ຫົວໜ້າ ສາສນາຄຣິສຕຽນ ໃນພະມ້າ ທ່ານນຶ່ງຖືກຈັບ ທີ່ສນາມບິນ

ສິດນີ
2022.12.11
ຫົວໜ້າ ສາສນາຄຣິສຕຽນ ໃນພະມ້າ ທ່ານນຶ່ງຖືກຈັບ ທີ່ສນາມບິນ ທ່ານ Hkalam Samson ຫົວໜ້າ ສານສາຄຣິສຕຽນ. ວັນທີ 9 ເດືອນກັນຍາ ປີ 2019.
RFA

ຕຳຣວດ ແລະທະຫານ ກຸ່ມຜະເດັດການ ພະມ້າໄດ້ຈັບໂຕ ຫົວໜ້າສາສນາຄຣິສຕຽນ ຜູ້ທີ່ມີຊື່ສຽງດົງດັງ, ທ່ານ Hkalam Samson ຢູ່ສນາມບິນນານາຊາຕ ນະຄອນມັນດາເລ ໃນຂນະທີ່ທ່ານ ຈະຂຶ້ນເຮືອບິນໄປຮັກສາໂຕຢູ່ ປະເທດໄທຍຍ ຫລັງຈາກກັກຂັງນຶ່ງຄືນ ກໍປ່ອຍໂຕທ່ານ ໃຫ້ກັບຄືນໄປແຂວງກະຈິນ ບ່ອນທີ່ທ່ານອາສັຍຢູ່ ແຕ່ເມື່ອໄປຮອດ ສນາມບິນແຂວງກະຈິນ ກໍຈັບທ່ານອີກໃໝ່ ອີງຕາມຄຳໃຫ້ການ ຂອງໝູ່ຂອງທ່ານ ຜູ້ທີ່ເປັນຄຸນພໍ່ ສາສນາຄຣິສຕຽນ ຕໍ່ວິທຍຸ ເອເຊັຽ ເສຣີ ຜແນກພາສາພະມ້າ.

ຄຸນພໍ່ ຜູ້ທີ່ຂໍສງວນຊື່ ທ່ານນີ້ກ່າວວ່າ ຄຸນພໍ່ Hkalam Samson ຖືກຈັບຊົ່ວຄາວ ກ່ອນທີ່ທ່ານຈະຂຶ້ນເຮືອບິນ ໄປຮັກສາໂຕ ຢູ່ບາງກອກ ປະເທດໄທຍ ໃນວັນອາທິດຜ່ານມາ ໂທລະສັບມືຖື ຂອງທ່ານຖືກປິດໝົດ ໃນຕອນເຊົ້າ ຕິດຕໍ່ບໍ່ໄດ້ເລີຍ ລ້າສຸດຮູ້ວ່າ ທ່ານຖືກນຳໂຕ ໄປສະຖານີຕຳຣວດ ແລະວ່າ ທ່ານບໍ່ຄວາມຜິດຫຍັງ ທີ່ກຸ່ມທະຫານຈັບທ່ານ. ໝູ່ຂອງທ່ານອີກຄົນນຶ່ງ ກ່າວວ່າ ທ່ານຖືກຈັບຍ້ອນວ່າ ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ໃນສນາມບິນພົບຊື່ຂອງທ່ານ ເປັນຄົນທີ່ຕ້ອງຫ້າມ ອອກນອກປະເທດ ໃນບັນຊີລາຍຊື່ ຂອງກຸ່ມຜະເດັດການ ທະຫານພະມ້າ ຫລັງຈາກກວດ ໃບຜ່ານແດນ ຂອງທ່ານ.

ແຫລ່ງຂ່າວທີ່ໜ້າເຊື່ອຖື ໄດ້ບອກວ່າ ຄຸນພໍ່ Hkalam Samson ຖືກຈັບ ຢູ່ສນາມບິນ ກະຈິນ ແທ້ ທ່ານຖືກຈັບ ໂດຍກຸ່ມທະຫານພະມ້າ ພາຍໃນສນາມບິນ ບໍ່ອະນຸຍາດໃຫ້ ທ່ານໄດ້ອອກມາຂ້າງນອກ ພົບປະຊາຊົນ ທີ່ໄປຕ້ອນຮັບທ່ານເລີຍ.

ຄຸນພໍ່ Hkalam Samson ເປັນປະທານໂບຖ ສາສນາຄຣິສຕຽນ ໃນແຄ້ວນກະຈິນ ຊົນກຸ່ມນ້ອຍໃນພະມ້າ ເປັນກຸ່ມສາສນາ ແລະກໍເປັນກຸ່ມການເມືອງ ແຍກດິນແດນ ໃນພະມ້າ ຫລື Kachin Independence Army (KIA). ເປັນນຶ່ງໃນຫລາຍກຸ່ມ ທີ່ຕໍ່ສູ້ກັບກຸ່ມຜະເດັດການ ທະຫານພະມ້າ ເຮັດຣັຖປະຫານ ລຶບລ້າງການເລືອກຕັ້ງ ແບບເສຣີ ໃນເດືອນກຸມພາປີ 2021 ຜ່ານມາ. ກ່ຽວກັບການນັບຖື ສາສນາຄຣິສຕຽນ ໃນແຄ້ວນນກະຈິນ ປະຊາຊົນຊາວຄຣິສຕຽນ ຄົນນຶ່ງເວົ້າວ່າ:

ແຕ່ກ່ອນ ການຈະເຂົ້າໄປແຄ້ວນ ກະຈິນ ຈະເຫັນປ້າຍໄມ້ກາງເຂນ ຂນາດໃຫຍ່ ຊຶ່ງເປັນສນັຍາລັກເຂດຄຣິສຕຽນ ແຕ່ໃນປັດຈຸບັນນີ້ ທະຫານໄດ້ທັບມ້າງ ຖິ້ມໝົດແລ້ວ.

ຄຸນພໍ່ Samson ເຄີຍມີສ່ວນຮ່ວມ ໃນການເຈຣະຈາ ຄວາມສງົບກັບຣັຖບານ ທະຫານພະມ້າ ແລະໄດ້ການຊ່ອຍເຫລືອ ຄວາມທຸກຍາກ ລຳບາກ ຂອງຊາວກະຈິນ ມາຕລອດ ຊຶ່ງວ່າງຫລັງໆມານີ້ ທ່ານໄດ້ຊອ່ຍເຮັດພິທີເຜົາສົບ ຂອງຊາວກະຈິນ ຜູ້ເສັຽຊີວິຕ ຍ້ອນທະຫານພະມ້າໂຈມຕີ ກອງກຳລັງກູ້ຊາຕ ຊາວກະຈິນ ທີ່ເມືອງ Hpakant ໃນວັນທີ 23 ເດືອນຕຸລາ ຜ່ານມາ.

ທ່ານ Lamai Gum Ja ສມາຊິກ ກຸ່ມເຈຣະຈາ ຄວາມສງົບ ໃນແຄ້ວນກະຈິນ ກ່າວວ່າ ທ່ານໄດ້ຕິດຕໍ່ກັບໜ່ວຍຮັກສາ ຄວາມປອດພັຍ ກຸ່ມຜະເດັດການ ທະຫານ ເພື່ອຢາກຮູ້ວ່າ ເປັນຫຍັງ ຈຶ່ງຈັບ ຄຸນພໍ່ Hkalam Samson ແຕ່ບໍ່ໄດ້ຮັບຄຳຕອບ ຈາກເຈົ້າໜ້າທີ່ເລີຍ, ມີແຕ່ບອກວ່າ ຈະໂທກັບຄືນ ແລ້ວວາງສາຍໂທລະສັບ ທ່ານວ່າ ພວກທ່ານ ຍັງບໍ່ຮູ້ສາເຫດການຈັບ ຄຸນພໍ່ Samson ມີແຕ່ຮູ້ວ່າ ທ່ານຖືກຈັບຢູ່ ສນາມບິນ ຍ້ອນຫຍັງນັ້ນ ຍັງບໍ່ຮູ້ເທື່ອ.

ເຈົ້າໜ້າທີ່ ກ່ຽວຂ້ອງກັບບັນຫາຊາວກະຈິນ ຜູ້ທີ່ຂໍສງວນຊື່ ທ່ານນຶ່ງບອກວ່າ ຄຸນພໍ່ Hkalam Samson ຍັງຖືກກັກໂຕ ຢູ່ສຖານີຕຳຣວດ ແຄ້ວນກະຈິນຢູ່ ຊຶ່ງໃນເວລານີ້ ຍັງບໍ່ທັນຖືກປອ່ຍໂຕເທື່ອ ທັ້ງໆທີ່ບໍ່ມີເຫດຜົລໃດໆ ໃນການຈັບໂຕທ່ານ ປະຊາຊົນ ຊາວກະຈິນ ເປັນຫວ່ງຢ້ານວ່າ ກຸ່ມທະຫານ ຈະຕັ້ງຂໍ້ຫາອັນຮ້າຍແຮງ ຕໍ່ທ່ານ ເພື່ອໃຫ້ທ່ານມິດງຽບ ໃນການເຄືອນໄຫວ ຕໍ່ຕ້ານກຸ່ມຜະເດັດການ ທະຫານ.

ຊາວກະຈິນ ໄດ້ຮຽກຮ້ອງ ໃຫ້ທະຫານພະມ້າ ປ່ອຍໂຕທ່ານ ໂດຍໄວ ຍ້ອນທ່ານບໍ່ມີຄວາມຜິດຫຍັງ ເປັນຫຍັງທ່ານຈຶ່ງຖືກຈັບ ເປັນການຈັບກຸມ ໂດຍຄວາມຕັ້ງໃຈ ຂອງຝ່າຍທະຫານ ແບບບໍ່ເປັນທັມ.

ໃນປີ 2019 ຄຸນພໍ່ Hkalam Samson ຖຶກເຊີນຈາກທຳນຽບຂາວ ສະຫະຣັຖ ໃຫ້ມາຢ້ຽມຢາມເພື່ອຫາລື ກ່ຽວກັບສິດທິ ການນັບຖືສາສນາ ໃນພະມ້າ ໂດຍປະທານາ ທິບໍດີ ສະຫະຣັຖ ທ່ານ ດາໂນລດ໌ ທຣັມປ໌ ຫລັງຈາກກັບພະມ້າ ທ່ານຖືກຂໍ້ກ່າວຫາຈາກ ຜູ້ບັນຊາການ ທະຫານເຂດພາກເຫນືອ ຊຶ່ງເປັນເຂດກະຈິນໃນພະມ້າ ແຕ່ໃນເວລາຕໍ່ມາ ຂໍ້ກ່າວຫາດັ່ງກ່າວ ຖືກຍົກເລີກ. ຊາວຄຣິສຕຽນ ອີກທ່ານນຶ່ງຢູ່ແຄ້ວນກະຈິນເວົ້າວ່າ:

ກຸ່ມທະຫານ ບໍ່ສົນໃຈ ຕໍ່ຊາວຄຣິສຕຽນ ໃນແຄ້ວນກະຈິນ ເປັນຕົ້ນການພັທນາ ແລະການສ້າງວຽກເຮັດງານ ທຳໃຫ້ແກ່ຊາວນຸ່ມ.

ກ່ອນໜ້ານີ້ ໃນວັນທີ 23 ເດືອນພຶສຈິກາຜ່ານມາ ອົງສັງຄະຣາຊ ສາສນາຄຣິສຕຽນ ຄຸນພໍ່ Charles Maung Bo ໄດ້ຮຽກຮ້ອງໃຫ້ ທະຫານພະມ້າ ຊອກຊ່ອງທາງແກ້ໄຂ ຄວາມສງົບ ຍ້ອນກຸ່ມທະຫານໂຈມຕີ ບ້ານເຮືອນປະຊາຊົນ ໃນເຂດຊະແກງ ທັ້ງໆທີ່ປະຊາຊົນ ບໍ່ມີຄວາມຜິດຫຍັງ.

ພຣະອົງກ່າວວ່າ  ທ່ານມີຄວາມເສົ້າສລົດໃຈ ໃນບັນຫາດັ່ງກ່າວຫລາຍ ທີ່ມີຄົນເສັຽຊີວິຕ ທີ່ບໍ່ຈຳເປັນຫລາຍຄົນ ໃນນັ້ນຮ່ວມດ້ວຍ ເດັກນອ້ຍ, ແມ່ຍິງ ອາຍຸ 7 ປີ ແລະຜູ້ສູງອາຍຸ ຫລາຍຄົນ ຍ້ອນການໂຈມຕີ ຂອງກຸ່ມທະຫານພະມ້າ.

ສມາຊິກ ກຸ່ມປະກອບອາວຸດ ຊົນກຸ່ມນ້ອຍ ຕໍ່ຕ້ານກຸ່ມຜະເດັດການ ທະຫານ 6 ຄົນເສັຽຊີວິຕ ທະຫານພະມ້າໄດ້ຈູດໄຟເຜົາບ້ານເຮືອນ ປະຊາຊົນກວ່າ 200 ຫລັງ ຮ່ວມດ້ວຍໂບຖ, ໂຮງຮຽນເດັກນ້ອຍ ແລະບ່ອນໄວ້ເຄື່ອງ ບໍຣິຈາກ ເພື່ອບັນເທົາທຸກ ແກ່ປະຊາຊົນ ຖືກເຜົາໝົດ.

ນອກຈາກນັ້ນ ໃນເດືອນ ມີນາ ຜ່ານມາ ທະຫານພະມ້າ ໄດ້ໂຈມຕີ ເມືອງຢາຊໍ ແລະເມືອງເຢອູ ຊຶ່ງເປັນສຖານທີ່ຕັ້ງຂອງ ກຸ່ມສາສນາຄຣິສຕຽນ ເຮັດໃຫ້ຊາວບ້ານກວ່າ 6 ພັນຄົນຖືກໂຍກຍ້າຍ ແລະບ້ານເຮືອນເສັຽຫລາຍກວ່າ 500 ຫລັງ.

ພຣະສັງຄະຣາຊ Maung Bo ກ່າວວ່າ  ພຣະອົງມີຄວາມເສັຽໃຈ ໃນເຫດການດັ່ງກ່າວ ຢາກ ຮຽກຮ້ອງ ຕໍ່ຝ່າຍທະຫານ ໃຫ້ຢຸດຕິການເຂັນຂ້າ ປະຊາຊົນ ຊຶ່ງເຣີ່ມແຕ່ການຣັຖປະຫານ ໃນວັນທີ 1 ກຸມພາ ປີ 2021 ເປັນຕົ້ນມາ ມີປະຊາຊົນ ໃນເຂດດັ່ງກາວເສັຽຊີວິຕ ກວ່າ 2,000 ປາຍຄົນແລ້ວ ໃນນັ້ນ ຮ່ວມດ້ວຍຊາວຄຣິສຕຽນ. ພຣະອົງບອກວ່າ ກຸ່ມຜະເດັດການ ທະຫານ ບໍ່ສາມາດແກ້ໄຂ ບັນຫາດ້ວຍການສ້າງສົງຄາມ ກັບປະຊາຊົນ.

ທຸກຝ່າຍ ສ້າງຄວາມສາມະຄີ ປະນິປະນອມກັນ ເພື່ອມະນຸສທັມ ການສ້າງສົງຄາມ ເປັນການຂ້າຟັນລັນແທງກັນ ເຮັດໃຫ້ທຸກຝ່າຍເສັຽຊີວິຕ ທີ່ບໍ່ຈຳເປັນ ເປັນການສ້າງສັດຕຣູ ແລະຄວາມກຽດຊັງ ຊຶ່ງກັນລະຫວ່າງຊາວພະມ້າ ດ້ວຍກັນ.

ໃນບັນດາ ປະຊາຊົນ 3,000 ກວ່າຄົນໃນເຂດບ້ານ Mon Hla ຊຶ່ງເປັນບ້ານເກີດ ຂອງພຣະອົງ ທີ່ເປັນຄຸນພໍ່ຄຣິສຕຽນ ເຊື່ອສາຍ Portuguese ໄດ້ມາຕັ້ງພູມລຳເນົາ ໃນພະມ້າໃນສັດຕະວັດ ທີ່ 17. ຊາວຄຣິສຕຽນ ໃນແຄວ້ນ ກະຈິນ ອີກຄົນນຶ່ງ ເວົ້າວ່າ:

ເຖິງແມ່ນວ່າ ແຄວ້ນກະຈິນ ເປັນເຂດຄຣິສຕຽນ ຣັຖບານ ຍັງບັງຄັບ ໃຫ້ປະຊາຊົນ ນັບຖືສາສນາພຸທ ແລະບັງຄັງໃຫ້ເດັກນອ້ຍ ຮຽນສາສນາພຸທ ໃນຫ້ອງຮຽນ.

ພຣະສັງຄະຣາຊຄຣິສຕຽນ Bo ເປັນນຶ່ງໃນບັນດາ ຫົວໜ້າສາສນາຄຣິສຕຽນ 6 ທ່ານທີ່ຖືກເຊີນຈາກນາຍພົລ ອອງເລ ຜູ້ນຳກຸ່ມຜະເດັດການ ທະຫານພະມ້າ ໃນວັນຄົບຮອບ 102 ປີ ຂອງການມາຕັ້ງພູມລຳເນົາ ຂອງ ຊາວ ປອກຕຸຍກີ ໃນພະມ້າ ໃນວັນທີ 17 ເດືອນ ພຶສຈິກາ ປີ 2022. ພະມ້າ ເປັນປະເທດທີ່ປະກອບດ້ວຍ ປະຊາຊົນ ຈາກຫລາຍຊົນເຜົ່າ ກຸ່ມໃຫຍ່ໆ ມີ 7 ກຸ່ມ ທີ່ມີກອງກຳລັງ ທະຫານປະກອບອາວຸດ ເພືອແຍກດິນແດນ ເປັນເອກຣາຊ ຊຶ່ງໃນປັດຈຸບັນ ກຸ່ມດັ່ງກ່າວ ບາງກຸ່ມ ເຂົ້າຮ່ວມກັບປະຊາຊົນ ພະມ້າ ສູ້ຣົບກັບກຸ່ມຜະເດັດການ ທະຫານພະມ້າ ຫລັງຈາກຣັຖປະຫານ ໃນວັນທີ 1 ກຸມພາ ປີ 2021 ເປັນຕົ້ນມາ. ກຸ່ມສາສນາຄຣິສຕຽນ ເປັນຊົນກຸ່ມນ້ອຍໆໃນພະມ້າ ບໍ່ໄດ້ຕໍ່ຕ້ານຣັຖບານ ແລະກໍເປັນກຸ່ມສາສນາ ທີ່ຊ່ອຍປະຊາຊົນ ຜູ້ທຸກຍາກ ແລະລຳບາກ ໃນພະມ້າ ນອກຈາກກຸ່ມຄຣິສຕຽນແລ້ວ  ຍັງມີກຸ່ມມຸສລິມໂຣຮິນຢາ ທີ່ຖືກກຸ່ມຜະເດັດການ ທະຫານເຂັນຂ້າ ແລະປາບປາມ ຢູ່ໃນປັດຈຸບັນນີ້. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.