ມຽນມາບັງຄັບ ກົດໝາຍເກນທະຫານ ຍິງເຮັດໃຫ້ຄົນມຽນມາ ຈັບອາວຸດຕໍ່ສູ້ ຫຼາຍຂຶ້ນ

ອຸ່ນແກ້ວ
2024.06.09
ມຽນມາບັງຄັບ ກົດໝາຍເກນທະຫານ ຍິງເຮັດໃຫ້ຄົນມຽນມາ ຈັບອາວຸດຕໍ່ສູ້ ຫຼາຍຂຶ້ນ ທະຫານທີ່ຈົບການອົບຮົມ ການທະຫານ ກັບຝ່າຍຕໍ່ຕ້ານທະຫານມຽນມາ. ໃນເດືອນພຶດສະພາ 2024
Photo Credit: People’s Defense Forces Southern Military Headquarters No

ມີປະຊາຊົນເກືອບ 1,000 ຄົນ ທີ່ຢູ່ໃນໄວເກນທະຫານ ຂອງກອງທັບມຽນມາ ພາກັນເຂົ້າປ່າໄປຝຶກອົບຮົມວິຊາການທະຫານ ກັບລັດຖະບານເງົາ ທີ່ເປັນຝ່າຍຕໍ່ຕ້ານທະຫານມຽນມາ.

ທະມຽນມາ, ທີ່ເຂົ້າມາຢຶດອໍານາດ ໃນປີ 2021​ແລະ ໄດ້ປະເຊີນກັບຄວາມໂດດດ່ຽວ ແລະ ການສູນເສັຍທາງກໍາລັງທະຫານ ໃນທົ່ວປະເທດ, ໄດ້ປະກາດໃຊ້ກົດໝາຍການເກນທະຫານໃນເດືອນກຸມພາ 2024 ທີ່ຜ່ານມາ. ທະຫານມຽນມາ ໄດ້ເກນປະຊາຊົນຈໍານວນ 9,000 ຄົນ ເຂົ້າມາເປັນທະຫານຮອບທີ 2 ໂດ້ຍການສ່ຽງຈັບ ໃບແດງ ໃບດໍາ.

ປະຊາຊົນຈໍານວນຫຼາຍພາກັນ ໜີອອກຈາກປະເທດ ຍ້ອນຢ້ານວ່າ ເຂົ້າເຈົ້າອາດຈະຖືກເກນທະຫານ. ການເກນທະຫານຂອງມຽນມາ ເປັນການບີບບັບຄັບຊາວໜຸ່ມ, ລວມທັງເຍົາວະຊົນ, ມີການນາບຂູ່ ຫຼື ທໍາລາຍຊັບສິນ, ຂູ່ຈະປັບ ໃໝ ພໍ່ແມ່ ຜູ້ປົກຄອງ ໂດຍສະເພາະ ການເກນທະຫານທີ່ຈະມີຂຶ້ນໃນຮອບທີ 3.

ມີປະຊາຊົນເກືອບ 1,000 ຄົນ ຕ້ອງເລືອກທີ່ຈະໄປເຂົ້າຝຶກອົບຮົມ ກັບກອງກໍາລັງປົກປ້ອງປະຊາຊົນ ທີ່ຕໍ່ສູ້ກັບທະຫານມຽນມາ ອີງຕາມຖະແຫຼງການ ຂອງກອງກໍາລັງປົກປ້ອງປະຊາຊົນ ທີ່ຢູ່ທາງພາກໃຕ້ຂອງມຽນມາ. ຖະແຫຼງການດັ່ງກ່າວ ໄດ້ລວມເອົາຮູບພາບຂອງຜູ້ທີ່ເຂົ້າຝຶກອົບຮົມທີ່ຫາກໍ່ຮຽນຈົບ. ລັດຖະບານເງົາ ຫຼື ລັດຖະບານລວມຊາດຂອງມຽນມາ ຖືກສ້າງຕັ້ງຂຶ້ນໂດຍ ເຈົ້າໜ້າທີ່ພົນລະເຮືອນ ທີ່ຖືກຢຶດອໍານາດລັດຖະປະຫານໃນເດືອນ ກຸມພາ 2021.

ຊາຍຄົນໜຶ່ງ ອາຍຸ 28 ທີ່ຢູ່ໃນໄວເກນທະຫານ ຢູ່ ລັດມັນດາເລ ໄດ້ກ່າວຕໍ່ເອເຊັຽເສຣີ ພະແນກພາສາມຽນມາ ວ່າ: ລາວວາງແຜນທີ່ຈະໄປຢູ່ຕ່າງປະເທດ ຄືກັບຄົນອື່ນໆ, ແຕ່ວ່າ ລາວຕັດສິນໃຈ ເຂົ້າຮ່ວມກຸ່ມກອງກໍາລັງປົກປ້ອງປະ ຊາຊົນ.

ລາວກ່າວວ່າ: ໃນເບື້ອງຕົ້ນ ຂ້ອຍຍັງລັງເລ ທີ່ຈະປ່ອຍໃຫ້ຄອບຄົວມີຄວາມສ່ຽງ ແຕ່ວ່າ ຕອນນີ້ ຂ້ອຍໄດ້ຍົກເລີກແຜນການທີ່ຈະໄປຕ່າງປະເທດ ແລະ ໄດ້ຕັດສິນໃຈ ເຂົ້າມາຈັບອາວຸດຕໍ່ສູ້. ປັດຈຸບັນ ຂ້ອຍກໍາລັງກະກຽມ ແລະ ຍັງພະຍາຍາມຕິດຕໍ່ຫາກຸ່ມກອງກໍາລັງທີ່ຈະໃຫ້ການຝຶກອົບຮົມ.

ລາວ ກ່າວຕື່ມອີກວ່າ: ຂ້ອຍບໍ່ສາມາດເຮັດຫຍັງໄດ້ ຍ້ອນວ່າ ຄວາມອະຍຸຕິທໍາຂອງທະຫານມຽນມາ, ໂດຍສະເພາະ ແນວທາງທີ່ເຂົາຂ້າ ແລະ ທໍລະມານປະຊາຊົນ. ຊາວໜຸ່ມສ່ວນຫຼາຍ ກໍພາກັນຕັດສິນໃຈແບບດຽວກັນ. ນີ້ຄືທາງດຽວທີ່ຈະຂຸດຮາກຖອນໂຄນຜະເດັດການທະຫານ.

ກອງບັນຊາການກອງກໍາລັງປົກປ້ອງປະຊາຊົນຢູ່ພາກໃຕ້ ທີ່ຢູ່ພາຍໃຕ້ລັດຖະເງົາຂອງມຽນມາ ໄດ້ເປີດຮັບສະໝັກເອົາປະຊາຊົນມາຝຶກອົບຮົມຫຼັກສູດການທະຫານຂັ້ນພື້ນຖານ ໃນເດືອນເມສາ ແລະ ພຶດສະພາ ອີງຕາມຖະແຫຼງການຂອງກອງກໍາລັງປົກປ້ອງປະຊາຊົນ. 

ເອເຊັຽເສຣີ ພະແນກພາສາ ມຽນມາ ໄດ້ພະຍາຍາມຕິດຕໍ່ຫາກອງບັນຫາການກອງກໍາລັງປົກປ້ອງປະຊາຊົນ ເພື່ອຖາມຂໍ້ມູນເພີ່ມເຕີມ, ແຕ່ ບໍ່ສາມາດຕິດຕໍ່ໄດ້ ຍ້ອນວ່າ ການສື່ສານໃນພື້ນທີ່ມີຂໍ້ຈໍາກັດ.

ນອກຈາກນີ້ ສະພາບຄວາມບໍ່ສະຫງົບຢູ່ປະເທດມຽນມາ ເຮັດໃຫ້ມີຜູ້ອົບພະຍົບເປັນຈໍານວນຫຼາຍ. ອົງການສິດທິມະນຸດກໍຮຽກຮ້ອງໃຫ້ສາກົນເຂົ້າມາມີບົດບາດໃນການແກ້ໄຂ.

ນັກສິດທິມະນຸດ ທ່ານໜຶ່ງກ່າວວ່າ:

ມັນເປັນທີ່ແຈ້ງຂາວແລ້ວວ່າ ທະຫານມຽນມາທໍາລາຍຄວາມເປັນປະຊາທິປະໄຕ ແລະ ເຮັດໃຫ້ປະຊາຊົນພະມ້າຕ້ອງອົບພະຍົບ ເຊິ່ງມັນເປັນສິ່ງທີ່ຮັບບໍ່ໄດ້ ແລະ ປະຊາຊົນຄົມໂລກຕ້ອງອອກມາດໍາເນີນການເລື່ອງນີ້.

ສົງຄາມກາງເມືອງຢູ່ປະເທດມຽນມາ ເຮັດໃຫ້ປະຊາຊົນຫຼາຍກວ່າ 2.6 ລ້ານຄົນ ຢູ່ປະເທດມຽນມາ ຕ້ອງມາກັນຍ້າຍຖິ່ນຖານ ໃນນັ້ນ 660,000 ຄົນ ໜີິອອກຈາກບ້ານເຮືອນຍ້ອນການສູ້ຮົບກັນ ນັບແຕ່ເດືອນຕຸລາ ທີ່ຜ່ານມາ 2023 ທີ່ຜ່ານມາ ອີງຕາມຂໍ້ມູນຈາກຫ້ອງການຜູ້ປະສານງານດ້ານມະນຸດສະທໍາຂອງອົງການສະຫະປະຊາຊາດ.

ສະມາຊິກຄອບຄົວຂອງຜູ້ທີ່ຖືກຈັບ ໄດ້ກ່າວວ່າ ທະຫານມຽນມາໄດ້ຈັບປະຊາຊົນ ທີ່ໂດຍສານໄປນໍາຍົນ ຍ້ອນສົງໄສວ່າ ປະຊາຊົນ ຈະເຂົ້າຮ່ວມກອງກໍາລັງຕໍ່ຕ້ານທະຫານມຽນມາ.

ການຈັບປະຊາຊົນ ມີຂຶ້ນ ຖ່າມກາງການບັງຄັບໃຊ້ກົດໝາຍການເກນທະຫານ ທີ່ເຮັດໃຫ້ປະຊາຊົນມຽນມາ ພາກັນໜີອອກຈາກປະເທດ ໂດຍ ທະຫານມຽນມາ ອ້າງວ່າ ປະຊາຊົນເຫລົ່ານັ້ນ ຈະໄປຮ່ວມກອງກໍາລັງຕໍ່ຕ້ານທະຫານມຽນມາ ຢູ່ເຂດພື້ນທີ່ຫ່າງໄກ ແທນທີ່ຈະມາຊ່ອຍທະຫານຕໍ່ສູ້ ໂດຍ ສະເພາະ ທະຫານມຽນມາ ທີ່ເຂົ້າມີຢຶດອໍານາດລັດຖະປະຫານ ໃນເດືອນກຸມພາ 2021.

ທະຫານມຽນມາ ໄດ້ກັກຂັງຜູ້ໂດຍສານເກືອບ 500 ຄົນ ຫຼັງຈາກທີ່ເຂົາເຂົ້າ ໂດຍທາງຍົນມາລົງທີ່ສະໜາມບິນ ລັດຣະຂ່າຍ ຫຼັງຈາກທີ່ເຂົາເຈົ້າບິນມາຈາກສະໜາມບິນຢ້າງກຸ້ງ. ຜູ້ໂດຍສານທີ່ຖືກຈັບ ຖືກສົ່ງໄປຂັງຢູ່ຄ້າຍທະຫານ ຢູ່ ເຂດວັດລໍກັນນາດາ ອີງຕາມຂໍ້ມູນຈາກຍາດພີ່ນ້ອງຂອງຜູ້ທີ່ຖືກຈັບ.

ໃນວັນດຽວກັນ, ກໍມີຜູ້ໂດຍສານ 60 ປາຍຄົນ ທີ່ບິນຈາກນະຄອນຢ້າງກຸ້ງ ກໍຖືກຈັບໃນກໍລະນີດຽວກັນ ຫຼັງຈາກທີ່ເຂົາເຈົ້າລົງຈາກຍົນຢູ່ເມືອງ ກີອໍຟີຢູ.​

ໃນຈໍານວນຜູ້ທີ່ຖືກຈັບ ມີແມ່ຍິງຖືພາ, ເດັກນ້ອຍ ແລະ ຜູ້ເຖົ້າ ໄດ້ຮັບການປ່ອຍໂຕ ໃນວັນດຽວກັນ ແຕ່ ຍັງບໍ່ມີໂຕເລກທີ່ຂັດເຈນວ່າ ມີຈໍານວນເທົ່າໃດ.​

ຄົນໃນຄອບຄົວຂອງຜູ້ທີ່ຖືກຈັບ ໄດ້ກ່າວຕໍ່ເອເຊັຽເສຣີ ພະແນກພາສາມຽນມາ ວ່າ: ເຂົາເຈົ້າບໍ່ສາມາດຜູ້ລະບຸທີ່ຖືກກັກຂັງໄດ້.

ຄົນໃນຄອບຄົວຜູ້ທີ່ຖືກຈັບ ໄດ້ກ່າວວ່າ: ພວກເຮົາຮູ້ວ່າ ຜູ້ໂດຍສານທັງໝົດ ທີ່ບິນຈາກສະໜາມບິນຢ້າງກຸ້ງ ຖືກເຈົ້າໜ້າທີ່ທະຫານນໍາໂຕຂຶ້ນລົດ ໃນວັດ ລໍກັນນາດາ ເພື່ອສືບສວນສອບສວນ ທັນທີທີ່ເຂົາເຈົ້າລົງຈາກຍົນ.

ຍາດພີ່ນ້ອງ ຜູ້ຖືກຈັບ ໄດ້ກ່າວວ່າ ມີຜູ້ໂດຍສານຖືກຈັບທັງໝົດປະມານ 500 ຄົນ ແລະ ບໍ່ຮູ້ວ່າ ເຈົ້າໜ້າທີ່ທະຫານ ມຽນມາ ສອບສວນຫຍັງເຂົາເຈົ້າ.

ທະຫານມຽນມາ ຕັດສັນຍານໂທລະສັບ ແລະ ອິນເຕີເນັດ ໃນພື້ນທີ່, ແລະ ທະຫານໄດ້ຕັ້ງຖານຢູ່ເຂດວັດ ລໍກັນນາດາ ແລະ ບໍ່ອະນຸຍາດໃຫ້ປະຊາຊົນເຂົ້າໄປໃນເຂດວັດນັ້ນ ອີງຕາມແຫຼ່ງຂ່າວຜູ້ເຫັນເຫດການ

ແຫຼ່ງຂ່າວ ໄດ້ກ່າວຕື່ມອີກວ່າ: ຜູ້ຖືກຈັບຈໍານວນນຶ່ງ ທີ່ມີເອກກະສານສໍາມະໂນຄົວ ກໍຈະຖືກປ່ອຍໂຕ ແຕ່ວ່າ ຜູ້ໂດຍສານທີ່ມາຈາກພື້ນທີ່ອື່ນໆ ຍັງບໍ່ໄດ້ຮັບການປ່ອຍໂຕ.

ນອກຈາກນີ້ ຍັງມີການຍິງຕໍ່ສູ້ກັນຢູ່ ລັດຣະຂ່າຍ ຫຼັງຈາກທີ່ກອງກໍາລັງອາຣະກັນ ຫຼື AA ໄດ້ສິ້ນສຸດສັນຍາການຢຸດຍິງ ໃນເດືອນພຶດສະພາ 2023 ທີ່ເກີດຂຶ້ນຢູ່ໃນພື້ນທີ່ ນັບແຕ່ມີການລັດຖະປະຫານ. ໃນຕອນນັ້ນ, ທະຫານມຽນມາ ໄດ້ຄວບຄຸມຖະໜົນເຂົ້າ-ອອກ ໃນເຂດດັ່ງກ່າວ ບໍ່ວ່າຈະເປັນທາງບົກ ແລະ ທາງນ້ໍາ, ນັ້ນເປັນການບັງຄັບໃຫ້ປະຊາຊົນຕ້ອງເດີນທາງດ້ວຍຍົນ. 

ຫຼັງຈາກ ທະຫານພະມ້າ ປະກາດບັງຄັບໃຊ້ກົດໝາຍການເກນທະຫານ ໃນວັນທີ 10 ກຸມພາ 2024, ຊາວໜຸ່ມລັດຣະຂ່າຍ ທີ່ເຮັດວຽກຢູ່ນະຄອນຢ້າງກຸ້ງ ຖືກຫ້າມບໍ່ໃຫ້ລົງທະບຽນຢູ່ໃນໂຕເມືອງຊົ່ວຄາວ. ຊາວບ້ານທີ່ຢ້ານຖືກຈັບກຸມ ກໍພາກັນກັບບ້ານກັນຫຼາຍຂຶ້ນ ອີງຕາມແຫຼ່ງຂ່າວ ຢູ່ນະຄອນຢ້າງກຸ້ງ.​

ຊາວນະຄອນຢ້າງກຸ້ງ ໄດ້ກ່າວຕໍ່ເອເຊັຽເສຣີ ພະແນກພາສາມຽນມາ ວ່າ ທະຫານມຽນມາ ປະຈໍາຢູ່ສະໜາມບິນ ລັດລະຂ່າຍ ໄດ້ຈັບໂຕຜູ້ໂດຍສານ ຍ້ອນສົ່ງໄສວ່າ ຜູ້ໂດຍສານຈະໄປຮ່ວມກອງກໍາລັງຕໍ່ຕ້ານ ລັດຖະບານ ຢູ່ໃນລັດດັ່ງກ່າວ.

ຊາວເມືອງຢ້າງກຸ້ງ ໄດ້ກ່າວອີກວ່າ: ປະຊາຊົນ ລັດຣະຂ່າຍ ທີ່ຢູ່ໃນນະຄອນຢ້າງກຸ້ງ ຖືກບັບຄັບໃຫ້ຕ້ອງກັບຄືນບ້ານ ເພື່ອເຂົ້າໄປຮັບການເກນທະຫານ ເຖິງວ່າ ເຂົາເຈົ້າຈະຍັງຮຽນຢູ່ ຫຼື ເຮັດວຽກກໍຕາມ. ເຖິງວ່າ ຜູ້ໂດຍສານທາງຍົນ ຈະມີບັດປະຈໍາໂຕກໍຕາມ ແຕ່ ເຂົາເຈົ້າກໍຖືກຈັບ ໃນຂໍ້ຫາທີ່ທະຫານມຽນມາ ສົງໄສວ່າ ເຂົາເຈົ້າມີແຜນຈະເຂົ້າໄປຮ່ວມກອງກໍາລັງອາຣະກັນ ເຊິ່ງເປັນກອງກໍາລັງຕໍ່ຕ້ານທະຫານມຽນມາ.

ກອງກໍາລັງຊົນເຜົ່າ ໄດ້ເຂົ້າຢຶດຄ້າຍທະຫານມຽນມາ ທີ່ເປັນກອງພັນທະລາບ 123 ຂອງທະຫານມຽນມາ ຢູ່ເຂດ ລັດສານ ທີ່ຕັ້ງຢູ່ທາງພາກເໜືອຂອງປະເທດມຽນມາ ອີງຕາມຂໍ້ມູນຈາກປະຊາຊົນ ແລະ ກຸ້ມກອງກໍາລັງຝ່າຍຕໍ່ຕ້ານທະຫານມຽນມາ ຫຼັງຈາກທີ່ສູ້ຮົບກັນມາໄດ້ຫຼາຍເດືອນ ທະຫານຝ່າຍຕໍ່ຕ້ານ ກໍສາມາດຄວບຄຸມເສັ້ນທາງການຄ້າ ທີ່ຕິດກັບປະເທດຈີນ.

ການສູນເສັຽເຂດທີ່ໝັ້ນຂອງຝ່າຍທະຫານມຽນມາ ເຮັດໃຫ້ຝ່າຍກອງກໍາລັງກຸ່ມຕໍ່ຕ້ານທະຫານມຽນມາ ສາມາດຄວບຄຸມ ເສັ້ນທາງການຄ້າຄວາມຍາວ 130 ກິໂລແມັດ ທີ່ເຊື່ອມຕໍ່ໃສ່ຊາຍແດນປະເທດຈີນ ທີ່ຫ່າງຈາກລັດສານພຽງແຕ່ 50 ກິໂລແມັດເທົ່ານັ້ນ.

ນັບຕັ້ງແຕ່ກອງກອງລັງພັນທະມິດ 3 ຝ່າຍ ຂອງກຸ່ມຊົນຊາດຊົນເຜົ່າ ໄດ້ບຸກໂຈມຕີຝ່າຍທະຫານມຽນມາແຕ່ເດືອນຕຸລາ 2023 ທີ່ຜ່ານມາ, ກອງກໍາລັງຝ່າຍຕໍ່ຕ້ານ ກໍສາມາດຢຶດໄດ້ 15 ເມືອງ ທາງພາກເໜືອຂອງ ລັດສານ ແລະ ສາມາດເຂົ້າຢຶດຄອງຄ້າຍທະຫານມຽນມາ ໄດ້ 200 ຄ້າຍ, ແລະ ກົດດັນໃຫ້ທະຫານມຽນມາ  4,000 ຄົນ ຕ້ອງຍອມຈໍານົນ.

ກອງທັບເອກະລາດກະສິນ ຫຼື KIA ໄດ້ເຂົ້າຄວບຄຸມຄ້າຍທະຫານມຽນມາ  ຫຼັງຈາກໄດ້ເຂົ້າຄວບຄຸມເມືອງພັດກາ ໃນວັນທີ 17 ມັງກອນ ອີງຕາມການ ກັນຢືນຢັນຂອງພັນເອກະ ນໍບູ ໂຄສົກກອງທັບເອກະລາດກະສິນ ທີ່ໄດ້ກ່າວຕໍ່ເອເຊັຽເສຣີ ພະແນກພາສາມຽນມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.