ທະຫານມຽນມາ ຫວັງຈະຍຶດເມືອງຄືນ ແຕ່ຖືກຕີໂຕ້ ຈົນຕ້ອງຖອຍກັບຄືນ

ອຸ່ນແກ້ວ
2024.04.21
ທະຫານມຽນມາ ຫວັງຈະຍຶດເມືອງຄືນ ແຕ່ຖືກຕີໂຕ້ ຈົນຕ້ອງຖອຍກັບຄືນ ອາວຸດຂອງທະມຽນມາ ທີ່ຝ່າຍຕໍ່ຕ້ານຍຶດໄດ້ ຢູ່ ຄ້າຍທະຫານ 275 ເມືອງເມຍວະດີ ລັດກະຢີ່ນ ໃນວັນທີ 11 ເມສາ 2024.
Photo Credit: KNU via Facebook

ກອງກໍາລັງຊົນຊົດຊົນເຜົ່າ ໄດ້ໂຈມຕີສະກັດ ກໍາລັງຝ່າຍທະຫານມຽນມາ ທີ່ຈະເຂົ້າມາຍຶດເມືອງເມຍວະດີ ຄືນ ຢູ່ ໃນກັບຊາຍແດນໄທ ໃນວັນພະຫັດ ທີ 18 ເມສາ ທີ່ຜ່ານມາ.

ກອງກໍາລັງປົດປ່ອຍແຫ່ງຊາດກະລ່ຽງ ຫຼື KNLA ທີ່ຂຶ້ນກັບສະຫະພາບແຫ່ງຊາດກະລ່ຽງ ພ້ອມດ້ວຍພັນທະມິດ ໄດ້ຍຶດຖານທີ່ໝັ້ນຂອງທະຫານມຽນມາ ແຫ່ງສຸດທ້າຍ ຄືກອງພັນ 275 ຢູ່ເມືອງ ເມຍວະດີ ລັດກະຍີ່ນ ໃນວັນພຸດທີ່ຜ່ານມາ.

ໃນການຕອບໂຕ້, ທະຫານມຽນມາ ໄດ້ເພີ່ມລະດັບການບຸກໂຈມຕີ ເພື່ອຍຶດເມືອງເມຍວະດີ ອີງຕາມຖະແຫຼງການຂອງສະຫະພາບແຫ່ງຊາດກະລ່ຽງ ໃນວັນພະຫັດທີ່ຜ່ານມາ.

ກອງກໍາລັງປະສົມ ຂອງກອງທັບປົດປ່ອຍແຫ່ງຊາດກະລ່ຽງ ໄດ້ທໍາລາຍລົດທະຫານມຽນມາ, ໃນຂະນະທີ່ ທະຫານມຽນມາ ເຄື່ອນທັບເຂົ້າມາ ເມືອງເມຍວະດີ. ອີງຕາມຖະແຫຼງການ, ທະຫານມຽນມາຫຼາຍກວ່າ 100 ຄົນ ໄດ້ຮັບບາດເຈັບ ແລະ ເສັຍຊີວິດ ແລະ ຝ່າຍທະຫານມຽນມາ ໄດ້ ຢຸດສະງັກ ຢູ່ເຂດພູດາວນາ ຊຶ່ງເປັນເຂດສາຍພູທີ່ຈະເຂົ້າໄປລັດກະຢີ່ນ.

ວິທຍຸເອເຊັຽເສຣີ ພະຍາຍາມ ຕິດຕໍ່ຫາ ໂຄສົກສະຫະພາບແຫ່ງຊາດກະລ່່ຽງ ທາງໂທລະສັບ ເພື່ອຖາມຂໍ້ມູນເພີ່ມເຕີມ ແຕ່ ທ່ານ ບໍ່ຮັບສາຍ.

ປະຊາຊົນເມືອງເມຍວະດີ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ທະຫານກະລ່ຽງ ໄດ້ແຈ້ງເຕືອນປະຊາຊົນ ກ່ຽວກັບການໂຈມຕີທາງອາກາດ ຂອງທະຫານມຽນມາ ຊຶ່ງເລີ່ມຂຶ້ນໃນວັນອັງຄານທີ່ຜ່ານມາ.

ປະຊາຊົນ ທ່ານນີ້ ໄດ້ກ່າວວ່າ ທະຫານສະຫະພາບແຫ່ງຊາດ ກະລ່ຽງ ໄດ້ ສັ່ງໃຫ້ຊາວບ້ານທີ່ຢູ່ໃກ້ຄຽງເຂດກອງພັນ 275 ຂອງມຽນມາ ໃຫ້ອົບພະຍົບ ຍ້ອນວ່າ ມີການໂຈມຕີທາງອາກາດຂອງທະຫານມຽນມາ. ປະຊາຊົນແຈ້ງຫາກັນ ໃຫ້ພາກັນອົບພະຍົບໃນວັນທີ 18 ເມສາ ນີ້. 

ໃນເວລາດຽວກັນ ກໍມີພົນລະເຮືອນ ກໍາລັງລໍຖ້າ ເດີນທາງຂ້າມໄປປະເທດໄທ ໂດຍຜ່ານຂົວມິດຕະພາບ ໄທ-ມຽນມາ ໃນຂະນະທີ່ ຊາວເມືອງເມຍວະດີ ກໍາລັງຕິດຕາມສະຖານະການຢ່າງໃກ້ຊິດ.

ຊາວບ້ານຄົນນຶ່ງ ໄດ້ກ່າວວ່າ ເຈົ້າໜ້າທີ່ທະຫານ ກໍໄດ້ວາງກໍາລັງຢູ່ຕາມຖະນົນ ແລະ ແຈ້ງເຕືອນໃຫ້ປະຊາຊົນກຽມອົບພະຍົບ ໃຫ້ໄວ ຖ້າວ່າ ມີການໂຈມຕີເກີດຂຶ້ນ.

ທະຫານມຽນມາ ໄດ້ຍິງອາວຸດໜັກ ແລະ ຖິ້ມລະເບີດໃສ່ໝູ່ບ້ານ ທີ່ຢູ່ຕາມເສັ້ນທາງ ເຮັດໃຫ້ພົນລະເຮືອນໄດ້ຮັບເຄາະຮ້າຍ ແລະ ຊັບສິນເຂົາເຈົ້າຖືກທໍາລາຍ ອີງຕາມຖະແຫຼງການ ຂອງສະພາບແຫ່ງຊາດ ກະລ່ຽງ ຫຼື KNU.

ທະຫານມຽມາ ບໍ່ໄດ້ເປີດເຜີຍຂໍ້ມູນກ່ຽວກັບການໂຈມຕີ. ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ ຫາ ໂຄສົກຝ່າຍທະຫານມຽນມາ ພົນຕີ ຊໍມິນຕັນ ເພື່ອຖາມຂໍ້ມູນເພີ່ມເຕີມ ແຕ່ ທ່ານ ບໍ່ຮັບໂທລະສັບ.

ນັບແຕ່ວັນທີ 5 ເມສາ, ກອງທັບປົດປ່ອຍແຫ່ງຊາດກະລ່ຽງ ແລະ ກອງກໍາລັງປະສົບ ໄດ້ຍຶດຄ້າຍທະຫານມຽນມາ ຄື ກອງພັນ 355, ກອງພັນ 356, ກອງພັນ 357 ຢູ່ເມືອງ ແກນ ນີ ນອງ ແລະ ອີກຫຼາຍໆ ເມືອງ ລວມທັງ ເມືອງເມຍວະດີ ລັດກະຢີ່ນ.

ສ່ວນວ່າ ທະຫານມຽນມາ ກໍໄດ້ມີສໍາສັ່ງປ່ອຍນັກໂທດ 3,000 ຄົນ ທົ່ວປະເທດ ໃນວັນພຸດທີ່ຜ່ານມາ ອີງຕາມການລາຍຂອງສື່ມວນຊົນຂອງຝ່າຍທະຫານມຽນມາ, ແຕ່ ຜູ້ສັງເກດການ ເຫັນວ່າ ໃນຈໍານວນຖືກປ່ອຍໂຕ ມີນັກໂທດການເມືອງບໍ່ຫຼາຍ.

ນັບແຕ່ທະຫານມຽນມາ ເຂົ້າຍຶດອໍານາດຈາກລັດຖະບານພົນລະເຮືອນ ໃນປີ 2021 ກໍມີພົນລະເມືອງຫຼາຍ 1,000 ຄົນ ຖືກຈັບ ໃນຂໍ້ຫາຕໍ່ຕ້ານລັດຖະບານທະຫານ ແລະ ເວົ້າຕໍ່ຕ້ານລະບົບທະຫານ.

ນອກຈາກນີ້, ຍັງມີລາຍງານອີກວ່າ ມີການຍ້າຍ ທ່ານ ນາງ ອອງຊານ ຊູ ຈີ ຫົວໜ້າພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ຂອງມຽນມາ ອອກຈາກຄຸກທີ່ ທ່ານ ຖືກຄຸມຂັງຢູ່ ແລ້ວ ອອກໄປ ອື່ນ ແຕ່ ທະຫານມຽນມາ ບໍ່ໄດ້ເປີດເຜີຍບ່ອນທີ່ກັກໂຕບ່ອນໃໝ່.

ກອງກໍາລັງແຫ່ງຊາດກະຣ່ຽງ ຫຼື KNU ໄດ້ເປີດການໂຈມຕີຖານທະຫານມຽນມາ ທີ່ເປັນກອງພັນ 275 ຢູ່ເຂດເມືອງເມວວະດີ ລັດກະຍີ່ນ ແລະ ສາມາດຍຶດກອງພັນດັ່ງກ່າວໄດ້.

ປະຊາຊົນເມືອງເມວວະດີ ໄດ້ກ່າວວ່າ ທະຫານມຽນມາ ພາກັນຖອຍທັບຈາກການໂຈມຕີຂອງກຸ່ມຕໍ່ຕ້ານ ແລະ ມາຕັ້ງທີ່ພັກຊົ່ວຄາວຢູ່ໃກ້ກັບຂົວມິດຕະພາບ ລະຫວ່າງ ເມືອງແມ່ສອດຂອງໄທ ແລະ ເມືອງເມວວະດີ ຂອງມຽນມາ.

ຊາວບ້ານກ່າວວ່າ: ທະຫານມຽນມາ ບໍ່ໄດ້ຍອມຈໍານົນ ແຕ່ເຂົາໄດ້ຖອນທະຫານຫາໄປຍັງຂົວມິດຕະພາບ. ມີທະຫານມຽນມາ ປະມານ 200 ຄົນ ລວມທັງຜູ້ບາດເຈັບ ຢູ່ໃນລົດທະຫານ ທີ່ຢູ່ໃກ້ກັບຂົວມິດຕະພາບ.

ກຸ່ມກອງກໍາລັງຕໍ່ຕ້ານທະຫານມຽນມາ ຢູ່ໃນເມືອງ ໄດ້ໂຈມຕີຫ້ອງວ່າການເມືອງຂອງທະຫານມຽນມາ ຢູ່ໃນໂຕເມືອງໃຫຍ່ ໃນມຽນມາ ອີງຕາມຂໍ້ມູນຈາກ ກອງກໍາລັງຝ່າຍຕໍ່ຕ້ານທະຫານມຽນມາ.  

ກອງກໍາລັງພິເສດຂອງຝ່າຍຕໍ່ຕ້ານ ທີ່ຕັ້ງຢູ່ຢ້າງກຸ້ງ ໄດ້ຕໍ່ຕ້ານຝ່າຍທະຫານ ມຽນມາ ທີ່ເຂົ້າມາຍຶດອໍານາດໃນປີ 2021 ອອກມາກ່າວອ້າງຄວາມຮັບ ຜິດຊອບ ໃນເຫດການທີ່ຍິງຈະຫຼວດໄລຍະໄກໃສ່ຝ່າຍທະຫານມຽນມາ.

ກຸ່ມຕໍ່ຕ້ານ ໄດ້ຍິງຈະຫຼວດໃສ່ ຫ້ອງການຂອງຫົວໜ້າຝ່າຍທະຫານມຽນມາ ໃນວັນເສົາທີ່ຜ່ານມາ ຍ້ອນວ່າ ເປັນເປົ້າໝາຍທາງທະຫານທີ່ສໍາຄັນ.

ເຈົ້າໜ້າທີ່ຝ່າຍຕໍ່ຕ້ານທະຫານມຽນມາ ໄດ້ກ່າວວ່າ ສິ່ງທີ່ທະຫານມຽນມາ ຍຶດໄປຈາກປະຊາຊົນ ໄດ້ຖືກເກັບມ້ຽນໄວ້ຢູ່ໃນຫ້ອງການດັ່ງກ່າວ ແລະ ຝ່າຍທະຫານມຽນມາ ເອົານໍາອອກມາຂາຍ.

ເຈົ້າໜ້າທີ່ຝ່າຍປົກຄອງ ຢູ່ເຂດຢ້າງກຸ້ງ ໄດ້ຢືນຢັນວ່າ ເຫດການໂຈມຕີ ເກີດຂຶ້ນຢູ່ໃກ້ກັບເຮືອນຂອງລາວ.  

ທ່ານ ກ່່າວວ່າ ຫ້ອງການຝ່າຍທະຫານມຽນມາ ຖືກໂຈມຕີໃນຕອນກາງຄືນ ທະຫານມຽນມາ ປິດຂ່າວ. ພວກທະຫານໄດ້ປິດຖະໜົນທຸກສາຍ ນັບແຕ່ຕອນກາງຄືນຈົນຮອດແຈ້ງ.

ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ຫາ ທ່ານ ເຮເຕ ອອງ ໂຄສົກທະຫານມຽນມາ ປະຈໍາຢ້າງກຸ້ງ ເພື່ອຖາມລາຍລະອຽດກ່ຽວກັບຄວາມເສັຍຫາຍ, ແຕ່ວ່າ ທ່ານບໍ່ຮັບໂທລະສັບ.

ກອງກໍາລັງພິເສດຝ່າຍຕໍ່ຕ້ານທະຫານມຽນມາ ໄດ້ໂຈມທີ່ພັກອາໃສຂອງທະ ຫານອາກາດມຽນມາ ໃນວັນທີ 8 ມີນາ.

ນັບແຕ່ທະຫານມຽນມາເຂົ້າມາຍຶດອໍານາດໃນປີ 2021, ທະຫານຝ່າຍຕໍ່ຕ້ານ ໄດ້ມີການກະຈາຍກໍາລັງອອກໄປ ໃນຢ້າງກຸ້ງ ຊຶ່ງຫຼາຍຄົນກໍຢູ່ໃນການດໍາເນີນງານຂອງລັດຖະບານຮ່ວມຊາດຂອງມຽນມາ ຊຶ່ງເປັນລັດຖະບານເງົາ ທີີ່ຕໍ່ຕ້ານຝ່າຍທະຫານມຽນມາ.

ໃນເວລາດຽວກັນ ຝ່າຍທະຫານມຽນມາ ໄດ້ເພີ່ມມາດຕະການຄວາມປອດໄພ ຢູ່ຢ້າງກຸ້ງ ຫຼັງຈາກມີເຫດລະເບີດແຕກຫຼາຍຄັ້ງ ນັບແຕ່ທ້າຍເດືອນມີນາ ອີງຕາມຂໍ້ມູນຈາກປະຊາຊົນ.

ຍ້ອນມີການສູ້ຮົບກັນຢ່າງໜັກໜ່ວງ, ມີປະຊາຊົນມຽນມາ ຫຼາຍກວ່າ 1,000 ຄົນ ຕ້ອງຫຼົບໜີເຂົ້າມາປະເທດໄທ ໃນວັນພຸດທີ່ຜ່ານມາ.

ການຕໍ່ສູ້ກັນ ລະຫວ່າງ ທະຫານສະຫະພັນແຫ່ງຊາດກະລ່ຽງ ຫຼື KNU ກອງກໍາລັງປົກປ້ອງປະຊາຊົນ ຫຼື PDF ກັບ ທະຫານມຽນມາ ຍິ່ງເພີ່ມທະວີຄວາມຮຸນແຮງ ນັບແຕ່ກອງກໍາລັງຝ່າຍຕໍ່ຕ້ານ ໄດ້ເລີ່ມການໂຈມຕີໃສເມືອງເມຍວະດີ ລັດກະຍິ່ນຂອງມຽນມາ.

ທະຫານມຽນມາ ມີການໂຈມຕີທາງອາກາດ ອີງຕາມຂໍ້ມູນຈາກຊາວບ້ານທີ່ຢູ່ໃກ້ຄຽງ.

ຊາວບ້ານຄົນໜຶ່ງໄດ້ກ່າວວ່າ: ມີປະຊາຊົນປະມານ 100 ຄົນພາກັນຝ່ານຂົວ ທີ່ເຊື່ອມຕໍ່ໄປປະເທດໄທ ແຕ່ລະມື້, ແຕ່ວ່າ ຕອນເຊົ້ານີ້ ມີປະຊາຊົນປະມານ 1,000 ຄົນ ຍ້ອນວ່າ ເຂົາເຈົ້າມີຄວາມກັງວົນກ່ຽວກັບການສູ້ຮົບກັນ ສະນັ້ນເຂົ້າເຈົ້າຈຶ່ງພາກັນໜີໄປພັກຢູ່ນໍາຍາດພີ່ນ້ອງ ທີ່ຢູ່ເມືອງແມ່ສອດ ແຂວງ ຕາກ ປະເທດໄທ.

ກອງພັນ 275 ຂອງທະຫານມຽນມາ ຕັ້ງຢູ່ຫ່າງຈາກ ເມືອງເມວວະດີ ປະມານ 3 ກິໂລແມັດ ຖືກໂຈມຕີຈາກ ກອງກໍາລັງປະສົມແຫ່ງຊາດກະລ່ຽງ ຫຼື KNU ໃນວັນອັງຄານທີ່ຜ່ານມາ, ແຕ່ ທະຫານມຽນມາ ຍັງຄົງຕ້ານການໂຈມຕີ.

ທ່ານ Jason Tower ເຈົ້າໜ້າທີ່ສະຖາບັນເພື່ອສັນຕິພາບຂອງສະຫະລັດ ອາເມຣິກາ ໄດ້ກ່າວວ່າ:

ມັນເປັນທີ່ຈະແຈ້ງແລ້ວວ່າ ໃນບາງຈຸດບໍ່ມີທະຫານມຽນມາ ຄົງຢູ່ແລ້ວ ນັ້ນກໍຄື ການຍອມຈໍານົນເສັຍເຂດແດນຂອງຕົນ ຫຼື ຍັງຈະສືບຕໍ່ໃຫ້ເສັຍຫາຍຫຼາຍກວ່ານີ້.

ການໂຈມຕີທາງອາກາດຂອງທະຫານມຽນມາ ໄດ້ທໍາລາຍບ້ານເຮືອນຈໍານວນໜຶ່ງ ທີ່ຢູ່ໃກ້ກັບສະຖານນີລົດໂດຍສານ ທີ່ຢູ່ໃກ້ກັບກອງພັນ 275 ອີງຕາມຂໍ້ມູນຈາກຊາວບ້ານ.

ໃນວັນທີທິດທີ່ຜ່ານມາ, ທະຫານມຽນມາ ໄດ້ອົບພະຍົມທະຫານ ແລະ ຄອບຄົວເຂົາເຈົ້າປະມານ 600 ຄົນ ຂົນເອົາເອກະສານທາງການຈໍານວນໜຶ່ງ ເຂົ້າມາເມືອງແມ່ສອດ ອີງຕາມກະຊວງການກະຊວງການຕ່າງປະເທດຂອງໄທ.

ສົງຄາມກາງເມືອງຢູ່ປະເທດມຽນມາ ເຮັດໃຫ້ປະຊາຊົນຫຼາຍກວ່າ 2.6 ລ້ານຄົນ ຢູ່ປະເທດມຽນມາ ຕ້ອງມາກັນຍ້າຍຖິ່ນຖານ ໃນນັ້ນ 660,000 ຄົນ ໜີິອອກຈາກບ້ານເຮືອນຍ້ອນການສູ້ຮົບກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.