ລູກຊາຍ ນາຍົກ ຮຸນ ເຊັນ ຖືກກ່າວຫາ

ຈຳປາທອງ
2022.09.24
ພື້ນທີ່ ທີ່ຖືກແຜ້ວຖາງ ໃນບໍຣິເວນ ເຂດປ່າພະນົມ ຕະເມົາ ຢູ່ບໍ່ໄກ້ຈາກ ກຸງພະນົມເປັນ ໄປທາງທິດໃຕ້, ວັນທີ 6 ເດືອນ ສິງຫາ ປີ 2022.
ຮູບພາບ: Chhoeun Daravy

ທ່ານ ຮຸນ ມາເນ່ (Hun Manet) ລູກຊາຍກົກຂອງທ່ານ ຮຸນ ເຊນ ນາຍົກຣັຖມົນຕຣີກັມພູຊາ ປະຕິເສດວ່າ ບໍ່ມີສ່ວນກ່ຽວຂ້ອງ ກັບແຜນພັທນາປ່າໄມ້ ທີ່ຢູ່ໃກ້ກັບສວນສັດ ພະ​ນົມ ຕະເມົາ ທີ່ກຸງ ພະນົມເປັນ ພາຍ ຫລັງທີ່ນັກປົກປ້ອງສິ່ງແວດລ້ອມ ກ່າວຫາທ່ານວ່າ  ມີສ່ວນພົວ​ພັນ ກັບບໍຣິສັດ ອະສັງຫາຣິມະຊັພ ທີ່ຢູ່ເບື້ອງຫລັງ ຂອງໂຄງການນີ້.

ໂຄງການພັທນາດັ່ງ​ກ່າວ ຈະບໍ່ໄດ້ດໍາເນີນຕໍ່ໄປ ພາຍຫລັງ​ທີ່ມີຄໍາສັ່ງ ທີ່ຫາຍາກ ຈາກທ່ານ ຮຸນ ເຊນ ເມື່ອຕົ້ນເດືອນສິງຫາ ໃຫ້ຍຸຕິການບຸກເບີກທີ່ດິນປ່າໄມ້ ທີ່​ອຸ​ດົມ​ສົມ​ບູນແຫ່ງນີ້ ທີ່ຢູ່ຕິດກັບສວນສັດ ໃຫຍ່ທີ່ສຸດ ຂອງປະເທດກັມພູຊາ ຕາມ​ການ​ອຸ​ທອນ​ຫລາຍ​ຄັ້ງ​ ຂອງ​ຫລາຍ​ອົງ​ການ​ຈັດ​ຕັ້ງ ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ ແລະ​ປະ​ຊາ​ຊົນ ​ກັມ​ພູ​ຊາ​ທົ່ວ​ໄປ.

ແຕ່​ຄຳ​ຖາມກ່ຽວ​ກັບ​ວ່າ ທ່ານ ຮຸນ ມາເນ່ ລູກຊາຍຂອງນາຍົກຣັຖມົນຕຣີ ກັມພູຊາ ມີ​ສ່ວນ​ຮ່ວມ​ໃນແຜນພັທນາ ເຂດປ່າໄມ້, ທຳ​ລາຍ​ປ່າ​ໄມ້​ນັ້ນ ແມ່ນ​ຍັງ​ມີ​ຢູ່ ຫລັງ​ຈາກ​ທີ່​ທ່ານ Alegjandro Gonzalez-Davidson ນັກ​ເຄື່ອນ​ໄຫວ ​ເພື່ອ​ອະ​ນຸ​ຮັກ​ສິ່ງ​ແວດ​ລ້ອມ ທີ່​ກ້າ​ປາກ ​ກ້າ​ເວົ້າ ແລະ​ທັງ​ເປັນ​ຜູ້ກໍ່​ຕັ້ງ​ອົງ​ການ Mother Nature Cambodia ກ່າວ​ຕໍ່​ວິ​ທ​ຍຸ​ ເອ​ເຊັຽ​ເສ​ຣີ​ ໃນ​ມື້​ວັນ​ອັງ​ຄານ​ວ່າ ບໍ​ຣິ​ສັດ ​ອະ​ສັງ​ຫາ​ຣິມະ​ຊັ​ພ Leng Navatra ​ຊຶ່ງ​ເປັນ​ຊື່​ຂອງ​ຜູ້ກໍ່​ຕັ້ງ ບໍຮິສັດ ແລະ​ດຳ​ເນີນ​ການ ​ໃນ​ນາມ​ຂອງ ​ທ່ານ ຮຸນ ມາເນ່.   

ທ່ານ ຮຸນ ມາເນ່ ເປັນ​ຜູ້​ບັນ​ຊາ​ການ ກອງ​ທັບ​ກັມ​ພູ​ຊາ ຊຶ່ງ​ໄດ້​ຮັບ​ເລືອກ​ເປັນ ​ຜູ້​ສືບ​ທອດ​ທາງ​ການ​ເມືອງ ຕໍ່​ຈາກ​ ທ່ານ ຮຸນ ເຊນ ຜູ້ເປັນບິດາ ​ເອີ້ນ​ຂໍ້​ກ່າວ​ຫາ ທີ່​ວ່າທ່ານ​ກ່ຽວ​ຂ້ອງ ​ກັບ​ການ​ພັ​ທ​ນາ​ອະ​ສັງ​ຫາ​ຣິ​ມະ​ຊັ​ພນັ້ນ​ເປັນ “​ຂໍ້​ກ່າວ​ຫາ​ທີ່​ ເສກ​ສັນ​ປັ້ນ​ແຕ່ງ​ຂຶ້ນ ​ເພື່ອ​ຜົ​ລ​ປ​ໂຍດ​ ທາງ​ການ​ເມືອງ.”

ປ່າ ​ພະ​ນົມ ​ຕະ​ເມົາ ຕັ້ງ​ຢູ່​ຫ່າງ​ຈາກ​ກຸງ​ພະ​ນົມ​ເປັນ ​ໄປ​ທາງ​ຕອນ​ໃຕ້​ປະ​ມານ 40 ກິ​ໂລ​ແມັດ, ກວມ​ເອົາ​ພື້ນ​ທີ່​ຫລາຍກວ່າ 2,450 ເຮັກ​ຕ້າຣ໌, ເປັນ​ປ່າ​ໄມ້​ທີ່​ເປັນ​ບ່ອນ​ຢູ່​ອາ​ສັຍ ​ຂອງ​ສັດ​ປ່າ​ທີ່​ຫາ​ຍາກ ແລະ​ໃກ້​ຈະ​ສູນ​ພັນນາໆຊະນິດ ແລະ​ເປັນ​ພຽງ​ປ່າ​ແຫ່ງ​ດຽວ​ ໃນ​ປະ​ເທດ​ກັມ​ພູ​ຊາ ທີ່​ເປັນ​ຈຸດ​ໝາຍ ​ປາຍ​ທາງ​ນິ​ເວສ​ວິ​ທ​ຍາ ຊຶ່ງ​ຕັ້ງ​ຢູ່​ໃກ້​ກັບ​ກຸງ​ພະ​ນົມ​ເປັນ, ເປັນ​ທີ່ຕັ້ງ​ຂອງ​ສູນ​ຊ່ອຍ​ເຫລືອ​ສັດ​ປ່າ ​ພະ​ນົມ ຕະ​ເມົາ ທີ່​ໄດ້​ຖືກ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1995.

ເມື່ອ​ເດືອນ​ເມ​ສາ​ທີ່​ຜ່ານ​ມາ ສື່ມວນ​ຊົນ​ໄດ້​ຣາຍ​ງານ​ວ່າ ຮັ​ຖ​ບານ​ກັມ​ພູ​ຊາ ໄດ້​ຕົກ​ລົ​ງ​ທີ່​ຈະ​ຂາຍ​ພື້ນ​ທີ່​ປ່າ​​ອະ​ນຸ​ຮັກ​ນັ້ນ ​ຫລາຍກວ່າ 500 ເຮັກ​ຕ້າຣ໌ ໃຫ້​ບໍ​ຣິ​ສັດ Leng Navatra ແລະ​ໃຫ້​ສອງ ​ບໍ​ຣິ​ສັດ​ອື່ນ​ອີກ ທີ່​ມີ​ການ​ເວົ້າ​ວ່າ ເປັນ​ບໍ​ຣິ​ສັດ ​ທີ່​ໃກ້​ຊິດ​ກັບ​ຄອບ​ຄົວ​ ຂອງ​ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ຮຸນ ເຊນ.

​ຕໍ່​ມາ ຣາຍ​ງານ​ຊີ້​ໃຫ້​ເຫັນ​ວ່າ ພື້ນ​ທີ່​ທັງ​ໝົດ​ນັ້ນ ໄດ້​ຖືກ​ຮັ​ຖ​ບານ​ຈັດ​ສັນ ເພື່ອ​ພັ​ທ​ນາ ຍົກ​ເວັ້ນ​ພື້ນ​ທີ່ 400 ເຮັກ​ຕ້າຣ໌ ​ສຳ​ລັບສູນ​ຊ່ອຍ​ເຫລືອ​ສັດ​ປ່າ ​ພະ​ນົມ ຕະ​ເມົາ.

ທ່ານ ຮຸນ ມາເນ່ ຕອບ​ໂຕ້​ຂໍ້​ກ່າວ​ຫາ​ ໃນ​ລະ​ຫວ່າງ​ທີ່​ທ່ານ​ກ່າວ​ຄຳ​ເຫັນ ​ໃນ​ງານທາງ​ທະ​ຫານ ທີ່​ວ່າທ່ານ​ມີ​ສ່ວນ​ກ່ຽວ​ຂ້ອງ ​ກັບ​ໂຄງ​ການ​ດັ່ງ​ກ່າວ ແລະ​ຕໍ່​ມາ ທ່ານ​ກໍ​ໄດ້​ລົງ​ຂໍ້​ຄວາມ​ທາງ Facebook ໃນ​ມື້​ວັນ​ສຸກ. ທ່ານ​ເວົ້າ​ວ່າ Leng Navatra ເປັນ​ເພື່ອນຮ່ວມ​ທິມ​ ຂອງ​ເຄືອ​ຂ່າຍ​ຊາວ​ໜຸ່ມ ​ຂອງ​ພັກ​ປະ​ຊາ​ຊົນ ​ກັມ​ພູ​ຊາ, ແຕ່​ທ່ານບໍ່​ມີການ​ຕິດ​ຕໍ່ ​ທາງ​ທຸ​ຣະ​ກິຈ​ກັບ​ເຂົາ, ອີງ​ຕາມ​ການ​ຣາຍ​ງານ​ ຂອງວິ​ທ​ຍຸ​ ເອ​ເຊັຽ​ເສ​ຣີ ໃນ​ມື້​ວັນ​ທີ 19 ສິງ​ຫານີ້.

​ທ່ານ​ເວົ້າ​ວ່າ “ການ​ວິ​ພາກວິ​ຈານ​ ຢ່າງ​ສ້າງ​ສັນ ຕ້ອງ​ຢູ່​ບົນ​ພື້ນ​ຖານ​ ຂອງ​ການ​ປັບ​ປຸງ, ແຕ່​ການ​ກ່າວ​ຫາ​ໂຈມ​ຕີ ​ໂດຍບໍ່​ມີ​ຫລັກ​ຖານ​ໃດໆ​ນັ້ນ ​ແມ່ນ​ເພື່ອ​ຫວັງ​ຜົ​ລ​ປ​ໂຍດ ​ທາງ​ການ​ເມືອງ” ແລະ​ວ່າ “ຂໍ​ໃຫ້​ຢຸດ​ການ​ກ່າວ​ຫາ​ທ່ານ ກັບທ່ານ Leng Navatra ຜູ້​​ເປັນ​ເພື່ອນ​ຮ່ວມ​ທິມ ຊາວ​ໜຸ່ມ (ພັກ​ປະ​ຊາ​ຊົນ ​ກັມ​ພູ​ຊາ) ຂອງ​ທ່ານ.”

ການ​ຕັດ​ໄມ້ທຳ​ລາຍ​ປ່າ ເປັນ​ບັນ​ຫາ​ສິ່ງ​ແວດ​ລ້ອມ ​ອັນ​ໃຫ​ຍ່​ຫລວງ​ຢູ່​ກັມ​ພູ​ຊາ ຍ້ອນ​ຣັ​ຖ​ບານ​ກັມ​ພູ​ຊາ ​​ອະ​ນຸ​ມັດ​ໃຫ້ກຸ່ມ​ອຸດ​ສາ​ຫະ​ກັມ​ ກະ​ເສຕ ຢູ່​ປະ​ເທດ​ຕ່າງໆ​ ໃນ​ຂົງ​ເຂດ​ເອ​ເຊັຽ ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ​ຕ່າງ​ປະ​ເທດ​ອື່ນໆ ແລະ​ຍ້ອນ​ການ​ລັກ​ລອບ​ຕັດ​ໄມ້ ເພື່ອ​ຂາຍ​ສົ່ງ​ອອກ ນອກ​ປະ​ເທດ.

​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ທ່ານ Alegjandro Gonzalez-Davidson ຜູ້​ທີ່​ຖືກ​ທາງ​ການ​ ກັມ​ພູ​ຊາ​ເນ​ລະ​ເທດ ​ໃນ​ປີ 2015 ຍ້ອນ​ທ່ານ​ເຄື່ອນ​ໄຫວ ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ. ຣັ​ຖ​ບານ​ກັມ​ພູ​ຊາ ປະ​ຕິ​ເສດ ບໍ່​ໃຫ້​ທ່ານ​ກັບ​ຄືນ​ມາ​ປະ​ເທດ ແລະ​ໄດ້​ຕັດ​ສິນ​ຄະ​ດີ​ລັບ​ຫລັງ, ​ລົງ​ໂທດຈຳ​ຄຸກ 20 ເດືອນ ໃນ​ຂໍ້​ຫາ “ສົມ​ຮູ້​ຮ່ວມ​ຄິດ​ເພື່ອ​ຍຸ​ຍົງ” ເມື່ອ​ເດືອນ​ພຶ​ສ​ພາ 2021.

ທ່ານ​ເວົ້າ​ໃນ​ມື້​ວັນ​ສຸກ ​ທີ່​ຜ່ານ​ມາ​ວ່າ ທ່ານ​ຢືນ​ຢັນ​ຄວາມ​ເຫັນ ​ຂອງ​ທ່ານ​ ເມື່ອ​ກ່ອນ​ໜ້າ​ນີ້ ໂດຍ​ເວົ້າ​ວ່າ ຂໍ້​ມູນ​ດັ່ງ​ກ່າວ​ ມາ​ຈາກ​ແຫລ່ງ​ຂ່າວ ​ຂອງ​ຣັ​ຖ​ບານ ແລະ​ວ່າ “ຂ້າ​ພະ​ເຈົ້າ​ ໄດ້​ຮັບ​ຂໍ້​ມູນ ​ທີ່​ເຊື່ອ​ຖື​ໄດ້, ແຕ່​ຂ້າ​ພະ​ເຈົ້າ ​ບໍ່​ສາ​ມາດ​ລະ​ບຸ​ແຫລ່ງ​ທີ່​ມາ​ ຂອງ​ຂໍ້​ມູນ​ນັ້ນ​ໄດ້ ເພາະ​ມັນ​ຈະ​ເປັນ​ອັນ​ຕຣາຍ ​ຕໍ່​ພວກ​ເຂົາ.”

ທ່ານ​ເວົ້າ​​ວ່າ “ແຕ່​ຫລັງ​ຈາກ ​ເຫັນ​ປະ​ຕິ​ກິ​ຣິ​ຍາ​ຕອບ​ໂຕ້​ ຂອງ​ທ່ານ ຮຸນ ມາ​ເນ່ ແລະ​ທ່ານ Leng Navatra ແລ້ວ ຕອນ​ນີ້​ຂໍ້​ກ່າວ​ຫາ​ນັ້ນ ​ມັນ​ເປັນ​ຄວາມ​ຈິງ 150% ແລະທ່ານ​ກ່າວ​ຕື່ມ​ວ່າ ທ່ານ ຮຸນ ມາ​ເນ່ ໃຈຮ້າຍ ແລະ​ຂູ່​ທ່ານ. ​ແຕ່ທ່ານ Alegjandro Gonzalez-Davidson ກໍ​ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ຖື​ວ່າ ທ່ານ ຮຸນ ມາ​ເນ່ ເປັນ​ສັດ​ຕ​ຣູ​ ຂອງ​ຂ້າ​ພະ​ເຈົ້າ, ບາງ​ທີ​ທ່ານ​ສາ​ມາດ​ ປົກ​ປ້ອງ​ປ່າ​ໄມ້​ນັ້ນ​ໄດ້, ແຕ່​ເມື່ອ​ສອງ​ສາມ​ປີ​​ທີ່ຜ່ານ​ມາ​ນີ້ ທ່ານ​ໄດ້​ເດີນ​ຕາມ​ຮອຍ ບິດາ​ຂອງ​​ທ່ານ.”

ກ່ຽວ​ກັບ​ເ​ຣື່ອງ​ທີ່​ວ່ານີ້ ທ່ານ Kim Sok ນັກ​ວິ​ເຄາະ​ເວົ້າ​ວ່າ ທ່ານ ຮຸນ ມາ​ເນ່ ​ຄວນ​ຖືກ​ເອີ້ນ​ໄປ ​ສອບ​ສວນ, “ເພື່ອ​ໃຫ້​ຊື່​ຂອງ​ທ່ານ​ຈັດ​ເຈນ​ຂຶ້ນ, ທ່ານ​ຕ້ອງ​ໄດ້​ຖືກ​ສອບ​ສວນ ແລະ​ທ່ານບໍ່​ສາ​ມາດ​ ຕຳ​ນິ​ປະ​ຊາ​ຊົນ ທີ່​ສະ​ແດງ​ຄວາມ​ກັງ​ວົນ ​ຕໍ່​ການ​ທຳ​ລາຍ​ປ່າ​ໄມ້ນັ້ນ” ແລະ​ວ່າ “ການ​ສອບ​ສວນບໍ່​ແມ່ນ ​ເຣື່ອງ​ຍາກ.”

ສຳ​ລັບທ່ານ Leng Navatra, ທ່ານໄດ້ລົງ​ຂໍ້​ຄວາມ​ ເປັນວິ​ດີ​ໂອ ​ຜ່ານ Facebook ໃນ​ມື້​ວັນ​

ພະ​ຫັດ ໂດຍ​ປະ​ຕິ​ເສດ​ວ່າ ບໍ​ຣິ​ສັດ​ຂອງ​ທ່ານ ບໍ່​ມີ​ສ່ວນ​ກ່ຽວ​ຂ້ອ​ງ​ໃດໆ ກັບ​ຣັ​ຖ​ບານ ຫລື​ກັບ​ທ່ານ ຮຸນ ມາ​ນ່າ.

ທ່ານ​ເວົ້າ​ວ່າ ແຜນ​ເດີມ​ຂອງທ່ານ ຄື​ການ​ສ້າງ​ເຮືອນ​ລາ​ຄາບໍ່​ແພງ ສຳ​ລັບ​ຄົນ​ທຸກ​ຍາກ, ພວກ​ຜູ້​ຊື້ສາມາດ​ຜ່ອນ​ຊຳ​ລະ ​ລະ​ຫວ່າງ 30 ຫາ 60 ໂດ​ລ້າຣ໌​ສະ​ຫະ​ຣັ​ຖ ​ຕໍ່​ເດືອນ ແລະ​ຫລຸດລາຄາ​ໃຫ້ 61% ແລະ​ທັງ​ວ່າ ຈະ​ສ້າງ​ ສະ​ຖານ​ທີ່​ທ່ອງ​ທ່ຽວ ແລະ​ໂຄງ​ຮ່າ​ງ​ພື້ນ​ຖານນໍາດ້ວຍ.

ທ່ານ​ເວົ້າ​ວ່າ “ຣັ​ຖ​ບານ ແລະ​ສະ​ຖາ​ບັນ​ທີ່​ກ່ຽວ​ຂ້ອງ ​ຂອງ​ກັມ​ພູ​ຊາ ອະ​ນຸ​ຍາດ​ໃຫ້​ມີ​ການ​ພັ​ທ​ນາ ບົນ​ພື້ນ​ຖານ​ຂອງ​ຜົ​ລ​ປ​ໂຍດ​ ຂອງ​ຊາຕ, ພວກ​ເຂົາ​ກ່າວ​ຫາ​ວ່າ ເຮົາ​ຕັດ​ໄມ້​ຜິດ​ກົດ​ໝາຍ. ຖ້າ​ເຮົາ​ເຮັດ​ຄື​ແນວ​ນັ້ນ ເຮົາຈະ​ຍ່າງ​ເຂົ້າ​ຄຸກດ້ວຍ​ຕົນ​ເອງ. ​ຂໍ້​ກ່າວ​ຫາ​ທີ່​ວ່າ ​ເຮົາ​ຟອກ​ເງິນ​ນັ້ນ ເປັນ​ຂໍ້​ກ່າວ​ຫາ​ທາງ​ອາ​ຍາ.”

​​ພ້ອມກັນ​ນັ້ນ ທ່ານ Leng Navatra ກໍ​ຂູ່​ວ່າ ໃຜ​ກໍ​ຕາມ ທີ່​ກ່າວ​ຫາ​ທ່ານ​ວ່າ ກໍ່​ອາ​ຊ​ຍາກັທ ທ່ານ​ຈະ​ຟ້ອງຜູ້ນັ້ນ.     

ໃນ​ມື້​ດຽວ​ກັນ​ນັ້ນ ທ່ານ ຮຸນ ເຊນ ກໍ​ໄດ້​ກ່າວ​ຕໍ່ ​ທີ່​ປະ​ຊຸມ​ສາ​ທາ​ຣະ​ນະ​ວ່າ ໃຜ​ກໍ​ຕາມ ທີ່​ຕ້ອງ​ການ​ຍື່ນ​ຟ້ອງ​ສວນ​ສັດ Phnom Tamao  ນັ້ນ ຄວນຟ້ອງ​ທ່ານ​ແທນ.

​ທ່ານ​ເວົ້າ​ວ່າ ຜູ້​ທີ່​ຕ້ອງ​ການ​ດຳ​ເນີນ​ຄະ​ດີ ​ກັບ​ຜູ້​ທີ່​ຖືກກ່າວຫາວ່າ ທຳ​ລາຍ Phnom Tamao ແລະ​ຜູ້​ທີ່​ໄດ້​ລົງ​ນາມ​ ໃນ​ຂໍ້​ຕົກ​ລົງ​ນັ້ນ ຂໍ​ໃຫ້​ດຳ​ເນີນ​​ຄະ​ດີ ​ກັບ​ທ່ານ​ນຳ​ດ້ວຍ.

ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ຮຸນ​ ເຊນ ໄດ້​ລົງ​ຂໍ​ຄວາມ​ຜ່ານ​ທາງ Facebook ໃນ​ມື້​ວັນ​ອາ​ທິດ​ຜ່ານ​ມາ ໂດຍ​ປະ​ກາດ​ວ່າ ​ທ່ານ​ໄດ້​ຕັດ​ສິນ​ໃຈ ​ທີ່​ຈະ​ຍຸ​ຕິ​ການ​ທຳ​ລາຍ​ປ່າ​ໄມ້ ເພື່ອ​ຕອບ​ສນອງ “ຄຳ​​ຮ້ອງ​ຂໍ ຕໍ່​ຣັ​ຖ​ບານ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.”

ທ່ານ​ຂຽນ​ວ່າ “ເນື່ອງ​ຈາກ​ຂ້າ​ພະ​ເຈົ້າ​ ເປັນ​ຜູ້​ຮັບ​ຜິດ​ຊອບ​ສູງ​ສຸດ ​ຂອງ​ຣັ​ຖ​ບານ, ຂ້າ​ພະ​ເຈົ້າ ໄດ້​ສັ່ງ​ໃຫ້​ມີ​ການ​ອະ​ນຸ​ຮັກ​ປ່າໄມ້ ທີ່​ຢູ່​ໃກ້​ກັບ​ສວນ​ສັດ Phnom Tamao ນັ້ນ​ໄວ້, ໃຫ້​ຍຸ​ຕິ​ການ​ຖາງ​ປ່າ ​ໃນ​ທີ່​ດິນເຂດນັ້ນ ແລະ​ໃຫ້​ປູກ​ປ່າ​ທົດ​ແທນ ​ໃນ​ເຂດ​ທີ່​ໄດ້​ຖາງ​ໄປ​ນັ້ນ.

ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ທ່ານ ຮຸນ ເຊນ ກໍຍັງປົກປ້ອງບົດບາດ​ ຂອງກອງທະຫານ ທີ່ຍາມ ໃນເຂດປ່າຄຸ້ມຄອງ ຊຶ່ງມີຂໍ້ຂັດແຍ່ງກັນ ​ທີ່ຖືກກ່າວຫາວ່າ ຄຸກຄາມ-ຂົ່ມຂູ່ ນັກເຄື່ອນໄຫວ ຕົວຕັ້ງຕົວຕີດ້ານສິ່ງແວດລ້ອມ ທີ່ສັງເກດການການເຄື່ອນໄຫວ ຫລືກິຈກັມ​ຂອງ​ພວກທະ​ຫານ ​ຢູ່ໃນພື້ນທີ່ນັ້ນ. ທ່ານເວົ້າວ່າ ກອງທະຫານຢູ່ທີ່ນັ້ນ ແມ່ນເພື່ອຊ່ອຍເລັ່ງລັດ ຂະບວນການປູກຕົ້ນໄມ້ຄືນອີກ ຢູ່ໃນພື້ນທີ່​ທີ່ເປົ່າແປນ.

ທ່ານຮຸນ ເຊນ ຂຽນໃນເຟສບຸກຄ໌ ຂອງທ່ານວ່າ ທ່ານໄດ້ສົ່ງກອງກຳລັງ ຄຸ້ມກັນສ່ວນຕົວຂອງ

ທ່ານ ຈໍານວນ 1,000 ປາຍຄົນ ໄປຊ່ອຍໃຫ້ຂະບວນການບຸກ​ເບີກ ຖາກຖາງເນື້ອທີ່ດິນໄວຂຶ້ນ ເພື່ອທີ່ຈະໄດ້ປູກຕົ້ນໄມ້ຄືນໃໝ່ ໃນເນື້ອທີ່ 530 ເຮັກຕ້າຣ໌.

ພ້ອມ​ດຽວ​ກັນ​ນັ້ນ ທ່ານ ຮຸນ ເຊນ ກໍຮັບວ່າ ການ​ມີ​ໜ້າຂອງກອງທະຫານ ຄຸ້ມກັນສ່ວນຕົວ ຂອງທ່ານໃນເຂດປ່າປ້ອງກັນ Phnom Tamao ນັ້ນ ໄດ້ເຮັດໃຫ້ເກີດ ມີຄວາມວິຕົກກັງວົນ ກັນວ່າ ເນື້ອທີ່ດິນນັ້ນ ຈະຖືກຂາຍ ໃຫ້ບໍຣິສັດເອກຊົນ ຊຶ່ງທ່ານຂໍຢໍ້າຄືນອີກເທື່ອນຶ່ງວ່າ ເຂດ Phnom Tamao ຈະຖືກຮັກສາປ່າ​ໄມ້ໄວ້ ເພື່ອເປັນການອະນຸຮັກ. ທ່ານກ່າວຕື່ມອີກວ່າ ພວກທ່ານຈະປູກຕົ້ນໄມ້ ລາຄາແພງໃນທີ່ນັ້ນໄວໆນີ້ ແລະເພື່ອສະກັດກັ້ນ ບໍ່ໃຫ້ເກີດຄວາມສັບສົນ ແລະການແຜ່ຫລາຍ ຂອງຂໍ້ມູນຂ່າວທີ່ບໍ່ຖືກຕ້ອງ ຈາກພວກຄົນທີ່ບໍ່ຫວັງດີ ແລະ​ວ່າ ຣັຖມົນຕຣີ ກະຊວງກະສິກັມ ຈະຕ້ອງປະກາດ ເຂດປ່າທີ່ວ່ານີ້ ເປັນເຂດອະນຸຮັກ.

ເຂດປ່າ Phnom Tamao ທີ່​ຢູ່ບໍ່​ໄກຈາກ ກຸງພະນົມເປັນ ໄປທາງທິດໃຕ້ນີ້ ເປັນບ່ອນຢູ່ອາສັຍ ຂອງສັດສາວາສິ່ງ ທີ່ຫາຍາກ ແລະໃກ້ສູນພັນຫລາກຫລາຍຊະນິດ, ເປັນເຂດທີ່ຊຸມຊົນທ້ອງ ຖິ່ນດັ້ງເດີມອາສັຍ ແລະເປັນບ່ອນທໍາມາຫາກິນ, ເກັບເຄື່ອງປ່າຂອງດົງລ້ຽງຊີບ.

ຂ່າວວິທຍຸ ເອເຊັຍເສຣີ ພາກພາສາອັງກິດ ຣາຍງານວ່າ ເມື່ອວັນອັງຄານຜ່ານມານີ້ ກຸ່ມນັກເຄື່ອນ ໄຫວດ້ານສິ່ງແວດລ້ອມ ແລະນັກຂ່າວ ຖືກໜ່ວຍຄຸ້ມກັນສ່ວນຕົວ ຂອງນາຍົກຣັ​ຖ​ມົນ​ຕ​ຣີ ຮຸນ ເຊນ ບັງຄັບຄວບຄຸມຕົວ ໃນຂະນະທີ່ພວກເຂົາເຈົ້າ ສັງເກດການ ແລະກວດກາພື້ນທີ່ປ່າ​ໄມ້ ທີ່ຖືກຖາກຖາງໄປກ່ອນນັ້ນແລ້ວ.

ນັກຂ່າວ Hy Chhay ຈາກສໍານັກຂ່າວກັມພູຊາ VOD ເວົ້າວ່າ ເຂົາຖືກຕົບໜ້າ ເມື່ອເຂົາ ບໍ່ຍອມມອບໂທຣະສັບມືຖື ຂອງເຂົາໃຫ້ໜ່ວຍຄຸ້ມກັນ ແລະດຽວນີ້ ເຂົາໄດ້ຂໍໃຫ້ທາງ​ ສຳ​ນັກ​​ຂ່າວ​ນັ້ນ ຍື່ນຄໍາຮ້ອງຮຽນຕາມກົດໝາຍ ເພື່ອປົກປ້ອງນັກຂ່າວຄົນອື່ນໆ ບໍ່​ໃຫ້​ປະ​ເຊີນ​ກັບ ເຫດການຮຸນແຮງໃນອະນາຄົຕ. ທ່ານເວົ້າວ່າ ຂ້ອຍຕ້ອງການໃຫ້ໜ່ວຍ​ງານ​ ຂອງ​ຂ້ອຍ ຍື່ນຄໍາຮ້ອງຮຽນນັ້ນ ​ຕໍ່​ພາກ​ສ່ວນ​ທາງ​ການ ​ທີ່​ກ່ຽວ​ຂ້ອງ ໂດຍ​ໃຫ້ລະບຸຕົວ ຜູ້ຕ້ອງສົງສັຍ​ນຳ ແລະ​ວ່າ ຂ້ອຍໄດ້ຮັບບັດນັກຂ່າວ ຈາກກະຊວງຖແລງຂ່າວ ກັມ​ພູ​ຊາ ດັ່ງນັ້ນ ເຫດການຄວາມຮຸນແຮງ ທີ່ໃຊ້ກັບຂ້ອຍ ແມ່ນເປັນການກະທໍາ ທີ່ບໍ່ຖືກຕ້ອງແທ້.

ທ່ານ Ith Sothouet ຜູ້ອໍານວຍການສູນກັມພູຊາ ເພື່ອຄວາມເປັນອິສຣະ ຂອງສື່ມວນຊົນ ຫລື CCIM ເວົ້າວ່າ ທ່ານກຳລັງປຶກສາ ຫາລືກັບນັກຂ່າວ Hy Chhay ແລະທະນາຍຄວາມ ຂອງເຂົາເພື່ອຫາທາງເລືອກ ທາງກົດໝາຍເພີ່ມຕື່ມ ເພື່ອປົກປ້ອງນັກຂ່າວ ທີ່ຖືກຄຸກຄາມ-ຂົ່ມຂູ່ ດ້ວຍຄວາມຮຸນແຮງ ໃນຂະນະປະຕິບັດໜ້າທີ່.

ທ່ານ Soeung Sengkaruna ໂຄສົກຂອງອົງການສິທທິມະນຸສ ຂອງກັມພູຊາ Adhoc ເວົ້າວ່າ ກອງກັມລັງປະກອບອາວຸດ ຂອງປະເທດ ຕ້ອງປະຕິບັດໜ້າທີ່ຕາມກົດໝາຍ ແລະຕາມຫລັກຈັນຍາບັນ ຂອງພວກເຂົາຢ່າງເຄັ່ງຄັດ. ພ້ອມດຽວກັນນັ້ນ ທ່ານກໍຮຽກຮ້ອງໃຫ້ ດໍາເນີນການຢ່າງຮີບດ່ວນ ຕໍ່ຜູ້ຕ້ອງສົງສັຍ ທີ່ຖືກກ່າວຫາວ່າ ຄຸກຄາມ ຂົ່ມຂູ່ນັກຂ່າວ VOD ທີ່ວ່ານັ້ນ ຊຶ່ງເປັນສິ່ງ ຈະເຮັດໃຫ້ປະຊາຊົນ ມີຄວາມໝັ້ນໃຈ ຫລາຍຂຶ້ນ.

ພວກນັກວິຈານ ຕ່າງກໍກ່າວຫາ ໜ່ວຍຄຸ້ມກັນຂອງທ່ານ ຮຸນ ເຊນ ມາດົນນານແລ້ວວ່າ ໃຊ້ຄວາມຮຸນແຮງເພື່ອສນັບສນູນ ຜົລປໂຍດທາງການເມືອງ ຂອງນາຍົກຣັຖມົນຕຣີ ຮຸນ ເຊນ ທີ່ຂຶ້ນກັມອໍານາດ ມາຍາວນານຕັ້ງແຕ່ປີ 1985.

ເມື່ອເດືອນພຶສຈິກາ 2016 ທ່ານ ຮຸນ ເຊນ ໄດ້ເລື່ອນຊັ້ນພັນເອກ ໃຫ້ນາຍທະຫານຂອງໜ່ວຍງານດັ່ງກ່າວ 2 ຄົນ ຄື Sol Vanny ແລະ Mao Hoeun ທັ້ງໆທີ່ພວກເຂົາຖືກຕັດສິນວ່າ ກະທໍາຄວາມຜິດ ຖານທຸບຕີ ສະມາຊິກສະພາ ຝ່າຍຄ້ານ 2 ຄົນຢ່າງໂຫດຫ້ຽມ ຢູ່ໃກ້ກັບສະພາແຫ່ງຊາຕ ໃນກຸງພະນົມເປັນເມື່ອປີກາຍ.

ການເລື່ອນຊັ້ນນັ້ນ ມີຂຶ້ນພຽງ 2 ອາທິດ ຫລັງຈາກທີ່ພວກເຂົາຖືກປ່ອຍໂຕ ອອກຈາກຄຸກ. ພວກເຂົາຖືກຈໍາຄຸກພຽງປີດຽວ ໃນຈໍານວນ 4 ປີ ທີ່ພວກເຂົາ ມີໂທດຈໍາຄຸກ. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.