ຖານທະຫານມຽນມາ ຖືກຕີແຕກ ຢູ່ເມືອງເມຍວະດີ

ອຸ່ນແກ້ວ
2024.04.14
ຖານທະຫານມຽນມາ ຖືກຕີແຕກ ຢູ່ເມືອງເມຍວະດີ ທະຫານມຽນມາ ຢູ່ ຢ້າງກຸ້ງ ໃນວັນທີ 28 ກຸມພາ 2021.
Photo: RFA

ກອງກໍາລັງແຫ່ງຊາດກະຣ່ຽງ ຫຼື KNU ໄດ້ເປີດການໂຈມຕີ ຖານທະຫານມຽນມາ ທີ່ເປັນກອງພັນ 275 ໃນວັນພະຫັດ ຢູ່ເຂດເມືອງເມຍວະດີ ລັດກະຍີ່ນ ແລະ ສາມາດຍຶດກອງພັນດັ່ງກ່າວໄດ້.

ປະຊາຊົນເມືອງເມຍວະດີ ໄດ້ກ່າວວ່າ ທະຫານມຽນມາ ພາກັນຖອຍທັບຈາກການໂຈມຕີຂອງກຸ່ມຕໍ່ຕ້ານ ແລະ ມາຕັ້ງທີ່ພັກຊົ່ວຄາວຢູ່ໃກ້ກັບຂົວມິດຕະພາບ ລະຫວ່າງ ເມືອງແມ່ສອດຂອງໄທ ແລະ ເມືອງເມຍວະດີ ຂອງມຽນມາ.

ຊາວບ້ານກ່າວວ່າ: ທະຫານມຽນມາ ບໍ່ໄດ້ຍອມຈໍານົນ ແຕ່ເຂົາໄດ້ຖອນທະຫານຫາໄປຍັງຂົວມິດຕະພາບ. ມີທະຫານມຽນມາ ປະມານ 200 ຄົນ ລວມທັງຜູ້ບາດເຈັບ ຢູ່ໃນລົດທະຫານ ທີ່ຢູ່ໃກ້ກັບຂົວມິດຕະພາບ.

ນອກຈາກນີ້​ ກອງກໍາລັງຝ່າຍພັນທະມິດ ຍັງຍຶດຄ້າຍທະຫານມຽນມາ ຄື ກອງພັນ 355, ກອງພັນ 356 ແລະ ກອງພັນ 357 ຢູ່ໃນເຂດເມືອງ ຖິນ ເກນ ນີ ນອງ ໃນວັນສຸກທີ່ຜ່ານມາ ແລະ ປິດເສັ້ນທາງການຄ້າຢູ່ຖະໜົນໃຫຍ່ ອາຊຽນ.

ກຸ່ມກອງກໍາລັງຕໍ່ຕ້ານທະຫານມຽນມາ ຢູ່ໃນເມືອງ ໄດ້ໂຈມຕີຫ້ອງວ່າການເມືອງຂອງທະຫານມຽນມາ ຢູ່ໃນໂຕເມືອງໃຫຍ່ ໃນມຽນມາ ອີງຕາມຂໍ້ມູນຈາກ ກອງກໍາລັງຝ່າຍຕໍ່ຕ້ານທະຫານມຽນມາ.  

ກອງກໍາລັງພິເສດຂອງຝ່າຍຕໍ່ຕ້ານ ທີ່ຕັ້ງຢູ່ຢ້າງກຸ້ງ ໄດ້ຕໍ່ຕ້ານຝ່າຍທະຫານ ມຽນມາ ທີ່ເຂົ້າມາຍຶດອໍານາດໃນປີ 2021 ອອກມາກ່າວອ້າງຄວາມຮັບ ຜິດຊອບ ໃນເຫດການທີ່ຍິງຈະຫຼວດໄລຍະໄກໃສ່ຝ່າຍທະຫານມຽນມາ.

ກຸ່ມຕໍ່ຕ້ານ ໄດ້ຍິງຈະຫຼວດໃສ່ ຫ້ອງການຂອງຫົວໜ້າຝ່າຍທະຫານມຽນມາ ໃນວັນເສົາທີ່ຜ່ານມາ ຍ້ອນວ່າ ເປັນເປົ້າໝາຍທາງທະຫານທີ່ສໍາຄັນ.

ເຈົ້າໜ້າທີ່ຝ່າຍຕໍ່ຕ້ານທະຫານມຽນມາ ໄດ້ກ່າວວ່າ ສິ່ງທີ່ທະຫານມຽນມາ ຍຶດໄປຈາກປະຊາຊົນ ໄດ້ຖືກເກັບມ້ຽນໄວ້ຢູ່ໃນຫ້ອງການດັ່ງກ່າວ ແລະ ຝ່າຍທະຫານມຽນມາ ເອົານໍາອອກມາຂາຍ.

ເຈົ້າໜ້າທີ່ຝ່າຍປົກຄອງ ຢູ່ເຂດຢ້າງກຸ້ງ ໄດ້ຢືນຢັນວ່າ ເຫດການໂຈມຕີ ເກີດຂຶ້ນຢູ່ໃກ້ກັບເຮືອນຂອງລາວ.  

ທ່ານ ກ່່າວວ່າ ຫ້ອງການຝ່າຍທະຫານມຽນມາ ຖືກໂຈມຕີໃນຕອນກາງຄືນ ທະຫານມຽນມາ ປິດຂ່າວ. ພວກທະຫານໄດ້ປິດຖະໜົນທຸກສາຍ ນັບແຕ່ຕອນກາງຄືນຈົນຮອດແຈ້ງ.

ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ຫາ ທ່ານ ເຮເຕ ອອງ ໂຄສົກທະຫານມຽນມາ ປະຈໍາຢ້າງກຸ້ງ ເພື່ອຖາມລາຍລະອຽດກ່ຽວກັບຄວາມເສັຍຫາຍ, ແຕ່ວ່າ ທ່ານບໍ່ຮັບໂທລະສັບ.

ກອງກໍາລັງພິເສດຝ່າຍຕໍ່ຕ້ານທະຫານມຽນມາ ໄດ້ໂຈມທີ່ພັກອາໃສຂອງທະ ຫານອາກາດມຽນມາ ໃນວັນທີ 8 ມີນາ.

ນັບແຕ່ທະຫານມຽນມາ ເຂົ້າມາຍຶດອໍານາດໃນປີ 2021, ທະຫານຝ່າຍຕໍ່ຕ້ານ ໄດ້ມີການກະຈາຍກໍາລັງອອກໄປ ໃນຢ້າງກຸ້ງ ຊຶ່ງຫຼາຍຄົນກໍຢູ່ໃນການດໍາເນີນງານຂອງລັດຖະບານ ຮ່ວມຊາດຂອງມຽນມາ ຊຶ່ງເປັນລັດຖະບານເງົາ ທີີ່ຕໍ່ຕ້ານຝ່າຍທະຫານມຽນມາ.

ໃນເວລາດຽວກັນ ຝ່າຍທະຫານມຽນມາ ໄດ້ເພີ່ມມາດຕະການຄວາມປອດໄພ ຢູ່ຢ້າງກຸ້ງ ຫຼັງຈາກມີເຫດລະເບີດແຕກຫຼາຍຄັ້ງ ນັບແຕ່ທ້າຍເດືອນມີນາ ອີງຕາມຂໍ້ມູນຈາກປະຊາຊົນ.

ຍ້ອນມີການສູ້ຮົບກັນຢ່າງໜັກໜ່ວງ, ມີປະຊາຊົນມຽນມາ ຫຼາຍກວ່າ 1,000 ຄົນ ຕ້ອງຫຼົບໜີເຂົ້າມາປະເທດໄທ ໃນວັນພຸດທີ່ຜ່ານມາ.

ການຕໍ່ສູ້ກັນ ລະຫວ່າງ ທະຫານສະຫະພັນແຫ່ງຊາດ ກະຣ່ຽງ ຫຼື KNU ກອງກໍາລັງປົກປ້ອງປະຊາຊົນ ຫຼື PDF ກັບ ທະຫານມຽນມາ ຍິ່ງເພີ່ມທະວີຄວາມຮຸນແຮງ ນັບແຕ່ກອງກໍາລັງຝ່າຍຕໍ່ຕ້ານ ໄດ້ເລີ່ມການໂຈມຕີໃສເມືອງແມວວະດີ ລັດກະຍິ່ນຂອງມຽນມາ.

ທະຫານມຽນມາ ກໍາລັງໂຈມຕີທາງອາກາດ ອີງຕາມຂໍ້ມູນຈາກຊາວບ້ານທີ່ຢູ່ໃກ້ຄຽງ.

ຊາວບ້ານຄົນໜຶ່ງໄດ້ກ່າວວ່າ: ມີປະຊາຊົນປະມານ 100 ຄົນພາກັນຝ່ານຂົວ ທີ່ເຊື່ອມຕໍ່ໄປປະເທດໄທ ແຕ່ລະມື້, ແຕ່ວ່າ ຕອນເຊົ້ານີ້ ມີປະຊາຊົນປະມານ 1,000 ຄົນ ຍ້ອນວ່າ ເຂົາເຈົ້າມີຄວາມກັງວົນກ່ຽວກັບການສູ້ຮົບກັນ ສະນັ້ນເຂົ້າເຈົ້າຈຶ່ງພາກັນໜີໄປພັກຢູ່ນໍາຍາດພີ່ນ້ອງ ທີ່ຢູ່ເມືອງແມ່ສອດ ແຂວງ ຕາກ ປະເທດໄທ.

ກອງພັນ 275 ຂອງທະຫານມຽນມາ ຕັ້ງຢູ່ຫ່າງຈາກ ເມືອງເມຍວະດີ ປະມານ 3 ກິໂລແມັດ ຖືກໂຈມຕີຈາກ ກອງກໍາລັງປະສົມແຫ່ງຊາດກະຣ່ຽງ ຫຼື KNU ໃນວັນອັງຄານທີ່ຜ່ານມາ, ແຕ່ ທະຫານມຽນມາ ຍັງຄົງຕ້ານການໂຈມຕີ.

ທ່ານ Jason Tower ເຈົ້າໜ້າທີ່ສະຖາບັນເພື່ອສັນຕິພາບຂອງສະຫະລັດ ອາເມຣິກາ ໄດ້ກ່າວວ່າ:

ມັນເປັນທີ່ຈະແຈ້ງແລ້ວວ່າ ໃນບາງຈຸດບໍ່ມີທະຫານມຽນມາ ຄົງຢູ່ແລ້ວ ນັ້ນກໍຄື ການຍອມຈໍານົນເສັຍເຂດແດນຂອງຕົນ ຫຼື ຍັງຈະສືບຕໍ່ໃຫ້ເສັຍຫາຍຫຼາຍກວ່ານີ້.

ການໂຈມຕີ ທາງອາກາດຂອງທະຫານມຽນມາ ໄດ້ທໍາລາຍບ້ານເຮືອນຈໍານວນໜຶ່ງ ທີ່ຢູ່ໃກ້ກັບສະຖານນີລົດໂດຍສານ ທີ່ຢູ່ໃກ້ກັບກອງພັນ 275 ອີງຕາມຂໍ້ມູນຈາກຊາວບ້ານ.

ໃນວັນທີທິດທີ່ຜ່ານມາ, ທະຫານມຽນມາ ໄດ້ອົບພະຍົມທະຫານ ແລະ ຄອບຄົວເຂົາເຈົ້າປະມານ 600 ຄົນ ຂົນເອົາເອກະສານທາງການຈໍານວນໜຶ່ງ ເຂົ້າມາເມືອງແມ່ສອດ ອີງຕາມກະຊວງການກະຊວງການຕ່າງປະເທດຂອງໄທ.

ສົງຄາມກາງເມືອງຢູ່ປະເທດມຽນມາ ເຮັດໃຫ້ປະຊາຊົນຫຼາຍກວ່າ 2.6 ລ້ານຄົນ ຢູ່ປະເທດມຽນມາ ຕ້ອງມາກັນຍ້າຍຖິ່ນຖານ ໃນນັ້ນ 660,000 ຄົນ ໜີິອອກຈາກບ້ານເຮືອນຍ້ອນການສູ້ຮົບກັນ ນັບແຕ່ເດືອນຕຸລາ ທີ່ຜ່ານມາ ອີງຕາມຂໍ້ມູນຈາກຫ້ອງການ ຜູ້ປະສານງານ ດ້ານມະນຸດສະທໍາຂອງອົງການ ສະຫະປະຊາຊາດ.

ການສູ້ຮົບກັນ ລະຫວ່າງ ທະຫານມຽນມາ ແລະ ກຸ່ມກອງກໍາລັງຊົນຊາດຊົນເຜົ່າ ນັບມື້ນັບໜັກໜ່ວງຂຶ້ນກວ່າເກົ່າ.​

ຫ້ອງການຜູ້ປະສານງານ ຂອງອົງການສະຫະປະຊາຊາດ ໄດ້ລາຍງານ ໃນວັນທີ 15 ທັນວາ ວ່າ: ມີການຍິງປະທະກັນທາງພາກພື້ນດິນ, ການໂຈມຕີທາງອາກາດຂອງທະຫານມຽນມາ, ການຝັງລະເບີດໄວ້ໃນດິນ, ການຈັບໂຕກັນ ແລະ ການວາງແຜງກັ້ນຢູ່ຖະໜົນ ເຮັດໃຫ້ປະຊາຊົນພົນເຮືອນ ໄດ້ຮັບເຄາະຮ້າຍ.

ໃນເວລາດຽວກັນ, ການຂົນສົ່ງອາຫານ ແລະ ທີ່ຢູ່ອາໄສ ໃຫ້ແກ່ປະຊາຊົນຜູ້ທີ່ອົບພະຍົບຈາກການສູ້ຮົບ ກໍມີຂໍ້ຈໍາກັດ ອີງຕາຫ້ອງການສະຫະປະຊາຊາດ.​

ລາຍງານຂອງສະຫະປະຊາຊາດ ຍັງໄດ້ລະບຸອີກວ່າ ຝ່າຍທະຫານມຽນມາ ຍັງມີການຕັດລະບົບໂທລະສັບ ແລະ ອິນເຕີເນັດ ນັ້ນເຮັດໃຫ້ສົ່ງຜົນກະທົບຕໍ່ການກະຈ່າຍຂໍ້ມູນທາງດ້ານຄວາມປອດໄພ ໃຫ້ແກ່ພົນລະເຮືອນ ແລະ ການປະສານງານດ້ານມະນຸດສະທໍາ.

ລາຍງານຍັງລະບຸອີກວ່າ: ຂາດການຊ່ວຍເຫຼືອທາງດ້ານມະນຸດສະທໍາ ແລະ ການຄ້າ ເຮັດຂາດແຄນທາງດ້ານອາຫານ ແລະ ເຄື່ອງໃຊ້ທີ່ຈໍາເປັນໃນຄົວເຮືອນ, ລາຄາສິນຄ້າແພງຂຶ້ນ, ເກີດວິກິດການທາງນພະລັງງານ ໃນເຂດທີ່ມີການສູ້ຮົບກັນ.​

ໃນວັນທີ 27 ຕຸລາ ທີ່ຜ່ານມາ, ກອງກໍາລັງພັນທະມິດ 3 ຝ່າຍ ທີ່ເປັນກຸ່ມຊົນຊາດຊົນເຜົາ ອາຣະກັນ, ກອງກໍາລັງພັນທະມິດ ເພື່ອປະຊາທິປະໄຕແຫ່ງຊາດ ມຽນມາ ແລະ ກອງກໍາລັງປົດປ່ອຍແຫ່ງຊາດຕະອາງ ໄດ້ເປີດການບຸກໂຈມຕີ ໃສ່ຝ່າຍທະຫານມຽນມາ ຢູ່ພາກເໜືອຂອງລັດສານ ແລະ ສາມາດຍຶດປ້ອມທະຫານມຽນມາໄດ້ຫຼາຍປ້ອມ.​

ກຸ່ມກອງກໍາລັງຝ່າຍຕໍ່ຕ້ານ ໄດ້ກ່າວວ່າ ເຂົາເຈົ້າສາມາດຍຶດໄດ້ຫຼາຍເມືອງ ທີ່ເປັນຖານທີ່ໝັ້ນຂອງທະຫານມຽນມາ ຢູ່ໃນເຂດລັດສານ ແລະ ສາມາດຍຶດປ້ອມທະຫານມຽນມາໄດ້ 270 ປ້ອມ ນັບຕັ້ງແຕ່ມີການບຸກໂຈມຕີ.

ແຕ່ວ່າ ການຕໍ່ສູ້ກັນຢ່າງຕຸເດືອດນັ້ນ ກໍເຮັດໃຫ້ປະຊາຊົນຖືກຈັບ ຢູ່ໃນພື້ນທີ່ການສູ້ຮົບ ເຮັດໃຫ້ປະຊາຊົນຕ້ອງມີການອົບພະຍົບກັນເປັນຈໍານວນຫຼາຍ.​

ເຈົ້າໜ້າທີ່ຜູ້ທີ່ໃຫ້ການຊ່ວຍເຫຼືອ ປະຊາຊົນທີ່ອົບພະຍົບ ໄດ້ກ່າວວ່າ: ມັນບໍ່ມີຄວາມປອດໄພ ໃນການເດີນທາງໄປຊ່ວຍເຫຼືອ ປະຊາຊົນທີ່ຕິດຢູ່ໃນພື້ນທີ່ການສູ້ຮົບກັນ ຍິ່ງເຮັດໃຫ້ມີຄວາມຫຍຸ້ງຍາກໃນການສົ່ງສະບຽງອາຫານ ແລະ ທີ່ພັກຊົ່ວຄາວ ໃຫ້ແກ່ປະຊາຊົນ ຢູ່ເຂດພາກເໜືອ ຂອງລັດສານ.

ເຈົ້າໜ້າທີ່ທ່ານນີ້ ໄດ້ກ່າວວ່າ: ມີການຍິງປະທະກັນ ແລະ ຄວນແຍກແຍະປະຊາຊົນ. ຢູ່ໃນສະໜົມຮົບ, ສິ່ງສໍາຄັນຢ່າງຍິງ ທີ່ຈະຕ້ອງອົບພະຍົບປະຊາຊົນ ແລະ ມີສະບຽງອາຫານໃຫ້ເຂົາເຈົ້າ. ພວກເຮົາໄດ້ຈັດຫາເຕັ້ນໃຫ້ປະຊາຊົນ ແລະ ຈັດຫາອາຫານໃຫ້ເຂົາເຈົ້າ.

ຫ້ອງການປະສານງານ ເພື່ອມະນຸດສະທໍາຂອງສະຫະປະຊາຊາດ ໄດ້ລາຍງານວ່າ ການຕໍ່ສູ້ກັນເມື່ອບໍ່ດົນມານີ້ ຢູ່ ຣັຖ ຣະຄ່າຍ ແລະ ລັດສິນ ຢູ່ພາກຕາເວັນຕົກຂອງມຽນມາ ເຮັດໃຫ້ມີຊາຊາຊົນປະມານ 1 ແສນຄົນ ຕ້ອງອົບພະຍົບຈາກບ້ານເຮືອນຂອງຕົນເອງ.​

ທ່ານ ກຽວ ວິນ ຜູ້ອໍານວຍການເຄືອຂ່າຍສິດທິມະນຸດຂອງມຽນມາ ໄດ້ກ່າວວ່າ: ທັງທະຫານພະມ້າ ແລະ ຝ່າຍຕໍ່ຕ້ານ ຄວນຢຸດຕິການຂັດຂວາງ ການຂົນສົ່ງການຊ່ວຍເຫຼືອດ້ານມະນຸດສະທໍາ.

ທ່ານ ກ່າວວ່າ: ພວກເຮົາຮັບຮູ້ວ່າ ທະຫານມຽນມາ ໄດ້ໂຈມຕີທາງອາກາດໃສ່ໝູ່ບ້ານ ແລະ ມີການລະເມີດກົດໝາຍສາກົນ ແລະ ບໍ່ຄວນຈໍາກັດການຂົນສົ່ງເຄື່ອງຊ່ວຍເຫຼືອ ດ້ານມະນຸດສະທໍາ. 

ທ່ານ ຊໍມິນຕັນ ໂຄສົກຂອງຝ່າຍທະຫານມຽນມາ ໄດ້ກ່າວອ້າງວ່າ ພົນເອກ ມິນອອງລາຍ ຜູ້ນໍາຝ່າຍທະຫານມຽນມາ ໄດ້ໄປຢ້ຽມຢາມປະຊາຊົນຜູ້ອົບພະຍົບ ຢູ່ໃນເຂດພາກເໜືອຂອງລັດສານ.

ທະຫານມຽນມາ ຈັບຊາວໂຣຮິງຢາປະມານ 80 ຄົນ ທີ່ພະຍາຍາມໜີອອກຈາກປະເທດມຽນມາທາງເຮືອ ໂດຍ ປະຊາຊົນຜູ້ເຫັນເຫດການ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ.

ທະຫານມຽນ ໄດ້ຈັບໂຕຊາວໂຣຮິງຢາ ໃນຕອນເຊົ້າຂອງວັນອັງຄານ ຢູ່ ລັດມອນຂອງມຽນມາ. ທະຫານມຽນມາ ໄດ້ໃຊ້ເຮືອໄປສະກັດກັ້ນ ເຮືອຜູ້ອົບພະຍົບຊາວໂຣຮິງຢາ ໃຫ້ເຂົ້າມາຈອດຢູ່ຕາຝັ່ງ ຢູ່ເກະກາເລກວາກ ເມືອງເຢ ເຂດທະເລອັນດາມັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.