ທະຫານພະມ້າ ສັ່ງຈຳຄຸກແມ່ຍິງ 9 ຄົນ 12 ປີ
2022.12.03
ສານທະຫານພະມ້າ ຢູ່ພາກເໜືອເຂດຣັຖສະກາງ ໄດ້ສັ່ງຕັດສິນຈຳຄຸກ ຜູ້ຍິງຊາວພະມ້າ 9 ຄົນ ເປັນເວລາ 12 ປີ ຍ້ອນພວກເຂົາ ຖືກກ່າວຫາວ່າ ເປັນກຸ່ມກອງກຳລັງ ປົກປ້ອງປະຊາຊົນ ຫຼື PDFD. ກຸ່ມກອງກຳລັງປົກປ້ອງ ປະຊາຊົນ ຖືກຈັດຕັ້ງຂຶ້ນ ໂດຍປະຊາຊົນພະມ້າ ເພື່ອຕໍ່ຕ້ານ ກຸ່ມທະຫານພະມ້າ ທີ່ຣັຖປະຫານຍຶດອຳນາດ ຈາກຣັຖບານພະມ້າ ທີ່ມາຈາກການເລືອກຕັ້ງ ໃນເດືອນກຸມພາ 2021 ທີ່ຜ່ານມາ.
ບັນດາຜູ້ຍິງທັງ 9 ຄົນ ຖືກດຳເນີນຄະດີ ພາຍໃຕ້ກົດໄອຍະການເສິກ ຂອງທະຫານພະມ້າ ໂດຍສານທະຫານພະມ້າ ແລະ ເຂົາເຈົ້າຖືກຕັດສິນ ຈຳຄຸກໃນເດືອນຕຸລາ 2022 ທີ່ຜ່ານມາ, ອີງຕາມແຫຼ່ງຂ່າວ ທີ່ໃກ້ຊິດ ຄ້າຍຄຸມຂັງ ແລະ ເຈົ້າໜ້າທີ່ ກຸ່ມກອງກຳລັງ ປົກປ້ອງປະຊາຊົນ.
ຂໍ້ມູນດັ່ງກ່າວ ຕ້ອງໃຊ້ເວລາ 1 ເດືອນ ກ່ອນທີ່ຈະມີການເຜີຍແຜ່ ຍ້ອນວ່າ ເຈົ້າໜ້າທີ່ ທະຫານພະມ້າ ບໍ່ໄດ້ແຈ້ງໃຫ້ ຄອບຄົວຜູ້ທີ່ຖືກສັ່ງຈຳຄຸກ ຮັບຮູ້.
ຜູ້ຍິງທີ່ຖືກສານຕັດສິນ ທັງໝົດ ມີອາຍຸປະມານ 20 ປີ, ເຂົາເຈົ້າໄດ້ຖືກຈັບໂຕ ໃນເວລາທີ່ ທະຫານພະມ້າ ໄດ້ບຸກລະທາຍ ຄ້າຍຂອງກຸ່ມກອງກຳລັງ ປົກປ້ອງປະຊາຊົນ ຢູ່ເມືອງກາເລ ໃນວັນທີ 16 ພຶສຈິກາ 2021 ທີ່ຜ່ານມາ ເຊິ່ງເຂົ້າເຈົ້າຖືກຄຸມຂັງ ຢູ່ໃນຄຸກເມືອງກາເລ. ພວກເຂົາແຕ່ລະຄົນ ໄດ້ຮັບໂທດຈຳຄຸກ 2 ປີ ພາຍໃຕ້ມາຕຣາ 505 ແລະ ອີກ 10 ປີ ພາຍໃຕ້ມາຕຣາ 50 ຂອງກົດໝາຍ ຕ້ານການກໍ່ການຮ້າຍ ຂອງທະຫານພະມ້າ.
ເຈົ້າໜ້າທີ່ ກຸ່ມກອງກຳລັງ ປົກປ້ອງປະຊາຊົນ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວວ່າ:
“ແມ່ຍິງເຫຼົ່ານັ້ນ ບໍ່ໄດ້ໂທດໜັກ ແຕ່ເຂົາເຈົ້າກໍຖືກບັງຄັບ ໃຫ້ເຮັດວຽກຢູ່ໃນຄຸກ.”
ທ່ານ ກ່າວຕື່ມອີກວ່າ:
“ແມ່ຍິ່ງເຫຼົ່ານັ້ນ ທີ່ຢູ່ໃນຄຸກ ຍັງມີສຸຂພາບທີ່ດີ ເຂົາເຈົ້າເຮັດວຽກ ຕາມທີ່ເຈົ້າໜ້າທີ່ສັ່ງ ໂດຍເຂົາເຈົ້າເຮັດວຽກຕັດຫຍິບ.”
ແມ່ຍິງທີ່ຖືກຈັບນັ້ນ ຊື່ວ່າ:
- ລາ ຕັນ ຫວີ,
- ມາ ສອນ ດວງ,
- ຄາ ລອນ ສານ,
- ລາ ມອມ ຄາມ,
- ວັນ ລາ ລອນ,
- ມາ ລາ ປຽນ ເປວ,
- ຊາມ ຊູ ຊາ ອຳ,
- ແມນ ລຳ ດິມ,
- ນິ ອອງ ດອນ ກິອຽນ.
ນາງ ລາ ຕັນ ຫວີ ໄດ້ບອກຄອບຄົວຂອງນາງ ວ່າ ຜູ້ຍິງທັງໝົດ ຖືກທະຫານພະມ້າຈັບໂຕໄປ ເປັນເວລາ ເກືອບ 5 ເດືອນ. ໃນເວລານັ້ນ, ເຂົາເຈົ້າບໍ່ສາມາດຕິດຕໍ່ ຫາໃຜໄດ້ ຢູ່ນອກຄຸກ. ຕໍ່ມາເຂົາເຈົ້າ ຈຶ່ງໄດ້ຮັບອະນຸຍາດ ໃຫ້ຕິດຕໍ່ຫາຄອບຄົວ ແຕ່ວ່າ ບໍ່ອະນຸຍາດໃຫ້ບອກ ຄອບຄົວວ່າ ເຂົາເຈົ້າຖືກສານຕັດສິນຕອນໃດ ເຊິ່ງຂໍ້ມູນດັ່ງກ່າວ ຫາກໍ່ຖືກຮັບຮູ້ ໃນເດືອນພຶສຈິກາ ນີ້ ໂດຍ ຜ່ານທະນາຍຄວາມ ແລະ ເຈົ້າໜ້າທີ່ຄຸກ.
ຜູ້ເປັນພໍ່ຂອງ ນາງ ລາ ຕັນ ຫວີ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ຜແນກພາສາພະມ້າ ວ່າ:
“ໄດ້ຮັບການຕິດຕໍ່ມາ ຫຼືຈາກທີ່ລູກສາວ ຂອງຕົນທີ່ຖືກຈັບ ໄດ້ເປັນເວລາ 5 ເດືອນປາຍ. ລູກສາວຂອງຕົນ ຖືກທະຫານພະມ້າ ສອບສວນ ແລະ ບໍ່ຮູ້ວ່າລາວດຳລົງ ຊີວິຕແນວໃດ. ປັດຈຸບັນ ໄດ້ສົ່ງເຄື່ອງຂອງທີ່ລາວຕ້ອງການ ທຸກໆ 2 ເດືອນ. ກຳລັງລໍຖ້າ ການກັບມາຂອງລູກສາວ.”
ພໍ່ຂອງລາວ ໄດ້ກ່າວຕື່ມອີກວ່າ:
“ບໍ່ໄດ້ຮັບອະນຸຍາດ ໃຫ້ຈ້າງທະນາຍຄວາມ, ບໍ່ມີສິດທີ່ຈະເຂົ້າຮັບຟັງ ການຕັດສິນ ຂອງສານ ແລະ ເຈົ້າໜ້າທີ່ ບໍ່ໄດ້ແຈ້ງໃຫ້ຮູ້ເຖິງການຕັດສິນ. ຈະໄດ້ຮັບຮູ້ ກໍພຽງແຕ່ ໄດ້ຮັບຂໍ້ມູນ ຈາກເຟສບຸກຄ໌ ເທົ່ານັ້ນ.”
ມີຜູ້ຍິງຢູ່ພະມ້າ ຖືກສັງຫານທັງໝົດ 370 ຄົນ, 3,000 ປາຍຄົນ ຖືກຈັບ, ແລະ 127 ຄົນ ຖືກທະຫານພະມ້າຂົ່ມຂືນ ນັບຕັ້ງທະຫານພະມ້າ ເຂົ້າມາຍຶດອຳນາດ ໃນເດືອນກຸມພາ 2021 ທີ່ຜ່ານມາ, ອີງຕາມຖແລງການ ຂອງຣັຖບານ (ຄູ່ຂນານ) ແຫ່ງຊາຕ ຂອງພະມ້າ ທີ່ຢູ່ຝ່າຍຕຣົງກັນຂ້າມ ກັບຝ່າຍທະຫານພະມ້າ ທີ່ຍຶດອຳນາດ.
ນອກຈາກນີ້ ທ່ານ ຕັນ ຕັນ ເຮນ ສະມາຊິກ ຄະນະກັມມະການ ຂອງພັກສັນນິບາດ ແຫ່ງຊາຕ ເພື່ອປະຊາທິປະໄຕ ເຊິ່ງເປັນພັກຂອງຍານາງ ອອງ ຊານ ຊູ ຈີ ກໍຖືກສານທະຫານພະມ້າ ຕັດສິນຈຳຄຸກເປັນເວລາ 20 ປີ ໃນຂໍ້ຫາທໍຣະຍົດຊາຕ, ເປັນກະບົດ ແລະ ທ່ານ ຍັງຖືກຕັດສິນ ຈຳຄຸກອີກ 4 ປີ ເຊິ່ງລວມແລ້ວ ທ່ານ ຖືກສານທະຫານພະມ້າ ສັ່ງຈຳຄຸກ 24 ປີ.
ທ່ານ ຕັນ ຕັນ ເຮນ ອາຍຸ 73 ປີ ເປັນອະດີຕຮອງໂຄສົກ ສະພາຜູ້ແທນຣາສດອນ ຂອງພະມ້າ ເຊິ່ງຖືກສານທະຫານພະມ້າ ຕັດສິນ ໃນວັນຈັນ ທີ່ຜ່ານມາ ພາຍໃຕ້ມາຕຣາ 122 ກົດໝາຍອາຍາ ໃນຂໍ້ຫາສໍ້ໂກງ ການເລືອກຕັ້ງ.
ທ່ານ ຕັນ ຕັນ ເຮນ ຍັງຖືກດຳເນີນຄະດີ ໃນຂໍ້ຫາລະດົມ ຕໍ່ຕ້ານທະຫານ ພາຍໃຕ້ມາຕຣາ 505 ໃນວັນທີ 22 ທັນວາ 2021 ທີ່ຜ່ານມາ.
ທ່ານ ຕັນ ຕັນ ເຮນ ຊະນະການເລືອກຕັ້ງ ໃນປີ 2020 ໃຫ້ເປັນສະມາຊິກ ຜູ້ແທນຣາສດອນ ຢູ່ ຣັຖສານ (Shan State). ແກນນຳຂອງພັກ ສັນນິບາດ ແຫ່ງຊາຕ ເພື່ອປະຊາທິປະໄຕ ຂອງພະມ້າ ໄດ້ກ່າວວ່າ ທ່ານ ຕັນ ຕັນ ເຮນ ໄດ້ເປັນຮອງໂຄສົກ ຂອງສະພາຜູ້ແທນຣາສດອນ ຖ້າວ່າ ທະຫານພະມ້າ ບໍ່ເຂົ້າມາຍຶດອຳນາດ ໃນເດືອນກຸມພາ 2021.
ຫຼັງຈາກຣັຖປະຫານ, ທ່ານ ຕັນ ຕັນ ເຮນ ໄດ້ຖືກກັກບໍລິເວນ ຢູ່ໃນບ້ານພັກ ພ້ອມກັບສະມາຊິກ ຄະນະກັມມະການກາງ ຂອງພັກສັນນິບາດ ແຫ່ງຊາດຕ ເພື່ອປະຊາທິປະໄຕ ລວມທັງ ຍາງນາງ ອອງຊານ ຊູຈີ ທີ່ປຶກສາແຫ່ງຣັຖ ຂອງພະມ້າ ແລະ ທ່ານ ວິນ ມິນ ປະທານາ ທິບໍດີ ຂອງພະມ້າ.
ຍາງ ອອງ ຊານ ຊູຈີ ເປັນຫົວໜ້າພັກ ສັນນິບາດ ແຫ່ງຊາຕ ເພື່ອປະຊາທິປະໄຕ ຂອງພະມ້າ ທີ່ຖືກທະຫານພະມ້າ ຍຶດດຳນາດ ແລະ ກັກໂຕ ໄດ້ຖືກຍ້າຍໄປກັກຂັງດ່ຽວ.
ແຫຼ່ງຂ່າວທີ່ໃກ້ຊິດ ເຈົ້າໜ້າທີ່ສານ ນະຄອນຫລວງ ເນປີດໍ ຂອງພະມ້າ ໄດ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ຜແນກພາສາພະມ້າ ວ່າ:
“ຄະດີ ຂອງ ຍານາງ ອອງ ຊານ ຊູຈີ ແລະ ຄົນໃກ້ຊິດຂອງ ຍານາງ ໄດ້ຖືກນຳມາໄຕ່ສວນ ຢູ່ສານພິເສດ ສະເພາະຢູ່ໃນຄຸກເລີຍ.”
ຜູ້ທີ່ເຫັນເຫດການ ຖືກທະຫານພະມ້າ ນຳໂຕມາສືບສວນ ສອບສວນ ຢູ່ໃນສານ ທີ່ມີສ່ວນພົວພັນ ໃນຄະດີນີ້. ຂໍ້ມູນການສືບສວນ ສອບສວນ ຍັງບໍ່ມີການເປີດເຜີຍ ໃນຂະນະທີ່ ທະນາຍຄວາມຂອງ ຍານາງ ອອງ ຊານ ຊູຈີ ຍັງ ບໍ່ໄດ້ຮັບອະນຸຍາດ ໃຫ້ເຜີຍແຜ່ ຂໍ້ມູນຕໍ່ສື່ມວນຊົນ.
ທ່ານ ຊານ ເທີເນວ ໄດ້ເປັນທີ່ປຶກສາ ທາງດ້ານທຸຣະກິຈ ຂອງ ຍານາງ ອອງ ຊານ ຊູ ຈີ ນັບແຕ່ປີ 2017 ຢູພາຍໃຕ້ຣັຖບານ ຂອງພັກສັນນິບາດ ແຫ່ງຊາ8 ເພື່ອປະຊາທິປະໄຕ ຂອງພະມ້າ. ທ່ານ ເປັນຄົນຕ່າງປະເທດ ຄົນທຳອິດ ທີ່ໃກ້ຊິດ ກັບຣັຖບານຂອງ ຍານາງ ອອງ ຊານ ຊູ ຈີ ໄດ້ຖືກຈັບ ແລະ ກັກໂຕ ນັບແຕ່ທະຫານ ເຂົ້າມາຍຶດອຳນາດ.
ຍານາງ ອອງ ຊານ ຊູ ຈີ ອາຍຸ 77 ປີ ໄດ້ຖືກດຳເນີນຄະດີ 19 ຂໍ້ຫາ ນັບແຕ່ ທະຫານພະມ້າ ເຂົ້າມາຍຶດອຳນາດ.
ຍານາງ ຖືກຕັດສິນຈຳຄຸກ 11 ປີ ໃນ 6 ຂໍ້ຫາ. ທີ່ເຫຼືອ ອີກ 13 ຂໍ້ຫາ ຍັງຄົງພິຈາຣະນາ ຢູ່. ຖ້າມີການຕັດສິນໝົດທຸກຂໍ້ຫາ ຍາງນາງ ກໍຈະຖືກຕັດສິນ ຈຳຄຸກເປັນເວລາ 100 ປາຍ ປີ.
ທະຫານພະມ້າ ທີ່ຍຶດອຳນາດ ໄດ້ປະກາດ ວ່າ:
“ຍານາງ ອອງ ຊານ ຊູ ຈີ ໄດ້ຖືກສົ່ງຂັງຄຸກ ພາຍໃຕ້ກົດໝາຍ ອາສຍາ ຫຼັງຈາກ ທີ່ສານທະຫານພະມ້າ ໄດ້ມີການໄຕ່ສວນ ກ່ອນໜ້ານີ້ ຍານາງ ອອງ ຊານ ຊູຈີ ຖືກກັກບໍລິເວນ ຢູ່ພາຍໃນບ້ານພັກ.”
ທະຫານພະມ້າ ໄດ້ມີການວາງກຳລັງ ເຈົ້າໜ້າທີ່ ຢູ່ຄຸກຄຸມຂັງ ແລະ ໄດ້ເພີ່ມການຮັກສາ ຄວາມປອດໄພ ຫຼັງຈາກ ຍາງ ນາງ ອອງ ຊານ ຊູຈີ ຖືກນຳໂຕມາ ຢູ່ຄຸກນະຄອນຫລວງ ເນປີດໍ.
ທະຫານພະມ້າ ໄດ້ບຸກທະລາຍ ສະມາຊິກສັນນິບາດ ແຫ່ງຊາຕ ເພື່ອປະຊາທິປະໄຕ ແລະ ໄດ້ໃຫ້ສານຕັດສິນ ຈຳຄຸກຕລອດຊີວິຕ ສະມາຊິກພັກຫຼາຍຄົນ ຢູ່ເຂດພາກໃຕ້ ຂອງຣັຖສານ (Shan State).
ສານພະມ້າ ໄດ້ຕັດສິນປະຫານຊີວິຕ ທ້າວ ເພກອນ, ທ້າວ ເມືອງເຢັນ ແລະ ທ້າວ ໂຈເຊບ ໃນຫຼາຍເດືອນທີ່ຜ່ານມາ.
ທ່ານ ຟິລ ໂຣເບີຣ໌ຕສັນ (Phil Robertson) ຮອງຜູ້ອໍານວຍການ ອົງການສິ້ງຊອມ ດ້ານສິດທິມະນຸສ ຫຼື Human Rights Watch ປະຈໍາເອເຊັຽ ຕາເວັນອອກ ສຽງໃຕ້ ກ່າວຕໍ່ ສຳນັກຂ່າວ ຕ່າງປະເທດວ່າ:
“ພວກເຮົາຈະເຫັນວ່າ ບໍ່ມີການເຄົາຣົບສິດທິມະນຸສ ໃນພະມ້າ ນັບແຕ່ມີການຣັຖປະຫານ. ດ້ວຍຄວາມສັດຈິງ ທ່ານ ຈະຄິດພາບເຫັນເລີຍວ່າ ມັນເປັນສະຖານະການ ທີ່ບໍ່ດີ ທີ່ທະຫານ ກໍ່ອາສຍາກັມ ຕໍ່ປະຊາຊົນໂຕເອງ.”
ໃນເດືອນຕຸລາ ທີ່ຜ່ານມາ, ທ່ານ ຕູຣູ ຄູໂບຕ້າ ເປັນນັກຂ່າວຍີ່ປຸ່ນ ຖືກສານທະຫານພະມ້າ ຕັດສິນຈຳຄຸກ 7 ປີ ໃນຂະນະທີ່ ທ່ານເອງ ກຳລັງຖ່າຍວີດີໂອ ການປະທ້ວງ ຂອງປະຊາຊົນ ຊາວພະມ້າ ໂດຍ ສານທະຫານພະມ້າ ຕັດສິນວ່າ ທ່ານມີຄວາມຜິດ ຂໍ້ຫາປະຈານປະເທດພະມ້າ ແລະ ລະເມີດກົດໝາຍການ ສື່ສານທາງອິນເຕີຣ໌ເນັຕ.
ນັກຂ່າວ ຍີ່ປຸ່ນຄົນນີ້ ຖືກສານຕັດສິນ 3 ປີ ໃນຂໍ້ຫາທີນຶ່ງ ແລະ ຖືກຕັດສິນອີກ 7 ປີ ໃນຂໍ້ຫາທີສອງ, ແຕ່ວ່າ ໃນການຕັດສິນ ກໍໄດ້ລວມເອົາການລົງໂທດ 7 ປີ ເທົ່ານັ້ນ. ນອກຈາກນີ້ ນັກຂ່າວຄົນນີ້ ຍັງຈະຖືກດຳເນີນຄະດີ ອີກໃນຂໍ້ຫາທີ 3 ວ່າດ້ວຍການລະເມີດ ກົດໝາຍ ກວດຄົນເຂົ້າເມືອງ.
ທະນາຍຂອງນັກຂ່າວ ກ່າວວ່າ:
“ພາກທີ 13 ຂອງກົດໝາຍ ວ່າດວ້ຍ ການກວດຄົນເຂົ້າເມືອງ ຂອງພະມ້າ ໄດ້ລະບຸເຖິງ ບົດລົງໂທດຕໍ່ຄົນຕ່າງປະເທດ ເຊິ່ງຈະມີບົດລົງໂທດ ສູງສຸດໃຫ້ຈຳຄຸກ 2 ປີ ແລະ ປັບໃໝ ນັບຕັ້ງແຕ່ ສານທະຫານພະມ້າ ໄດ້ຕັດສິນລົງໄປແລ້ວ ແຕ່ ພວກເຮົາກໍຕ້ອງລໍຟັງເບິ່ງ.”
ທ່ານ ຄູໂບຕ້າ ອາຍຸ 26 ປີ ຖືກຈັບ ໃນຂະນະທີ່ທ່ານເອງ ກຳລັງຖ່າຍວີດີໂອ ການປະທ້ວງ ຕ້ານຣັຖປະຫານ ຢູ່ນະຄອນຢ້າງກຸ້ງ ໃນວັນທີ 30 ເດືອນກໍຣະກະດາ ທີ່ຜ່ານມາ.
ເອອັກຄະຣາຊທູຕຍີ່ປຸ່ນ ປະຈຳປະເທດພະມ້າ ໄດ້ຮັບອະນຸຍາດ ໃຫ້ເວົ້າກັບ ຄູໂບຕ້າ ທາງໂທຣະສັບ ໃນວັນທີ 22 ສິງຫາ ແລະ ຂໍພົບກັບນັກຂ່າວ ຄົນດັ່ງກ່າວ, ແຕ່ ທະຫານພະມ້າ ບໍ່ອະນຸຍາດໃຫ້ພົບ ຍ້ອນເຫດຜົນ ໂຄວິດຣະບາດ.