ທະຫານມຽນມາ ສອບສວນ-ທໍລະມານ ຊາວບ້ານຈົນຕາຍຫຼາຍຄົນ

ອຸ່ນແກ້ວ
2024.06.16
ທະຫານມຽນມາ ສອບສວນ-ທໍລະມານ ຊາວບ້ານຈົນຕາຍຫຼາຍຄົນ ເຈົ້າໜ້າທີ່ຕໍາຫລວດ ມຽນມາ ຢູ່ ລັດຣະຂ່າຍ.
RFA

ທະຫານມຽນມາ ໄດ້ຕີ ແລະ ທໍລະມານ ຊາວບ້ານຜູ້ທີ່ຖືກຈັບ ຢູ່ບ້ານ ບີ ເອັນ ເພັຍ ຢູ່ລັດຣະຂ່າຍ ໃນວັນພຸດທີ່ຜ່ານມາ ຈົນວ່າ ເຂົາເຈົ້າຖືກນໍາສົ່ງໄປໂຮງໝໍ ສຸດທ້າຍ ຊາວບ້ານ 2 ຄົນເສັຍຊີວິດ ຈາກການບາດເຈັບ ອີງຕາມການແຫຼ່ງຂ່າວຈາກຊາວບ້ານ ທີ່ບໍ່ປະສົງອອກຊື່ ຍ້ອນເຫດຜົນທາງດ້ານຄວາມປອດໄພ.

ມີປະຊາຊົນຫຼາຍກວ່າ 40 ຄົນ ຖືກສົ່ງໄປຢູ່ເມືອງຊິດເວ ເພື່ອສືບສວນສອບສວນ. ຊາວບ້ານ ທີີ່ເສັຍຊີວິດ ຮ່າງກາຍຂອງເຂົາເຈົ້າ ມີຮອຍບາດແຜ.

ສະມາຊິກຂອງຄອບຄົວ ຜູ້ທີ່ຖືກຈັບ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ຜູ້ທີ່ຖືກສົ່ງໄປຂັງຄຸກ ໄດ້ຮັບບາດເຈັບສາຫັດ.​

ຊາວບ້ານ ກ່າວວ່າ: ທະຫານມຽນ ກ່າວວ່າ ຊາວບ້ານ ຈາກໝູ່ບ້ານ ໄດ້ຖືກສົ່ງໄປຂັງຄຸກ ຊາວບ້ານ ຖືກທໍລະມານ ໃນເວລາທີ່ທະຫານມຽນມາ ໄປພົບພວກເຂົາ ລຸງຂອງຂ້ອຍ ກໍເປັນໜຶ່ງໃນຈໍານວນຜູ້ທີ່ຖືກຈັບນັ້ນ.

ເຈົ້າໜ້າທີ່ທະຫານມຽນມາ ໄດ້ພາກັນຕັ້ງຖານ ຢູ່ພື້ນທີ່ ບ່ອນທີ່ເຂົາເຈົ້າຈັບກຸມຊາວບ້ານ. ຊາວບ້ານຈະຖືກລົງໂທດ ຖ້າວ່າ ທະຫານຈັບໄດ້ວ່າ ຊາວບ້ານພົວພັນກັບກຸ່ມຕໍ່ຕ້ານ.  

ທະຫານມຽນມາ ໄດ້ເຂົ້າມາປະທະກັນຢ່າງດຸດເດືອດ ກັບ ກອງກໍາລັງອາຣະກັນ ແລະ ກຸ່ມຕໍ່ຕ້ານ ຄືກອງກໍາອາຣະກັນ ລຸກຄືບເຂົ້າມາໃກ້ເມືອງຫຼລວງລັດຣະຂ່າຍ ຊຶ່ງເຮັດໃຫ້ທະຫານມຽນມາ ຕ້ອງໄດ້ເພີ່ມການຮັກສາຄວາມປອດໄພ ແລະ ເຂົ້າໄປບຸກທະລາຍກວາດລ້າງກຸ່ມຕໍ່ຕ້ານ ແລະ ສືບສວນສອບສວນປະຊາຊົນເພີ່ມເຕີມ ຢູ່ພື້ນທີ່ໃກ້ຄຽງ.

ໃນວັນທີ 29 ພຶດສະພາ, ທະຫານມຽນມາ ໄດ້ຈັບຊາວບ້ານ ຢູ່ບ້ານ ບີ ເອັນ ເພຍ ແລະ ໄດ້ສັ່ງຫານປະຊາຊົນ 70 ປາຍ ຄົນ. ຊາວບ້ານທີ່ຖືກຈັບ ໄດ້ຖືກສອບປາກຄໍາ ກ່ຽວກັບວ່າ ພວກເຂົາພົວພັນກັບ ກຸ່ມຕໍ່ຕ້ານທະຫານມຽນມາ ຫຼື ບໍ່. ປະຊາຊົນທ້ອງຖິ່ນ ກ່າວວ່າ ມີທະຫານມຽນມາເກືອບ 200 ຄົນ ແລະ ໄດ້ກັກໂຕຊາວບ້ານຈໍານວນຫຼາຍ ແຕ່ ບໍ່ໄດ້ລະບຸຈໍານວນທີ່ແນ່ນອນວ່າ ມີເທົ່າໃດ.

ມີຜູ້ຍິງ ແລະ ເດັກນ້ອຍອາຍຸຕໍ່າກວ່າ 15 ປີ ລວມຢູ່ນໍາ ໄດ້ຖືກປ່ອຍໂຕໃນວັນທີ 31 ພຶດສະພາ, ແຕ່ວ່າ ມີຜູ້ຊາຍ 40 ຄົນ ຖືກສົ່ງໄປສືບສວນສອບສວນ ຢູ່ເມືອງ ຊິດເວ ຢູ່ ລັດສານ ໃນວັນອັງຄານທີ່ຜ່ານມາ. 

ນອກຈາກນີ້ ທະຫານມຽນມາ ຍັງນາບຂູ່ປະຊາຊົນ ຢູ່ 5 ບ້ານ ຢູ່ເມືອງຊິດເວ ແລະ ໃຫ້ ປະປະຊາຊົນອົບພະຍົບອອກຈາກບ້ານ ພາຍໃນວັນສຸກ.​

ອີງຕາມຖະແຫຼງການຂອງກອງກໍາລັງທະຫານອາຣະກັນ, ມີປະຊາຊົນເສັຍຊີວິດ 76 ຄົນ ຫຼັງຈາກທີ່ຖືກຈັບໃນວັນທີ 4 ມິຖຸນາ.

ເອເຊັຽເສຣີ ພະແນກພາສາມຽນມາ ໄດ້ໂທຫາ ທ່ານ ຮະລາ ຕຽນ ໂຄສົກທະຫານມຽນມາປະຈໍາລັດຣະຂ່າຍ ເພື່ອຂໍການຢືນຢັນກ່ຽວກັບຜູເສັຍຊີວິດ ແຕ່ ທ່ານບໍ່ຕອບຄໍາຖາມ.

ນອກຈາກນີ້, ພົນຕີ ຊໍມິນຕັນ ໂຄສົກທະຫານມຽນມາ ກໍປະຕິເສດ ວ່າ ທະຫານມຽນມາ ບໍ່ມີສ່ວນພົວພັນການສັງຫານໝູ່ປະຊາຊົນໃນຄັ້ງນີ້ ໂດຍ ທ່ານ ໄດ້ກ່າວຕໍ່ສື່ມວນຊົນທີ່ເປັນຂອງຝ່າຍທະຫານມຽນມາ ໃນວັນທີ 4 ມິຖຸນາ.

ສົງຄາມ, ຄວາມຫຍຸ້ງຍາກທາງເສດຖະກິດ ແລະ ການບັງຄັບການເກນທະຫານ ຢູ່ມຽນມາ ເຮັດໃຫ້ຊາວມຽນມ້າ ຕ້ອງໄປຊອກຫາວຽກເຮັດ ຢູ່ຕ່າງປະເທດ ໂດຍສະເພາະ ຢູ່ປະເທດເກົາຫຼີໃຕ້.

ຢູ່ເຂດຢ້າງກຸ້ງ, ມີປະຊາຊົນມຽນມ້າຫຼາຍ 100 ຄົນ ພາກັນຢືນລຽນແຖວ ຕະຫຼອດຄືນ, ທັງນອນຢູ່ທາງຍ່າງ ຢູ່ຕໍ່ໜ້າຫ້ອງການຈັດຫານງານ ເພື່ອລົງທະບຽນ ເສັງພາສາເກົາຫຼີ ຊຶ່ງເຂົາເຈົ້າຈະຕ້ອງເສັງຜ່ານ ກ່ອນທີ່ຈະໄປເຮັດວຽກຢູ່ປະເທດເກົາຫຼີໃຕ້.

ຊາຍໜຸ່ມຄົນໜຶ່ງ ກ່າວວ່າ ລາວໄດ້ລໍຖ້າລົງທະບຽນມາເປັນເວລາ 20 ຊົ່ວໂມງ ພວກເຮົາຢືນຖ້າແຕ່ 6 ໂມງແລງ ແຕ່ມື້ວານນີ້. 

ຊາວໜຸ່ມເຫຼົ່ານີ້ ມີຄວາມຫວັງຢາກເຮັດວຽກຢູ່ໂຮງງານ, ຢູ່ຟາມ ແລະ ວຽກກໍ່ສ້າງ ຢູ່ປະເທດເກົາຫຼີໃຕ້ ບ່ອນທີ່ໄດ້ຄ່າຈ້າງສູງກ່ອນ ເຮັດວຽກຢູ່ບ້ານໂຕເອງ ພາຍໃຕ້ໂຄງການຂອງລັດຖະບານ ທີ່ລິເລີ່ມມາໄດ້ 10 ປີ.

ລັດຖະບານທະຫານມຽນມາ ຕັ້ງເປົ້າໝາຍຮັບສະໝັກກໍາມະກອນ 11 ພັນຄົນ ໃນປີນີ້. ໃນເວລາດຽວກັນ ທ້າວ ກໍ ກໍ ອາຍຸ 32 ປິີ ຈາກເມືອງມັນດາເລ ມີຄວາມສົນໃຈໄປເຮັດວຽກຕາມລະດູການຢູ່ຟາມ ຢູ່ປະເທດເກົາຫຼີໃຕ້. ລາວຕ້ອງຈ່າຍເງິນ 3 ແສນ ກຽດ ສະກຸນເງິນ ມຽນມາ ຫຼື ປະມານ 140 ໂດລ້າ ເພື່ອແລ່ນເອກະສານ. 

ລາວກ່າວຕໍ່ນັກຂ່າວ ລັດຖະບານເຫັນດີ ລິເລີ່ມໂຄງການເຮັດວຽກຕາມ ລະດູການເປັນເວລາ 8 ເດືອນ ຢູ່ປະເທດເກົາຫຼີໃຕ້, ແຕ່ວ່າ ສະຖານທູດເກົາຫຼີໃຕ້ ປະຈໍາມຽນມາ ໄດ້ຖະແຫຼງການຍົກເລີິກລາຍງານທີ່ວ່າ ລັດຖະບານເກົາຫຼີໃຕ້ ບໍ່ໄດ້ປະກາດແນວທາງ ຫຼື ວຽກງານ ທີ່ກ່ຽວກັບຄົນງານທີ່ໄປເຮັດວຽກຕາມລະດູການ.

ສະຖານທູດເກົາຫຼີໃຕ້ ໄດ້ອ້າງອີງເຖິງ ຄໍາເວົ້າສຸດທ້າຍຂອງກະຊວງຍຸຕິທໍາ ເກົາຫຼີໃຕ້ ທີ່ປະຕິເສດວ່າ ບໍ່ມີການເຊັນຂໍ້ຕົກລົງກັນໃນເລື່ອງນີ້.

ອົງການຈັດຕັ້ງພາກປະຊາສັງຄົມ ໄດ້ອອກແຈ້ງເຕືອນ ວ່າ ການດໍາເນີນການບໍ່ພຽງແຕ່ເປັນຊ່ອງທາງຫາລາຍໄດ້ ໃຫ້ແກ່ຝ່າຍທະຫານມຽນມາເທົ່ານັ້ນ ແຕ່ຄົນງານມຽນມາ ກໍມີຄວາມສ່ຽງທີ່ຖືກຕົວະ. ມີລາຍງານວ່າ ຄົນງານເຮັດວຽກຕາມລະດູການ ທີ່ເດີນທາງອອກຈາກປະເທດເຂົາເຈົ້າ ໄດ້ຕົກເປັນເປົ້າໝາຍການຄ້າມະນຸດ ຢູ່ປະເທດເກົາຫຼີໃຕ້, ຖືກທໍາຮ້າຍຮ່າງກາຍ ແລະ ຄໍາເວົ້າ, ມີຊີວິດການເປັນຢູ່ບໍ່ດີ, ແລະ ນາຍຈ້າງບໍ່ຈ່າຍເງິນເດືອນ.

ອີງຕາມຖະແຫຼງການ ທີ່ວິທຍຸເອເຊັຽເສຣີ ໄດ້ມາ ໄດ້ລະບຸວ່າ ໂຄສົກກະຊວງຍຸຕິທໍາເກົາຫຼີໃຕ້ ໄດ້ກ່າວວ່າ ເຈົ້າໜ້າທີ່ທ້ອງຖິ່ນ ໃນເກົາຫຼີໃຕ້ ແລະ ຄູ່ຮ່ວມຕໍາແໜ່ງ ໄດ້ມີອໍານາດ ເພື່ອເຊັນບົດບັນທຶກຄວາມຊົງຈໍາ ກັນ ກ່ຽວກັບ ຄົນງານເຮັດວຽກຕາມລະດູການ.

ແຕ່ວ່າ ໂຄສົກໄດ້ກ່າວວ່າ ຍັງມີຄວາມຈໍາເປັນສໍາລັບຄົນງານ ທີີ່ຈະຕ້ອງຜ່ານຂັ້ນຕອນທາງວີຊ້າ ກັບ ກະຊວງທີ່ກ່ຽວຂ້ອງ ກ່ອນທີ່ຈະດໍາເນີນການ ໂດຍບໍ່ມີ ຫຍັງເພີ່ມເຕີມນອກຈາກນີ້.

ໂຄສົກກະຊວງຂອງເກົາຫຼີໃຕ້ ປະຕິເສດທີ່ຈະໃຫ້ຄໍາເຫັນເພີ່ມຕື່ມ ກ່ຽວກັບກໍານົດເວລາຂອງທະຫານມຽນມາ ກ່ຽວກັບການສົ່ງຄົນງານຕາມລະດູການ ຈະອອກມາໄວທີ່ສຸດພາຍໃນເດືອນມີນາ ໂດຍເອີ້ນວ່າ ມັນເປັນເລື່ອງການທູດ.

ເຖິງວ່າ ຈະບໍ່ມີຄວາມໝັ້ນຄົງກໍຕາມ, ແຕ່ ອົງການຈັດຫາງານຂອງທະຫານມຽນມ້າ ກໍຍັງຄົງຮັບສະໝັກກໍາມະກອນ ໂດຍເກັບເງິນລ່ວງໜ້າ ນໍາຜູ້ສະໝັກ ແລະ ໃຫ້ຄວາມຫວັງເຂົາເຈົ້າວ່າ ຈະມີໂອກາດໄດ້ວຽກເຮັດທີ່ດີຂຶ້ນກວ່າເກົ່າ ຢູ່ຕ່າງປະເທດ. 

ສູນດູແລ ແລະ ອົບຮົມແຮງງານເຮັດວຽກຕາມລະດູການ ທີ່ສ້າງຕັ້ງຂຶ້ນໃນຕົ້ນປີ 2023 ໄດ້ກ່າວອ້າງວ່າ ໄດ້ສົ່ງຄົນງານມຽນມາ ໄປປະເທດເກົາຫຼີໃຕ້ ເພື່ອເຮັດວຽກຢູ່ຂະແໜງກະສິກໍາ ເພື່ອແກ້ໄຂການຂາດແຄນແຮງງານ ອີງຕາມການລາຍງານຂອງສື່ມວນຊົນເກົາຫຼີໃຕ້.

ສູນດັ່ງກ່າວ ຍັງກ່າວອ້າງວ່າ ຍັງຢູ່ຂັ້ນຕອນການເຈລະຈາ ແລະ ເຊັນສັນຍາ ກັບເຈົ້າໜ້າທີ່ເກົາຫຼີໃຕ້ ທັງຂັ້ນທ້ອງຖິ່ນ ແລະ ຂັ້ນສູນກາງ.

ມີລາຍງານຈາກນະຄອນຢ້າງກຸ້ງ ປະເທດມຽນມາວ່າ ມີປະຊາຊົນປະມານ 10,000 ຄົນ ໄດ້ລົງທະບຽນ ແລະ ຜ່ານການຝຶກອົບຮົມເຮັດວຽກ ແລະ ການຮຽນພາສາເກົາຫຼີ ເປັນເວລາ 5 ວັນ.

ປະຊາຊົນຕ້ອງໄດ້ຈ່າຍຄ່າ ຫຼັກສູດ ແລະ ລົງທະບຽນ 180 ໂດລ້າ ຕໍ່ຄົນ ແລະ ເປົ້າໝາຍຮັບເອົາຄົນງານ ຈໍານວນ 60,000 ຄົນ ໃນປີ 2024, ແຕ່ ອົງການຈັດຫາງານຂອງມຽນມາ ບໍ່ໄດ້ໃຫ້ຄໍາເຫັນຫຍັງຕໍ່ນັກຂ່າວ. 

ທ່ານ ນາງ ອີ ເຕັດ ຜູ້ທີ່ເຮັດວຽກ ຢູ່ສູນຊ່ອຍເຫຼືອຄົນເຂົ້າເມືອງ ຢູ່ປະເທດເກົາໃຕ້້ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ລາວໄດ້ເຫັນ ນາຍໜ້າ ສະເໜີໃບອະນຸຍາດເຮັດວຽກຕາມລະດູການ ໃຫ້ແກ່ຄົນງານມຽນມາ ເຖິງວ່າ ໂຄງການນີ້ ຍັງບໍ່ທັນໄດ້ຮັບການອະນຸມັດ ຈາກລັດຖະບານເກົາຫຼີໃຕ້ກໍຕາມ.

ທ່ານ ນາງ ອີ ເຕັດ ໄດ້ກ່າວວ່າ: ພວກນາຍໜ້າ ໄດ້ປະກາດໂຄສະນາ ວ່າ ເຂົາເຈົ້າມີໃບອະນຸຍາດເຮັດວຽກ ຄືກັບ ບົດບັນທຶກຄວາມຊົງຈໍາ ຫຼື MOU ລະຫວ່າງ ລັດຖະບານ ແລະ ບໍລິສັດຈັດຫາງານ, ແຕ່ວ່າ ມັນບໍ່ເປັນຄວາມຈິງ.

ກອງກໍາລັງຊົນເຜົ່າ ໄດ້ເຂົ້າຢຶດຄ້າຍທະຫານມຽນມາ ທີ່ເປັນກອງພັນທະລາບ 123 ຂອງທະຫານມຽນມາ ຢູ່ເຂດຣັຖສານ ທີ່ຕັ້ງຢູ່ທາງພາກເໜືອຂອງປະເທດພະມ້າ ອີງຕາມຂໍ້ມູນຈາກປະຊາຊົນ ແລະ ກຸ້ມກອງກໍາລັງຝ່າຍຕໍ່ຕ້ານທະຫານມຽນມາ ຫຼັງຈາກທີ່ສູ້ລົບກັນມາໄດ້ຫຼາຍເດືອນ ທະຫານຝ່າຍຕໍ່ຕ້ານ ກໍສາມາດຄວບຄຸມເສັ້ນທາງການຄ້າ ທີ່ຕິດກັບປະເທດຈີນ.

ການສູນເສັຽເຂດທີ່ໝັ້ນ ຂອງຝ່າຍທະຫານມຽນມາ ເຮັດໃຫ້ຝ່າຍກອງກໍາລັງກຸ່ມຕໍ່ຕ້ານ ທະຫານມຽນມາ ສາມາດຄວບຄຸມ ເສັ້ນທາງການຄ້າຄວາມຍາວ 130 ກິໂລແມັດ ທີ່ເຊື່ອມຕໍ່ໃສ່ຊາຍແດນປະເທດຈີນ ທີ່ຫ່າງຈາກລັດສານພຽງແຕ່ 50 ກິໂລແມັດເທົ່ານັ້ນ.

ທ່ານ Jason Tower ເຈົ້າໜ້າທີ່ສະຖາບັນເພື່ອສັນຕິພາບຂອງສະຫະລັດ ອາເມຣິກາ ໄດ້ກ່າວວ່າ:

ມັນເປັນທີ່ຈະແຈ້ງແລ້ວວ່າ ໃນບາງຈຸດບໍ່ມີທະຫານມຽນມາ ຄົງຢູ່ແລ້ວ ນັ້ນກໍຄື ການຍອມຈໍານົນເສັຽເຂດແດນຂອງຕົນ ຫຼື ຍັງຈະສືບຕໍ່ໃຫ້ເສັຽຫາຍຫຼາຍກວ່ານີ້. 

ນັບຕັ້ງແຕ່ກອງກອງລັງພັນທະມິດ 3 ຝ່າຍ ຂອງກຸ່ມຊົນຊາດຊົນເຜົ່າ ໄດ້ບຸກໂຈມຕີຝ່າຍທະຫານມຽນມາແຕ່ເດືອນຕຸລາ 2023 ທີ່ຜ່ານມາ, ກອງກໍາລັງຝ່າຍ ກໍສາມາດຢຶດໄດ້ 15 ເມືອງ ທາງພາກເໜືອຂອງຣັຖສານ ແລະ ສາມາດເຂົ້າຢຶດຄອງຄ້າຍທະຫານມຽນມາໄດ້ 200 ຄ້າຍ, ແລະ ກົດດັນໃຫ້ທະຫານມຽນມາ 4,000 ຄົນ ຕ້ອງຍອມຈໍານົນ.

ນອກຈາກນີ້, ກອງທັບເອກະລາດກະສິນ ຫຼື KIA ໄດ້ເຂົ້າຄວບຄຸມຄ້າຍທະຫານນມຽນມາ ຫຼັງຈາກໄດ້ເຂົ້າຄວບຄຸມເມືອງພັດກາ ໃນວັນທີ 17 ມັງກອນ ອີງຕາມການ ກັນຢືນຢັນຂອງພັນເອກະ ນໍບູ ໂຄສົກກອງທັບເອກະລາດກະສິນ ທີ່ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ພະແນກພາສາມຽນມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.