ທະຫານມຽນມາ ເສຍຖານທີ່ໝັ້ນ ເພີ່ມອີກ 2 ຖານ ໃຫ້ຝ່າຍຕໍ່ຕ້ານ

ອຸ່ນແກ້ວ
2024.05.05
ທະຫານມຽນມາ ເສຍຖານທີ່ໝັ້ນ ເພີ່ມອີກ 2 ຖານ ໃຫ້ຝ່າຍຕໍ່ຕ້ານ ທະຫານອາຣະກັນ. ບໍ່ໄດ້ລະບຸວັນທີ ແລະ ສະຖານທີ່ ຍ້ອນເຫດຜົນທາງການທະຫານ.
Photo Credit: Arakan Army

ກອງກໍາລັງຊົນຊາດ-ຊົນເຜົ່າ ທີ່ຕໍ່ຕ້ານທະຫານມຽນມາ ໄດ້ຍຶດສອງຖານທັບທາງຍຸດທະສາດຂອງທະຫານມຽນມາ ທີ່ຢູ່ໃກ້ກັບກອງບັນຊາການໃຫຍ່ຂອງມຽນມາ ຢູ່ລັດຣະຂ່າຍ ອີງຕາມຂໍ້ມູນຈາກປະຊາຊົນ ທີ່ກ່າວຕໍ່ເອເຊັຽເສຣີ ພະແນກພາສາມຽນມາ ໃນວັນພຸດທີ່ຜ່ານມາ. 

ກອງກໍາລັງອາຣະກັນ ເປັນກອງກໍາລັງຊົນຊາດຊົນເຜົ່າ ທີ່ຕໍ່ສູ້ກັບທະຫານມຽນມາ ໄດ້ເຂົ້າຄວບຄຸມສອງເມືອງຫຼັກ ຢູ່ລັດຣະຂ່າຍ, ຫຼັງຈາກທີ່ປະທະຫານມຽນມາ ເຂົ້າມາຍຶດອໍານາດຈາກລັດຖະບານພົນລະເຮືອນ ໃນປີ 2021 ທີ່ຜ່ານມາ. ກອງກໍາລັງອາຣະກັນ ໄດ້ຍຶດຖານທະຫານມຽນມາອີກສອງຖານ ເຊິ່ງຖານດັ່ງກ່າວ ມີຕັ້ງຢູ່ເຂດ ຈາ ອາງ ບີ ອູ ຮາ ແລະ ຮຽນ ຕາ ອາງ ບີ ອູ ຮາ ຢູ່ເມືອງ ແອນ ຊຶ່ງປັດຈຸບັນ ຢູ່ໃນການຍຶດຄອງຂອງກອງທັບອາຣະກັນ.​ 

ກອງທັບອາຣະກັນ ໄດ້ເລີ່ມການບຸກໂຈມຕີ ໃນຖານທະຫານມຽນມາ ໃນວັນທີ 24 ມີນາ ຊຶ່ງຖານດັ່ງກ່າວ ຢູ່ໃກ້ກັບກອງບັນຊາການໃຫຍ່ ຢູ່ ເຂດພາກຕາເວັນຕົກຂອງ ມຽນມາ.

ແມ່ຍິງຄົນໜຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວວ່າ ມີທະຫານມຽນມາຈໍານວນໜຶ່ງ ໄດ້ຮັບເຄາະຮ້າຍຈາກການໂຈມຕີດັ່ງກ່າວ, ແຕ່ ຍັງບໍ່ມີການຢືນຢັນໂຕເລກຢ່າງເປັນທາງການ.  

ແຕ່ວ່າ ສິ່ງທີ່ຢັ້ງຢືນໄດ້ ກໍຄື ຖານທີ່ໝັ້ນຂອງທະຫານມຽນມາ ຖືກຍຶດ ແລະ ມີລາຍງານວ່າ ມີທະຫານມຽນມາ ຫຼາຍ 100 ຄົນ ຢູ່ໃນຖານທະຫານດັ່ງກ່າວ.  

ເອເຊັຽເສຣີ ພະຍາຍາມ ຕິດຕໍ່ຫາ ໂຄສົກທະຫານມຽນມາ ຢູ່ ລັດຣະຂ່າຍ ເພື່ອຖາມຂໍ້ມູນເພີ່ມເຕີມ, ແຕ່ ທ່ານບໍ່ຮັບໂທລະສັບ. ແຕ່ ກອງທັບອາຣະກັນ ກໍບໍ່ໄດ້ເປີດເຜີຍຂໍ້ມູນກ່ຽວກັບການປະທະກັນກັບທະຫານມຽນມາ.

ກອງກໍາລັງຝ່າຍຕໍ່ຕ້ານທະຫານມຽນມາ ໄດ້ຊອກຫາວິທີການປົກປ້ອງຕົນເອງ ແລະ ຊອກຫານັກເຄື່ອນໄຫວປະຊາທິປະໄຕ ຜູ້ທີ່ຈັບອາວຸດຕໍ່ສູ້ ຫຼັງຈາກທີ່ມີການຍຶດອໍານາດໃນປີ 2021, ໄດ້ຍຶດຖານທະຫານທີ່ສໍາຄັນຂອງຝ່າຍທະຫານມຽນມາ ນັບແຕ່ຝ່າຍກອງກໍາລັງປະສົມຊົນຊາດຊົນເຜົ່າ ໄດ້ເປີດການໂຈມຕີຕໍ່ຝ່າຍທະຫານມຽນມາ ໃນເດືອນຕຸລາ 2023.

ບຸກຄົນທີ່ໃຊ້ຊິດ ກອງກໍາລັງອາຣະກັນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ທະຫານມຽນມາ ໄດ້ຖອຍທັບ ແລະ ໜີ ໄປຍັງກອງບັນຊາການໃຫຍ່ເຂດພາກຕາເວັນຕົກ ຢູ່ເມືອງແອນ. ການຕໍ່ສູ້ ຍັງຄົງດໍາເນີນໄປ. 

ບຸກຄົນທ່ານນີ້ ຍັງກ່າວຕື່ມວ່າ ທະຫານມຽນມາ ໄດ້ສົ່ງກໍາລັງ ແລະ ອາວຸດຍຸດໂທປະກອນ ເພື່ອເພີ່ມມາດຕະການຄວາມປອດໄພ ຢູ່ ກອງບັນຊາການໃຫຍ່.

ກອງກໍາລັງອາຣະກັນ ໄດ້ໂຈມຕີທະຫານມຽນມາ ຢູ່ ລັດຣະຂ່າຍ ແລະ ໄດ້ຍຶດຄ້າຍທະຫານມຽນມາ 3 ຄ້າຍ ໃນວັນອັງຄານທີ່ຜ່ານມາ.

ທ່ານ Jason Tower ເຈົ້າໜ້າທີ່ສະຖາບັນເພື່ອສັນຕິພາບຂອງສະຫະລັດ ອາເມຣິກາ ໄດ້ກ່າວວ່າ:

ມັນເປັນທີ່ຈະແຈ້ງແລ້ວວ່າ ໃນບາງຈຸດບໍ່ມີທະຫານມຽນມາ ຄົງຢູ່ແລ້ວ ນັ້ນກໍຄື ການຍອມຈໍານົນເສັຽເຂດແດນຂອງຕົນ ຫຼື ຍັງຈະສືບຕໍ່ໃຫ້ເສັຽຫາຍຫຼາຍກວ່ານີ້.

ກອງກັບກໍາອາຣະກັນ ທີ່ເປັນກອງກໍາລັງຊົນຊາດຊົນເຜົ່າ ໄດ້ບຸກໂຈມຕີທົ່ວຣັຖຣະຂ່າຍ ແລະ ໄດ້ອ້າງໄຊຊະນະ ໃນເຂດເມືອງ ພອນນາຈຽມ ເຊິ່ງຫ່າງຈາກໂຕເມືອງຊິດເວ ໄປປະມານ 15 ກິໂລແມັດ.  

ປະຊາຊົນ ເມືອງຊິດເວ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ພະແນກພະສາມຽນມາ ວ່າ ການຕໍ່ສູ້ກັນ ເຮັດໃຫ້ຊາວບ້ານຢູ່ເຂດດັ່ງກ່າວ ແຕກຕື່ນ, ເຮັດໃຫ້ເຂົາເຈົ້າຕ້ອງພາກັນຫຼົບໜີ ກ່ອນທີ່ທະຫານມຽນມາ ຈະເຄື່ອນທັບເຂົ້າມາ.

ປະຊາຊົນກ່າວວ່າ: ນັບແຕ່ທະຫານອາຣະກັນ ຍຶດເມືອງພອນນາຈຽມໄດ້, ປະຊາຊົນກໍບໍ່ມີໄຟຟ້າໃຊ້. ປະຊາຊົນຫຼາຍຄົນຕ້ອງພາກັນຫຼົບໜີ ຍ້ອນວ່າ ການຕໍ່ສູ້ເລີ່ມເຂົ້າມາໃກ້ໂຕເມືອງຊິດເວ ແລະ ແຕ່ລະມື້ມີປະຊາຊົນປະມານ 300​ ຄົນ ຕ້ອງພາກັນຫຼົບໜີອອກຈາກບ້ານ.

ປະຊາຊົນສ່ວນຫຼາຍ ພາກັນໜີໄປເຂດເມືອງທີ່ຝ່າຍກອງກໍາລັງ ອາຣະກັນຍຶດໄດ້ ເຊັ່ນ ເມືອງ ພອກຕໍ, ກີອໍຕໍ, ມິນເບຍ ແລະ ເມືອງ ມຼອກ ຢູ.

ລັດຣະຂ່າຍ ບໍ່ມີທາງຣົຖໄຟທີ່ໃຊ້ການໄດ້, ແລະ ທະຫານມຽນມາ ໄດ້ຫ້າມບໍ່ໃຫ້ເດີນທາງໄປເຂດດັ່ງກ່າວ ນັ້ນສ້າງຄວາມຫຍຸ້ງຍາກໃຫ້ປະຊາຊົນ ທີ່ໜີອອກທາງລົດ ແລະ ທາງທະເລ.

ທະຫານມຽນມາ ທີ່ປະຈໍາຢູ່ເມືອງ ຊິດເວ ໄດ້ປະກາດເຄີຟິວ ຫ້າມປະຊາຊົນອອກຈາກບ້ານ ໃນຂະນະທີ່ທະຫານມຽນມາກໍາລັງກະກຽມຮັບມື ຕໍ່ສູ້ກັບກອງກໍາລັງອາຣະກັນ ຢູ່ໃນເຂດໂຕເມືອງ ບ່ອນຈະມີທະຫານອາຣະກັນ ເຄື່ອນທັບເຂົ້າມາ.

ເມືອງຊິດເວ ເປັນທີ່ຢູ່ອາໄສ ຂອງປະຊາຊົນ 150,000 ຄົນ ແລະ ໃນນັ້ນປະຊາຊົນຈໍານວນເຄິ່ງນຶ່ງ ຕ້ອງພາກັນໜີອອກຈາກບ້ານ.

ທະຫານມຽນມາ ໄດ້ບັງຄັບໃຫ້ປະຊາຊົນຢູ່ແຕ່ໃນບ້ານ ຖ່າມກາງການກະກຽມຮັບມືກັບສົງຄາມ ຊຶ່ງເຂົາເຈົ້າກໍບໍ່ສາມາດໜີອອກຈາກບ້ານໄດ້.

ອີງຕາມການຣາຍງານ ຂອງຫ້ອງການປະສານງານ ເພື່ອມະນຸດສະທໍາ ຂອງສະຫະປະຊາຊາດ, ມີປະຊາຊົນຕ້ອງອົບພະຍົບ ຍ້າຍຖິ່ນຖານເກືອບ 150,000 ຄົນ ນັບແຕ່ມີການສູ້ຮົບກັນ ໃນວັນທີ 13 ພຶສຈິກາ 2023 ທີ່ຜ່ານມາ.

ໃນວັນທີ 29 ກຸມພາ ທີ່ຜ່ານມາ, ທະຫານມຽນມາ ໄດ້ຍິງປືນຄົກໃສ່ຝູງຊົນຢູ່ຕະຫຼາດ ໃນເມືອງຊິດເວ ເຮັດໃຫ້ມີປະຊາຊົນເສຍຊີວິດ 12 ຄົນ ແລະ ບາດເຈັບ 8 ຄົນ.

ປະຊາຊົນຮູ້ສຶກວ່າ ທະຫານມຽນມາ ມີຄວາມພະຍາຍາມເພື່ອຄວບຄຸມເມືອງອື່ນໆ ທີ່ເປັນເຂດແດນຂອງກອງກໍາລັງອາຣະກັນ.

ຢູ່ເມືອງ ມິນເບຍ ຂອງລັດຣະຂ່າຍ, ທະຫານມຽນມາ ໄດ້ບຸກໂຈມຕີ ທໍາລາຍໂຮງຮຽນປະຖົມ ແລະ ເຮືອນປະຊາຊົນຫຼາຍຫຼັງ, ແລະ ທະຫານມຽນມາ ຍັງຖິ້ມລະເບີດໃສ່ບ້ານ ແອນຕາ ໃນຕອນກາງຄືນ ອິີງຕາມຂໍ້ມູນຈາກປະຊາຊົນ.

ປະຊາຊົນບ້ານແອນຕາ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ: ມີເຮືອບິນສູ້ຮົບຂອງທະຫານມຽນມາ ໄດ້ຖິ້ມລະເບີດຂະໜາດ 200 ປອນ ລົງມາໃສ່ໝູ່ບ້ານ ໃນຕອນກາງຄືນ. ຍັງບໍ່ມີລາຍງານຜູ້ທີ່ຖືກເຄາະຮ້າຍ ແລະ ລະບົບການສື່ສານຖືກຕັດຂາດ.​

ທະຫານພະມ້າ ໄດ້ໂຈມຕີໝູ່ບ້ານ ດ້ວຍການຖິ້ມລະເບີດລົງມາໃສ່ໝູ່ບ້ານ ເຮັດໃຫ້ເຮືອນ 4 ຫຼັງ ໄດ້ຮັບຄວາມເສັຽຫາຍ.

ວິທຍຸເອເຊັຽເສຣີ ຜແນກພາສາພະມ້າ ໄດ້ຕິດຕໍ່ຫາໂຄສົກຝ່າຍທະຫານມຽນມາ  ປະຈໍາຣັຖຣະຂ່າຍ ເພື່ອຖາມຂໍ້ມູນເພີ່ມເຕີມ, ແຕ່ ທ່ານບໍ່ຮັບໂທລະສັບ.

ສົງຄາມກາງເມືອງຢູ່ປະເທດມຽນມາ ເຮັດໃຫ້ປະຊາຊົນຫຼາຍກວ່າ 2.6 ລ້ານຄົນ ຢູ່ປະເທດພະມ້າ ຕ້ອງມາກັນຍ້າຍຖິ່ນຖານ ໃນນັ້ນ 660,000 ຄົນ ໜີິອອກຈາກບ້ານເຮືອນ ຍ້ອນການສູ້ຮົບກັນ ນັບແຕ່ເດືອນຕຸລາ ປີ 2023 ທີ່ຜ່ານມາ ອີງຕາມຂໍ້ມູນຈາກຫ້ອງການຜູ້ປະສານງານ ດ້ານມະນຸດສະທໍາ ຂອງສະຫະປະຊາຊາດ.

ການສູ້ຮົບກັນ ລະຫວ່າງ ທະຫານມຽນມາ ແລະ ກຸ່ມກອງກໍາລັງຊົນຊາດຊົນເຜົ່າ ນັບມື້ນັບໜັກໜ່ວງຂຶ້ນກວ່າເກົ່າ.​

ຫ້ອງການ ຜູ້ປະສານງານຂອງສະຫະປະຊາຊາດ ໄດ້ຣາຍງານ ໃນວັນທີ 15 ທັນວາ 2023 ວ່າ: ມີການຍິງປະທະກັນທາງພາກພື້ນດິນ, ການໂຈມຕີທາງອາກາດຂອງທະຫານມຽນມາ, ການຝັງລະເບີດໄວ້ໃນດິນ, ການຈັບໂຕກັນ ແລະ ການວາງແຜງກັ້ນຢູ່ຖນົນ ເຮັດໃຫ້ປະຊາຊົນພົນລິເຮືອນ ໄດ້ຮັບເຄາະຮ້າຍ.

ໃນເວລາດຽວກັນ, ການຂົນສົ່ງອາຫານ ແລະ ທີ່ຢູ່ອາໄສ ໃຫ້ແກ່ປະຊາຊົນຜູ້ທີ່ອົບພະຍົບຈາກການສູ້ຣົບ ກໍມີຂໍ້ຈໍາກັດ ອີງຕາຫ້ອງການສະຫະປະຊາຊາດ.​

ລາຍງານຂອງສະຫະປະຊາຊາດ ຍັງໄດ້ລະບຸອີກວ່າ ຝ່າຍທະຫານມຽນມາ  ຍັງມີການຕັດລະບົບໂທລະສັບ ແລະ ອິນເຕີເນັດ ນັ້ນເຮັດໃຫ້ສົ່ງຜົລກະທົບຕໍ່ການກະຈ່າຍຂໍ້ມູນທາງດ້ານຄວາມປອດໄພໃຫ້ແກ່ພົນລະເຮືອນ ແລະ ການປະສານງານດ້ານມະນຸດສະທໍາ.

ຊາວໜຸ່ມຊົນເຜົ່າລັດຣະຂ່າຍ 100 ປາຍຄົນ ທີ່ຖືກທະຫານມຽນມາຈັບໂຕໄປ ໃນຂະນະທີ່ເຂົາເຈົ້າເດີນທາງກັບ ບ້ານຈາກນະຄອນຢ້າງກຸ້ງ ຍັງບໍ່ມີໃຜສາມາດຕິດຕໍ່ຫາເຂົາເຈົ້າໄດ້.

ຍາດພີ່ນ້ອງຊາວໜຸ່ມເຫຼົ່ານັ້ນ ໄດ້ສະແດງຄວາມເປັນຫ່ວງ ວ່າ ລູກຫຼານຂອງຕົນເອງ ຈະຖືກບັງຄັບໃຫ້ໄປເປັນທະຫານໃຫ້ຝ່າຍທະຫານມຽນມາ ຕາມກົດ  ໝາຍການເກນທະຫານຂອງມຽນມາ. 

ທະຫານມຽນມາ ໄດ້ຈັບໂຕຊາວໜຸ່ມ ໃນວັນທີ 20 ກຸມພາ ຢູ່ ຈຸດກວດ ຢູ່ເມືອງ ສະເວ ປີຕາ ອີງຕາມ ຂໍ້ມູນຈາກຄູບາທີ່ເດີນທາງມາກັບລົດຄັນດຽວກັນກັບຊາວໜຸ່ມເຫຼົ່ານັ້ນ.

ຄູບາອົງນັ້ນ ໄດ້ກ່າວວ່າ: ລົດເມ 2 ໃນສາມຄັນ ຖືກທະຫານມຽນມາສັ່ງໃຫ້ຢຸດ ຂ້ອຍພະຍາຍາມຂຶ້ນໄປລົດເມທີ່ມີຜູ້ໂດຍສານລະຫວ່າງ 90-100 ຄົນ.

ທ່ານ ກ່າວວ່າ: ສິ່ງສຸດທ້າຍທີ່ຂ້ອຍຮູ້ ຄື ຜູ້ໂດຍສານໃນລົດຖືກຈັບ. ເຫດຜົນທີ່ຂ້ອຍຮູ້ ກໍຍ້ອນວ່າ ເຂົາເຈົ້າເຂົ້າໄປຄ້າຍທະຫານ ແລ້ວບໍ່ເຫັນເຂົາເຈົ້າ ອອກມາເລີຍ.

ຊາວໜຸ່ມອາຍຸລະຫວ່າງ 18-30 ປີ ເຮັດວຽກຢູ່ໂຮງງານຕັດຫຍິບ, ໂຮງງານເກີບ ແລະ ໂຮງງານອື່ນໆ ຢູ່ ນະຄອນຢ້າງກຸ້ງ. ເຂົາເຈົ້າເຫຼົ່ານັ້ນ ເດີນທາງກັບບ້ານຢູ່ ລັດຣະຂ່າຍ ຍ້ອນວ່າ ຢູ່ຢ້າງກຸ້ງ ບໍ່ອະນຸຍາດໃຫ້ເຂົາເຈົ້າລົງທະບຽນພັກເຊົາ ແລະ ເຂົາເຈົ້າຢ້ານຖືກຈັບ ຫຼັງຈາກທີີ່ທະຫານມຽນມາບັງຄັບໃຊ້ກົດ ໝາຍການເກນທະຫານ.

ຊາວໜຸ່ມເຫຼົ່ານັ້ນ ຖືກກັກຂັງຢູ່ຄ້າຍທະຫານ ເຂດນະຄອນຢ້າງກຸ້ງ. ຄູບາ ໄດ້ກ່າວວ່າ ບໍ່ສາມາດຕິດຕໍ່ຫາຜູ້ທີ່ຖືກຈັບໄດ້ ນັບເຂົາເຈົ້າຖືກຈັບ.

ທະຫານພະມ້າ ປະເຊີນກັບການສູນເສຍ ຢ່າງໜັກ ຢູ່ສະໜາມຣົບ ໃນຫຼາຍເດືອນຜ່ານມາ ສ່ວນຫຼາຍຢູ່ເຂດ ລັດຣະຂ່າຍທາງພາກຕາເວັນຕົກ, ບ່ອນທີ່ກອງກໍາລັງອາຣະກັນ ຫຼື AA ສິ້ນສຸດ ຂໍ້ຕົກລົງການຢຸດຍິງກັບທະຫານມຽນມາ ໃນເດືອນະຈິກ 2023 ທີ່ຜ່ານມາ ແລະ ນັບແຕ່ນັ້ນເປັນຕົ້ນມາ ກອງກໍາລັງອາຣະກັນ ກໍສາມາດຍຶດໄດ້ 6 ເມືຶອງທີ່ເຄີຍເປັນເຂດຍຶດຄອງ ຂອງມຽນມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.