ສປປ ລາວ ເປັນນຶ່ງ ໃນຫຼາຍປະເທດ ທີ່ຍັງລະເມີດ ສິດທິຂັ້ນພື້ນຖານ

ສິດນີ
2022.12.18
ສປປ ລາວ ເປັນນຶ່ງ ໃນຫຼາຍປະເທດ ທີ່ຍັງລະເມີດ ສິດທິຂັ້ນພື້ນຖານ ຂະບວນປະທ້ວງ ທວງສິດເສຣີພາບ ໃນ ສປປ ລາວ ຢູ່ຕໍ່ໜ້າສະພາຢູໂຣບ ໃນການປະຊຸມ ລະຫວ່າງ ອາຊ້ຽນ-ສະຫະພາບຢູໂຣບ, ນະຄອນຫຼວງເບັລຈ້ຽມ, ວັນທີ 12 ທັນວາ 2022.
ອົງການພັນທະມິດ ເພື່ອປະຊາທິປະໄຕໃນລາວ (ພປລ)

ວຽດນາມ, ຈີນ, ເກົາຫລີເຫນືອ ແລະພະມ້າ ເປັນປະເທດ ທີ່ລະເມີດສິດທິມະນຸສ, ສິດທິປະຊາທິປະໄຕ, ສິດທິການນັບຖືສາສນາ ແລະສິດທິຂັ້ນພື້ນຖານ ປະເພດອື່ນໆ ຂອງປະຊາຊົນ ຣາຍໃຫຍ່ ຮວມດ້ວຍ ສປປ ລາວ ໃນບັນດາປະເທດເອເຊັຽ ທັງຫລາຍ.

ສຳລັບປະເທດວຽດນາມ ໃນອາທິດນີ້ ອົງການຜູ້ນັບຖືສາສນາ ທີ່ແຕກຕ່າງຮວ່ມກັບ 4 ອົງການສິດທິມະນຸສ ທີ່ເປັນໂຕແທນ ຂອງຊາວວຽດນາມ ຢູ່ຕ່າງປະເທດ ໄດ້ພາກັນຮຽກຮ້ອງ ໃຫ້ຣັຖບານວຽດນາມເຄົາຣົບ ນັບຖືສິດທິມະນຸສ ຂອງປະຊາຊົນ ຊາວວຽດນາມ ທີ່ຣັຖບານວຽດນາມ ໄດ້ສັນຍາໄວ້ ເປັນຕົ້ນສິດທິການປາກເວົ້າ, ການຊຸມນຸມ, ສິດທິການນັບສາສນາຄຣິສຕຽນ, ບາຮາຍ ແລະສາສນາອື່ນໆ

ອົງການ ພາກປະຊາສັງຄົມ ດັ່ງກ່າວ ໄດ້ຮຽກຮ້ອງ ຣັຖບານຄອມນຸນິສຕ໌ ວຽດນາມ ມາເປັນເວລາດົນນານ ໃນການກົດຂີ່ຂົ່ມເຫັງ ປະຊາຊົນຊາວວຽດນາມ ຜູ້ທີ່ນັບຖືສາສນາແຕ່ກຕ່າງ ມາຕລອດ ແລະສິດທິອື່ນໆ ແຕ່ຣັຖບານ ບໍ່ເອົາຫົວຊາແກ້ໄຂ, ຫລາຍຄົນຖືກຈັບກຸ່ມໃສ່ຄຸກ ແລະຫລາຍຄົນກໍໂຕນໜີໄປລີ້ພັຍ ຢູ່ຕ່າງປະເທດ.

ໃນໜັງສືເປີດຊອງ ຮຽກຮ້ອງຄວາມເປັນທັມ ທີ່ຊາວວຽດນາມ ພົ້ນທະເລ ໄດ້ສົ່ງໃຫ້ຄນະກັມມະການສິດທິມະນຸສ ອົງການ ສຫະປະຊາຊາຕ ກ່ອນກອງປະຊຸມ ທົບທວນດ້ານສິດທິມະນຸສ ຄັ້ງທີ 74 ຢູ່ ກຸງ ບຣັສໂຊລສ໌ ປະເທດເບັລຈ້ຽມ ລະບຸວ່າ ສະຖານະການ ດ້ານສິດທິມະນຸສ ໃນວຽດນາມ ຂີ້ຮ້າຍຫລາຍ,  ຢາກໃຫ້ອົງການສາກົນ ຊ່ອຍແກ້ໄຂບັນຫາດັ່ງກ່າວ. ອົງການພາກປະຊາສັງຄົມ ວຽດນາມ ຖແລງວ່າ ສະພາບການເມືອງ ແລະສິດທິມະນຸສ ໃນວຽດນາມ, ບັນດາຜູ້ນຳ ໃນຣັຖບານຄອມມຸນິສຕ໌ ພັກໂທນ ພັກດຽວ ວຽດນາມ ບໍ່ມີຈຸດປະສົງ ໃນການແກ້ໄຂ ແລະບໍ່ຍອມຮັບ ການປ່ຽນແປງ ຈາກການປົກຄອງແບບຜເດັດການ.

ອົງການດັ່ງກ່າວ ຍັງຖແລງຕໍ່ໄປວ່າ ການຢຶດໝັ້ນ ໃນການປົກຄອງ ແບບຜເດັດການ ຂອງບັນດາຜູ້ນຳວຽດນາມ ເປັນການບົ່ງບອກໃຫ້ເຫັນວ່າ ຣັຖບານຄອມມຸນິສຕ໌ ວຽດນາມ ຍັງຈະສືບຕໍ່ໃນການຈັບກຸມຊາວວຽດນາມ ຜູ້ທີ່ຕໍ່ຕ້ານຣັຖບານ ຫລືຮຽກຮ້ອງຄວາມເປັນທັມ ປະເພດຕ່າງໆ ທີ່ພວກເຂົາເຈົ້າຖືກກົດຂີ່ຂົ່ມເຫັງ, ໂທດປະຫານຊີວິິຕ ແລະການຕາມລ້າ ປະຊາຊົນ ຜູ້ທີ່ບໍ່ເຫັນພ້ອມ ກັບຣັຖບານ ຫລືຜູ້ທີ່ມີຄວາມຄິດ ແຕກຕ່າງ ຍັງຈະສືບຕໍ່ໄປ.

ນອກຈາກນີ້ ກຸ່ມດັ່ງກ່າວ ຍັງໄດ້ຮຽກຮ້ອງ ໃຫ້ຣັຖບານຄອມມຸນິສຕ໌ ວຽດນາມ ເຄົາຣົບນັບຖືສິດທິ ແຮງງານວຽດນາມ ຜູ້ທີ່ຊ່ອຍພັທນາ ປະເທດຊາຕ ຊຶ່ງໃນປັດຈຸບັນ ແລະໃນໄລຍະຜ່ານມາ ຣັຖບານຄອມມຸນິສຕ໌ ວຽດນາມ ບໍ່ອະນຸຍາດໃຫ້ ຕັ້ງສະຫາພັນແຮງງານ ທີ່ເປັນເອກຣາດ ເພື່ອປົກປ້ອງສິດທິແຮງງານ ໃນວຽດນາມ.

ບັນຫາທີ່ໜ້າເປັນຫວ່ງອື່ນໆ ໃນການປົກຄອງຂອງ ກຸ່ມຜູ້ນຳຜເດັດການວຽດນາມ ໃນປັດຈຸບັນ ກໍແມ່ນວ່າ ປະຊາຊົນວຽດນາມ ຕ້ອງການຢາກໃຫ້ມີການປ່ຽນແປງ ການປົກຄອງໃນວຽດນາມ ແລະການໃຊ້ມາຕການ ທີ່ບໍ່ເປັນທັມ ແລະຢາກໃຫ້ປ່ອຍ ກຸ່ມນັກໂທດ ຜູ້ທີ່ຖືກກັກຂັງ ຍ້ອນການປະທ້ວງ ຣັຖບານໂດຍສັນຕິ ທີ່ຖືກທາງການວຽດນາມ ຈັບໃສ່ຄຸກຫລາຍຄົນ, ຢຸດຕິການຈັບກຸມບຸກຄົນ ທີ່ມີຄວາມຄິດແຕກຕ່າງ ແລະລຶບລ້າງມາຕການກົດດັນ ອົງການພາກປະຊາຊົນ ໃນການປົກປ້ອງ ສິດທິິຂັ້ນພື້ນຖານ ຂອງປະຊາຊົນຊາວວຽດນາມ, ສິດທິິການປາກເວົ້າ, ການສະແດງອອກ, ການຊຸມນຸມ, ການນັບຖືສາສນາ ແລະການເປັນເຈົ້າຂອງໂຕເອງ ກໍຢາກໃຫ້ເຄົາຣົບນັບຖື. ກ່ຽວກັບສິດທິມະນຸສ ແລະສິດທິອື່ນໆໃນວຽດນາມ ນັກວິຊາການທ່ານນຶ່ງເວົ້າວ່າ:

ມີນັກໂທດການເມືອງ ຫລາຍຮ້ອຍຄົນ ທີ່ຖືກຈັບ ແລະຖືກກັກຂັງ ປາສຈາກເຫດຜົລ ຂະເຈົ້າພຽງແຕ່ປະຕິບັດສິດທິຂັ້ນພື້ນຖານ ໃນການປະທ້ວງເທົ່ານັ້ນ ມັນຜິດຕໍ່ກົດໝາຍນານາຊາຕ ຣັຖບານວຽດນາມ ຈັບກຸມຄຸມຂັງ ປະຊາຊົນຜູ້ທີ່ສະແດງອອກເຖິງຈຸດຢືນ ທາງດ້ານການເມືອງທີ່ແຕກຕ່າງ.

ສຳລັບປະເທດຈີນ ແຮ່ງຮ້າຍ ເຣີ່ມແຕ່ການປົກຄອງ ແບບຜເດັດການຄອມມຸນິສຕ໌ ເປັນຕົ້ນມາ ກຸ່ມຜູ້ນຳຈີນ ໄດ້ອອກມາຕການຢ່າງເຄັ່ງຄັດ ຕໍ່ປະຊາຊົນຊາວຈີນ ເປັນຕົ້ນ ການນັບຖືສາສນາທີ່ແຕກຕ່າງ,  ການນຸມຊຸມປະທ້ວງ, ການສະແດງຄວາມຄິດຄວາມເຫັນ, ສິດທິການປາກເວົ້າ, ສິດທິການເປັນເຈົ້າຂອງທີ່ດິນ, ສິດທິຂັ້ນພື້ນຖານ ຕ່າງໆ ຖືກຫ້າມໝົດ, ຜູ້ລະເມີດຈະຖືກຈັບກຸມໃສ່ຄຸກ, ບາງກໍຣະນີ ຖືກຂ້າ ຫລື ຖືກບັງຄັບ ໃຫ້ຫາຍສາບສູນ, ຖືກອຸ້ມ. ປະຊາຊົນ ບໍ່ມີສິດ ໃນການຊຸມນຸມ ປະທ້ວງ ເຖິງແມ່ນວ່າ ຈະເປັນການປະທ້ວງ ແບບເປັນທັມ ກໍຕາມເປັນຕົ້ນ. ວ່າງຫລັງໆມານີ້ ຣັຖບານຄອມມຸນິສຕ໌ຈີິນ ໄດ້ຈັບກຸມ ປະຊາຊົນຊາວຈີນ ຫລາຍພັນຄົນ ຜູ້ທີ່ບໍ່ເຫັນດີ ແລະປະທ້ວງ ໃນມາຕການປ້ອງກັນ ໂຄວິດ-19 ຂອງຣັຖບານ ຊຶ່ງຫລາຍຄົນ ຖືກຫາຍສາບສູນ ແລະຖືກຂ້າ. ກ່ອນໜ້ານີ້ ໃນສໄມ ການປະທ້ວງເພື່ອຄວາມເປັນທັມ ແລະປະຊາທິປະໄຕ ໃນຈີນ ຈາກກຸ່ມນັກສືກສາ ຢູ່ຈັຕຸຣັສ ທຽນອັນເໝິນ ໃນປີ 1989 ກຸ່ມນັກສຶກສາ ຫລາຍພັນຄົນຖືກຂ້າ ຮວມທັງປະຊາຊົນ ຜູ້ປະທ້ວງ. ຣັຖບານຈີນ ບໍ່ຫົວຊາ ໃນການປະທ້ວງ ຂອງປະຊາຊົນ ມີແຕ່ປາບປາມຢ່າງດຽວ ຊຶ່ງເປັນການລະເມີດ ສິດທິມະນຸສ ຣາຍໃຫຍ່ຂອງຜູ້ນຳ ຜເດັດການຈີນ ເທົ່າເຖິງປັດຈຸບັນ. ປະທານ ປະເທດຈີນ ທ່ານ ສີ ຈິນຜິ້ງ ເພີ່ມມາຕການການ ກົດຂີ່ຂົ່ມເຫັງ ປະຊາຊົນຫລາຍຂຶ້ນ.

ນັກວິຊາການຕ່າງຊາດ ທ່ານນຶ່ງເວົ້າວ່າ ຈີນຈະບໍ່ປະລະໃນການປົກຄອງ ແບບຜເດັດການຄອມມຸນິສຕ໌ ນອກຈາກບັງຄັບ ປະຊາຊົນຈີນ ໃນຈີນແຜ່ນດິນໃຫຍ່, ແລ້ວທາງການຈີນຍັງບັງຄັບຊາວຈີນ ຢູ່ຮົງກົງນຳອີກ ທ້າຍທາຍ ໂຈມຕີໄຕ້ຫວັນ ເຮັດໃຫ້ຊາວຈີນ ຫລາຍຄົນໂຕນໜີ ລີ້ພັຍຢູ່ຕ່າງປະເທດ ບາງຄົນກໍຖືກຈັບ ແລ້ວຖືກສົ່ງຄືນໄປຈີນ. ຈີນຍັງເປັນປໍຣະປັກ ກັບຫລາຍປະເທດ ປະຊາທິປະໄຕ ໂດຍສເພາະກັບສະຫະຣັຖ ແລະປະເທດຢູໂຣບ ທັງຫລາຍ. ກ່ຽວກັບບັນຫາ ດ້ານສິດທິມະນຸສ ໃນຈີນ ນັກເຄືື່ອນໄຫວ ເພື່ອປະຊາທິປະໄຕ ແລະສິດທິມະນຸສ ທ່ານນຶ່ງ ຜູ້ທີ່ຖືກັກຂັງ ແລະຖືກປອ່ຍໂຕ ໃນເວລາຕໍ່ມາ ຍ້ອນການກົດດັນ ຂອງນານາຊາຕ ເວົ້າວ່າ:

ພວກເຮົາຕ້ອງຮ່ວມືກັນ ຕໍ່ສູ້ເພື່ອຄວາມຖືກຕ້ອງ ແລະຄວາມຍຸທຕິທັມ ໃນຈີນ. ຂ້າພະເຈົ້າຄິດວ່າປະຊາຊົນຈີນ ທຸກຄົນ ຄວນມີຄວາມຮັບຜິດຊອບ ເຮັດວຽກເພື່ອຜົລປໂຍດ ຮ່ວມກັນຕ້ານຄວາມບໍ່ຍຸຕິທັມແລະກຸ່ມຜເດັດການ ບໍ່ວ່າໃນຈີນ ແລະໃນໂລກ.

ສຳລັບປະເທດເກົາຫລີເຫນືອ ເປັນປະເທດທີ່ໂຫດຫ້ຽມ ໃນການປົກຄອງກ ວ່າປະເທດອື່ນໆໃນບັນດາ 5 ປະເທດເຫລົ່ານີ້ ຜູ້ນຳຜເດັດການເກົາຫລີເຫນືອ ທ່ານ ຄິມ ຈ໊ອງ-ອຶນ ໃຊ້ມາຕການຢ່າງເດັດຂາດ ໃນການປົກຄອງ ປະເທດດ້ວຍການລຶບລ້າງ ກົດໝາຍນານາຊາຕ ທີ່ທຸກປະເທດເສຣີໃຊ້ກັນ ເປັນຕົ້ນ ກົດໝາຍວ່າດ້ວຍສິດທິມະນຸສ, ສິດທິປະຊາທິປະໄຕ, ສິດທິການປາກເວົ້າ, ການສະແດງອອກ, ການຊຸມນຸມແລະສິດທິ ຂັ້ນພື້ນຖານຕ່າງໆ ຖືກລຶບລ້າງໝົດ ແລະຫັນມາໃຊ້ກົດລະບຽບ ການບັງຄັບປະຊາຊົນ ຊາວເກົາຫລີ ຂອງຜູ້ນຳ ຜເດັດການ ທ່ານ ຄິມ ຈ໊ອງ-ອຶນ ຢ່າງດຽວ ຈະບໍ່ມີການເລືອກຕັ້ງຜູ້ນຳ, ປະຊາຊົນປຽບເໝືອນຂ້າທາດ ມີແຕ່ເຮັດວຽກຢ່າງດຽວ ແມ້ແຕ່ການຮັບຟັງຂ່າວ ຕ່າງຊາຕ ຫລື ລະຄອນໂທຣະທັດ, ວິທະຍຸ ຈາກເກົາຫລີໃຕ້ ກໍຈະຖືກຈັບ ແລະຖືກລົງໂທດ ຢ່າງໜັກ. ຜູ້ລະເມີດຈະຖືກຂ້າ ຫລື ຖືກສົ່ງໄປສູນດັດສ້າງ ຫລາຍຄົນເສັຽຊີວິຕ ທີ່ນັ້ນ, ຫລາຍຄົນໂຕນໜີ ໄປລີ້ພັຍຢູ່ເກົາຫລີໃຕ້ ຜູ້ທີ່ໜີບໍ່ລອດ ຖ້າຖືກຈັບໄດ້ ຈະຖືກປະຫານຊີວີຕ ຢ່າງດຽວ ຈະບໍ່ມີການອະພັຍໂທດ.

ສຳລັບປະເທດ ພະມ້າແລ້ວ ລະບອບການປົກຄອງ ດ້ວຍລະບົບກົດໝາຍ ແລະເປັນທັມຖືກປ່ຽນໝົດ  ຫລັງຈາກການຣັຖປະຫານ ຂອງກຸ່ມຜູ້ນຳຜເດັດການ ທະຫານ ໃນວັນທີ 1 ກຸມພາ ປີ 2021 ເປັນຕົ້ນມາ ກຸ່ມທະຫານໄດ້ໃຊ້ມາຕການ ແບບຜເດັດການ ຂອງພວກເຂົາເຈົ້າ ມາປົກຄອງປະເທດແທນ. ກຸ່ມດັ່ງກ່າວ ຈະລືບລ້າງ ສຖາບັນການປົກຄອງ ທີ່ເປັນທັມ ຂອງ ຍານາງ ອອງ ຊານ ຊູຈີ ຜູ້ທີ່ຊະນະການເລືອກຕັ້ງ ຢ່າງຖ້ວມລົ້ນ ແຕ່ຖືກຈັບກຸມ ແລະບໍ່ໃຫ້ປົກຄອງປະເທດ.

ປະຊາຊົນຊາວພະມ້າ ຜູ້ທີ່ປະທ້ວງຫລາຍພັນຄົນ ຖືກຈັບກຸມ, ຖືກທໍຣະມານ, ຖືກທຳຮ້າຍຮ່າງກາຍ ຫລືຖືກຂ້າ ຈາກກຸ່ມທະຫາຜເດັດການ ພະມ້າ, ສິດທິການສະແດງອອກ, ການຊຸມນຸມປະທ້ວງ ແລະສິດທິຂັ້ນພື້ນຖານ ປະເພດຕ່າງໆ ຖືກລຶບລ້າງໝົດ.

ກຸ່ມຜູ້ນຳຜເດັດການ ທະຫານພະມ້າ ຍັງລຶບລ້າງການຈັດຕັ້ງ ອົງການອິສຣະ, ພັກການເມືອງ ພັກອື່ນ ເປັນຕົ້ນ ພັກສັນນິບາດ ເພື່ອປະຊາທິປະໄຕ ຂອງ ຍານາງ ອອງ ຊານ ຊູຈີ ແລະນາງເອງ ກໍຖືກຈັບໃສ່ຄຸກ ເປັນເວລາຫລາຍສິບປີ ຮວມທັງຜູ້ນຳຄົນອື່ນໆ ຈາກພັກຂອງນາງ ດ້ວຍຂໍ້ກ່າວຫາ ທີ່ບໍ່ເປັນທັມ. ຄວາມເປັນທັມ ແລະການປົກຄອງ ແບບລະບົບກົດໝາຍ ຖືກລຶບລ້າງໝົດ ຫັນມາໃຊ້ລະບົບການປົກຄອງ ຂອງກຸ່ມຜເດັດການ ທະຫານ ຢ່າງດຽວ ໃນທຸກມື້ນີ້. ນັກວິຊາການ ຕ່າງຊາຕນາງນຶ່ງກ່າວກ່ຽວກັບ ຄວາມວຸ້ນວາຍໃນພະມ້າວ່າ:

ພະມ້າ ປັດຈຸບັນ ຢູ່ໃນພາວະອັນຕຣາຍ ປະຊາຊົນຊາວພະມ້າ ຫລາຍຄົນຖືກຈັບ ແລະກຸ່ມຜເດັດການທະຫານ ກໍໃຊ້ອາວຸດຮ້າຍແຮງ ຕໍ່ຊີວິຕ ໃນການປາບປາມ ກຸ່ມປະທ້ວງ ແບບສັນຕິ ເປັນທີ່ຍອມຮັບບໍ່ໄດ້.

ສຳລັບ ສປປ ລາວ ແລ້ວ ນັກວິຊາການຕ່າງຊາຕ ຜູ້ທີ່ຂໍສງວນຊື່ ທ່ານນຶ່ງເວົ້າວ່າ ເປັນແບບດຽວກັບຫລາຍປະເທດ ທີ່ກ່າວມາຂ້າງເທິງນັ້ນ ຍົກເວັ້ນເກົາຫລີເໜືອ ກຸ່ມຜູ້ນຳຄອມມຸນິສຕ໌ ລາວ ໄດ້ລຶບລ້າງສຖາບັນ ພຣະມະຫາກະສັດ ຫັນມາໃຊ້ລະບອບປົກຄອງ ສັງຄົມນິຍົມ ໂດຍການຄວບຄຸມ ຈາກພັກຄອມມຸນິສຕ໌. ປະຊາຊົນ ຈະບໍ່ມີສິດປາກເວົ້າ ສແດງຄວາມຄິດເຫັນ ການນຸມຊຸມ ປະທ້ວງກໍຖືກຫ້າມ ຜູ້ລະເມີດຈະຖືກຈັບກຸມ ແລະຖືກໃສ່ຄຸກ ເປັນເວລາຫລາຍປີ ການນັບຖືສາສນາ ທີ່ແຕກຕ່າງ ຖືກສິ້ງຊອມ ແລະການເລືອກຕັ້ງ ກໍເປັນການຈັດສາກລ່ວງໜ້າ. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.