ກັມພູຊາ ຈັບຄົນງານ ທີ່ປະທ້ວງ 100 ປາຍຄົນ
2022.02.26

ທາງການກັມພູຊາ ຈັບຄົນງານທີ່ເຮັດວຽກຢູ່ໂຮງກາສິໂນ NagaWorld ຫລາຍກວ່າ 100 ຄົນ ຊຶ່ງທໍາການປະທ້ວງຢູ່ກຸງພະນົມເປັນ ໃນມື້ວັນທີ 21 ແລະ 22 ກຸມພາ 2022 ໂດຍທີ່ທາງການກ່າວຫາວ່າ ພວກເຂົາເຈົ້າລະເມີດມາຕການປ້ອງກັນໂຄວິດ-19.
ໃນມື້ວັນທີ 23 ກຸມພາ ທາງການກັມພູຊາກໍຈັບຄົນງານຕື່ມອີກ 51 ຄົນ ເພື່ອສລາຍການປະທ້ວງຕໍ່ຕ້ານໂຮງກາສິໂນ NagaWorld ແລະໃນມື້ວັນທີ 24 ກຸມພານີ້ກໍມີຂ່າວວ່າ ຫລາຍອົງການຈັດຕັ້ງປະຊາສັງຄົມກັມພູຊາ ຄືອົງ ການຈັດຕັ້ງປະຊາສັງຄົມກັມພູຊາ, ອົງການຈັດຕັ້ງຊຸມຊົນ ແລະສະຫະພາບແຮງງານ ໄດ້ກ່າວຫາເຈົ້າໜ້າທີ່ຣັຖບານ ທີ່ລະເມີດທາງເພດຄົນງານຍິງ ຊຶ່ງທໍາການປະທ້ວງ ແລະໃຊ້ກົດການປ້ອງກັນໂຄວິດ-19 ຊຶ່ງເປັນສ່ວນນຶ່ງຂອງເຄື່ອງມືຣັຖບານ ທີ່ພະຍາຍາມສລາຍ ການເດີນຂະບວນປະທ້ວງຂອງຄົນງານເມື່ອມໍ່ມານີ້.
ການເດີນຂະບວນປະທ້ວງຂອງຄົນງານຄັ້ງນີ້ ເປັນການສືບຕໍ່ການປະທ້ວງຂອງຄົນງານຫລາຍພັນຄົນ ທີ່ໄດ້ຢຸດງານປະທ້ວງ ເມື່ອກາງເດືອນທັນວາປີກາຍ ທວງໃຫ້ນາຍຈ້າງຂຶ້ນຄ່າແຮງງານ, ໃຫ້ທາງການກັມພູຊາປ່ອຍ ແລະຄືນຖານະໃຫ້ຜູ້ນໍາສະ ຫະພາບແຮງງານ 8 ຄົນ ທີ່ຖືກຈັບເຂົ້າຄຸກ ແລະໃຫ້ຄົນງານ 365 ຄົນ ຊຶ່ງພວກປະທ້ວງເວົ້າວ່າ ຖືກໄລ່ອອກຈາກໂຮງແຮມ ແລະໂຮງກໍຊີໂນ ແບບບໍ່ຍຸຕິທໍານັ້ນກັບເຂົ້າເຮັດວຽກຄືນ.
ທາງການກັມພູຊາເວົ້າວ່າ ການເດີນຂະບວນປະທ້ວງທີ່ວ່ານັ້ນ ເປັນການເດີນຂະບວນປະທ້ວງທີ່ຜິດກົດໝາຍ ແລະກ່າວຫາວ່າ ເປັນການເດີນຂະບວນປະທ້ວງ ທີ່ໄດ້ຮັບການສນັບ ສນູນຈາກຄົນຕ່າງປະເທດ ຊຶ່ງມີແຜນທີ່ຈະໂຄ່ນລົ້ມຣັຖບານກັມພູຊາ.
ຄົນງານກັມພູຊາ ທີ່ເຮັດວຽກຢູ່ໂຮງກາສິໂນ NagaWorld ຫລາຍກວ່າ 100 ຄົນ ທີ່ຖືກຈັບຍ້ອນນັດຢຸດງານເດີນຂະບວນປະທ້ວງນັ້ນ ຈະຕ້ອງໄດ້ຈ່າຍຄ່າປັບໃໝໃຫ້ທາງການເປັນເງິນຈໍານວນຫລາຍ ຫລືຖືກກັກຂັງຢູ່ຕໍ່ໄປ.
ຂ່າວວິທຍຸເອເຊັຽເສຣີ ຜແນກພາສາຂເມນຣາຍງານໃນມື້ວັນທີ 22 ກຸມພານີ້ວ່າ ທາງການ ກັມພູຊາ ໄດ້ຈັບພວກຄົນງານ ທີ່ເຮັດວຽກຢູ່ໃນໂຮງກາສິໂນ NagaWorld ຫລາຍກວ່າ 100 ຄົນ ທີ່ນັດຢຸດງານປະທ້ວງ ໃນມື້ວັນຈັນ ແລະວັນຄານຜ່ານມານີ້ ໂດຍກ່າວຫາວ່າລະເມີດກົດລະບຽບກ່ຽວກັບການປ້ອງກັນໂຄວິດ-19. ການເດີນຂະບວນປະທ້ວງຂອງຄົນງານຫລາຍພັນຄົນເມື່ອເດືອນທັນວາປີກາຍທີ່ວ່ານັ້ນ ແມ່ນເພື່ອຮຽກຮ້ອງຂໍໃຫ້ຂຶ້ນຄ່າແຮງງານ, ປ່ອຍຜູ້ນໍາສະຫະພາບແຮງງານ 8 ຄົນ ແລະໃຫ້ຄົນງານ 365 ຄົນ ທີ່ພວກປະທ້ວງເວົ້າວ່າ ຖືກໄລ່ອອກຈາກໂຮງແຮມ ແລະໂຮງກາສິໂນແບບບບໍ່ຍຸຕິທໍານັ້ນ ກັບເຂົ້າເຮັດວຽກຄືນ.
ໃນຕົ້ນເດືອນກຸມພານີ້ ເຈົ້າໜ້າທີ່ທາງການຂັ້ນເມືອງຢູ່ກຸງພະນົມເປັນ ໄດ້ແນະນໍາໃຫ້ພວກຄົນງານ ທີ່ນັດຢຸດງານເພື່ອທໍາການປະທ້ວງຢ່າງສັນຕິນັ້ນ ເຊົາປະທ້ວງ ຍ້ອນກັງວົນວ່າ ພວກຄົນງານຈະເຮັດໃຫ້ມີການແຜ່ເຊື້ອໂຄວິດ-19. ແຕ່ພວກປະທ້ວງຖືວ່າ ຄໍາແນະນໍາທີ່ວ່ານັ້ນ ເປັນຂໍ້ອ້າງເພື່ອໃຫ້ພວກເຂົາເຈົ້າເຊົາປະທ້ວງ.
ທາງການກັມພູຊາ ໄດ້ຈັບພວກຄົນງານ ທີ່ນັດຢຸດງານປະທ້ວງໄປ 64 ຄົນ ໃນມື້ວັນຈັນ ແລະຈັບໄປຕື່ມອີກ 39 ຄົນ ໃນມື້ວັນຄານ. ໃນຈໍານວນຄົນງານ 64 ຄົນ ທີ່ຖືກຈັບໄປນັ້ນມີ 2 ຄົນຖືກກວດພົບວ່າ ຕິດເຊື້ອໂຄວິດ-19 ແລະສ່ວນທີ່ເຫລືອ 62 ຄົນແມ່ນຖືກປ່ອຍຕົວ. ສ່ວນກຸ່ມຄົນງານ 39 ຄົນ ມາຮອດຕອນແລງຂອງມື້ວັນຄານ ກໍຍັງບໍ່ທັນຖືກປ່ອຍຕົວເທື່ອ
ນາງ Meach Srey Oun ຊຶ່ງເປັນນຶ່ງໃນຈໍານວນຄົນງານ ກຸ່ມ 39 ຄົນນັ້ນເວົ້າຕໍ່ວິທຍຸເອເຊັຽເສຣີ ຜແນກພາສາຂເມນວ່າ ພາຍຫລັງທີ່ຖືກທາງການຈັບກຸມ ພວກຄົນງານກໍຖືກນໍາຕົວໄປສະຖານທີ່ຂອງອົງການຈັດຕັ້ງແມ່ຍີງກັມພູຊາເພື່ອສັນຕິພາບແລະການພັທນາ ຢູ່ເຂດ Prek Phnov ທີ່ກຸງພະນົມເປັນ.
ສະຖານທີ່ດັ່ງກ່າວ ປາກົດວ່າ ເປັນອາຄານຮ້າງ ທີ່ຖືກປະມາດົນແລ້ວ ແລະນໍ້າປະປາກໍບໍ່ມາ. ນາງເວົ້າວ່າ ພວກເຂົາເອົາພວກເຮົາໄປໄວ້ໃນຕຶກເກົ່າແກ່ ທີ່ເປຶ້ອນເປິະເອົາແທ້ເອົາວ່າ ແລະບໍ່ຍອມໃຫ້ພວກເຮົາອອກໜີໄປຈາກບ່ອນນັ້ນ. ທາງຄອບຄົວຂອງພວກເຮົາ ວິຕົກກັງວົນນໍາຫລາຍ. ແລະກໍມີຄົນງານຢ່າງໜ້ອຍ 2 ຄົນ ໄດ້ບາດເຈັບຕອນທີ່ພວກເຮົາຖຶກຈັບໃນຕອນເຊົ້າຂອງວັນຄານ ແລະພວກເຈົ້າໜ້າທີ່ຍາມ ກໍລວນລາມພວກຄົນງານເພດຍິງ ໂດຍຈັບໜ້າເອິກຂອງພວກເຂົາເຈົ້າ. ພວກຄົນງານຖືກບັງຄັບໃຫ້ຂຽນໃບຟອມ ໂດຍໃຫ້ບອກຊື່, ເລກໂທຣະສັບ ແລະທີ່ຢູ່ຂອງພວກເຂົາເຈົ້າ ກ່ອນທີ່ພວກເຂົາເຈົ້າຈະໄດ້ຮັບອະນຸຍາດໃຫ້ກິນເຂົ້າແລງໄດ້.
ນາງ Meach Srey Oun ເວົ້າວ່າ ພວກເຮົາບໍ່ຮູ້ເຖິງຕົ້ນປາຍສາຍເຫດຂອງການຈັບກັກຂັງພວກເຮົາ. ພວກເຮົາບໍ່ຮູ້ເຣື່ອງລາວກ່ຽວກັບການຈັບກຸມພວກເຮົາເລີຍ. ພວກກັມມະ ກອນສືບຕໍ່ຢຸດງານປະທ້ວງ ຍ້ອນຍັງມີສະມາຊິກອົງການກັມມະບານ 11 ຄົນ ຮວມທັງຜູ້ເປັນຫົວໜ້າ ຖືກກັກຂັງຢູ່ ຊື່ງພວກເຮົາຈະສືບຕໍ່ປະທ້ວງທວງເອົາຄວາມເປັນທໍາ ໄປຈົນກວ່າຄວາມເປັນທໍາຈະໄດ້ຮັບໄຊຊະນະ.
ໃນຂະນະດຽວກັນທ່ານ Am Sam Ath ຈາກສັນນິບາດກັມພູຊາເພື່ອສົ່ງເສີມ ແລະປົກປ້ອງສິດທິມະນຸດ Licadho ກໍກ່າວຕໍ່ວິທຍູເອເຊັຽເສຣີຜແນກພາສາຂເມນວ່າ ທາງການ ບໍ່ຄວນເຂົ້າຫຍູ້ງກ່ຽວ ໃນຂໍ້ຄັດແຍ່ງລະຫວ່າງໂຮງກາສິໂນ NagaWorld ແລະພວກຄົນງານຂອງເຂົາເລີຍ. ທ່ານກ່າວໂດຍບໍ່ສົນໃຈນໍາຄວາມກັງວົນ ໃນເຣື່ອງການແຜ່ຣະບາດຂອງເຊື້ອໂຄວິດ-19 ວ່າ ເມື່ອໄວໆມານີ້ ພວກຄົນງານໄດ້ເຂົ້າສູ່ຂະບວນການກັກກັນແລ້ວໆ, ຖ້າຫາກທາງການຍັງປາບປາມພວກຄົນງານຢູ່ຕໍ່ໄປ ກໍຈະມີການວິພາກວິຈານ ແລະການຕໍານິຕິຕຽນຫລາຍຂຶ້ນ. ພວກເຮົາຕ້ອງການເຫັນຂໍ້ຂັດແຍ່ງນັ້ນຖືກແກ້ໄຂ ໂດຍສັນຕິວິທີ ເພື່ອປ້ອງກັນບໍ່ໃຫ້ຂໍ້ຂັດແຍ່ງນັ້ນຂຍາຍວົງກ້ວາງອອກໄປຕື່ມອີກ ແລະໃຫຍ່ໂຕຂຶ້ນ.ສັນນິບາດກັມພູຊາເພື່ອສົ່ງເສີມ ແລະປົກປ້ອງສິດທິມະນຸດ Licadho ແລະອົງການຈັດຕັ້ງທີ່ໃຫ້ການຊ່ອຍເຫລືອພົລເຮືອນອື່ນໆ ຕ່າງກໍໄດ້ສົ່ງຈົດໝາຍເປີດຊອງ ເຖິງທາງການກັມພູຊາຮຽກຮ້ອງໃຫ້ປ່ອຍສະມາຊິກອົງການກັມບານທຸກຄົນ ທີ່ຖືກກັກຕົວຢູ່ນັ້ນໃຫ້ເປັນອິສຣະ. ໃນຈົດໝາຍເປີດຊອງລະບຸວ່າ ຂໍ້ກ່າວຫາຂອງທາງການກັມພູຊາ ທີ່ວ່າບັນດາຜູ້ນໍາສະຫະ ພາບແຮງງານແລະພວກນັກເຄື່ອນໄຫວຕົວຕັ້ງຕົວຕີຍຸຍົງສົ່ງເສີມໃຫ້ຄົນງານກະທໍາຄວາມ ຜິດທາງອາຍາ ໂດຍສົ່ງຂໍ້ຄວາມເຖິງບັນດາຄົນງານໂຮງກາສິໂນ NagaWorld ວ່າການ ປະທ້ວງເພື່ອຄວາມເປັນທໍາ ເປັນສິດທິຂອງພວກເຂົາເຈົ້າ, ອາດເປັນການກະທໍາທີ່ບໍ່ຖືກລົງໂທດ. ແຕ່ພວກເຂົາເຈົ້າຈະຕ້ອງປະເຊີນກັບການດໍາເນີນການທາງກົດໝາຍ ພຽງແຕ່ຍ້ອນຮຽກຮ້ອງບໍ່ໃຫ້ບໍຣິສັດລະເມີດກົດລະບຽບແຮງງານ ແລະຢາກແກ້ໄຂບັນຫານີ້ເທົ່ານັ້ນ. ແຕ່ສິ່ງດັ່ງກ່າວ ອາດເປັນເຫດການແບບຢ່າງທີ່ອັນຕະລາຍ ຊຶ່ງເຮັດໃຫ້ນາຍຈ້າງເມີນເສີຍຫລືບໍ່ສົນໃຈນໍາມາຕຖານແຮງງານ, ແລະອາດນໍາໄປສູ່ການຍ້ອນກັບຄຶນ ຂອງສິດທິແຮງງານ ທີ່ປະຊາຊົນໄດ້ມາຢ່າງຍາກລໍາບາກໃນກັມພູຊາ.
ກ່ຽວກັບບັນຫາທີ່ວ່ານີ້ ວິທຍຸເອເຊັຽເສຣີ ຜແນກພາສາຂເມນ ພະຍາຍາມຕິດຕໍ່ໄປຫາທ່ານ Met Measpheakdey ໂຄສົກກຸງພະນົມເປັນ ເພື່ອຂໍຄໍາເຫັນ ແຕ່ບໍ່ສາມາດຕິດຕໍ່ໄດ້. ແຕ່ເຖິງຢ່າງໃດກໍຕາມ ທາງການກຸງພະນົມເປັນ ກໍໄດ້ອອກຖແລງການໃນຕອນແລງຂອງມື້ວັນຄານຜ່ານມານີ້ວ່າ ຄົນງານ 39 ຄົນຖືກກວດພົບຕິດເຊື້ອໂຄວິດ-19. ແລະພວກເຂົາທັງໝົດ ທີ່ຖືກກັກຕົວນັ້ນຈະຕ້ອງຖືກປັບໃໝແຕ່ 1 ລ້ານຣຽລ ຫາ 5 ລ້ານຣຽລ ຫລື 245 ໂດລາສະຫະຣັຖ ຫາ 1,230 ໂດລາສະຫະຣັຖ ຫລືຕ້ອງຖືກກັກຂັງຕໍ່ໄປ. ຖແລງການເວົ້າວ່າ ທາງການກຸງພະນົມເປັນຮຽກຮ້ອງໃຫ້ຄົນງານໂຮງກາສິໂນ Naga-World ເຊົາໂຮມຊຸມນຸມປະທ້ວງ ຊຶ່ງຖືເປັນການລະເມີດ ມາຕການທາງດ້ານສຸຂພາບ ແລະໃຫ້ຄວາມຮ່ວມມືກັບທາງການ ເພື່ອຮັບປະກັນສຸຂພາບຂອງມວນຊົນ.
ບໍ່ພຽງເທົ່ານັ້ນ ຢູ່ປະເທດກັມພູຊາ ຍັງມີບັນຫາຫຍຸ້ງຍາກອີກຫລາຍໆຢ່າງ ຊຶ່ງໃນນັ້ນກໍມີທັງການສໍ້ຣາດບັງຫລວງເພື່ອສນັບສນູນພັກກັມອໍານາດຂອງທ່ານ ຮຸນ ເຊນ ຊຶ່ງວິທຍຸເອເຊັຽເສຣີຜແນກພາສາຂເມນໄດ້ຣາຍງານ ໃນມື້ວັນທີ 14 ກຸມພານີ້ ໂດຍອີງໃສ່ຈົດໝາຍທີ່ຕົນໄດ້ຮັບນັ້ນວ່າ ຕໍາຣວດຊັ້ນຜູ້ນ້ອຍ 28 ຄົນແລະເພື່ອນຮ່ວມອາຊີບດຽວກັນອີກ 100 ປາຍຄົນ ທີ່ຂໍສງວນຊື່ ກ່າວຫາຜູ້ບັນຊາການຕໍາຣວດ ຄືທ່ານ Koeng Khorn ຢູ່ແຂວງ Svay Rieng ທາງພາກຕາເວັນອອກສ່ຽງໃຕ້ຂອງກັມພູຊາວ່າ ສໍ້ຣາດບັງຫລວງ ໂດຍຕັດເງິນເດືອນຂອງພວກຕໍາຣວດ ໄປໃຫ້ຜູ້ສມັກຮັບເລືອກຕັ້ງເປັນສະມາຊິກສະພາຂັ້ນທ້ອງຖີ່ນ ໃນການເລືອກຕັ້ງຊຸດຈະມາເຖິງນີ້ ຊຶ່ງຜູ້ກ່ຽວສັງກັດພັກຂອງນາຍົກຣັຖມົນຕຣີ ຮຸນ ເຊນ ທີ່ເປັນພັກກັມອໍານາດ. ໃນຈົດໝາຍສະບັບນັ້ນເວົ້າວ່າ ເງິນເດືອນຂອງພວກ ຕໍາຣວດຖືກຕັດໄປລະຫວ່າງ 20 ພັນຣຽລ ຫາ 4 ລ້ານຣຽລ ຫລືເທົ່າກັບ 50 ໂດລາສະຫະຣັຖ ຫາ 1,000 ໂດລາສະຫະຣັຖ ຂຶ້ນຢູ່ກັບຊັ້ນຂອງຕໍາຣວດຄົນນັ້ນໆ ແລະຕໍາ ຣວດຊັ້ນຜູ້ນ້ອຍ ໄດ້ຮຽກຮ້ອງໃຫ້ຣັຖມົນຕຣີກະຊວງພາຍໃນ ສືບສວນສອບສວນຜູ້ບັນຊາການຕໍາຣວດຄົນດັ່ງກ່າວ ແລະພັກພວກຂອງທ່ານ ທີ່ພວກເຂົາເຈົ້າເວົ້າວ່າ ສໍ້ຣາດບັງຫລວງ.
ເພື່ອຄວາມກະຈ່າງແຈ້ງກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ຜແນກພາສາຂເມນໄດ້ ພະຍາຍາມຕິດຕໍ່ໄປຫາທ່ານ Koeng Khorn ຜູ້ບັນຊາການຕໍາຣວດ ເພື່ອຂໍຄໍາເຫັນ ແຕ່ທ່ານບໍ່ຕອບ.
ແຕ່ເຖິງຢ່າງໃດກໍຕາມ ໃນຈົດໝາຍນັ້ນຍັງກ່າວຫາທ່ານວ່າ ໄດ້ອອກຄໍາສັ່ງໃຫ້ຜູ້ລອງຂອງທ່ານ ແລະນາຍຕໍາຣວດຊັ້ນຮ້ອຍໂທອີກ 2 ຄົນ ໄປບັງຄັບໃຫ້ຕໍາຣວດ ທີ່ຢູູ່ໃຕ້ການບັງຄັບບັນ ຊາແປະໂປ້ເປັນການຢັ້ງຢືນວ່າ ພວກເຂົາເຫັນພ້ອມແລະຍິນດີບໍຣິຈາກເງິນຂອງພວກເຂົາ ແລະຈະບໍ່ປະທ້ວງ.
ເວົ້າເຖິງຄົນງານ ທີ່ເຮັດວຽກຢູ່ໂຮງກາສິໂນ ບໍ່ວ່າຈະຢູ່ໂຮງກາສິໂນ NagaWorld ທີ່ກຸງພະນົມເປັນ ປະເທດກັມພູຊາ ຫລືວ່າຢູ່ໂຮງກາສິໂນ ຄິງໂຣມັນ ໃນເຂດເສຖກິດພິເສດສາມ ຫລ່ຽມຄໍາ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ ກໍມີບັນຫາຫລາຍຢ່າງ ເຖິງບັນຫານັ້ນຈະແຕກຕ່າງກັນແດ່ ຄືຢູ່ໂຮງກາສິໂນ NagaWorld ແມ່ນຄົນງານຂໍຂຶ້ນຄ່າແຮງງານ ແລະການໄລ່ຄົນງານອອກແບບບໍ່ມີຄວາມຍຸຕິທໍາ. ສໍາລັບຢູ່ໂຮງກາສິໂນ ຄິງໂຣມັນ ໃນເຂດເສຖກິດພິເສດສາມຫລ່ຽມຄໍາ ແມ່ນມີບັນຫາຫລາຍຢ່າງ ຊຶ່ງເມື່ອບໍ່ດົນມານີ້ ຕໍາຣວດແຂວງບໍ່ແກ້ວ ກໍຊ່ອຍແມ່ຍິງລາວ ທີ່ຖືກຕົວະໄປເຮັດຢູ່ກາສິໂນ ຄິງໂຣມັນ ອອກມາໄດ້ຢ່າງໜ້ອຍ 14 ຄົນ. ພວກເຂົາເຈົ້າຖືກຕົວະໄປວ່າຈະໄດ້ເຮັດວຽກສະບາຍ, ໄດ້ເງິນດີ ຊຶ່ງໃນຈໍານວນນັ້ນ 3 ຄົນ ຖືກຊ່ອຍໃຫ້ໜີອອກມາໄດ້ ໃນມື້ວັນທີ 6 ກຸມພານີ້ ແລະໃນມື້ວັນທີ 5 ກຸມພາ ກໍຊ່ອຍໄດ້ 3 ຄົນ, ມີທັງເປັນພະນັກງານຕອບແຊັດ ແລະສາວຮ້ານ ສາວບໍຣິການທາງເພດ. ມາເຖິງປັດຈຸບັນກໍຍັງບໍ່ສາມາດຮູ້ໄດ້ວ່າ ມີແມ່ຍິງລາວອີກຈັກຄົນ ທີ່ຍັງລໍຖ້າການຊ່ອຍເຫຼືອໃຫ້ໄດ້ອອກມາກັບບ້ານ ຍ້ອນວ່າຢູ່ໃນທີ່ນັ້ນ ພວກເຂົາເຈົ້າທຸກທໍລະມານຫລາຍ, ຖືກຄວບຄຸມໃຫ້ຢູ່ກິນໃນສະຖານທີ່ຈໍາກັດ, ເຮັດຫຍັງບໍ່ໄດ້ໃຈເຂົາກໍຖືກຕັດເງິນ, ຫັກເອົາເງິນ, ເຮັດໃຫ້ເປັນໜີ້, ຢາກອອກໜີກໍຕ້ອງໄດ້ໄຊ້ໜີ້ເປັນຈໍານວນຫລວງຫລາຍກ່ອນ.
ບໍ່ພຽງແຕ່ຢູ່ໃນໂຮງກາສິໂນເທົ່ານັ້ນທີ່ມີບັນຫາ ຢູ່ຕໍ່ໜ້າໂຮງກາສິໂນນັ້ນກໍມີບັນຫາມາດົນແລ້ວ. ມີເດັກນ້ອຍລາວຈໍານວນບໍ່ໜ້ອຍ ອາຍຸລະຫວ່າງ 5 ປີຫາ 7 ປີ ຂໍທານນໍາຄົນທີ່ຍ່າງຜ່ານໄປຜ່ານມາ ຍ້ອນພໍ່ແມ່ ຜູ້ປົກຄອງທຸກຍາກລໍາບາກ ບໍ່ມີທີ່ດິນທໍາກິນ. ພວກເດັກ ນ້ອຍເລົ່ານັ້ນຮ້ອງຂໍທານນໍາຄົນປະມານແຕ່ 50 ຢວນຫາ 100 ຢວນ ຫລືປະມານ 50 ພັນກີບ, ຖ້າບໍ່ໄດ້ເງິນ ຫລືບໍ່ໄດ້ເງິນຕາມຈໍານວນຂໍນັ້ນ ພວກເຂົາກໍຈະກອດແຂນ, ກອດຂາ ຫລືຈ່ອງກະເປົ໊າເຄື່ອງຂອງຜູ້ທີ່ບໍ່ໃຫ້ເງິນນັ້ນ.
ເວົ້າລວມແລ້ວເຫັນວ່າ ບໍ່ວ່າຈະຢູ່ໂຮງກາສິໂນ NagaWorld ຢູ່ກຸງພະນົມເປັນ ປະເທດກັມພູຊາ ຫລືວ່າຢູ່ໂຮງກາສິໂນ ຄິງໂຣມັນ ໃນເຂດເສຖກິດພິເສດສາມຫລ່ຽມຄໍາ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຂອງ ສປປລາວ ກໍລ້ວນແລ້ວແຕ່ມີບັນຫາກັນທັງນັ້ນ. ສະບາຍດີ