣ໌ກ (Jens Stoltenberg) ໄດ້ກ່າວຕໍ່ຜູ້ນຳດ້ານທຸຣະກິຈວ່າ ເສຣີພາບ ມີຄວາມສຳຄັນກວ່າ ການຄ້າເສຣີ ແລະ ຮຽກຮ້ອງໃຫ້ມີການປົກປ້ອງຜົລປໂຍດທີມີຄຸນ. ທ່ານໄດ້ເຕື່ອນວ່າ ກຳລັງຢູ່ ກັບລະບອບອຳນາດນິຍົມ ທີ່ເປັນພັຍຕໍ່ຄວາມໝັ້ນຄົງ ຂອງພວກເຮົາ ໂດຍທ່ານໄດ້ຊີ້ໄປໃສ່ ຣັສເຊັຽ ແລະ ຈີນ ເປັນໂຕຢ່າງ.
ເປັນເວລາ 3 ເດືອນ ຫຼັງຈາກ ຣັສເຊັຽ ຮຸກຮານຢູ່ເຄຣນ, ພົນເອກ ເຍັນສ໌ ສໂຕນລ໌ເຕິນເບິຣ໌ກ (Jens Stoltenberg) ໄດ້ກ່າວວ່າ ວຽກງານຂອງ NATO ກໍເພື່ອ ຮັບປະກັນວ່າ ສົງຄາມອັນປ່າເຖື່ອນ ແລະ ໂຫດຮ້າຍນີ້ ຈະບໍ່ລຸກລາມໄປທະວີບຢູໂຣບ ໂດຍສະເພາະ NATO ແລະ ຣັສເຊັຽ. ທ່ານ ກ່າວອີກວ່າ ພັນທະມິຕ ຈະຕ້ອງສະກັດກັ້ນ ຂໍ້ຜິດພາດທີ່ຈະນຳໄປສູ່ ການໃຊ້ມາຕຣາ 5 ສົນທະສັນຍາ NATO ເຊິ່ງເປັນກົນໄກປ້ອງກັນໂຕເອງ.
ກ່ອນທີ່ ພົນເອກ ສໂຕນລ໌ເຕິນເບິຣ໌ກ (Stoltenberg) ໄດ້ກ່າວຢູ່ໃນກອງປະຊຸມ ເວທີເສຖກິຈໂລກ, ຍານາງ ອົວຣ໌ຊູລາ ຟ໊ອນ ແດຣ໌ ເລເອີນ (Ursula Von Der Leyen) ປະທານກັມມາທິການຢູໂຣບ ໄດ້ກ່າວວ່າ ສົງຄາມໃນຢູເຄຣນ ໄດ້ເຮັດໃຫ້ມີຄຳຖາມຕໍ່ລະບຽບໂລກ ແທນທີ່ຈະ ຊອກຫາທາງອອກ ຕໍ່ກັບສະພາບອາກາດທີ່ປ່ຽນແປງ ແລະ ການກຳນົດກະແສໂລກາພິວັຕແທນ, ແຕ່ ພວກເຮົາຈະຕ້ອງມາແກ້ໄຂຄ່າໃຊ້ຈ່າຍ ແລະ ຜົລຂອງສົງຄາມທີ່ເປັນທາງເລືອກ ຂອງ ວະລາດິດເມັຍຣ໌ ປູຕິນ (Vladidmir Putin) ຜູ້ນຳຣັສເຊັຽ.
ຍານາງ ຍັງກ່າວວ່າ ການກະທຳຂອງຣັສເຊັຽ ຕໍ່ຢູເຄຣນ ຈະສົ່ງຜົລເຖິງສະຕະວັດໜ້າ ບໍ່ພຽງແຕ່ກະທຳຕໍ່ຄົນດ້ວຍກັນ ຄືຜັກຄືປາເທົ່ານັ້ນ ແຕ່ຍັງທຳລາຍອາຄານບ້ານເຮືອນ.
ຍານາງ ອົວຣ໌ຊູລາ ຟ໊ອນ ແດຣ໌ ເລເອີນ (Ursula Von Der Leyen) ຜູ້ທີ່ ຢ້ຽມຢາມຢູເຄຣນ ໃນເດືອນເມສາ ທີ່ຜ່ານມາ ໄດ້ຕຳນິຣັສເຊັຽວ່າ ເຮັດໃຫ້ສນອງສິນຄ້າເປັນຕ່ອງໂສ້ມີບັນຫາ, ເຮັດໃຫ້ການສົ່ງອອກຂອງ ຢູເຄຣນ ຕ້ອງຢຸດສງັກ ແລະ ນຳໃຊ້ການສົ່ງອອກພລັງການເປັນເຄື່ອງຕໍ່ລອງ.
ຍານາງ ໄດ້ວິຈານ ປະທານາທິບໍດີ ວະລາດິດເມັຍຣ໌ ປູຕິນ (Vladidmir Putin) ຂອງຣັສເຊັຽ “ເປັນທຳລາຍຢ່າງປ່າເຖື່ອນ” ແຕ່ວ່າ ຍານາງ ກໍເວົ້າວ່າ ມື້ນຶ່ງຣັສເຊັຽ ຈະກັບຄືນມາຮ່ວມກັບຢູໂຣບ ຖ້າວ່າ ຣັສເຊັຽ ກັບຄືນໄປສູ່ປະຊາທິປະໄຕ.
ພົນເອກ ສໂຕນລ໌ເຕິນເບິຣ໌ກ (Stoltenberg) ໄດ້ກ່າວວ່າ ມັນມີຄວາມສຳຄັນ ສຳລັບ NATO ແລະ ສະຫະພາບຢູໂຣບ ທີ່ຈະບໍ່ສ້າງຄວາມສັບສົນໃນຄວາມພະຍາຍາມປ້ອງກັນໂຕເອງ.
ຍານາງ ອົວຣ໌ຊູລາ ຟ໊ອນ ແດຣ໌ ເລເອີນ (Ursula Von Der Leyen) ໄດ້ກ່າວຢ້ຳວ່າ ຈະຕ້ອງຕໍ່ສູ້ເພື່ອເສຣີພາບ ແລະຢູເຄຣນຈະຕ້ອງຊະນະສົງຄາມ.
ກ່ອນໜ້ານີ້ ທ່ານ ແອນໂທນີ໋ ບລິງເຄັ້ນ (Antony Blinken) ຣັຖມົນຕຣີ ຕ່າງປະເທດ ສະຫະຣັຖອາເມຣິກາ ໄດ້ກ່າວຕໍ່ພັນທະມິຕຢູໂຣບວ່າ ສະຫະຣັຖອາເມຣິກາເຊື່ອວ່າ ສົງຄາມຣັສເຊັຽໃນຢູເຄຣນ ຈະແກ່ຍາວໄປຮອດທ້າຍປີ 2022 ອີງຕາມການຣາຍງານຂອງສຳນັກຂ່າວ CNN.
ເຈົ້າໜ້າທີ່ຢູໂຣບ ສອງທ່ານໄດ້ກ່າວຕໍ່ນັກຂ່າວ CNN ວ່າສະຫະຣັຖແລະຢູໂຣບ ໄດ້ປະເມີນວ່າສົງຄາມຈະບໍ່ຈົບໃນເວລາອັນສັ້ນ.
ເຈົ້າໜ້າທີ່ຫຼາຍທ່ານ ທີ່ໄດ້ກ່າວຕໍ່ນັກຂ່າວ CNN ວ່າມັນຍາກທີ່ຈະຄາດຄະເນໄດ້ແທ້ໆ ວ່າ ສົງຄາມຈະແກ່ຍາວໄປອີກດົນປານໃດ ແຕ່ວ່າເຈົ້າໜ້າທີ່ຫຼາຍຄົນກໍກ່າວວ່າ ມັນບໍ່ມີສັນຍານວ່າປະທານທິບໍດີ ວະລາດິດເມັຍຣ໌ ປູຕິນ (Vladidmir Putin) ຂອງຣັສເຊັຽຈະປ່ຽນເປົ້າໝາຍ ແລະ ບໍ່ມີທ່າທີວ່າຈະມີການເຈລະຈາທາງການທູດ ຖ້າຣັສເຊັຽຍັງບໍ່ຊະນະສົງຄາມ.
ມີຄົນໃຫ້ທັສນະວ່າ ສົງຄາມທີ່ມັນແກ່ຍາວນັ້ນ ມາຈາກການທີ່ຣັສເຊັຽ ພະຍາຍາມຢຶດຄອງນະຄອນຫລວງ ຄ້ຽບ (Kyiv) ຂອງຢູເຄຣນໃນເວລາ ທີ່ຣັສເຊັຽໃຊ້ກຳລັງທະຫານບຸກ ປະເທດຢູເຄຣນ ໃນເບື້ອງຕົນ, ແຕ່ ຄວາມພະຍາຍາມ ຢຶດນະຄອນຫລວງ ຄ້ຽບ (Kyiv) ຂອງທະຫານຣັສເຊັຽກໍປະສົບຄວາມຫຼົ້ມແຫຼວ ຢູ່ໃນສນາມຣົບ.
ໃນຂະນະທີ່ ເຈົ້າໜ້າທີ່ກ່າວເນັ້ນວ່າ ສາກົນກໍຍັງສືບຕໍ່ໃຫ້ການສນັບສນູນຢູເຄຣນ ແລະ ເຂົາເຈົ້າຍອມຮັບວ່າ ການດຳເນີນການຊ່ວຍເຫຼືອ ທາງດ້ານວາວຸດໃຫ້ແກ່ຢູເຄຣນ ເປັນເຣື່ອງທີ່ທ້າທາຍຫຼາຍ ໂດຍສະເພາະເຂົາເຈົ້າ ຕ້ອງໄດ້ເຂົ້າມາກ່ຽວຂ້ອງກັບສົງຄາມໂດຍຕຣົງ.
ທ່ານ ເຈກ ສຸລລິວານ (Jake Sullivan) ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງສະຫະຣັຖໄດ້ກ່າວ ວ່າ ການສູ້ຣົບກັນໃນຢູເຄຣນ ຈະແກ່ຍາວແລະຈະດຳເນີນໄປ ເປັນເວລາຫຼາຍເດືອນ ຫຼື ຍາວກວ່ານັ້ນ.
ທ່ານ Kristjan Prikk ທູດປະເທດ ເອສໂຕເນັຍ (Estonia) ປະຈຳສະຫະຣັຖອາເມຣິກາ ໄດ້ກ່າວຕໍ່ນັກຂ່າວ CNN ວ່າ ທ່ານເຊື່ອວ່າ ຣັສເຊັຽມີແຮງຈູງໃຈ ໃນເມື່ອວ່າຣັສເຊັຽເຂົ້າໃຈວ່າ ຕົນເອງກໍາລັງຈະປະລາໄຊ. ຍ້ອນວ່າ ມັນປະກົດໃຫ້ເຫັນວ່າ ຣັສເຊັຽມີຈຸດປສົງໃນໃຈແລ້ວ ໃນຕອນເຣີ່ມຕົ້ນສົງຄາມ ເຊິ່ງໂດຍພື້ນຖານ ຣັສເຊັຽຫວັງຈະທຳລາຍ ປະເທດຢູເຄຣນ ແລະໃຫ້ຢູເຄຣນຍອມຈຳນົນ ແລະຍາກທີ່ຈະເຫັນຣັສເຊັຽຕັ້ງໃຈເຂົ້າມາເຈຣະຈາ.
ທ່ານ Kristjan Prikk ຍັງກ່າວຕື່ມວ່າ: ຍັງຄົງມີການຫາລືກັນ ກ່ຽວກັບການປະສານໃຫ້ຄວາມຊ່ວຍເຫື້ອທາງການທະຫານ ທີ່ມີປະສິດທິພາບຂຶ້ນ ເພື່ອໃຫ້ຢູເຄຣນມີອາວຸດ ໄດ້ໃຊ້ຕາມຄວາມຈຳເປັນ. ສິ່ງທີ່ທ້າທາຍ ກໍຄື ການມີອາວຸດໄວ້ໃຊ້ຕລອດ ແລະ ການສນອງ-ການຜລິດອາວຸດໃຫ້ທັນເວລາ.
ໃນສ່ວນຂອງກະຊວງປ້ອງກັນປະເທດ ສະຫະຣັຖອາເມຣິການ ຫຼື Pentagon ໄດ້ປະຊຸມປຶກສາຫາລື ກັບບໍຣິສັດຮັບເໝົາ 8 ບໍຣິສັດຣາຍໃຫຍ່ ກ່ຽວກັບການຜລິດອາວຸດໃຫ້ໄວຂຶ້ນ ອີງຕາມຣາຍງານຂອງ ສຳນັກຂ່າວ CNN.
ສຳນັກຂ່າວ CNN ໄດ້ຣາຍງານວ່າ ຣັສເຊັຽໄດ້ປະທ້ວງສະຫະຣັຖອາເມຣິກາ ທີ່ຍັງສືບຕໍ່ສົ່ງອາວຸດໃຫ້ຢູເຄຣນ ໂດຍທີ່ຣັຖເຊັຽໄດ້ສົ່ງໜັງສືທາງການທູດ ໄປເຖິງກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ໂດຍມີຂໍ້ຄວາມແຈ້ງເຕືອນວ່າ: “ການຊ່ວຍເຫຼືອແກ່ຢູເຄຣນ ຈະເກີດຜົລທີ່ບໍ່ຄາດຄິດຕາມມາ”.
CNN ໄດ້ຣາຍງານວ່າ ສະຫະຣັຖເຊື່ອວ່າ ປະທານາທິບໍດີ ວະລາດິດເມັຍຣ໌ ປູຕິນ (Vladidmir Putin) ຂອງຣັສເຊັຽ ຍິ່ງບໍ່ພໍໃຈຫຼາຍຂຶ້ນ ແລະອາດຈະມີການກະທຳທີ່ຮຸນແຮງຂຶ້ນ ຕໍ່ສະຫະຣັຖ ເພື່ອຕອບໂຕ້ທີ່ສະຫະຣັຖໃຫ້ການຊ່ວຍເຫຼືອແກ່ຢູເຄຣນ.
ໃນວັນທີ 15 ເມສາ ທີ່ຜ່ານມາ, ສຳນັກຂ່າວຕ່າງປະເທດ ຫຼາຍສຳນັກ ໄດ້ຣາຍງານວ່າ ໄດ້ເກີດຣະເບີດຂຶ້ນຢູ່ເຮືອຣົບຂອງຣັສເຊັຽທີ່ຊື່ວ່າ ໂມສຄວ໋າ (Moskva) ທີ່ປະຈຳການຢູ່ເຂດທະເລດຳ ແລະ ເຮືອລຳດັ່ງກ່າວ ກໍໄດ້ຈົມລົງທະເລ.
ໃນຝ່າຍຂອງຢູເຄຣນກໍອ້າງວ່າ ໄດ້ຍິງຈະຣວດໃສ່ເຮືອ ແລະເປັນຜູ້ທຳລາຍເຮືອດັ່ງກ່າວ, ແຕ່ ໃນຝ່າຍຂອງຣັສເຊັຽກໍອ້າງວ່າ ເຮືອລຳດັ່ງກ່າວເກີດຣະເບີດຂຶ້ນເອງ ໂດຍອຸບັດຕິເຫດ.
ນອກຈາກນີ້ ກໍມີການການຖແລງຂ່າວ ວັນທີ 12 ເມສາ 2022 ທີ່ຜ່ານມາ, ເຈົ້າໜ້າທີ່ລະດັບສູງຂອງກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ໄດ້ອອກບົດຣາຍງານເຣື່ອງສິດທິມະນຸສ.
ສິ່ງທີ່ກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ໃຫ້ຄວາມສຳຄັນກໍຄື ຣັສເຊັຽເຂົ້າມາເຮັດສົງຄາມໃນປະເທດຢູເຄຣນ ນັ້ນນຳໄປສູ່ການຣະເມີດສິດທິມະນຸສ.
ຫຼັງຈາກທີ່ ຣັສເຊັຽໃຊ້ກຳລັງທະຫານບຸກຢູເຄຣນ ນັບແຕ່ເດືອນກຸມພາເປັນຕົ້ນມາ, ປະເທດຟິນແລນດ໌ ແລະ ສະວີເດັນ ກໍສມັກເຂົ້າເປັນສະມາຊິກ NATO.
ເປັນທີ່ຖົກຖຽງກັນວ່າ ປະເທດຟິນແລນດ໌ ແລະ ສະວີເດັນ ຖືກບາງປະເທດຊັກຈູງເປັນສະຊິກ NATO ເພື່ອເຂົ້າມາຖ່ວງດຸນອຳນາດ ຂອງຣັຖເຊັຽໃນເຂດທະເລ Baltic ຫຼັງຈາກທັງ 2 ປະເທດນີ້ ຮັກສາຄວາມເປັນກາງມາຕລອດ.
ນັກຂ່າວ ແລະ ນັກວິຊາການຈຳນວນນຶ່ງ ໃຫ້ທັສນະວ່າ ຣັສເຊັຽໃຊ້ກຳລັງທະຫານ ເຂົ້າໄປບຸກປະເທດເພື່ອນບ້ານ ຄື ຢູ່ເຄຣນ ເປັນຍ້ອນຢູເຄຣນຈະເຂົ້າເປັນສະມາຊິກ NATO ແລະຖືກຣັສເຊັຽເບິ່ງວ່າ ເປັນພັຍຂົ່ມຂູ່ຕໍ່ຣັສເຊັຍ.
ນັກວິຊາການ ແລະ ສຳນັກຂ່າວບາງສຳນັກ ກໍວິເຄາະແລະວິຈານວ່າ ຜູ້ນຳຢູ່ເຄຣນ ຖືກປະເທດຕາເວັນຕົກ ແລະບາງປະເທດ ຍຸແຍ່ໃຫ້ເຂົ້າເປັນສະມາຊິກ NATO.
ແຕ່ໃນສ່ວນຂອງຜູ້ນຳຢູເຄຣນ ແລະ ປະຊາຊົນຈຳນວນຫຼາຍ ກໍເຫັນວ່າການເຂົ້າເປັນສະມາຊິກ NATO ເປັນສິດທິ ແລະເປັນທາງເລືອກຂອງປະເທດຢູເຄຣນ ທີ່ປະຊາຊົນແລະຜູ້ນຳຢູເຄຣນ ເປັນຜູ້ກຳນົດ.