ກອງກໍາລັງຊົນເຜົ່າ ຍຶດເຂດທີ່ໝັ້ນ 3 ເມືອງ ຂອງທະຫານພະມ້າ

ອຸ່ນແກ້ວ
2024.02.11
ກອງກໍາລັງຊົນເຜົ່າ ຍຶດເຂດທີ່ໝັ້ນ 3 ເມືອງ ຂອງທະຫານພະມ້າ ເມືອງ ມຣອກ ຢູ ຣັຖ ຣະຂ່າຍ ປີ 2019.
RFA

ກອງກໍາລັງອາຣະກັນ ໄດ້ກ່າວອ້າງວ່າ ໄດ້ເຂົ້າຍຶດເຂດແດນຂອງທະຫານພະມ້າ ຢູ່ເຂດໃນເມືອງ ມຣອກ ຢູ ແລະ ສາມາດເຂົ້າມາຄວາມຄຸມໂຕເມືອງໄດ້. ໃນວັນທີພະພັດທີ່ຜ່ານມາ, ກອງກໍາລັງອາຣະກັນ ໄດ້ເຂົ້າຍຶດຄ້າຍຕໍາຣວດພະມ້າ 31 ຫຼັງຈາກທີ່ເຂົ້າຍຶດຄ້າຍທະຫານພະມ້າ 355, ຄ້າຍ 378 ແລະ ຄ້າຍ 540.​ ທັງທະຫານພະມ້າ ແລະ ຕໍາຣວດພະມ້າ ໄດ້ຍອມຈໍານົນ ໃນເວລາທີ່ຕໍ່ສູ້ກັນ ອີງຕາມຂໍ້ມູນຈາປະຊາຊົນ ເມືອງມຣອກຢູ.

ປະຊາຊົນ ເມືອງມຣອກຢູ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ການຕໍ່ສູ້ກັນຢູ່ເມືອງມຣອກຢູ ໄດ້ສິ້ນສຸດລົງ ແລະ ຊາວບ້ານ ບໍ່ໄດ້ຮັບອະນຸຍາດ ໃຫ້ໄປໃນເຂດໂຕເມືອງໃນເວລານີ້. ກອງທັບອາຣະກັນ ໄດ້ເຂົ້າຍຶດ ກອງບັນຊາການຕໍາຣວດ 31. ຊາວບ້ານໄດ້ຍິນວ່າ ພວກຕໍາຣວດ ພາກັນມອບໂຕ, ແຕ່ ກອງກໍາລັງອາຣະກັນ ໄດ້ໂຈມຕີ ຄ້າຍທະຫານພະມ້າ. ທະຫານພະມ້າ ພາກັນຍອມຈໍານົນ ຫຼັງຈາກທີ່ຜູ້ບັນຊາການ ຂອງເຂົາເຈົ້າເສັຽຊີວິດ.

ຊາວບ້ານກ່າວວ່າ ເຖິງຢ່າງໃດກໍຕາມ, ຍັງບໍ່ມີຄວາມກະຈ່າງແຈ້ງ ວ່າ ຕໍາຣວດ ແລະ ທະຫານພະມ້າ ຍອມຈໍານນົກແບບໃດ ແລະ ເຂົາເຈົ້າຖືກກັກ ຢູ່ໃນຄຸກຂອງກອງກໍາລັງອາຣະກັນ ແນວໃດ ແລະ ຕອນນີ້ ສະຖານະການຍັງບໍ່ທັນສງົບເທື່ອ.

ກອງກໍາລັງອາຣະກັນ ປັດຈຸບັນ ໄດ້ຍຶດຄອງຄ້າຍທະຫານພະມ້າ 10 ແຫ່ງ ທີ່ເຄີຍຢູ່ໃນເຂດຄວບຄຸມຂອງທະຫານພະມ້າ ແລະ ກອງກໍາລັງ ອາຣະກັນ ໄດ້ຍຶດ 3 ເມືອງ ຢູ່ ຣັຖຣາຂ່າຍ ຄື ເມືອງ ມຣອກ ຢູ, ເມືອງ ກີອອກຕາວ ແລະ ເມືອງ ມິນບີເອ.​

ປະຊາຊົນ ກ່າວວ່າ ປັດຈຸບັນ ບໍ່ມີຕໍາຣວດພະມ້າ ແລະ ທະຫານພະມ້າ ຢູ່ໃນເຂດເມືອງດັ່ງກ່າວ, ສ່ວນຫຼາຍ ພາກັນຍອມມອບໂຕ ຫຼື ເສັຽຊີວິດ ໃນການຕໍ່ສູ້.

ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ຫາ ໂຄສົກກອງກໍາລັງ ອາຣະກັນ ທ່ານ ເກັງ ຕູ ຄາ ແລະ ທ່ານ ຮະລາ ຕຽນ ໂຄສົກທະຫານພະມ້າ ຢູ່ ຣັຖຣາຂ່າຍ ກ່ຽວກັບຂໍ້ມູນເພີ່ມເຕີມ ແຕ່ວ່າ ທັງສອງບໍ່ຮັບໂທລະສັບ.

ລະບອບທະຫານພະມາ ບໍ່ໄດ້ເຜີຍຂໍ້ມູນ ກ່ຽວກັບຂໍ້ຂັດແຍ່ງ ໃນຣັຖຣາຂ່າຍ ລວມທັງ ການຕໍ່ສູ້ຢູ່ໃນເມືອງ ມຣອກ ຢູ ໃນວັນພະຫັນທີ່ຜ່ານມາ.

ກອງກໍາລັງພັນທະມິດສາມຝ່າຍ ລວມມີ ກອງກໍາລັງທີ່ມາຈາກ 3 ຊົນເຜົ່າ, ໄດ້ເຂົ້າຍຶດເຂດຣັຖຣະຂ່າຍ ແລະ ຣັຖສານ ນັບແຕ່ມີການປະຕິບັດການໂຈມຕີ ໃນທ້າຍເດືອນຕຸລາ 2023 ທີ່ຜ່ານມາ ຫຼັງຈາກນັ້ນ ກໍມີທະຫານພະມ້າຫຼາຍ 1,000 ຄົນ ຕ້ອງຍອມຈໍານົກ ຫຼື ໜີໄປປະເທດເພື່ອນບ້ານ.  

ຣັຖມົນຕຣີ ກະຊວງການຕ່າງປະເທດ ບັງກະລາເດສ ທ່ານ ຮາຊັນ ມາຮູດ ໄດ້ຖແລງວ່າ ມີຕໍາຣວດຊາຍແດນພະມ້າ 340 ຄົນ ໜີເຂົ້າມາປະເທດບັງກະລາເທສ ໃນວັນພຸດທີ່ຜ່ານມາ ແລະ ເຂົາເຈົ້າຖືກສົ່ງກັບປະເທດພະມ້າແລ້ວ.

ທ່ານ ນໍບຸນ ເຈົ້າໜ້າທີ່ກອງກໍາລັງ ຝ່າຍຕໍ່ຕ້ານທະຫານພະມ້າ ໄດ້ກ່າວອ້າງວ່າ ທະຫານພະມ້າ ໄດ້ເລັງເປົ້າໝາຍໂຈມຕີ ສູນບັນຊາການໃຫຍ່ ຂອງກອງກໍາລັງກະສິນ ເຊິ່ງການໂຈມຕີ ໄດ້ມີຂຶ້ນໃນຕອນທ່ຽງຄືນ ຕາມເວລທ້ອງຖິນຂອງພະມ້າ.

ມີຜູ້ເສັຽຊີວິດ 29 ຄົນ ມີເດັກນ້ອຍ 11 ຄົນ ລວມຢູ່ນໍາ ເຊິ່ງໄດ້ນໍາມາທໍາພິທີເຜົາ ໃນວັນຕໍ່ມາ. ນອກຈາກນີ້ ມີປະຊາຊົນ 57 ຄົນ ໄດ້ຮັບບາດເຈັບ ແລະ ຖືກນໍາສົ່ງໄປປິ່ນປົວຢູ່ໂຮງໝໍ ໃກ້ຄຽງ.

ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການສິ້ງຊອມ ດ້ານສິດທິມະນຸສ ປະຈໍາເຂດເອເຊັຽ ໄດ້ກ່າວຕໍ່ນັກຂ່າວວ່າ:

ມັນເປັນທີ່ແຈ້ງຂາວແລ້ວວ່າ ທະຫານພະມ້າທໍາລາຍ ຄວາມເປັນປະຊາທິປະໄຕ ແລະ ເຮັດໃຫ້ປະຊາຊົນພະມ້າ ຕ້ອງອົບພະຍົບ ເຊິ່ງມັນເປັນສິ່ງທີ່ຮັບບໍ່ໄດ້ ແລະ ປະຊາຊົນຄົມໂລກ ຕ້ອງອອກມາດໍາເນີນການເຣື່ອງນີ້.

ນອກຈາກນີ້ ທ່ານ ນໍບຸນ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ນີ້ບໍ່ມີຮູບແບບການໂຈມຕີ ຂອງທະຫານພະມ້າ ແບບປົກກະຕິ. ເຖິງວ່າ ທະຫານພະມ້າ ຈະຍິງໂຈມຕີເຂດໄລຊາ ດ້ວຍປືນໃຫຍ່ກໍຕາມ, ແຕ່ວ່າການໂຈມຕີຄັ້ງນີ້ ອາດຈະມາຈາກການໃຊ້ໂດຣນ.​ 

ທ່ານ ກ່າວຕື່ມວ່າ: ມັນບໍ່ແມ່ນປືນໃຫຍ່ ແຕ່ ມັນເປັນຫຍັງຄ້າຍຄືກັບຍົນ ຫຼື ໂດຣນ. ຖ້າວ່າ ມັນເປັນຍົນສູ້ຣົບ ສຽງມັນຕ້ອງດັງ ແລະ ບໍ່ແນ່ໃຈວ່າ ມັນເປັນລະເບີດຊະນິດໃດ.​

ທ່ານ ກ່າວຕື່ມວ່າ ທະຫານພະມ້າ ໄດ້ນາບຂູ່ພວກເຮົາ ທີ່ພວກເຮົາໄດ້ເຂົ້າຮ່ວມການເຈຣະຈາ ສັນຕິພາບ ໃນກອງກໍາລັງຊົນເຜົ່າຕ່າງໆ.

ປະຊາຊົນຢູ່ເຂດ ໄລຊາ ຜູ້ທີ່ ໃຫ້ການຊ່ວຍເຫຼືອ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ ຜູ້ທີ່ໄດ້ຮັບບາດເຈັບ ຖືກນໍາສົ່ງໄປໂຮງໝໍ ໃນຕອນສວຍຂອງວັນອັງຄານ.

ປະຊາຊົນ ທ່ານນີ້ ໄດ້ກ່າວວ່າ: ລາວໄດ້ເຫັນເດັກນ້ອຍທີ່ໄດ້ຮັບບາດເຈັບ ແລະ ເອົານົມໃຫ້້ເດັກນ້ອຍ ຜູ້ທີ່ແມ່ຂອງພວກເຂົາເສັຽຊີວິດ. ພວກເຮົາຕ້ອງໃຫ້ການຊ່ວຍເຫຼືອ ເດັກນ້ອຍເຫຼົ່ານັ້ນ.​

ປະຊາຊົນ ທ່ານ ນີ້ ໄດ້ກ່າວຕືື່ມວ່າ ນອກຈາກປະຊາຊົນ 57 ຄົນ ທີ່ໄດ້ຮັບບາດເຈັບແລ້ວ ຍັງມີຫຼາຍກວ່ານັ້ນ ໂດຍ ສະເພາະ ຜູ້ທີ່ບໍ່ໄດ້ໄປໂຮງໝໍ ຍ້ອນວ່າ ຄ້າຍຜູ້ອົບພະຍົບ ຖືກທໍາລາຍຈາກການໂຈມຕີ.​

ຊາວບ້ານຄົນອື່ນໆ ຜູ້ທີ່ເຫັນການໂຈມຕີ ໄດ້ກ່າວວ່າ ມີເຮືອນປະຊາຊົນຫຼາຍຫຼັງຖືກທໍາລາຍ ຍ້ອນການໂຈມຕີ ຈາກລະເບີດທໍາລາຍລ້າງສູງ ຂອງທະຫານພະມ້າ.​

ກຸ່ມທະຫານພະມ້າ ໄດ້ຈັບໂຕ ແລະ ກັກຂັງສະມາຊິກພັກສັນນິບາດ ແຫ່ງຊາຕ ເພື່ອປະຊາຊົນທິປະໄຕຂອງພະມ້າ ຫຼື NLD ເກືອບ 2,000 ຄົນ ນັບແຕ່ທະຫານພະມ້າເຂົ້າມາຍຶດອໍານາດ ຈາກຣັຖບານພົລເຮືອນ. 

ພັກສັນນະບາດແຫ່ງຊາຕ ເພື່ອປະຊາທິປະໄຕຂອງພະມ້າ ຫຼື NLD ໄດ້ອອກຖແລງການເນື່ອງໃນວັນຄົບຮອບ 35 ປີ ຂອງການສ້າງຕັ້ງພັກ.​

ພັກ NLD ຂອງພະມ້າ ໄດ້ເຂົ້າມາບໍຣິຫານປະເທດ ໃນປີ 2015 ຫຼັງຈາກເອົາຊະການພັກ ຂອງຝ່າຍທະຫານພະມ້າ ໃນການເລືອກຕັ້ງທົ່ວໄປ ຂອງພະມ້າໃນເວລານັ້ນ, ແຕ່ວ່າ ໃນປີ 2021 ທະຫານພະມ້າ ໄດ້ຣັຖປະຫານຍຶດອໍານາດ ແລະ ຈັບໂຕຍານາງ ອອງ ຊານ ຊູ ຈີ ຫົວໜ້າພັກ NLD ໂດຍໃສ່ຂໍ້ຫາວ່າ ພັກຂອງຍານາງ ສໍ້ໂກງການເລືອກຕັ້ງ.

ນັບຕັ້ງນັ້ນເປັນຕົ້ນມາ, ກຸ່ມທະຫານພະມ້າ ໄດ້ຈັບໂຕສະມາຊິກພັກ NLD ເກືອບ 2,000 ຄົນ, ໃນນັ້ນ ມີສະມາຊິກພັກປະມານ 1,200​ ຄົນ ຍັງຄົງຖືກຄຸມຂັງຢູ່ ອີງຕາມການຣາຍງານ ຂອງພັກ NLD.​

ທ່ານ ຂິນຊວງ, ກັມມະການບໍຣິຫານພັກ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ກຸ່ມທະຫານພະມ້າ ໄດ້ທໍາລາຍຄວາມຝັນ ຂອງປະຊາຊົນພະມ້າ ຜູ້ທີ່ລົງຄະແນກເລືອກເອົາພັກ NLD ເມື່ອ 8 ປີ ກ່ອນ.​

ທ່ານ ກ່າວວ່າ: ທະຫານພະມ້າ ຍັງຄົງຈັບ ແກນນໍາພັກ NLD ແບບຜິດກົດໝາຍ ແລະ ທໍາລາຍຫ້ອງການຂອງພັກ, ສັງຫານສະມາຊິກພັກ. ເປັນທີ່ແຈ້ງຂາວແລ້ວວ່າ ກຸ່ມທະຫານພະມ້າ ກໍາລັງພະຍາຍາມ ທໍາລາຍພັກ NLD ຢ່າງເປັນລະບົບ.

ກຸ່ມທະຫານພະມ້າ ໄດ້ບຸກທໍາລາຍຫ້ອງການຂອງພັກ NLD ໃນທົ່ວປະເທດພະມ້າ ຢ່າງໜ້ອຍ 160 ຄັ້ງ, ທໍາລາຍຕຶກອາຄານໄປແລ້ວເກືອບ 400 ແຫ່ງ, ແລະ ຍຶດຊັບສິນສະມາຊິກພັກ NLD 370 ທ່ານ ລວມທັງເຮືອນຂອງສະມາຊິກພັກ 180 ທ່ານ, ຊັບສິນອື່ນ ແລະ ຍານພະຫະນະ ອີງຕາມການຣາຍງານຂອງພັກ NLD.

ບົດຣາຍງານງານຍັງລະບຸວ່າ ກຸ່ມທະຫານພະມ້າ ໄດ້ສັງຫານສະມາຊິກພັກ NLD ໄປແລ້ວຢ່າງ 100 ຄົນ ລວມທັງສະມາຊິກສະພາແຫ່ງຊາຕ ຂອງພະມ້າ. ຕໍ່ກັບຖແລງການ ແລະ ຄໍາອ້າງຂອງພັກ NLD, ເຈົ້າໜ້າທີ່ຝ່າຍກຸ່ມ ທະຫານພະມ້າຍັງຄົງບໍ່ມີຊີ້ແຈງແຕ່ຢ່າງໃດ. ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ໄດ້ພະຍາຍາມຕິດຕໍ່ຫາ ທ່ານ ຊໍມິນຕັນ ຮອງຣັຖມົນຕຣີກະຊວງຖແລງຂ່າວ ຂອງກຸ່ມທະຫານພະມ້າ ເພື່ອຈະຖາມ ກ່ຽວກັບເຣື່ອງນີ້ ແຕ່ ທ່ານບໍ່ຮັບສາຍ.

ອີງຕາມ ສະມາຄົມຊ່ວຍເຫຼືອນັກໂທດການເມືອງ ຂອງພະມ້າ ທີ່ມີຫ້ອງການໃຫຍ່ຕັ້ງຢູ່ປະເທດໄທຍ, ທະຫານພະມ້າ ໄດ້ສັງຫານນັກເຄື່ອນໄຫວ ໄປແລ້ວປະມານ 4,000 ຄົນ ນັບແຕ່ກຸ່ມທະຫານພະມ້າ ເຂົ້າມາຍຶດອໍານາດ ຈາກຣັຖບານທີ່ມາຈາກການເລືອກຕັ້ງ ໃນເດືອນກຸມພາ ປີ 2021 ແລະ ໄດ້ຈັບໂຕປະຊາຊົນໄປແລ້ວເກືອບ 20,000​ ຄົນ.

ທີ່ຜ່ານມາກຸ່ມທະຫານພະມ້າ ກໍໄດ້ປ່ອຍໂຕນັກໂທດຫຼາຍພັນຄົນ ເພື່ອລົດຄວາມກົດດັນ ຈາກປະຊາຄົມໂລກ, ແຕ່ນັກວິ​ເຄາະຕັ້ງຂໍ້ສົງໄສວ່າ ການປ່ອຍຕົວດັ່ງກ່າວ ເປັນເງື່ອນໄຂເພື່ອໃຫ້ໄດ້ການຍອມຮັບຈາກສາກົລ ຫລັງຈາກທີ່ຝ່າຍທະຫານໄດ້ຍຶດອຳນາດ ໃນເດືອນກຸມພາ ປີ 2021 ທີ່ຜ່ານມາ.

ຜູ້​ຖືກຂັງຄຸກ 2,300 ຄົນ ຖືກປ່ອຍຕົວຈາກຄຸກຢູ່ ນະຄອນຫລວງນໍປີດໍ ແລະ ຈາກຄຸກຢູ່ທົ່ວປະເທດ ແລະ ຂົງເຂດຕ່າງໆ. ການປ່ອຍຕົວຄັ້ງນີ້ ຖືວ່າເປັນການນິຣະໂທກັມ ທົ່ວປະເທດ.

ນອກຈາກນີ້ ຍັງມີການຈັບນັກຂ່າວ ຕ່າງປະເທດທີ່ຣາຍງານຂ່າວ ການປະທ້ວງ ຢູ່ພະມ້າ. ທ່ານ ອອງ ເຢ ໂກ, ນັກຂ່າວຈາກສຳນັກຂ່າວ 7 Days News ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກສາພະມ້າວ່າ ລາວໄດ້ຖືກປ່ອຍຕົວ ຫຼັງຈາກຖືກຈັບໃນວັນທີ 27 ເດືອນກຸມພາ 2021 ໃນນະທີ່ກຳລັງລາຍງານຂ່າວການທ້ວງຢູ່ເມືອງ ເລນດານ ຢູ່ນະຄອນ ຢາງກຸ້ງຊຶ່ງເປັນນະຄອນຫລວງເກົ່າ ຂອງພະມ້າ.

ທ່ານ ກ່າວ​ວ່າ ຂ້ອຍບໍ່ຮູ້ຈຸດປະສົງ ຂອງທະຫານ ຫຼື ເປັນຫຍັງ ທະຫານຝ່າຍທີ່ຍຶດອຳນາດ ຈຶ່ງປ່ອຍຕົວຂ້ອຍ ແຕ່ວ່າຂ້ອຍກໍຈະຍັງຄົງເຮັດໜ້າທີ່ ລາຍງານຂ່າວຄືເກົ່າ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.