ກັມພູຊາ ປ່ອຍໂຕ ນັກໂທດ ການເມືອງ
2021.11.20
ທາງການກັມພູຊາ ໄດ້ປ່ອຍຕົວ ຜູ້ນໍານັກເຄື່ອນໄຫວ ດ້ານແຮງງານຂອງກໍາພູຊາ 3 ຄົນ ໃນວັນສຸກທີ່ຜ່ານມາ ຫຼັງຈາກສານອຸທອນຂອງກັມພູຊາ ໄດ້ມີຄໍາສັ່ງໃຫ້ລະງັບ ການດໍາເນີນຄະດີ ນັກເຄື່ອນໄຫວທັງສາມ ແລະ ມີສໍາສັງປ່ອຍຕົວເຂົາເຈົ້າອອກມາ. ຜູ້ນໍາກໍາມະບານ ທ່ານ Rong Chhun ແລະ ນັກເຄື່ອນໄຫວດ້ານສິດທິແຮງງານ ທ່ານ Sar Kanika ແລະ ທ່ານ Ton Nimol ໃນຈໍານວນນັກໂທດ 18 ຄົນ ທີ່ຖືກປ່ອຍຕົວ ໂດຍ ຣັຖບານຂອງນາຍົກຣັຖມົນຕຣີ ຮຸນເຊນ ເປັນຜູ້ສັ່ງປ່ອຍຕົວ. ຈໍານວນນັກໂທດເຫຼົ່ານັ້ນ ໄດ້ຖືກຈັບຂັງຄຸກ ຕອນທີ່ ຣັຖບານໄດ້ທໍາການກວາດລ້າງ ພັກຝ່າຍຄ້ານຂອງກັມພູຊາ ແລະ ຜູ້ວິຈານຣັຖບານ ໃນປີ 2017. ນັກເຄື່ອນໄຫວທາງດ້ານແຮງງານ 3 ທ່ານ ໄດ້ເຂົ້າຮ່ວມພັກການເມືອງ, ພັລຍາ 5 ຄົນ ຂອງນັກເຄື່ອນໄຫວ ຝ່າຍຄ້ານຂອງກັມພູຊາ, ແລະ ນັກເຄື່ອນໄຫວດ້ານ ສິ່ງແວດລ້ອມອີກ 6 ຄົນ ທັງໝົດ ຖືກທາງການກັມພູຊາຈັບໂຕ.
ທ່ານ Rong Chhun ໄດ້ກ່າວຕໍ່ ຜູ້ສນັບສນູນ ທີ່ມາລໍຖ້າຕ້ອນຮັບ ຢູ່ໜ້າຄຸກ ທີ່ຢູ່ເຂດຊານ ເມືອງ ພະນົມເປນ ວ່າ:
“ຂ້າພະເຈົ້າ Rong Chhun ໄດ້ກັບມາ ພົບກັບ. ພວກເຮົາຈະຕ້ອງເດີນໄປສົ່ງເສຣີພາບ. ພວກເຮົາຕ້ອງຊອກຫາປະຊາທິປະໄຕ ໃຫ້ປະເທດເຮົາ. ເຖິງວ່າ ຂ້ອຍຈະຕິດຄຸກເປັນເວລາປີປາຍກໍຕາມ, ແຕ່ ຂ້ອຍກໍຍັງຢູ່ກັບພວກທ່ານ. ຄຸກບໍ່ສາມາດທໍາລາຍນັກເຄື່ອນໄຫວ ແລະ ຈິດວິນຍານຂອງປະຊາຊົນໄດ້. ພວກເຮົາບໍ່ຢ້ານ ເຖິງເຂົາຈະຈັບເຮົາ ກໍຕາມ. ພວກເຮົາຕ້ອງມີຄວາມກ້າຫານສູ້ເພື່ອເສຣີພາບ, ສິດ ແລະ ປະຊາທິປະໄຕຂອງພວກເຮົາ.”
ທ່ານ Rong Chhun ແລະ ນັກເຄື່ອນໄຫວ 2 ຄົນ ໄດ້ຮັບການການປະກັນຕົວອອກມາ ອີງຕາມຂໍ້ມູນຈາກອົງການເຄື່ອນໄຫວດ້ານສິດທິມະນຸດ ທີ່ຊື່ວ່າ Licadho. ສານອຸທອນ ນະຄອນພະນົມເປນ ບໍ່ໄດ້ໃຫ້ເຫດຜົລວ່າ ເປັນຫຍັງຈຶ່ງຍົກຟ້ອງດໍາເນີນຄະດີ ນັກເຄື່ອນໄຫວທັງ 3 ຄົນ ຜູ້ທີ່ຖືກຈໍາກັດການເດີນທາງເປັນເວລາ 2 ປີ. ເຈົ້າໜ້າທີ່ທາງການ ກໍາພູຊາ ໄດ້ຈັບ ທ່ານ Rong Chhun ໃນຂໍ້ຫາທີ່ໄປກ່າວຄໍາປາໄສໃນເດືອນ ກໍຣະກະດາ ປີ 2020 ກ່ຽວກັບການສູນເສັຽທີ່ດິນ ທີ່ຢູ່ໃກ້ກັບເຂດຊາຍແດນ ວຽດນາມ ຫຼັງຈາກທີ່ ທ່ານ ໄດ້ໄປຢ້ຽມຢາມເຂດດັ່ງກ່າວ ແລະ ໄດ້ໂອ້ລົມກັບປະຊາຊົນທ້ອງຖິ່ນ.
ທ່ານ Sar Lanika ແລະ ທ່ານ Ton Nimol ຖືກຈັບໃນເວລາ ປະທ້ວງແບບສງົບ ໃນເດືອນສິງຫາ ແລະ ເດືອນຕຸລາ 2020 ຕາມລໍາດັບ ອີງຕາມຖແລງການຂອງອົງການສິດທິມະນຸດ. ທ່ານ Sar Kanika ແລະ Sar Lanika ຖືກຈັບຂັງຄຸກຢູ່ 15 ເດືອນ ໃນຂນະທີ່ ທ່ານ Nimol ໄດ້ຖືກຈັບມາໄດ້ຫຼາຍກວ່າ 1 ປີ. ສານອຸທອນຂອງກໍາພູຊາ ໄດ້ຍົກຟ້ອງ ທ່ານ Rong Chhun ທີ່ຖືກສານຕັດສິນຈໍາຄຸກເປັນເວລາ 2 ປີ ແລະ ເວລາທີ່ເຫຼືອ 20 ເດືອນ ຖືກຍົກຟ້ອງ. ສ່ວນວ່າ ທ່ານ Ton Nimol ຈະຕ້ອງຕິດຄຸກ 14 ເດືອນ ແລະ 24 ມື້. ສານປົກຄອງກໍາພູຊາ ໄດ້ຍົກຟ້ອງ ແລະ ບໍ່ໃຫ້ຕິດຄຸກສ່ວນທີ່ເຫຼືອອີກ 20 ເດືອນ.
ເຈົ້າໜ້າທີ່ສານ ໄດ້ກ່າວວ່າ ນັກເຄື່ອນໄຫວທັງ 3 ຄົນ ຈະຕ້ອງຢູ່ໃນຂັ້ນຕ້ອງຝາກໂທດ ຫຼື ພາກໂທດ ຫຼັງຈາກທີ່ເຂົາເຈົ້າຖືກປ່ອຍຕົວແລ້ວ ແຕ່ ເຂົາເຈົ້າຈະຕ້ອງບໍ່ພົວພັນກັນ, ແລະ ຈະຕ້ອງໄດ້ແຈ້ງໃຫ້ ໄອຍະການຮູ້ ຖ້າວ່າ ເຂົາເຈົ້າປ່ຽນທີ່ຢູ່. ສານ ໄດ້ລະງັບຄໍາສັ່ງ ໃຫ້ນັກເຄື່ອນໄຫວທັງ 3 ຄົນ ຈ່າຍເງິນຄ່າປັບໃໝ ຄິດເປັນມູນຄ່າປະມານ 500 ໂດລາຣ໌ ແລະ ຊ່ວຍຈ່າຍຄ່າເສັຽຫາຍທີ່ເປັນມູນຄ່າ 100,000 ໂດລາຣ໌.
ທ່ານ Rong Chhun ໄດ້ຖືກຈັບຂັງຄຸກ ກັບ ປະທານພັກໄຊຊະນະຂະເໝນ ທ່ານ Soung Sophorn ຜູ້ທີ່ຖືກປ່ອຍຕົວອອກມາ. ເຈົ້າໜ້າທີ່ກໍາພູຊາ ໄດ້ຈັບຕົວນັກການເມືອງ ໃນເດືອນສິງຫາ 2020 ໃນຂໍ້ຫາສ້າງຄວາມວຸ້ນວາຍ ແລະ ສ້າງຄວາມບໍ່ສງົບໃນສັງຄົມ ຫຼັງຈາກ ທ່ານ ໄດ້ປະທ້ວງ ແລະ ຮຽກຮ້ອງໃຫ້ປ່ອຍຕົວ ທ່ານ Rong Chhun.
ທ່ານ Soung Sophorn ໄດ້ກ່າວຕໍ່ຝູງຊົນ ທີ່ມາຕ້ອງຮັບຢູ່ໜ້າສານ ວ່າ ລາວຈະກັບຄືນສືບຕໍ່ກິຈກັມທາງການເມືອງຂອງລາວ ຫຼັງຈາກຖືກປ່ອຍຕົວ.
ເຈົ້າໜ້າທີ່ໄດ້ປ່ອຍຕົວ ແມ່ຍິງ 5 ຄົນ ຈາກກຸ່ມທີ່ີ່ເອີ້ນຕົວເອງວ່າ “ກຸ່ມເມັຽ ວັນສຸກ ຫຼື Friday Wives” ຊຶ່ເປັນພັລຍາຂອງນັກເຄື່ອນໄຫວ ທີ່ພາກັນປະທ້ວງປະຈໍາອາທິດ ຕາງໜ້າໃຫ້ສາມີຂອງຕົນເອງ ທີ່ຖືກສັ່ງຫ້າມ ຈາກພັກກູ້ຊາດກໍາພູຊາ ທີ່ເປັນພັກຝ່າຍຄ້ານ. ແມ່ຍິງ 5 ຄົນດັ່ງກ່າວ ຖືກຈັບ ຍ້ອນຮຽກຮ້ອງໃຫ້ປ່ອຍຕົວ ທ່ານ Rong Chhun ແລະ ນັກເຄື້່ອນໄຫວ ພັກກູ້ຊາດກັມພູຊາ ໃນເວລາທີ່ເຂົາເຈົ້າມາປະທ້ວງ ຢູ່ຕໍ່ໜ້າສະຖານທູດຈີນ ຢູ່ພະນົມເປນ. ເຂົາເຈົ້າຖືກຈັບຂັງຄຸກແຕ່ 12-20 ເດືອນ.
ໃນວັນສຸກທີ່ຜ່ານມາ, ທາງການກັມພູຊາ ໄດ້ສັ່ງປ່ອຍຕົວ ນັກເຄື່່ອນໄຫວ ດ້ານສິ່ງແວດ ລ້ອມ 6 ຄົນ ຈາກກຸ່ມທີ່ເອີ້ນໂອເອງວ່າ “ແມ່ຂອງທັມຊາດ ຫຼື Mother Nature” ແຕ່ວ່າ ສານກໍໄດ້ລະງັບຄໍາສັ່ງ ບໍ່ໃຫ້ເຂົາເຈົ້າຕິດຄຸກ 20 ເດືອນ.
ທ່ານ Seng Sary ນັກວິເຄາະທາງການເມືອງ ຂອງກັມພູຊາ ປະຈໍາປະເທດໄທຍ ໄດ້ກ່່າວວ່າ: ຣັຖບານກັມພູຊາ ໄດ້ມີທ່າທີ່ອ່ອນໂຍນລົງ ຊຶ່ງເປັນສັນຍານບົ່ງບອກວ່າ ສະຖານະການທາງການເມືອງ ຢູ່ກໍາພູຊາ ເລີ່ມດີຂຶ້ນ. ທ່ານ Seng Sary ໄດ້ກ່າວຕໍ່ເອເຊັຽເສຣີ ຜແນກພາສາກັມພູຊາ ວ່າ ແນວໂນ້ມດັ່ງກ່າວ ມັນກໍເປັນປະໂຍດຂອງໃກ້ແກ່ກັມພູຊາ ຕາມການສັງເກດການ ຂອງຜູ້ທີ່ຢູ່ນອກປະເທດ ກັມພູຊາ ຊຶ່ງເປັນປະເທດພັກດຽວ ໃນເວລາທີ່ເປັນປະທານກອງປະຊຸມ ສຸດຍອດຜູ້ນໍາອາຊຽນໃນປີ 2022, ແລະ ການປະຊຸມກັບສະຫະພາບ ຍຸໂຣບ (European Union) ແລະ ສະຫະຣັຖອະເມຣິກາ ຊຶ່ງທັງ 2 ປະເທດນີ້ ກໍໄດ້ຄວ້ຳບາດ ກັມພູຊາ ຍ້ອນປະເດັນສິດທິມະນຸດ.
ສະເພາະຢູ່ປະເທດວຽດນາມ, ທາງການວຽດນາມ ກໍຈັບຂັງຄຸກ ນັກຂຽນອິດສະຣະ ຄົນນຶ່ງ ໃນຂໍ້ຫາທີ່ເຜີຍແຜ່ຂໍ້ມູນທີ່ຣັຖບານວຽດນາມ ບໍ່ມັກ. ນາງ Pham Doan Trang ອາຍຸ 42 ປີ ນັກຂຽນວຽດນາມ ທີ່ທາງການວຽດນາມຈັບຂັງຄຸກ ເປັນເວລາ 1 ປີ ຍ້ອນ ວິຈານຣັຖບານ ຄອມມິວນິສຕ໌ (Communist) ວຽດນາມ ປັດຈຸບັນ ນາງ ມີບັນຫາສຸຂພາບ ຫຼັງຈາກທະນາຍຄວາມ ສ່ວນຕົວຂອງນາງໄດ້ເຂົ້າພົບ ເປັນຄັ້ງທຳອິດ ນັບແຕ່ຖືກຈັບຂັງຄຸກ. ນາງ Pham Doan Trang ຖືກຈັບຢູ່ເມືອງ ໂຮຈີມິນ (Ho Chi Minh City) ໃນເດືອນຕຸລາ 2020 ແລະ ຖືກຕັ້ງຂໍ້ຫາເຮັດຜິດກົດໝາຍ ຂອງວຽດນາມມາຕຣາ 117 ວ່າດ້ວຍການເຮັດ, ການຮັກສາ, ການພົວພັນ ຫຼື ເຜີຍແຜ່ຂໍ້ມູນ ເອກສານ ແລະ ສິ່ງທີ່ຂັດຕໍ່ ສາທາລະນະຣັຖສັງຄົມນິຍົມວຽດນາມ. ຫຼັງຈາກໄດ້ພົບກັບ ນາງ Pham Doan Trang ຢູ່ໃນຄຸກ, ທ່ານ ເວ ວັນ ລ້ວນ ທະນາຍຄວາມ ຂອງນາງ ກໍໄດ້ໂພສ ຂໍ້ຄວາມທາງເຟສບຸກວ່າ ນາງ Pham Doan Trang ນ້ຳໜັກຫຼຸດໄປປະມານ 10 ກິໂລກຼາມ ຫຼັງຈາກຕິດຄຸກມາໄດ້ 1 ປີ. ນອກຈາກນີ້, ນາງເອງ ກໍມີອາການບາດເຈັບ ຢູ່ຂາທັງສອງເບື້ອງ ໂດຍສເພາະຫົວເຂົ່າ ທັງ 2 ຂ້າງ. ທະນາຍຄວາມຂອງລາວ ກ່າວວ່າ:
“ລາວມີອາການເຈັບມາໄດ້ມື້ແລ້ວ ແລະ ລວມທັງອາການຄວາມດັນເລືອດຂອງລາວ ແຕ່ ລາວບໍ່ໄດ້ຮັບການກວາດສຸຂພາບ ແລະ ປິ່ນປົວຢ່າງເປັນປົກຕິ ມາໄດ້ 1 ປີ ແລ້ວ.”
ທີ່ຜ່ານມາ, ນາງ Phan Doan Trang ເຄີຍກ່າວວິຈານ ຣັຖບານວຽດນາມ ຕອນນຶ່ງວ່າ:
“ຣັຖບານວຽດນາມ ກຳນົດໃຫ້ຫົວໜ້າ ບັນນາທິການຂ່າວ ຈະຕ້ອງເປັນສມາຊິກ ພັກຄອມມິວນິສວຽດນາມ ເພື່ອໃຫ້ແນ່ໃຈວ່າ ຫົວໜ້າບັນນາທິການ ຕ້ອງເປັນຕົວແທນໃຫ້ຣັຖບານ ແທນທີ່ຈະເປັນກະບອກສຽງ ແລະ ເຮັດເພື່ອສິດຜົລປະໂຍດຂອງປະຊາຊົນ.”
ອະດີດນັກໂທດຄົນນຶ່ງ ໄດ້ກ່າວຕໍ່ສຳນັກຂ່າວເອເຊັຽເສຣີ ຜແນກພາສາວຽດນາມ ວ່າ:
“ສຸຂພາບຂອງ ນາງ Pham Doan Trang ໜ້າຈະເກີດມາຈາກການດຳລົງຊີວິດຢູ່ໃນຄຸກທີ່ມີຄວາມກົດດັນ ເປັນເວລາດົນນານ ແລະ ມີບັນຫາເລື່ອງປະຈຳເດືອນຂອງລາວ ນຳອີກດ້ວຍ.”
ອະດີດນັກນັກໂທດ ຄົນນີ້ ຊື່ວ່າ Pham Thanh Nghien ຜູ້ທີ່ໃຊ້ຊີວິດຢູ່ໃນຄຸກ 4 ປີ ລວມມີ ການກັກຂັງເພື່ອລໍການດຳເນີນຄະດີ ຫຼື ກັກຂັງພາງ 18 ເດືອນ ໃນຂໍ້ຫາໂຄສນາຊວນເຊື່ອ ຕ້ານຣັຖບານວຽດນາມ ໄດ້ກ່າວວ່າ ລາວເຫັນຄົນທີ່ເປັນນັກໂທດນຳກັນ ມີບັນຫາເລື່ອງປະຈຳເດືອນ, ແຕ່ ລາວບໍ່ຮູ້ວ່າ ບັນຫາປະຈຳເດືອນຂອງ ນາງ Pham Doan Trang ໜັກໜາຂະນາດໃດ, ແຕ່ອາການກໍຄົງໜ້າເປັນຫ່ວງ.
ສະເພາະຢູ່ປະເທດລາວ, ນາງຮວາຍເຮືອງ ໄຊຍະບູລີ ຫຼື ໝວຍ ທີ່ມີ ອາຊີບຄ້າຂາຍ ຢູ່ບ້ານສະເຫຼົ້າ ເມືອງໂພນທອງ ແຂວງຈຳປາສັກ ຖືກເຈົ້າໜ້າທີ່ ຕຳຣວດ ແຂວງຈຳປາສັກ ຈັບໂຕ ເມື່ອວັນທີ 12 ກັນຍາ 2019 ໃນຂໍ້ຫາ ໂຄສະນາຕ້ານ ສປປ ລາວ ພາຍຫຼັງ ນາງ ໝວຍ ໄດ້ຖ່າຍ ທອດສົດ ຜ່ານສື່ສັງຄົມ ອອນລາຍນ໌ ແລະ ສະແດງ ຄວາມຄິດເຫັນ ກ່ຽວກັບ ການເຮັດວຽກ ຂອງເຈົ້າໜ້າທີ່ຣັຖ ທີ່ຊ່ວຍເຫຼືອ ຜູ້ປະສົບພັຍ ນໍ້າຖ້ວມ ແຂວງພາກໃຕ້ ຂອງລາວ. ຕໍ່ມາ ໃນວັນທີ 22 ພຶສຈິກາ 2019, ສານຊັ້ນຕົ້ນ ແຂວງຈຳປາສັກ ກໍໄດ້ຕັດສິນ ໃຫ້ຈຳຄຸກ ຍານາງໝວຍ ເປັນເວລາ 5 ປີ ແລະ ປັບໄໝ ເງິນ 20 ລ້ານກີບ ຕາມກົດໝາຍ ອາຍາ ມາດຕຣາ 117 ຊຶ່ງປັດຈຸບັນ ຍານາງໝວຍ ຖືກຂັງ ຢູ່ຄ້າຍຄຸມຂັງ ແຂວງຈຳປາສັກ.
ຄົບຮອບ 2 ປີແລ້ວ ທີ່ ນາງ ຮວາຍເຮືອງ ໄຊຍະບູລີ ຫຼື ຍານາງ ໝວຍ ຊາວບ້ານ ບ້ານສະເຫຼົ້າ ເມືອງໂພນທອງ ແຂວງຈຳປາສັກ ຖືກຈັບຂັງຄຸກ ໃນຂໍ້ຫາໂຄສະນາຕ້ານ ສປປ ລາວ ໃນຂນະທີ່ ຫຼາຍອົງກອນ ດ້ານສິດທິມະນຸດ ສາກົລ ກໍໄດ້ສະແດງ ຄວາມເປັນຫ່ວງ ເປັນໄຍ ຕໍ່ຍານາງໝວຍ ຕລອດມາ ແລະ ທວງໃຫ້ ທາງການລາວ ປ່ອຍໂຕ ນາງ ໝວຍ ອອກຈາກຄຸກ.