ປະຊາຊົນຊາວພະມ້າ ຫຼາຍພັນຄົນ ທີ່ປະທ້ວງ ຖືກທະຫານພະມ້າ ລົງໂທດ

ສິດນີ
2023.03.04
ປະຊາຊົນຊາວພະມ້າ ຫຼາຍພັນຄົນ ທີ່ປະທ້ວງ ຖືກທະຫານພະມ້າ ລົງໂທດ ປະຕູຄຸກ ໃນນະຄອນຢາງກຸ້ງ ປະເທດພະມ້າ, ສານຈັນຕາ ທີ່ຕັດສິນລົງໂທດ ປະຊາຊົນເກືອບ 2,400 ຄົນໃນເດືອນກຸມພາ.
AFP File Photo

ກຸ່ມຜູ້ນຳຜະເດັດການ ທະຫານພະມ້າຕັດສິນລົງໂທດ ປະຊາຊົນຜູ້ປະທ້ວງເກືອບຮອດ 2,400 ຄົນ ໃນເດືອນກຸມພາປີນີ້ ເດືອນດຽວ ຫລາຍກວ່າສອງເທົ່າ ຂອງຈຳນວນປະຊາຊົນ ຖືກຄຸກຫລັງຈາກການຣັຖປະຫານ ໃນໄລຍະສອງປີຜ່ານມາ ຊື່ງເປັນການລົງໂທດຮ້າຍແຮງ ທີ່ສຸດຕໍ່ປະຊາຊົນຜູ້ຮຽກຮ້ອງ ຄວາມເປັນທັມ ຈາກກຸ່ມຜະເດັດ ທະຫານພະມ້າ.

ຈຳນວນໂຕເລກ ດັ່ງກ່າວ ຖືກເປີດເຜີຍຈາກ ອົງການຊ່ອຍເຫລືອ ນັກໂທດການເມືອງ ໃນພະມ້າ ທີ່ມີສູນກາງຢູ່ປະເທດໄທຍ ລະບຸວ່າ ຈາກການຣັຖປະຫານ ມາຮອດວັນທີ 31 ເດືອນມົກກະຣາປີ 2023 ກຸ່ມຜູ້ນຳຜະເດັດການ ທະຫານພະມ້າ ໄດ້ຕັດສິນລົງໂທດຜູ້ປະທ້ວງ ຊາວພະມ້າຈຳນວນ 2,299 ຄົນ ແຕ່ໃນເດືອນກຸມພາ ປີນີ້ ເດືອນດຽວກຸ່ມດັ່ງກ່າວ ໄດ້ຕັດສິນລົງໂທດປະຊາຊົນ ກວ່າ 2,384 ຄົນ.

ອີງຕາມການລາຍງານ ຈາກອົງການຊ່ອຍເຫລືອ ນັກໂທດການເມືອງໃນພະມ້າ,ໃນວັນທີ 13 ເດືອນກຸມພາ ວັນດຽວປີນີ້ ກຸ່ມຜະເດັດການທະຫານ ພະມ້າໄດ້ຈັບກຸມຜູ້ປະທ້ວງຈຳນວນ 1,293 ຄົນ ທົ່ວປະເທດໃນນັ້ນ 1,274 ຄົນຖືກຕັດສິນໃສ່ຄຸກ

ກຸ່ມຝ່າຍຄ້ານເວົ້າວ່າ ຈຳນວນໂຕເລກການຈັບກຸມ ແລະໃສ່ຄຸກປະຊາຊົນຜູ້ທ້ວງສູງຂຶ້ນ ຍ້ອນວ່າ ກຸ່ມຜູ້ນຳຜະເດັດການ ທະຫານຕອ້ງການຢາກໃຫ້ ປະຊາຊົນຜູ້ປະທ້ວງ ມີຄວາມຢ້ານກົວ ໃນການປະທ້ວງຕໍ່ຕ້ານການປົກຄອງ ຂອງກຸ່ມຜະເດັດທະຫານ ໃນໄລຍະສອງປີ ຫລັງຈາກການຣັຖປະຫານ ໂຄ້ນຫລົ້ມ ຣັຖບານຜົລເຮືອນ ຂອງ ຍານາງ ອອງ ຊານ ຊູ ຈີ. ກ່ຽວກັບການຈັບກຸມ ແລະ ສພາບຄວາມວຸ້ນວາຍໃນພະມ້າ ນັກຊ່ຽວຊານທາງດ້ານການເມືອງ ໃນພະມ້ານາງນື່ງກ່າວວ່າ:

ນາງວ່າ ປາສຈາກປະຊາຄົມໂລກ ເຂົ້າຍຸ້ງກ່ຽວກັບບັນຫາຄວາມວຸ້ນວາຍໃນພະມ້າ ຈະລາມປາມໄປຫລາຍກວ່ານີ້.

ໃນຈຳນວນ ຜູ້ປະທ້ວງ 13 ຄົນຖືກຄຸກໃນເດືອນກຸມພານີ້ ຮ່ວມດ້ວຍແກ່ນນຳຊາວນຸ່ມ ຄົນສຳຄັນ ໃນຂໍ້ຫາລະເມີດ ກົດໝາຍຕ້ານຜູ້ກໍ່ການຮ້າຍ ແລະຊາວນຸ່ມອີກຫລາຍຄົນ, ນຶ່ງໃນນັ້ນແມ່ນທ້າວ Myo Tun ອາຍຸ 20 ປີ ຈາກນະຄອນຫລວງເນປິດໍ ຖືກສານທະຫານພະມ້າ ຕັດສິນລົງໂທດເປັນເວລາ 4 ປີ ຖານຣະເມີດກົດໝາຍ ຕ້ານກຸ່ມກໍ່ການຮ້າຍ ຊື່ງທະຫານພະມ້າ ໄດ້ຈັບລາວພ້ອມທັງເຕະ ແລະຕີລາວໃນເດືອນພືສຈິກາ ປີ 2021 ຜ່ານມາ ຫລັງຈາກນັ້ນຄອບຄົວ ຂອງລາວກໍບໍ່ເຫັນລາວເລີຍ. ສະມາຊິກຄອບຄົວຂອງລາວ ຜູ້ທີ່ຂໍສງວນຊື່ ກ່າວວ່າ ວິທະຍຸເອເຊັຽເສຣີ ພາສາພະມ້າວ່າ:

ການລົງໂທດ ໃສ່ຄຸກທ້າວ Myo Tun ຊາຍນຸ່ມ ອາຍຸ ພຽງແຕ່ 20 ປີ ເປັນການໂງ່ງ່າວ ທີ່ສຸດ ແລະກໍເປັນການໃຊ້ອຳນາດ ທີ່ບໍ່ຖືກຕ້ອງຂອງກຸ່ມຜະເດັດການ ທະຫານດ້ວຍການໃຊ້ອາວຸດ ຂົ່ມຂູ່ປະຊາຊົນ ຜູ້ຕ້ອງການຄວາມສັນຕິ ແລະຍຸທຕິທັມ, ຢາກຖາມກຸ່ມຜະເດັດການ ທະຫານວ່າ ພວກຂະເຈົ້າໄດ້ພົບເຫັນອາວຸດ ສົງຄາມໃນບ້ານຂອງລາວບໍ ຈຶ່ງຕູ່ຫາວ່າ ລາວຕ້ານກົດໝາຍ ຜູ້ກໍ່ການຮ້າຍ.

ນອກຈາກທ້າວ Myo Tun ແລ້ວ ກໍມີທ້າວ Myo Ko, ອາຍຸ 20 ປີເຫມືອນກັນຈາກ ເມືອງ ຊາແກງ ຖືກຄຸກ 4 ປີ ໃນຂໍ້ຫາປຸກລະດົມໃຫ້ ມີການຕໍ່ຕ້ານກຸ່ມຜະເດັດການ ທະຫານພະມ້າ ລາວອອກຈາກມະຫາວິທະຍາລັຍ ມາປະທ້ວງກັບປະຊາຊົນ ຫລັງຈາກການຣັຖປະຫານ. ຜູ້ໃກ້ຊີດກັບຄອບຄົວຂອງລາວກ່າວວ່າ:

ທ້າວ Myo Ko ຍັງເປັນເດັກຢູ່ ລາວຍັງບໍ່ມີປະສົບປະການ ໃນຊີວີດຂອງລາວເທື່ອ ລາວເປັນຄົນທີ່ຊື່ສັດ ມີມາລະບາດ ນີສັຍໃຈຄໍດີ ມັກສງົບ ບໍ່ເຄີຍສ້າງບັນຫາກັບໃຜ ການລົງໂທດເດັກ ເປັນສິ່ງທີ່ບໍ່ຖືກຕ້ອງ ແລະບໍ່ຍຸທຕິທັມ ຂ້າພະເຈົ້າຈະຕໍ່ສູ້ທັບມ້າງກຸ່ມຜະເດັດການ ທະຫານພະມ້າໃຫ້ໝົດໄປ ຕາມຄວາມສາມາດ ທີ່ມີ ໃນນາມ ປະຊາຊົນພະມ້າ.

ອົງການຊ່ອຍເຫລືອນັກໂທດ ການເມືອງໃນພະມ້າ ໄດ້ກ່າວຕໍ່ສື່ມວນຊົນວ່າ ກຸ່ມຜະເດັດທະຫານພະມ້າໄດ້ລົງໂທດ ປະຫານຊີວີດຕໍ່ກຸ່ມປະທ້ວງ ໃນຫລາຍຄະດີ ປາສຈາກຫລັກຖານອ້າງອີງໃດໆ ກຸ່ມຜະເດັດທະຫານ ໄດ້ປະກາດຜ່ານສື່ມວນຊົນ ທີ່ຕົນຄວບຄຸມວ່າ ໃນໄລຍະຜ່ານມາ ໄດ້ໃຫ້ອະພັຍຍະໂທດແລະປ່ອຍນັກໂທດ ຈາກຄຸກຕ່າງໆທົ່ວປະເທດ 4 ເທື່ອແລ້ວ ແຕ່ນັກໂທດຖືກປ່ອຍນັ້ນ ສ່ວນໃຫຍ່ເປັນນັກໂທດທັມມະດາ, ຄ້າຢາເສບຕິດ,ລັກສິ່ງຂອງຫລືຄ້າມະນຸສ ສ່ວນນັກໂທດການເມືອງ, ປະຊາຊົນຜູ້ປະທ້ວງນັ້ນ ຖືກປ່ອຍນ້ອຍ.

ທະນາຍຄວາມພະມ້າ ທ່ານນື່ງເວົ້າວ່າ ຫລັງຈາກກຸ່ມຜະເດັດການ ທະຫານພະມ້າ ໄດ້ນຳເອົາກົດໝາຍຕ້ານຜູ້ກໍ່ການຮ້າຍມາໃຊ້ ໃນການຕັດສິນຄະດີ ໃນເດືອນສີງຫາປີ 2021 ທ່ານພົບວ່າ ກົດໝາຍດັ່ງກ່າວຖືກໃຊ້ມາຕລອດ ໃນການຕັດສິນໃນສານທະຫານພະມ້າ ບໍ່ວ່າໃນກໍຣະນີໃດໆ ຮ່ວມທັງກໍຣະນີ ການປະທ້ວງແບບສັນຕິ ຂອງປະຊາຊົນຊາວພະມ້າ. ທ່ານວ່າ ມາຮອດ ວັນທີ 30 ເດືອນມິຖຸນາປີ 2022 ກຸ່ມຜະເດັດ ທະຫານພະມ້າ ໄດ້ນຳໃຊ້ກົດໝາຍເລກທີ 505 ຊື່ງກົດໝາຍໃນຂໍ້ກ່າວຫາ ປຸກລະດົມ ປັ່ນປວ່ນ ອອກຂ່າວເທສ ຜູ້ລະເມີດກົດໝາຍດັ່ງກ່າວ ກໍຈະຖືກໂທດຫລາຍປີ ເຫມືອນກັນກັບກົດໝາຍຕ້ານຜູ້ກໍການຮ້າຍ ເຮັດໃຫ້ປະຊາຊົນຢ້ານກົວ ທີ່ຈະປະທ້ວງກຸ່ມທະຫານ.

ຮ້າຍໄປກົ່ວນັ້ນ ກຸ່ມຜູ້ນຳຜະເດັດການທະຫານ ຍັງໄດ້ຄວບຄຸມລະບົບສານ ດ້ວຍເພີ່ມຂໍ້ກ່າວຫາຕໍ່ປະຊາຊົນ ຜູ້ປະທ້ວງໃນຫລາຍກະໂທງ ເພື່ອເພີ່ມໂທດໃນການຕັດສິນ ຄະດີ ແລະລົງໂທດ ເປັນເວລາຫລາຍປີ. ນັກຊ່ຽວຊານບັນຫາ ພະມ້າ ນາງນັ້ນກ່າວຕື່ມວ່າ:

ນາງວ່າ ປະຊາຄົມນານາຊາຕ ເປັນແຮງດັນໃນການຢັບຢັ້ງ ຄວາມວຸ້ນວາຍໃນພະມ້າໄດ້.

ທ່ານ Nay Phone Latt ໂຄສົກຣັຖບານ ຮ່ວມຊາຕພະມ້າ ຊື່ງເປັນຣັຖບານ ທີ່ຕັ້ງຂຶ້ນມາ ເພື່ອຕ້ານກຸ່ມຜະເດັດ ທະຫານກ່າວຕໍ່ວິທຍຸ ເອເຊັຽເສຣີ ພາສາພະມ້າວ່າ ສານທະຫານພະມ້າ ເປັນສານເລືອກການປະຕິບັດ ໃນການຕັດສິນຄະດີ ແລະ ກໍເປັນສານຝ່າຍດຽວ ບໍ່ມີທະນາຍ ຄວາມຄ້ຳປະກັນຄວາມບໍຣິສຸດຂອງຜູ້ຕ້ອງຫາ, ທ່ານວ່າ:

ໃນຄະດີຂໍ້ກ່າວຫາ ຜູ້ກໍການຮ້າຍ ຜູ້ຕ້ອງຫາບໍ່ສາມາດ ໃຫ້ຄວາມໃດໆຕໍ່ສານ ຊຶ່ງໂດຍທົ່ວໄປແລ້ວ ຜູ້ຕ້ອງຫາ ມີສິດໃນການປ້ອງກັນໂຕເອງ ໃນສານ ແລະຄະດີຕ້ອງຕັດສິນ ໃນສານແບບເປີດ ແປນໂດຍມີຜູ້ທະນາຍຄວາມ ແລະປະຊາຊົນເຂົ້າຮ່ວມ ເປັນພຍານ.

ທ່ານວ່າ ສິດດັ່ງກ່າວ ຖືກບັນທຶກໄວ້ໃນກົດໝາຍ ນານຊາດທາງດ້ານສິດທິມະນຸສ ແຕ່ກຸ່ມຜະເດັດທະຫານໄດ້ຕັດສິນຄະດີ ປາສຈາກຈັນຍາບັນ ແລະຈັນຍາທັມ ຕາມກົດໝາຍສາກົນ.

ໃນຂະນະດຽວກັນ ວ່າງອາທີດຜ່ານມາ ກຸ່ມຜະເດັດທະຫານພະມ້າ ກໍບໍ່ອະນຸຍາດໃຫ້ ຍານາງ ອອງ ຊານ ຊູ ຈີ້ ແລະທ່ານ ວິນມິນ ຜູ້ນຳຄົນສຳຄັນ ຂອງພະມ້າທີ່ຖືກສານ ທະຫານຕັດສິນ ຈຳຄຸກ ເປັນເວລາຫລາຍປີ ໃນຫລາຍຄະດີ ຫລັງຈາກການຣັຖປະຫານ ບໍ່ໃຫ້ພົບພໍ້ກັບກຸ່ມທະນາຍ ຄວາມຂອງພວກທ່ານໃນຄຸກ ເພື່ອຕໍ່ສູ້ຄະດີ ຂອງແກ່ຍານາງອີກໃໝ່ ຈາກການຕັດສິນ ທີ່ບໍ່ເປັນທັມ ແລະ ບໍ່ເປັນໄປຕາມາຕຖານສາກົນ.

ສອງແກ່ນນຳພົລເຮືອນ ຄົນສຳຄັນດັ່ງກ່າວ ຖືກເລືອກຕັ້ງຈາກປະຊາຊົນ ດ້ວຍຄະແນນສຽງ ຢ່າງຖ້ວມລົ້ນ ໃນການເລືອກຕັ້ງທົ່ວ ປະເທດໃນໄລຍະຜ່ານມາ ຖືກກຸ່ມຜະເດັດທະຫານ ໂຄ້ນລົ້ມດ້ວຍການຣັຖປະການ ໃນເດືອນກຸມພາປີ 2021 ຍານາງ ອອງຊານຊູຈີ ຖືກສານທະການຕັດສິນ ຈຳຄຸກເປັນເວລາ 33 ປີ ໃນນັ້ນ 19 ຄະດີກ່ຽວກັບການສໍ້ຣາສບັງຫລວງ ແລະທ່ານ ວິນມີນ ຖືກສານຕັດສິນ ຖືກຄຸກເປັນເວລາ 12 ປີໃນ 8 ຄະດີ ຊື່ງເປັນຄະດີທີ່ສ່ວນໃຫຍ່ ຫາເຮື່ອງໃສ່ຫລາຍກວ່າ ປາສຈາກຂໍ້ມູນ ອ້າງອີງໃດໆ ຈາກຝ່າຍທະຫານ.

ກຸ່ມທະນາຍຄວາມ ຂອງຍານາງ ໄດ້ຮອ້ງຂໍໃນການພົບພໍ້ກັບ ຍານາງ ອອງ ຊານ ຊູ ຈີ້ ແລະທ່ານ ວິນມີນ ໃນກາງເດືອນມົກກະຣາ ຜ່ານມາ ແຕ່ກຸ່ມຜະເດັດ ທະຫາບໍ່ອະນຸຍາດ ໃຫ້ພົບ ແຫລ່ງຂ່າວ ຈາກກຸ່ມທະນາຍຄວາມ ກ່າວຕໍ່ວິທຍຸເອເຊັຽເສຣີ ຜະແນກພາສາພະມ້າວ່າ:

ພວກທ່ານເປັນຫວ່ງ ຕໍ່ການບໍ່ອະນຸຍາດ ໃຫ້ເຂົ້າພົບຍານາງ ແລະທ່ານວິນມີນ ໃນຄຸກ ຍ້ອນວ່າ ພວກທ່ານບໍ່ຮູ້ຫຍັງໝົດ ໃນບ່ອນກັກຂອງຜູ້ນຳທັງສອງ ເປັນຕົ້ນທາງດ້ານສຸຂພາບ ແລະອື່ນໆຕາມກົດໝາຍສາກົນ ກຸ່ມທະນາຍ ຄວາມຕ້ອງອະນຸຍາດ ໃຫ້ເຂົ້າພົບຜູ້ທີ່ຖືກກັກຂັງໄດ້ ຍ້ອນວ່າ ຜູ້ຕ້ອງຫາຍັງຕ້ອງການຄຳແນະນຳ ທາງດ້ານກົດໝາຍໃນການຕໍ່ສູ້ອີກໃໝ່.

ຍານາງ ອອງຊານຊູຈີ້ ອາຍຸ 78 ປີ ຖືກກັກຂັງດ່ຽວ ໃນຄຸກທີ່ນະຄອນຫລວງ ເນປິດໍ ກຸ່ມທະນາຍຄວາມ ບອກວ່າ ທາງຄຸກໄດ້ອະນຸຍາດ ໃຫ້ສົ່ງສິ່ງຂອງທີ່ຈຳເປັນໄປໃຫ້ ຍານາງໄດ້, ແຕ່ບໍ່ອະນຸຍາດ ໃຫ້ເຂົ້າພົບຍານາງ ເປັນການສ່ວນຕົວ. ສຳລັບທ່ານ ວິນມີນອາຍຸ 72 ປີ ນັ້ນຖືກກຸ່ມທະຫານຍ້າຍທ່ານໄປກັກຂັງ ຢູ່ຄຸກ Taungoo ແຄ້ວນບາໂກ ພາກໃຕ້ພະມ້າ ໃນວັນທີ 14 ມົກກະຣາຜ່ານມາ.

ທະນາຍຄວາມ ຂອງຍານາງທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ເວົ້າວ່າ:

ຕາມກົດໝາຍ, ນັກໂທດ ແລະຜູ້ຖືກກັກຂັງມີສິດ ໃນການພົບພໍ້ກັບທະນາຍຄວາມ ຂອງພວກຂະເຈົ້າ ການອະນຸຍາດ ດັ່ງກ່າວບັນທຶກໃວ້ໃນກົດໝາຍ ຣັຖທັມມະນູນ ຂອງຊາຕ ແລະສາກົນ ຈະບໍ່ມີຂໍ້ຫ້າມໃນສິດທິ ຂອງນັກໂທດ ທີ່ຈະພົບພໍ້ກັບທະນາຍຄວາມ ຫລັງຈາກຖືກກັກຂັງ ໃນຄຸກ ແຕ່ຢ່າງໃດ.

ທ່ານວ່າ ກຸ່ມຜະເດັດການ ທະຫານພະມ້າ ບໍ່ປະຕິບັດຕາມກົດໝາຍ ທີ່ບໍ່ອະນຸຍາດໃຫ້ ຍານາງ ອອງຊານ ຊູຈີ້ ແລະ ທ່ານ ວິນມີນ ພົບພໍ້ກັບທະນາຍຄວາມ ຂອງທ່ານໃນທີ່ກັກຂັງ. ກຸ່ມທະນາຍ ຄວາມຂອງຍານາງ ໄດ້ຍື່ນອຸທອນ ຕໍ່ສານສຸງສຸດ ຂອງພະມ້າ ແຕ່ຖືກປະຕິເສດ. ນັກຊ່ຽວຊານ ດ້ານການເມືອງ ໃນພະມ້າ ຄົນດຽວກັນນັ້ນກ່າວຕື່ມວ່າ:

ນາງວ່າ ສິດທິການປະທ້ວງ ເປັນສິດທິຂັ້ນພື້ນຖານ ຂອງປະຊາຊົນ ທີ່ບັນທຶກໄວ້ໃນກົດໝາຍ ນານາຊາຕ.

ໃນຂະນະດຽວກັນ ຍານາງ Noeleen Heyzer ທູດພິເສດ ຈາກອົງການ ສະຫະປະຊາຊາຕ ກ່ຽວກັບບັນຫານພະມ້າ ກໍໄດ້ຮຽກຮ້ອງກຸ່ມຜະເດັດທະຫານ ອະນຸຍາດໃຫ້ ຍານາງ ອອງ ຊານ ຊູ ຈີ ກັບຄືນໄປຢູ່ເຮືອນ ຂອງຍານາງ ໃນການກັກຂັງບໍຣິເວນ ແທນການກັກຂັງ ໃນຄຸກ ໃນເວລາທີ່ນາງ ໄປພົບກັບນາຍພົນ Min Aung Hlaing ຫົວຫນ້າກຸ່ມ ຜະເດັດທະຫານ ໃນເດືອນສິງຫາປີ 2022.

ເລຂາທິການໃຫຍ່ ສະຫະປະຊາຊາຕ, ສະຫະຣັຖ ອາເມຣິກາ, ສະຫະພາບຢູໂຣບ ແລະຜູ້ນຳນານາຊາຕ ຈາກຫລາຍປະເທດ ກໍໄດ້ຮຽກຮ້ອງໃຫ້ ປ່ອຍ ຍານາງ ອອງ ຊານ ຊຸ ຈີ້ ແລະ ທ່ານ ວິນມີນ ແລະບຸກຄົນອື່ນໆ ຮ່ວມດ້ວຍປະຊາຊົນ ຜູ້ທີ່ຖືກກ່າວຫາແບບບໍ່ເປັນທັມ ອອກຈາກຄຸກໃນພະມ້າ ແຕ່ກຸ່ມຜະເດັດການ ທະຫານພະມ້າ ບໍ່ເອົາຫົວຊາ. ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.