ຊາວບ້ານ 10,00 ຄົນ ຢູ່ມຽນມາ ຂາດອາຫານ ແລະ ຢາ

ອຸ່ນແກ້ວ
2024.06.30
ຊາວບ້ານ 10,00 ຄົນ ຢູ່ມຽນມາ ຂາດອາຫານ ແລະ ຢາ ພໍ່ຄ້າຂາຍໝາກພ້າວ ຢູ່ເມືອງ ມວງດໍ ໃນເດືອນ ຕຸລາ 2023.
RFA

ມີປະຊາຊົນປະມານ 10,000 ໃນມຽນມາ ອົບພະຍົບໜີການສູ້ຮົບກັນ ຊຶ່ງສ່ວນຫຼາຍເປັນຊາວມຸດສະລິມ ໂຣຮິງຢາ ກໍາລັງຕ້ອງການຄວາມຊ່ວຍເຫຼືອຢ່າງຮີບດ່ວນ ໂດຍສະເພາະອາຫານ ແລະ ຢາຮັກສາໂລກ.​

ຊາວບ້ານ ກ່າວຕໍ່ ວິທຍຸເອເຊັຽເສຣີ ພະແນກພາສາມຽນມາ ວ່າ ການຕໍ່ສູ້ກັນລະຫວ່າງທະຫານມຽນມາ ແລະ ກອງກໍາລັງອາຣະກັນ ມີຄວາມຮຸນແຮງຂຶ້ນກວ່າເກົ່າ ໃນເມືອງ ມວງດໍ ຢູ່ພາກຕາເວັນຕົກຂອງລັດຣະຂ່າຍຂອງມຽນມາ, ຊຶ່ງສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນມຽນມາ ຫຼັງຈາກທະຫານມຽນມາ ໄດ້ເຂົ້າມາປິດໂຮງໝໍ, ຫ້າມປະຊາຊົນເດີນທາງ ແລະ ເກນທະຫານ ໂດຍບັງຄັບໃຫ້ຊາວບ້ານເຂົ້າມາເປັນທະຫານ.

ການຕໍ່ສູ້ຮົບກັນ ໄດ້ບັງຄັບໃຫ້ປະຊາຊົນຫຼາຍບ້ານ ຢູ່ເມືອງມວງດໍ ຕ້ອງພາກັນຢູ່ສູນຫລົບໄພ ຢູ່ຕາມໂຮງຮຽນ ມາໄດ້ເປັນເວລາ 2 ເດືອນແລ້ວ.

ອາຫານ ແລະ ຢາຮັກສາໂລກ ຂາດແຄນ ຍ້ອນການຕໍ່ສູ້ຢູ່ໃນພື້ນທີ່ ນັບມື້ຮຸນແຮງຂຶ້ນ ອີງຕາມຂໍ້ມູນຈາກຊາວບ້ານ.​   

ຊາວບ້ານກ່າວວ່າ ພວກເຮົາໄດ້ຍິນສຽງປືນໃຫຍ່ຕະຫລອດເວລາ. ປະຊາຊົນ ໄດ້ຖືກສັງຫານ ແລະ ໄດ້ຮັບບາດເຈົບ ຍ້ອນວ່າລູກປືນໃຫຍ່ຕົງໃສ່ເຮືອນປະຊາຊົນ. ບໍ່ມີໂຮງໝໍ ແລະ ບໍ່ມີທ່ານໝໍ ນັ້ນຄືເຫດຜົນ ທີ່ຊາວບ້ານກັງວົນໃຈ.

ການສູ້ຮົບກັນ ລະຫວ່າງ ກອງກໍາຕໍ່ຕ້ານ ກັບ ທະຫານມຽນມາ ທີ່ເຂົ້າມາຍຶດອໍານາດໃນປີ 2021​ ນັບມື້ນັບຮຸນແຮງຂຶ້ນ ຢູ່ຫຼາຍພື້ນທີ່ຢູ່ມຽນມາ ນັບແຕ່ປີທີ່ຜ່ານມາ, ລວມທັງລັດລະຂ່າຍ ບ່ອນທີ່ກອງກໍາລັງອາຣະກັນ ຍຶດໄດ້ 9 ເມືອງ ແລະ ໄດ້ຍຶດປ້ອມທະຫານມຽນມາ ລວມທັງຄ້າຍທະຫານມຽນມາທີ່ຢູ່ຕິດກັບຊາຍແດນປະເທດບັງກະລາເທສ.

ໃນຂະນະທີ່ປະຊາຊົນມຽນມາ ໄດ້ຮັບຜົນກະທົບທົ່ວປະເທດ, ຊາວໂຣຮິງຢາ ປະສົບກັບຄວາມຫຍຸ້ງຍາກ ກັບການຖືກລະເມີດສິດທິມະນຸດ ໂດຍເຂົາເຈົ້າຖືກກ່າວຫາວ່າ ໃຫ້ການຂ່ວຍເຫຼືອຝ່າຍກົງກັນຂ້າມ.

ຊາວໂຣງຮິງຢາ ປະເຊີນກັບການຂ້າລ້າງເຜົ່າພັນ ໃນປະເທດມຽນມາ ແລະ ມີຊາວໂຣງຮິງຢາຫຼາຍກວ່າ 700,000 ຄົນ ພາກັນໜີໄປປະເທດບັງກະລາເທສ ທີ່ເປັນປະເທດເພື່ອນບ້ານ ໃນປີ 2017 ຈາກການບຸກໂຈມຕີຂອງທະຫານມຽນມາ ຫຼັງຈາກຈາກທີ່ກຸ່ມກອງກໍາລັງໂຣຮິງຢາ ບຸກໂຈມຕີປ້ອມຕໍາຫລວດ.

ຊາວເມືອງມວງດໍ ໄດ້ກ່າວວ່າ ທະຫານມຽນມາ ໄດ້ປິດຖະໜົນ ຖືວ່າເປັນສ່ວນໜຶ່ງ ໃນການຕໍ່ຕ້ານກຸ່ມກອງກໍາລັງຕໍ່ຕ້ານ ຊຶ່ງໝາຍຄວາມວ່າ ບໍ່ໃຫ້ມີຄົນໃດຫຼົບໜີໄປປະເທດບັງກະລາເທສ ແລະ ເຈົ້າໜ້າທີ່ອົງການບັນເທົາທຸກ ກໍບໍ່ສາມາດແຈກຢາຍອາຫານ ແລະ ຢາຮັກສາໂລກໃຫ້ແກ່ຜູ້ອົບພະຍົບ. 

ມີລາຍງານວ່າ ຜູ້ທີ່ໄດ້ຮັບເຄາະຮ້າຍຈາກປືນໃຫຍ່ ແຕ່ ບໍ່ມີການຢັ້ງຢືນໂຕເລກ ຫຼື ລາຍລະອຽດ. ມີການຕັດສັນຍານອິນເນັດ ແລະ ການສື່ສານຕ່າງໆ.

ໂຄສົກຝ່າຍທະຫານມຽນມາ ຢູ່ລັດຣະຂ່າຍ ທ່ານ ຮະເລ ເຕັນ ບໍ່ຕອບຄໍາຖາມຕໍ່ນັກຂ່າວ ວິທຍຸເອເຊັຽເສຣີ ທີ່ຕິດຕໍ່ສອບຖາມຄໍາເຫັນ.

ອີງຕາມ ການລາຍງານຂອງໜັງສືພິມ ທີ່ເປັນຂອງທະຫານມຽນມາ, ຝ່າຍທະຫານມຽນມາ ໄດ້ແຈກຢາຍເຂົ້າສານໃຫ້ແກ່ຊາວບ້ານຈໍານວນ 2,000 ຄົວເຮືອນ ຢູ່ວັນເສົາທີ່ຜ່ານມາ.

ອົງການອາຫານໂລກ ໄດ້ກ່າວວ່າ ໃນວັນອັງຄານ ສາງເກັບເຄື່ອງຢູ່ເມືອງມວງດໍ ຖືກວາງເພີງ.  

ກອງກໍາລັງອາຣະກັນ ເຕືອນຊ່ວບ້ານໃຫ້ອົບພະຍົບ ໃນວັນທີ 16 ມິຖຸນາ ໂດຍກ່າວຢູ່ໃນຖະແຫຼງການວ່າ ຈະມີການບຸກໂຈມຕີເມືອງມວງດໍ.

ມີການສັ່ງປິດຖະໜົນທຸກສາຍ ຢູ່ເມືອງມວງດໍ ທາງພາກຕາເວັນຕົກຂອງມຽນມາ ບ່ອນທີ່ກອງກໍາລັງອາຣະກັນ ໄດ້ແຈ້ງເຕຶືອນປະຊາຊົນຢູ່ເມືອງດັ່ງກ່າວ 20,000 ຄົນ ໃຫ້ພາກັນອົບພະຍົບ ອອກຈາກພື້ນທີ່ການສູ້ຮົບກັບທະຫານມຽນມາ.

ປະຊາຊົນກ່າວ ຕໍ່ ວິທຍຸເອເຊັຽເສຣີ ພະແນກພາສາມຽນມາ ວ່າ ທະຫານອາຣະກັນ ໄດ້ມາບອກຊາວບ້ານໃຫ້ພາກັນອົບພະຍົບ ແລະ ຊາວບ້ານກໍຄວນອົບພະຍົບອອກຈາກບ້ານພາຍໃນ 9 ໂມງແລງ.

ແຕ່ວ່າ ປະຊາຊົນຫຼາຍຄົນ ກໍບໍ່ສາມາດອອກຈາກເມືອງດັ່ງກ່າວໄດ້ ໂດຍເມືອງດັ່ງກ່າວ ຕິດກັບ ຊາຍແດນປະເທດບັງກະລາເທສ ຍ້ອນວ່າ ທະຫານມຽນມາ ໄດ້ພາກັນຕັ້ງແຜນກັ້ນຖະໜົນເອົາໄວ້ ອີງຕາມຂໍ້ມູນຈາກຊາວບ້ານ.

ຊາວບ້ານ ກ່າວວ່າ: ທະຫານມຽນມາ ໄດ້ຕັ້ງຖານຢູ່ໃກ້ ແລະ ຢູ່ໃນເມືອງ. ປະຊາຊົນ ບໍ່ມີທາງອອກ ແລະ ຈໍານວນຜູ້ເສັຍຊີວິດສູງຂຶ້ນ.

ກອງກໍາລັງອາຣະກັນ ໄດ້ພາກັນຍຶດຄາຍທະຫານມຽນມາ ຢູ່ເມືອງມວງດໍ ລວມທັງປ້ອມທະຫານມຽນມາ ອີກຫຼາຍປ້ອມ.

ກອງກໍາລັງອາຣະກັນ ໄດ້ອອກຖະແຫຼງການວ່າ ໄດ້ໂຈມຕີເມືອງມວງດໍ ແລະ ຖານທີ່ໝັ້ນສໍາຄັນຂອງທະຫານມຽນມາ ຢູ່ລັດຣະຂ່າຍ ທີ່ຢູ່ໃກ້ກັບເປົ້າໝາຍ.

ທະຫານມຽນມາ ໄດ້ກະກຽມກັບການຕໍ່ສູ້ຢ່າງໜັກ ແລະ ມີການແຈ້ງເຕືອນປະຊາຊົນໃຫ້ຢູ່ຫ່າງຈາກຖະໜົນ ແລະ ເຮືອນ ຊຶ່ງເປັນທີ່ທໍາການຂອງສະພາບໍລິຫານ ຂອງຝ່າຍທະຫານມຽນມາ. 

ເມືອງມວງດໍ ເປັນເຂດການຄ້າທີ່ສໍາຄັນ ໃນການຂົນສົ່ງສິນຄ້າເຂົ້າອອກປະເທດມຽນມ້າ ຜ່ານປະເທດບັງກະລາເທສ.

ທະຫານມຽນມາ ໄດ້ຝຶກອົບຮົມ ຜູ້ຊາຍຊາວໂຣຮິງຢາ ໃນຫຼາຍເດືອນທີ່ຜ່ານມາ ແລະ ຫຼາຍຄົນໃນຈໍານວນດັ່ງກ່າວ ກໍເປັນທະຫານໃໝ່ ຫາກໍ່ບັນຈຸເຂົ້າ ເພື່ອຮັບມືກັບການຕໍ່ສູ້. ປະຊາຊົນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ: ຊາວບ້ານເຫັນ ຊາວໂຣຮິງຢາ ໄດ້ໃສ່ເຄື່ອງແບບທະຫານມຽນມາ ແລະ ມີອາວຸດປະຈໍາກາຍ ຢູ່ໃນຄ້າຍທະຫານມຽນມາ ຢູ່ໃນໂຕເມືອງ.  

ທະຫານມຽນມາ ໄດ້ເສັຍຂັວນກໍາລັງໃຈ ແລ້ວຫັນມາເກນເອົາທະຫານໃໝ່ ຍ້ອນວ່າ ທະຫານມຽນມາ ປະເຊີນກັບການສູນເສັຍ ແລະ ຫຼາຍຄົນກໍຍອມຈໍານົນ ຕໍ່ຝ່າຍຕໍ່ຕ້ານ.

ທັງທະຫານມຽນມາ ແລະ ທະຫານອາຣະກັນ ກົດດັນຊາວໂຣຮິງຢາ ໃຫ້ມາເຂົ້າເປັນຝ່າຍຕົນເອງ ແລະ ໃນເວລາດຽວກັນ ກໍກ່າວຫາຊາວໂຣຮິງຢາ ວ່າ ໄປຊ່ວຍເຫຼືອສັດຕູ. ຍັງມີລາຍງານອອກມາວ່າ ກອງກໍາລັງທັງສອງຝ່າຍ ບັງຄັບຊາວໂຣຮິງຢາ ທີ່ເປັນຄົນມຸດສະລິມ ດ້ວຍການໃຊ້ຄວາມຮຸນແຮງ.

ມີການຈັບໂຕຊາວບ້ານທີ່ເປັນຊົນເຜົ່າປະມານ 600​ ຄົນ ທີ່ຫຼົບໄພຢູ່ສູນຫຼົບໄພ ຢູ່ວັດແຫ່ງ ໜຶ່ງ ຫຼັງຈາກທີ່ເຂົາເຈົ້າພາກັນໜີໄປໝູ່ບ້ານໃກ້ຄຽງ.

ຊາວບ້ານຈໍານວນດັ່ງກ່າວ ຂາດແຄນອາຫານ ແລະ ຢາຮັກສາໂລກ ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ບັນເທົາທຸກ.​

ເຈົ້າໜ້າທີ່ບັນເທົາທຸກ ໄດ້ກ່າວວ່າ: ພວກເຮົາຕ້ອງຂໍອະນຸຍາດອົບພະຍົບປະຊາຊົນເຫຼົ່ານັ້ນ. ທັງກອງກໍາລັງອາຣະກັນ ແລະ ທະຫານມຽນມາ ຢູ່ທີ່ນັ້ນ ຍັງບໍ່ຮູ້ວ່າ ໃຜຈະຮັບຜິດຊອບໃນການອອກໃບອະນຸຍາດ.

ກອງກໍາລັງອາຣະກັນ ທີ່ໄດ້ສິ້ນສຸດການຢຸດຍິງ ນັບແຕ່ທະຫານມຽນມາເຂົ້າມາຍຶດອໍານາດ ໃນປີ 2021 ໄດ້ປະກາດໃນວັນທີ 18 ພຶດສະພາ ວ່າ ໄດ້ຍຶດດ້າຍທະຫານມຽນມາຫຼາຍຄ້າຍ ຢູ່ເມືອງມຸດທິດົງ ຊຶ່ງຕິດກັບຊາຍແດນເມືອງມວງດໍ.

ປັດຈຸບັນ ກອງກໍາລັງອາຣະກັນ ໄດ້ຍຶດ 8 ເມືອງ ຢູ່ລັດຣະຂ່າຍ ແລະ ເມືອງປາເລວັດ ທີ່ຕິດກັບລັດສິນ.

ເອເຊັຽເສຣີ ພະຍາຍາມຕິດຕໍ່ຫາ ທ່ານ ຮະເລເຕັນ ໂຄສົກກອງທະຫານມຽນມາ ປະຈໍາລັດຣະຂ່າຍ ທາງໂທລະສັບ ແຕ່ບໍ່ສາມາດຕິດຕໍ່ໄດ້.​ 

ສົງຄາມ, ຄວາມຫຍຸ້ງຍາກທາງເສດຖະກິດ ແລະ ການບັງຄັບການເກນທະຫານ ຢູ່ມຽນມາ ເຮັດໃຫ້ຊາວມຽນມາ ຕ້ອງໄປຊອກຫາວຽກເຮັດ ຢູ່ຕ່າງປະເທດ ໂດຍສະເພາະ ຢູ່ປະເທດເກົາຫຼີໃຕ້.

ກອງກໍາລັງຊົນເຜົ່າ ໄດ້ເຂົ້າຍຶດຄ້າຍທະຫານມຽນມາ ທີ່ເປັນກອງພັນທະລາບ 123 ຂອງທະຫານມຽນມາ ຢູ່ເຂດລັດສານ ທີ່ຕັ້ງຢູ່ທາງພາກເໜືອຂອງປະເທດພະມ້າ ອີງຕາມຂໍ້ມູນຈາກປະຊາຊົນ ແລະ ກຸ້ມກອງກໍາລັງຝ່າຍຕໍ່ຕ້ານທະຫານມຽນມາ ຫຼັງຈາກທີ່ສູ້ຣົບກັນມາໄດ້ຫຼາຍເດືອນ ທະຫານຝ່າຍຕໍ່ຕ້ານ ກໍສາມາດຄວບຄຸມເສັ້ນທາງການຄ້າ ທີ່ຕິດກັບປະເທດຈີນ.

ການສູນເສຍເຂດທີ່ໝັ້ນຂອງຝ່າຍທະຫານມຽນມາ ເຮັດໃຫ້ຝ່າຍກອງກໍາລັງກຸ່ມຕໍ່ຕ້ານ ທະຫານມຽນມາ ສາມາດຄວບຄຸມ ເສັ້ນທາງການຄ້າຄວາມຍາວ 130 ກິໂລແມັດ ທີ່ເຊື່ອມຕໍ່ໃສ່ຊາຍແດນປະເທດຈີນ ທີ່ຫ່າງຈາກລັດສານພຽງແຕ່ 50 ກິໂລແມັດເທົ່ານັ້ນ.

ນັບຕັ້ງແຕ່ກອງກອງລັງພັນທະມິດ 3 ຝ່າຍ ຂອງກຸ່ມຊົນຊາດຊົນເຜົ່າ ໄດ້ບຸກໂຈມຕີຝ່າຍທະຫານມຽນມາແຕ່ເດືອນຕຸລາ 2023 ທີ່ຜ່ານມາ, ກອງກໍາລັງ 3 ຝ່າຍ ກໍສາມາດຍຶດໄດ້ 15 ເມືອງ ທາງພາກເໜືອຂອງ ລັດສານ ແລະ ສາມາດເຂົ້າຍຶດຄອງຄ້າຍທະຫານມຽນມາໄດ້ 200 ຄ້າຍ, ແລະ ກົດດັນໃຫ້ທະຫານພະມ້າ 4,000 ຄົນ ຕ້ອງຍອມຈໍານົນ.

ກອງທັບເອກະລາດກະສິນ ຫຼື KIA ໄດ້ເຂົ້າຄວບຄຸມຄ້າຍທະຫານນມຽນມາ  ຫຼັງຈາກໄດ້ເຂົ້າຄວບຄຸມເມືອງພັດກາ ໃນວັນທີ 17 ມັງກອນ ອີງຕາມການ ກັນຢືນຢັນຂອງພັນເອກະ ນໍບູ ໂຄສົກກອງທັບເອກະລາດກະສິນ ທີ່ໄດ້ກ່າວຕໍ່ເອເຊັຽເສຣີ ພະແນກພາສາມຽນມາ.

ພັນເອກ ນໍໍໍບູ ໂຄສົກກອງທັບເອກະລາດກະສິນ ໄດ້ກ່າວວ່າ: ພວກເຮົາໄດ້ຢືນຢັນວ່າ ຄ້າຍທະຫານມຽນມາ ຢູ່ເມືອງນໍາເພັດກາ ຖືກຍຶດໃນເວລາ 3 ຫຼື 4 ໂມງ ແລງ ແຕ່ວ່າ ພວກເຮົາບໍ່ໄດ້ຮັບຂໍ້ມູນ ເພີ່ມເຕີມ ຈາກພາກສນາມເທື່ອ. ພວກເຮົາບໍ່ສາມາດ ຕິດຕໍ່ພາກສນາມທາງໂທລະສັບໄດ້.​

ທ່ານ Jason Tower ເຈົ້າໜ້າທີ່ສະຖາບັນເພື່ອສັນຕິພາບ ຂອງສະຫະລັດອາເມຣິກາ ໄດ້ກ່າວວ່າ:

ມັນເປັນທີ່ຈະແຈ້ງແລ້ວວ່າ ໃນບາງຈຸດບໍ່ມີທະຫານມຽນມາ ຄົງຢູ່ແລ້ວ ນັ້ນກໍຄື ການຍອມຈໍານົນເສັຍເຂດແດນຂອງຕົນ ຫຼື ຍັງຈະສືບຕໍ່ໃຫ້ເສັຍຫາຍຫຼາຍກວ່ານີ້.

ຊາວເມືອງ ນາມ ເພັດ ກາ ໄດ້ກ່າວຕໍ່ເອເຊັຽເສຣີ ພະແນກພາສາມຽນມາ  ວ່າ: ກອງກໍາລັງເອກະສານກະສິນ ໄດ້ເຂົ້າໄປໃນຄ້າຍທະຫານມຽນມາ ແລະ ໄດ້ຢືນຢັນວ່າ ພວກທະຫານມຽນມາ ພາກັນໜີທັບໄປເມືອງຕາມອນຢີ ທີ່ຢູ່ໃກ້ຄຽງ.

ທ່ານ ກ່າວວ່າ: ຂ້ອຍແນ່ໃຈວ່າ ກອງກໍາລັງເອກະລາດກະສິນ ໄດ້ຕັ້ງຖານຢູ່ ເຂດກອງພັນທະລາບ 123 ນັບແຕ່ທະຫານມຽນມາຖອຍມາຢູ່ ເມືອງຕາມອນຢີ. ກອງກໍາລັງເອກະລາດ ກະສິນ ໄດ້ຕິດຕາມເພື່ອກວດລ້າງທະຫານພະມ້າ. ພົບວ່າ ໝູ່ບ້ານສ່ວນຫຼາຍທີ່ ຖືກທໍາລາຍ ໄດ້ຮັບຄວາມເສັຍຫາຍຫຼາຍ.

ປະຊາຊົນ ກ່າວວ່າ:

ກອງກໍາລັງຝ່າຍຕໍ່ຕ້ານທະຫານມຽນມາ ໄດ້ເລີ່ມບຸກໂຈມຕີ ເມຶອງນາມ ເພັດ ກາ ໃນທ້າຍເດືອນສິງຫາ 2023, ແຕ່ວ່າ ກອງກໍາລັງເອກະລາດ ກະສິນ ໄດ້ເລີ່ມເຂົ້າຍຶດກອງພົນທະຫານລາບ 123 ຂອງມຽນມາ ນັບແຕ່ເດືອນມັງກອນ. ທະຫານມຽນມາ ໄດ້ຕອບໂຕ້ດ້ວຍການບຸກໂຈມຕີ ຝ່າຍຕໍ່ຕ້ານດ້ວຍປືນໃຫຍ່ ແລະ ການໂຈມຕີທາງອາກາດ.

ກອງກໍາລັງເອກະລາດກະສິນ ໄດ້ກ່າວອ້າງ ວ່າ ສາມາດຍິງຍົນສູ້ຮົບຂອງທະຫານພະມ້າຕົກ ໃນເວລາທີ່ມີການຕໍ່ສູ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.