ລະເປີດ ບໍ່ທັນແຕກ ເປັນອັນຕຣາຍ ຕໍ່ການດຳເນີນຊີວິຕ
2022.10.15

ຢູ່ໃນເວທີສົນທະນາ ທີ່ຈັດຂຶ້ນຢູ່ນະຄອນຫລວງ ວໍຊິງຕັນ ດີ.ຊີ., ສະຫະຣັຖອາເມຣິກາ ກ່ຽວກັບການແກ້ໄຂ ບັນຫາລະເບີດ ບໍ່ທັນແຕກ ຢູ່ປະເທດລາວ, ກັມພູຊາ ແລະ ວຽດນາມ ໃນວັນທີ 11 ຕຸລາ ທີ່ຜ່ານມາ.
ຍານາງ ເຊຣາ ກຸຫຼາບດາຣາ (Sera Koulabdara), ຜູ້ອຳນວຍການ ຝ່າຍບໍຣິຫານ ໂຄງການ ຄວາມຫວັງຫຼັງສົງຄາມ ຫຼື Legacies of War ໄດ້ກ່າວຕອນນຶ່ງວ່າ:
“30% ຂອງລະເບີດທີ່ບໍ່ທັນແຕກ ໄດ້ເຮັດໃຫ້ມີລະເບີດລູກຫວ່ານຂນາດເທົ່າກັບລູກເທນນີສ ກະຈາຍຫຼາຍລ້ານລູກ ຢູ່ 18 ແຂວງ ໃນປະເທດລາວ.”
ບັນຫາລະເບີດ ທີ່ບໍ່ທັນແຕກຍັງຕົກຄ້າງ ຍັງຄົງເປັນອຸປະສັກ ໃນການຜລິດກະສິກັມ, ການກໍ່ສ້າງຖນົນ ແລະ ການສຶກສາ.
ຍານາງ ເຊຣາ ກຸຫຼາບດາຣາ (Sera Koulabdara) ໄດ້ກ່າວວ່າ:
“50% ຂອງລະເບີດດັ່ງກ່າວ ມີສານປົນເປື້ອນ ທີ່ຮ້າຍແຮງ, ໝາຍຄວາມວ່າ ຊາວບ້ານ ບໍ່ສາມາດນຳໃຊ້ທີ່ດິນ ຂອງຕົນເອງໄດ້. ນີ້ກາຍເປັນອຸປະສັກ ໃຫ້ແກ່ເດັກນ້ອຍ ໄປໂຮງຮຽນ, ການສ້າງຖນົນ ແລະ ມັນເປັນອຸປະສັກ ໃຫ້ແກ່ ການໃຊ້ຊີວິດຕ ຂອງຄົນລາວ.”
ຍານາງ ເຊຣາ ກຸຫຼາບດາຣາ (Sera Koulabdara) ຍັງກ່າວຕື່ມອີກວ່າ:
“ນັບແຕ່ສົງຄາມສິ້ນສຸດລົງ ຢ່າງໜ້ອຍ 25,000 ຄົນ ໄດ້ຮັບບາດເຈັບ ແລະ ເສັຽຊີວິຕ ຈາກລະເບີດທີ່ບໍ່ທັນແຕກ. 40% ຂອງຜູ້ທີ່ເຄາະຮ້າຍ ເປັນເດັກນ້ອຍ ອາຍຸຕ່ຳກວ່າ 18 ປີ.”
ຢູ່ປະເທດລາວ, ຍັງມີປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກສານປົນເປື້ອນ ຈາກສານເຄມີ ຫຼື ຝົນເຫຼືອງ “Agent Orange” ທີ່ຖືກນຳໃຊ້ເຂົ້າ ໃນປາງສົງຄາມ.
ປະຊາຊົນ ລວມທັງເດັກນ້ອຍ ແລະ ຜູ້ໃຫຍ່ ຈຳນວນ 500 ຄົນ ຢູ່ ແຂວງ ສວັນນະເຂດ ແລະ ແຂວງສາຣະວັນ ໄດ້ຮັບຜົລກະທົບ ຈາກຝົນເຫລືອງ ແລະ ຢາຂ້າຫຍ້າ ທີ່ມີສານເຄມີ ປະເພດ ໄດອ໊ອກຊິນ (Dioxin) ທີ່ຖືກໃຊ້ໃນປາງສົງຄາມຣັບ ຫລື Secret War ໃນລາວ ນັບແຕ່ 1961-1971 ອີງຕາມຂໍ້ມູນຈາກໂຄງການ ຄວາມຫວັງ ຫຼັງສົງຄາມ.
ໂຄງການ ຄວາມຫວັງຫຼັງສົງຄາມ ຫລື Legacies of War ທີ່ມີຫ້ອງການໃຫຍ່ ຕັ້ງຢູ່ປະເທດສຫະຣັຖອາເມຣິກາ, ທີ່ເຮັດວຽກດ້ານ ມະນຸສຍະທັມ ຕໍ່ຜູ້ທີ່ໄດ້ຮັບຜົລກະທົບ ຈາກສົງຄາມໃນລາວ ໄດ້ເຮັດການສໍາຣວດໃນປີ 2019 ຢູ່ 126 ບ້ານ ຢູ່ເມືອງເຊໂປ, ເມືອງນອງ ແລະ ວິຣະບູລີ ທີ່ຂຶ້ນກັບ ແຂວງສວັນນະເຂດ, ແລະ ເມືອງຕະໂອ້ຍ, ເມືອງສະໝ້ວຍ ແຂວງສາຣະວັນ ແລະ ພົບວ່າມີປະມານ 500 ຄົນ ທັງຜູ້ໃຫຍ່ ແລະ ເດັກນ້ອຍ ໄດ້ຮັບຜົລກະທົບ ຈາກການສີດຝົນເຫລືອງ ແລະ ຢາຂ້າຫຍ້າ.
ຢູ່ບ້ານ ທີ່ມີການສໍາຫລວດ ມີເດັກຍ້ອນອາຍຸ ສະເລັ່ຽແຕ່ 4-5 ປີ ມີຄວາມບົກຜ່ອງ ທາງດ້ານຮ່າງກາຍ ແລະ ສະໝອງ, ແລະ ມີ 120 ຄົນ ໄດ້ຮັບການປິ່ນປົວ, ບໍາບັດຮ່າງກາຍ ຫລື ມີອຸປະກອນ ຊ່ວຍບໍາບັດ, ມີໂຮງຮຽນສອນວິຊາຊີພ.
ຊາວບ້ານທ້ອງຖິ່ນ ຈະເອີ້ນ “ຝົນເຫລືອງ” ແຕ່ ໃນຄວາມເປັນຈິງ ນັ້ນຄືສານເຄມີສີສົ້ມ ຫລື Agent Orange ຈໍານວນ 12 ລ້ານແກນລອນ ຫລື ປະມານ 40 ລ້ານລິດ ແລະ ຢາຂ້າຫຍ້າ ປະເພດອື່ນໆ ອີກ ຈໍານວນ 8 ລ້ານແກນລອນ ຫລື ປະມານ 30 ລ້ານລິດ ໄດ້ຖືກສີດໃສ່ ເຂດເສັ້ນເສັ້ນທາງ ໂຮຈິມິນ ທີ່ກວມເອົາ ພື້ນທີ່ປະເທດວຽດນາມ, ກັມພູຊາ ແລະ ພາກໃຕ້ຂອງລາວ.
ແຕ່ສະເພາະ ຢູ່ປະເທດລາວ ມີການສີດຝົນເຫລືອງ ໄປມາແລ້ວ 800,000 ແກນລອນ ຫື ປະມານ 3 ລ້ານລິດ ອີງຕາມຂໍ້ມູ ຈາກໂຄງການ ຄວາມຫວັງ ຫຼັງສົງຄາມ.
ຜົລກະທົບຈາກ ຝົນເຫລືອງ ແລະ ຢາຂ້າຢ້າ ກໍໃຫ້ເກີດມະເລັງ ແລະ ໂຣຄອື່ນໆ ອີກ ໂດຍສະເພາະ ເດັກນ້ອຍ ທີ່ເກີດມາ ຈະມີຄວາມຜິດ ປົກກະຕິທາງດ້ານຮ່າງກາຍ ແລະ ສະໜອງ.
ຂໍ້ມູນການສີດຝົນເຫລືອງ ທີ່ເປັນທາງການ ຂອງກອງທັບອາກາດ ສຫະຣັຖ ທີ່ຖືກເປີດເຜີຍ ໃນປີ 1999 ໄດ້ສະແດງໃຫ້ເຫັນວ່າ ຢ່າງໜ້ອຍ 15 ເມືອງ ຢູ່ແຂວງຄໍາມ່ວນ, ສວັນນະເຂດ, ສາຣະວັນ, ເຊກອງ ແລະ ອັດຕະປື ໄດ້ຮັບຜົລກະທົບ ຫລາຍທີ່ສຸດ ຈາກການສີດຝົນເຫລືອງ ແລະ ຢາຂ້າຫຍ້າ, ຊຶ່ງເຂດດັ່ງກ່າວ ເປັນພື້ນທີ່ເສັ້ນທາງ ໂຮຈິມິນ ຕັດຜ່ານ. ອົງການ ປົກປ້ອງສິ່ງແວດລ້ອມ ສຫະຣັຖອາເມຣິກາ ໄດ້ວິໄຈວ່າ ຝົນເຫລືອງປະກອບມີສານ Dioxin ເປັນສານເຄມີ ທີ່ມີຄວາມຮຸນແຮງສູງ ແລະ ສາມາດເຮັດໃຫ້ເກີດມະເລັງ, ບັນຫາການຈະເຣີນພັນ ແລະ ການພັທນາ, ມັນທຳລາຍລະບົບ ພູມຕ້ານທານ ແລະ ບັນຫາກັບຮໍໂມນ.
ແຕ່ປີ 2015-2019, ໂຄງການຄວາມຫວັງ ຫລັງສົງຄາມ ໄດ້ສຳຣວດ 74 ບ້ານ ຢູ່ເຂດເມືອງຕະໂອ້ຍ ແຂວງສາຣະວັນ, ເມືງເຊໂປນ, ເມືອງວິລະບູລີ ແລະ ເມືອງນອງ ແຂວງສວັນນະເຂດ ທີ່ຢູ່ໃນເຂດຣັດສະໝີ 5 ກິໂລແມັດ ຂອງເສັ້ນທາງສີດຝົນເຫລືອງ ແລະ ຢາຂ້າຫຍ້າ.
ນອກຈາກນີ້ ໂຄງການຍັງໄດ້ ມີການສຳຣວດ 51 ບ້ານ ຢູ່ເມືອງສະໝ້ວຍ ແຂວງສາລະວັນ ຢູ່ໃນຣັດສະໝີ 10 ກິໂລແມັດ ຂອງເສັ້ນທາງສີດຝົນເຫລືອງ ແລະ ຢາຂ້າຫຍ້າ ໄດ້ມີການສຳຣວດ ໃນປີ 2020.
ຜົນສຳຣວດພົບວ່າ ມີຜູ້ຜິດປົກຕິ ທາງຮ່າງກາຍ ແລະ ສະໝອງ 500 ຄົນ ທີ່ມາອາຍຸ 50 ປີ ລົງມາ, ຊຶ່ງໃນນັ້ນ ຜູ້ທີ່ອາຍຸຕ່ຳກວ່າ 20 ປີ ມີຈຳນວນເກີນເຄິ່ງນຶ່ງ. ສິ່ງທີ່ໜ້າສົນໃຈ ກໍຄື ພົບຜູ້ທີ່ພິການ ມີຈຳນວນສະເລັ່ຽ 4-5 ຄົນ ຕໍ່ບ້ານ. ຍິ່ງໄປກວ່ານັ້ນ ກໍຄື ມີ 11 ບ້ານ ມີຈຳນວນຄົນພິການ ຫລາຍຜິດປົກກະຕິ ໂດຍສະເລັ່ຽ 6-13 ຄົນ ຕໍ່ບ້ານ.
ນອກຈາກນີ້ ຜົລສຳຣວດຢູ່ປະເທດວຽດນາມ ຍັງໄດ້ສະແດງໃຫ້ເຫັນວ່າ ເດັກນ້ອຍມີຄວາມຜິດປົກຕິທາງຮ່າງກາຍມາແຕ່ເກີດ ຢູ່ເຂດທີ່ມີການສີດຝົນເຫລືອງ ມີຈຳນວນຫລາຍກວ່າ ເດັກນ້ອຍທີ່ບໍ່ຢູ່ໃນພື້ນທີ່ ສີດຝົນເຫລືອງ.
ຢູ່ປະເທດວຽດນາມ ປະຊາຊົນຢູ່ໃນເຂດສີດຝົນເຫລືອງ ໄດ້ຮັບການຊ່ວຍເຫລືອ. ໃນສົກງົບປະມານປີ 2020, ສະພາສູງ ສະຫະຣັຖອາເມຣິກາ ໄດ້ຈັດສັນການຊ່ວຍເຫລືອ ດ້ານມະນຸສທັມໃຫ້ວຽດນາມ ມູນຄ່າ 13 ລ້ານ ໂດລ້າຣ໌ ສຳລັບໂຄງການ ດ້ານສຸຂພາບ ສຳລັບຄົນພິການ ທີ່ຢູ່ໃນເຂດພື້ນທີ່ ສີດຝົນເຫລືອງຂອງ ສະຫະຣັຖໃນປາງສົງຄາມ, ແລະ ອີກ 20 ລ້ານໂດລ້າຣ໌ ເພື່ອໃຊ້ສຳລັບ ໂຄງການກຳຈັດສານພິດ Dioxin ຈາກຝົນເຫລືອງ ທີ່ຕົກຄ້າງຢູ່ໃນດິນ.
ສານເຄມີທີ່ໃຊ້ຂ້າຫຍ້າ ແລະ ວັດຊະພືດ ຕ່າງໆ ລວມມີ Agent White ສີຂາວ, Agent Blue ສີຟ້າ, Agent purple ສີມ້ວງ, ແລະ Agent Orange ສີສົ້ມ. ສານເຄມີສີສົ້ມ ຫລື Agent Orange ຊາວບ້ານເອີ້ນກັນທົ່ວໄປວ່າ ຝົນເຫລືອງ ມີຄວາມອັນຕຣາຍຫລາຍກວ່າ ຈຳນວນສານເຄມີທີ່ກ່າວມາ.
ນອກຈາກນີ້ ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ບາງສົງຄາມ ກໍຍັງສົ່ງຜົລກກະທົບ ຕໍ່ປະຊາຊົນທີ່ຢູ່ເຂດຊົນນະບົດ.
ໃນປີທີ່ຜ່ານມາ ຣັຖບານສະຫະຣັຖ ຍັງໃຫ້ການຊ່ວຍເຫລືອລາວ ໃນວຽກງານເກັບກູ້ລະເບີດອີກ 40 ລ້ານ ໂດລ້າຣ໌. ນອກຈາກນີ້ ນັກການເມືອງສຫະຣັຖ ເອົາໃຈໃສ່ເລື່ອງບັນຫາ ລະເບີດທີ່ບໍ່ທັນແຕກໃນລາວ.
ຢູ່ປະເທດວຽດນາມ ຫຼັງຈາກສົງຄາມສິ້ນສຸດລົງ, ວຽດນາມ ແລະ ສະຫະຣັຖອາເມຣິກາ ໄດ້ມີການຮ່ວມມືກັນ ໃນການແກ້ໄຂບັນຫາ ລະເບີດທີ່ບໍ່ທັນແຕກ ແລະ ຢຽວຢາຜູ້ທີ່ໄດ້ຮັບຜົລກະທົບ.

ຍານາງ ຕັນ ນູ ທິ ນິນຫ໌ (Ton Nu Thi Ninh), ປະທານກອງທຶນ ສັນຕິພາບ ແລະ ພັທນາ ເມືອງໂຮຈິມິນ ຂອງວຽດນາມ ໄດ້ກ່າວວ່າ:
“ນັບແຕ່ສົ່ງຄາມໄດ້ສິ້ນສຸດລົງ ເຊິ່ງໄດ້ປະສົບກັບບົດຮຽນ ທີ່ເຈັບປວດທາງດ້ານຈິຕໃຈ. ວຽດນາມ ແລະ ສະຫະຣັຖ, ຄົນວຽດນາມ ແລະ ຄົນອາເມຣິກາ ໄດ້ມີສ່ວນຮ່ວມ ຢູ່ໃນການສ້າງສັນຕິພາບ ຮ່ວມກັນຫຼັງສົງຄາມ.”
ອີງຕາມ ຂໍ້ມູນຈາກ ວຸທິສະມາຊິກສະພາ ສະຫະຣັຖ, ໃນປາງສົງຄາມ ສະຫະຣັຖອາເມຣິກາ ໄດ້ຖິ້ມລະເບີດ ຫລາຍລ້ານຕັນ ໃສ່ປະເທດເອເຊັຽ ຕາເວັນອອກສ່ຽງໃຕ້ ແລະ ຍັງມີລະເບີດ ບໍ່ທັນແຕກ ໄດ້ຕົກຄ້າງຢູ່ປະເທດລາວ, ກັມພູຊາ ແລະ ວຽດນາມ ຊຶ່ງເປັນຂົງເຂດ ທີ່ໄດ້ຮັບຜົລກະທົບ ຈາກລະເບີດຫລາຍທີ່ສຸດໃນໂລກ ແລະ ທີ່ດິນ 20% ໃນປະເທດລາວ, ກັມພູຊາ ແລະ ວຽດນາມ ຍັງມີລູກລະເບີດ ຕົກຄ້າງຢູ່.
ຍານາງ ແທມມີ້ ໂບລດ໌ວິນ (Tammy Baldwin) ວຸທິສະມາຊິກສະພາ ສຫະຣັຖ ເຄີຍກ່າວ່າ:
“ມີຜູ້ເຄາະຮ້າຍຈາກ ລະເບີດບໍ່ທັນແຕກຫລາຍ 100 ຄົນ ໃນແຕ່ລະປີ ຢູ່ປະເທດລາວ, ກັມພູຊາ ແລະ ວຽດນາມ. ຢູ່ປະເທດລາວ ຜູ້ເຄາະຮ້າຍ ຈາກລະເບີດບໍ່ທັນແຕກ 46 ຄົນ ໂດຍສະເລັ່ຽໃນແຕ່ລະປີ. ມີຄວາມຈຳເປັນ ທີ່ຈະຕ້ອງເກັບກູ້ລະເບີດ ບໍ່ທັນແຕກ ເພື່ອປ້ອງກັນ ບໍ່ໃຫ້ມີຜູ້ເຄາະຮ້າຍ ຖືວ່າ ເປັນຄວາມຮັບຜິດຊອບ ຂອງສະຫະຣັຖ ໃນການເກັບກູ ລະເບີດບໍ່ທັນແຕກ ແລະ ເພີ່ມທະວີ ການຮ່ວມມື ກັບປະເທດລາວ, ກັມພູຊາ ແລະ ວຽດນາມ.”
ໃນປີ 2006 ທ່ານ ຈອຣ໌ຈ ດັພໂບຢູ ບູຊ (George W Bush) ອະດີຕ ປະທານາທິບໍດີ ສະຫະຣັຖອາເມຣິກາ ແລະ ທ່ານ ຫງຽນ ມິນ ຕຣິຕ (Nguyen Minh Triet) ປະທານປະເທດ ວຽດນາມ ໄດ້ເຊັນຖແລງການຮ່ວມ ໃນຄວາມພະຍາຍາມ ຮ່ວມມືເພີ່ມຕື່ມ ໃນການແກ້ໄຂບັນຫາ ມົນລະພິດຕົກຄ້າງ ໃສ່ສິ່ງແວດລ້ອມ ທີ່ຢູ່ໃກ້ສຖານທີ່ ທີ່ເປັນສາງເກັບມ້ຽນ ຖັງຂອງສານເຄມີສີສົ້ມ.
ໃນປີ 2007, ຣັຖບານ ສະຫະຣັຖອາເມຣິກາ ໄດ້ໃຫ້ທຶນຊ່ວຍເຫຼືອ ແກ່ວຽດນາມ 260 ລ້ານໂດລ້າຣ໌ ເພື່ອລົງເລຶກ ດ້ານສຸຂພາບ ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກການໃຊ້ສານເຄມີ ສີສົ້ມ ຫຼື ຝົນເຫຼືອງ ໃນປາງສົງຄາມ.