ທະຫານມຽນມາ ຈັບໂຕປະຊາຊົນ 30 ປາຍຄົນ ຢູ່ລັດກະສິນ
2024.05.26
ທະຫານມຽນມາ ໄດ້ເຂົ້າມາໝູ່ບ້ານຢູ່ລັດກະສິນ ທາງພາກເໜືອຂອງປະເທດ ໃນວັນພະຫັດ ແລະ ໄດ້ຈັບຊາວບ້ານປະມານ 30 ຄົນ, ລວມທັງຜູ້ນໍາຊາວຄຼີສຕຽນ ແລະ ໄວໜຸ່ມ ຍ້ອນສົງໄສ ວ່າ ເຂົາເຈົ້າໃຫ້ການສະໜັບສະໜູນກຸ່ມຕໍ່ຕ້ານທະຫານມຽນມາ.
ທະຫານມຽນມາປະມານ 100 ຄົນ ໄດ້ພາກັນບຸກເຂົ້າມາໃນໜູ່ບ້ານ ຢູ່ເມືອງພະກັນ ກະສິນ ກ່ອນທີ່ຈະມາລ້ອມຈັບຊາວບ້ານ ຢູ່ໂຮງຮຽນ ແລະ ມີການສອບສວນຊາວບ້ານຜູ້ທີ່ຖືກຈັບກຸມຢູ່ນັ້ນ ອີງຕາມຂໍ້ມູນຈາກຊາວບ້ານ.
ຊາວບ້ານກ່າວວ່າ: ມີຊາວບ້ານ 200 ປາຍຄົນ ຖືກຈັບຢູ່ໂຮງຮຽນໃນເບື້ອງຕົ້ນ. ທະຫານມຽນມາເຂົ້າມາ ຈະຍິງປືນເຂົ້າໃສ່ໝູ່ບ້ານ ຖ້າພວກເຂົາຖືກໂຈມຕີ ແລະ ພວກເຂົານາບຂູ່ໃຫ້ຊາວບ້ານເກີດຄວາມຢ້ານກົວ.
ຊາວບ້ານທີ່ຖືກຈັບ ຖືກຕັ້ງຂໍ້ຫາວ່າ ໃຫ້ການສະໜັບສະໜູນ ກອງກໍາລັງເອກະລາດກະສິນ ທີ່ຕໍ່ຕ້ານທະຫານມຽນມາ ແລະ ຫຼັງຈາກທີ່ມີການສອບສວນເປັນເວລາ 9 ຊົ່ວໂມງ ຊາວບ້ານກໍຖືກປ່ອຍໂຕ.
ເອເຊັຽເສຣີ ໂທຫາໂຄສົກທະຫານມຽນມາຢູ່ລັດກະສິນ ທ່ານ ໂມ ມີນ ຕັນ ເພື່ອຖາມຂໍ້ມູນເພີ່ມເຕີມ, ແຕ່ວ່າ ທ່ານບໍ່ຕອບ.
ເຈົ້າໜ້າທີ່ຄົນໜຶ່ງຂອງ ກອງກໍາລັງຊົນຊາດກະສິນ ເປັນກໍາລັງຊົນເຜົ່າໃນພະມ້າ ທີ່ມີຄວາມເຂັ້ມແຂວງ ທີ່ຕໍ່ສູ້ເພື່ອປົກຄອງຕົນເອງ ໄດ້ກ່າວວ່າ ເຂົາເຈົ້າໄດ້ເຂົ້າຢຶດປ້ອມທະຫານມຽນມາຢ່າງໜ້ອຍ 100 ປ້ອມ ແລະ 8 ເມືອງ ຢູ່ໃນລັດກະສິນ, ແລະ ຢູ່ໃນລັດສານ ທີ່ຢູ່ໃກ້ຄຽງ ໃນຫຼາຍເດືອນທີ່ຜ່ານມາ.
ໃນອາທິດນີ້, ກອງກໍາລັງກະສິນ ໄດ້ຢຶດປ້ອມທະຫານມຽນມາ ແລະ ໄດ້ຄວບຄຸມເສັ້ນທາງການຄ້າ ໃກ້ກັບເມືອງຫລວງຂອງລັດກະສິນ ທີ່ຢູ່ໃກ້ກັບຊາຍແດນຈີນ.
ທະຫານມຽນມາ ຈາກກອງພັນ 33 ແລະ 77 ໄດ້ບຸກໂຈມຕີໝູ່ບ້ານ ນາມສີອິນ ແລະ ໄດ້ຈັບໂຕພວກຜູ້ຊາຍໄປ ຊຶ່ງສ່ວນໃຫຍ່ເປັນຜູ້ຊາຍທີ່ອາຍຸກໄວກາງຄົນ ອີງຕາມແຫຼ່ງຂ່າວຜູ້ທີ່ບໍ່ປະສົງອອກຊື່ ຍ້ອນເຫດຜົນຄວາມປອດໄພ.
ຊາວບ້ານກ່າວວ່າ ໃນຈໍານວນຄົນທີ່ຖືກທະຫານມຽນມາ ຈັບໂຕນັ້ນ ມີບາດຫລວງ 3 ຄົນ.
ຊາວບ້ານທີ່ຖືກກັກຂັງນັ້ນ ໄດ້ຖືກສອບສວນວ່າ ມີການເຊື່ອມໂຍງກັບກອງກໍາລັງເອກະລາດກະສິນຫຼືບໍ່ ແລະ ພວກພັນກັບກຸ່ມຕໍ່ຕ້ານທະຫານມຽນມາ ຫຼື ບໍ່. ຜູ້ທີ່ຖືກຈັບຈໍານວນໜຶ່ງ ຖືກທະຫານມຽນມາ ທຸບຕີ ດ້ວຍປືນ ແລະ ຖືກບັງຄັບໃຫ້ລາຍງານທຸກການເຄື່ອນໄຫວຂອງກຸ່ມຕໍ່ຕ້ານ.
ຍັງມີໄວໜຸ່ມ 5 ຄົນ ຖືກກັກຂັງ ແລະ ຖືກທຸບຕີ ຊາວບ້ານກ່າວວ່າ.
ກອງກໍາລັງກະສິນທີ່ຕໍ່ຕ້ານທະຫານມຽນມາ ໄດ້ຢຶດປ້ອມທະຫານມຽນມາ ຢູ່ 4 ບ້ານ ໃນການຕໍ່ກັນຢ່າງໜັກ ຢູ່ໃນເມືອງປະການ.
ບາດຫລວງຄົນໜຶ່ງ ຢູ່ລັດກະສິນ ຊື່ ທ່ານ ກາລໍາ ສາມຊອນ ຖືກປ່ອຍໂຕ ໃນວັນທີ 17 ເມສາ ຫຼັງຈາກຕິດຢູ່ 6 ປີ ພາຍໃຕ້ກົດໝາຍຕ້ານການກໍ່ການຮ້າຍຂອງມຽນມາ, ແຕ່ວ່າ ທ່ານ ກັບມາຖືກຈັບອີກຄັ້ງ ອີງຕາມແຫຼ່ງຂ່າວທີ່ໃກ້ຊິດຄອບຄົວຂອງທ່ານ.
ນອກຈາກນີ້ ກໍເກີດມີມືປືນລຶກລັບ ໄດ້ສັງຫານບາດຫລວງ ຢ່າງໜ້ອຍ 2 ຄົນ ຢູ່ລັດກະສິນ ໃນປີນີ້, ສ່ວນວ່າ ສິ່ງຈູງໃຈໃນການສັງຫານຄັ້ງນີ້ ຍັງບໍ່ທັນໄດ້ແຈ່ມແຈ້ງ.
ສົງຄາມກາງເມືອງຢູ່ປະເທດມຽນມາ ເຮັດໃຫ້ປະຊາຊົນຫຼາຍກວ່າ 2.6 ລ້ານຄົນ ຢູ່ປະເທດມຽນມາ ຕ້ອງມາກັນຍ້າຍຖິ່ນຖານ ໃນນັ້ນ 660,000 ຄົນ ໜີິອອກຈາກບ້ານເຮືອນຍ້ອນການສູ້ຮົບກັນ ນັບແຕ່ເດືອນຕຸລາ 2023 ທີ່ຜ່ານມາ ອີງຕາມຂໍ້ມູນຈາກຫ້ອງການຜູ້ປະສານງານດ້ານມະນຸດສະທໍາຂອງອົງການສະຫະປະຊາຊາດ.
ການສູ້ຣົບກັນ ລະຫວ່າງ ທະຫານມຽນມາ ແລະ ກຸ່ມກອງກໍາລັງຊົນຊາດຊົນເຜົ່າ ນັບມື້ນັບໜັກໜ່ວງຂຶ້ນກວ່າເກົ່າ.
ຫ້ອງການຜູ້ປະສານງານຂອງອົງການສະຫະປະຊາຊາດ ໄດ້ລາຍງານ ໃນວັນທີ 15 ທັນວາ 202ໂ ວ່າ: ມີການຍິງປະທະກັນທາງພາກພື້ນດິນ, ການໂຈມຕີທາງອາກາດຂອງທະຫານມຽນມາ, ການຝັງລະເບີດໄວ້ໃນດິນ, ການຈັບໂຕກັນ ແລະ ການວາງແຜງກັ້ນຢູ່ຖະໜົນ ເຮັດໃຫ້ປະຊາຊົນພົນລະເຮືອນ ໄດ້ຮັບເຄາະຮ້າຍ.
ໃນເວລາດຽວກັນ, ການຂົນສົ່ງອາຫານ ແລະ ທີ່ຢູ່ອາໄສ ໃຫ້ແກ່ປະຊາຊົນຜູ້ທີ່ອົບພະຍົບຈາກການສູ້ຮົບ ກໍມີຂໍ້ຈໍາກັດ ອີງຕາຫ້ອງການສະຫະປະຊາຊາດ.
ລາຍງານຂອງສະຫະປະຊາຊາດ ຍັງໄດ້ລະບຸອີກວ່າ ຝ່າຍທະຫານມຽນມາ ຍັງມີການຕັດລະບົບໂທລະສັບ ແລະ ອິນເຕີເນັດ ນັ້ນເຮັດໃຫ້ສົ່ງຜົນກະທົບຕໍ່ການກະຈ່າຍຂໍ້ມູນທາງດ້ານຄວາມປອດໄພໃຫ້ແກ່ພົນລະເຮືອນ ແລະ ການປະສານງານດ້ານມະນຸດສະທໍາ.
ລາຍງານຍັງລະບຸອີກວ່າ: ຂາດການຊ່ວຍເຫຼືອທາງດ້ານມະນຸດສະທໍາ ແລະ ການຄ້າ ເຮັດຂາດແຄນທາງດ້ານອາຫານ ແລະ ເຄື່ອງໃຊ້ທີ່ຈໍາເປັນໃນຄົວເຮືອນ, ລາຄາສິນຄ້າແພງຂຶ້ນ, ເກີດວິກິດການທາງພະລັງງານ ໃນເຂດທີ່ມີການສູ້ຮົບກັນ.
ໃນວັນທີ 27 ຕຸລາ ທີ່ຜ່ານມາ, ກອງກໍາລັງພັນທະມິດ 3 ຝ່າຍ ທີ່ເປັນກຸ່ມຊົນຊາດຊົນເຜົາ ອາຣະກັນ, ກອງກໍາລັງພັນທະມິດເພື່ອປະຊາທິປະໄຕແຫ່ງຊາດພະມ້າ ແລະ ກອງກໍາລັງປົດປ່ອຍແຫ່ງຊາດຕະອາງ ໄດ້ເປີດການບຸກໂຈມຕີໃສ່ຝ່າຍທະຫານມຽນມາ ຢູ່ພາກເໜືອຂອງລັດສານ ແລະ ສາມາດຢຶດປ້ອມທະຫານມຽນມາໄດ້ຫຼາຍປ້ອມ.
ກຸ່ມກອງກໍາລັງຝ່າຍຕໍ່ຕ້ານ ໄດ້ກ່າວວ່າ ເຂົາເຈົ້າສາມາດຢຶດໄດ້ຫຼາຍເມືອງ ທີ່ເປັນຖານທີ່ໝັ້ນຂອງທະຫານມຽນມາ ຢູ່ໃນເຂດລັດສານ ແລະ ສາມາດຢຶດປ້ອມທະຫານມຽນມາໄດ້ 270 ປ້ອມ ນັບຕັ້ງແຕ່ມີການບຸກໂຈມຕີ.
ທ່ານ Jason Tower ເຈົ້າໜ້າທີ່ສະຖານເພື່ອສັນຕິພາບຂອງສະຫະຣັຖອາເມຣິກາ ໄດ້ກ່າວວ່າ:
“ມັນເປັນທີ່ຈະແຈ້ງແລ້ວວ່າ ໃນບາງຈຸດບໍ່ມີທະຫານມຽນມາ ຄົງຢູ່ແລ້ວ ນັ້ນກໍຄື ການຍອມຈໍານົນເສັຽເຂດແດນຂອງຕົນ ຫຼື ຍັງຈະສືບຕໍ່ໃຫ້ເສັຽຫາຍຫຼາຍກວ່ານີ້.”
ແຕ່ວ່າ ການຕໍ່ສູ້ກັນຢ່າງຕຸເດືອດນັ້ນ ກໍເຮັດໃຫ້ປະຊາຊົນຖືກຈັບ ຢູ່ໃນພື້ນທີ່ການສູ້ຮົບ ເຮັດໃຫ້ປະຊາຊົນຕ້ອງມີການອົບພະຍົບກັນເປັນຈໍານວນຫຼາຍ.
ເຈົ້າໜ້າທີ່ຜູ້ທີ່ໃຫ້ການຊ່ວຍເຫຼືອປະຊາຊົນທີ່ອົບພະຍົບ ໄດ້ກ່າວວ່າ: ມັນບໍ່ມີຄວາມປອດໄພໃນການເດີນທາງໄປຊ່ວຍເຫຼືອປະຊາຊົນທີ່ຕິດຢູ່ໃນພື້ນທີ່ການສູ້ຮົບກັນ ຍິ່ງເຮັດໃຫ້ມີຄວາມຫຍຸ້ງຍາກໃນການສົ່ງສະບຽງອາຫານ ແລະ ທີ່ພັກຊົ່ວຄາວ ໃຫ້ແກ່ປະຊາຊົນ ຢູ່ເຂດພາກເໜືອຂອງຣັຖສານ.
ກອງກໍາລັງຊົນເຜົ່າ ໄດ້ເຂົ້າຢຶດຄ້າຍທະຫານມຽນມາ ທີ່ເປັນກອງພັນທະລາບ 123 ຂອງທະຫານມຽນມາ ຢູ່ເຂດຣັຖສານ ທີ່ຕັ້ງຢູ່ທາງພາກເໜືອຂອງປະເທດມຽນມາ ອີງຕາມຂໍ້ມູນຈາກປະຊາຊົນ ແລະ ກຸ້ມກອງກໍາລັງຝ່າຍຕໍ່ຕ້ານທະຫານມຽນມາ ຫຼັງຈາກທີ່ສູ້ຣົບກັນມາໄດ້ຫຼາຍເດືອນ ທະຫານຝ່າຍຕໍ່ຕ້ານ ກໍສາມາດຄວບຄຸມເສັ້ນທາງການຄ້າ ທີ່ຕິດກັບປະເທດຈີນ.
ການສູນເສັຽເຂດທີ່ໝັ້ນຂອງຝ່າຍທະຫານມຽນມາ ເຮັດໃຫ້ຝ່າຍກອງກໍາລັງກຸ່ມຕໍ່ຕ້ານທະຫານມຽນມາ ສາມາດຄວບຄຸມ ເສັ້ນທາງການຄ້າຄວາມຍາວ 130 ກິໂລແມັດ ທີ່ເຊື່ອມຕໍ່ໃສ່ຊາຍແດນປະເທດຈີນ ທີ່ຫ່າງຈາກລັດສານພຽງແຕ່ 50 ກິໂລແມັດເທົ່ານັ້ນ.
ນັບຕັ້ງແຕ່ກອງກອງລັງພັນທະມິດ 3 ຝ່າຍ ຂອງກຸ່ມຊົນຊາດຊົນເຜົ່າ ໄດ້ບຸກໂຈມຕີຝ່າຍທະຫານມຽນມາແຕ່ເດືອນຕຸລາ 2023 ທີ່ຜ່ານມາ, ກອງກໍາລັງຝ່າຍ ກໍສາມາດຢຶດໄດ້ 15 ເມືອງ ທາງພາກເໜືອຂອງ ລັດສານ ແລະ ສາມາດເຂົ້າຢຶດຄອງຄ້າຍທະຫານມຽນມ ໄດ້ 200 ຄ້າຍ, ແລະ ກົດດັນໃຫ້ທະຫານມຽນມາ 4,000 ຄົນ ຕ້ອງຍອມຈໍານົນ.
ກອງທັບເອກະລາດກະສິນ ຫຼື KIA ໄດ້ເຂົ້າຄວບຄຸມຄ້າຍທະຫານມຽນມາ ໃນວັນພຸດທີ່ຜ່ານມາ ຫຼັງຈາກໄດ້ເຂົ້າຄວບຄຸມເມືອງພັດກາ ໃນວັນທີ 17 ມົກກະຣາ 2024 ອີງຕາມການ ກັນຢືນຢັນຂອງພັນເອກະ ນໍບູ ໂຄສົກກອງທັບເອກະລາດກະສິນ ທີ່ໄດ້ກ່າວຕໍ່ເອເຊັຽເສຣີ ພະແນກພາສາມຽນມາ.
ພັນເອກ ນໍໍໍບູ ໂຄສົກກອງທັບເອກະລາດກະສິນ ໄດ້ກ່າວວ່າ: ພວກເຮົາໄດ້ຢືນຢັນວ່າ ຄ້າຍທະຫານມຽນມາ ຢູ່ເມືອງນໍາເພັດກາ ຖືກຢຶດໃນເວລາ 3 ຫຼື 4 ໂມງ ແລງ ແຕ່ວ່າ ພວກເຮົາບໍ່ໄດ້ຮັບຂໍ້ມູນ ເພີ່ມເຕີມ ຈາກພາກສນາມເທື່ອ. ພວກເຮົາບໍ່ສາມາດ ຕິດຕໍ່ພາກສນາມທາງໂທລະສັບໄດ້.
ຊາວເມືອງ ນາມ ເພັດ ກາ ໄດ້ກ່າວຕໍ່ເອເຊັຽເສຣີ ພະແນກພາສາພະມ້າ ວ່າ: ກອງກໍາລັງເອກະສານກະສິນ ໄດ້ເຂົ້າໄປໃນຄ້າຍທະຫານມຽນມາ ແລະ ໄດ້ຢືນຢັນວ່າ ພວກທະຫານມຽນມາ ພາກັນໜີທັບໄປເມືອງຕາມອນຢີ ທີ່ຢູ່ໃກ້ຄຽງ.
ທ່ານ ກ່າວວ່າ: ຂ້ອຍແນ່ໃຈວ່າ ກອງກໍາລັງເອກະລາດກະສິນ ໄດ້ຕັ້ງຖານຢູ່ ເຂດກອງພັນທະລາບ 123 ນັບແຕ່ທະຫານມຽນມາ ຖອຍມາຢູ່ ເມືອງຕາມອນຢີ. ກອງກໍາລັງເອກະລາດ ກະສິນ ໄດ້ຕິດຕາມເພື່ອກວດລ້າງທະຫານມຽນມາ. ພົບວ່າ ໝູ່ບ້ານສ່ວນຫຼາຍທີ່ ຖືກທໍາລາຍ ໄດ້ຮັບຄວາມເສັຽຫາຍຫຼາຍ.
ກອງກໍາລັງເອກະລາດກະສິນ ໄດ້ກ່າວອ້າງ ວ່າ ສາມາດຍິງຍົນສູ້ຮົບຂອງທະຫານມຽນມາຕົກ ໃນເວລາທີ່ມີການຕໍ່ສູ້.
ປະຊາຊົນພະມ້າ ໄດ້ຮັບຄວາມເດືອດຮ້ອນ. ຊາວເມືອງ ນາມເພັດ ກາ ທີ່ຫຼົບໜີຈາກການສູ້ຣົບ ໄດ້ກ່າວວ່າ ການໂຈມຕີທາງອາກາດຂອງທະຫານມຽນມາ ໄດ້ທໍາລາຍບ້ານເຮືອນ ແລະ ເຮັດໃຫ້ມີປະຊາຊົນ ໄດ້ຮັບເຄາະຮ້າຍ.
ປະຊາຊົນ ທ່ານນີ້ ກ່າວຕື່ມວ່າ ກອງກໍາລັງເອກະລາດກະສິນ ໄດ້ບຸກເຂົ້າໃນໃນເຮືອນ ແລະ ຍິງອອກໃສ່ທະຫານມຽນມາ ສະນັ້ນ ທະຫານມຽນມາ ຈຶ່ງໄດ້ໂຈມຕີໃສ່ເຮືອນ ອີງຕາມຂໍ້ມູນທີ່ໄດ້ຮັບມາ. ໃນເວລາດຽວກັນ ມີເຮືອນຊາວບ້ານ ຖືກໄຟໃໝ້ຈົນກ້ຽງ ແລະ ເຮືອນຫຼັງອື່ນໆ ກໍພັງເພ ບໍ່ມີຝາ ແລະ ບໍ່ມີຫຼັງຄາ.