ລາວ ບໍ່ໄດ້ຮັບລິຂະສິດ ຖ່າຍທອດສົດ ແຂ່ງຂັນ ເຕະບານໂລກ ຈາກ ຟີຟ໋າ

ພອນ ພູມມີທອນ
2022.11.29
ລາວ ບໍ່ໄດ້ຮັບລິຂະສິດ ຖ່າຍທອດສົດ ແຂ່ງຂັນ ເຕະບານໂລກ ຈາກ ຟີຟ໋າ FIFA World Cub Qatar 2022, ກຸ່ມເອ, ກາຕ້າຣ໌ ເຈົ້າພາບ ພົບກັບ ເອກົວດໍຣ໌ ທີ່ສນາມ ອັລ ເບຕ ສະເຕດຽມ ເມືອງອັລຄໍຣ໌ ຂອງກາຕ້າຣ໌, ວັນທີ 20 ເດືອນພຶສຈິກາ ປີ 2022 ພາບວິວດ້ານໃນ ຂອງສະເຕດຽມ ໃນລະຫວ່າງພິທີເປີດ.
REUTERS/Amr Abdallah Dalsh

ນັບແຕ່ ສະຫະພັນ ເຕະບານ ນານາຊາຕ ຫລື Fédération Internationale de Football Association (FIFA-ຟີຟ໋າ) ໄດ້ຖ່າຍທອດສົດ ການແຂ່ງຂັນ ເຕະບານໂລກປີ 2022 ໃນມື້ວັນທີ 20 ພຶສຈິກາທີ່ຜ່ານມາ ຈົນມາຮອດປັດຈຸບັນ ຊາວລາວບໍ່ສາມາດ ເບິ່ງການແຂ່ງຂັນ ຜ່ານໂທຣທັສ ຈາກທາງການລາວໄດ້ ເນື່ອງຈາກບໍ່ໄດ້ຮັບລິຂສິດ ໃນການຖ່າຍທອດສົດ ສະນັ້ນແລ້ວ ທ່ານຜູ້ຊົມ ແລະທ່ານຜູ້ຊົມບານຊາວລາວ ຈຶ່ງຕ້ອງຮັບຊົມ ການແຂ່ງຂັນເຕະບານໂລກ ຜ່ານຊ່ອງທາງອື່ນ ຈາກຕ່າງປະເທດແທນ.

ດັ່ງຊາວນະຄອນຫລວງວຽງຈັນ ທີ່ຕິດຕາມ ການແຂ່ງຂັນ ເຕະບານໂລກ ແຕ່ມື້ທໍາອິດ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 29 ພຶສຈິກາ 2022 ນີ້ວ່າ:

ກໍເບິ່ງຕາມກ່ອງໄທຍຫັ້ນແຫລະ ກ່ອງໄທຍລຸ້ນເກົ່າແມ່ນຫຍັງກໍໄດ້ຄືກັນ ແຕ່ເປີດທຸກລຸ້ນ ຊ່ອງຈີນກໍຊ່ອງ CCTV (ສ່ວນ LAOSAT) ປິດໄດ້ດົນແລ້ວເນາະ ຊ່ວງບານໂລກມາແລ້ວກໍປິດໄປເລີຍ ກ່ອນໜ້າກໍເປີດໄດ້ມື້ດຽວ ແລ້ວກໍມື້ຕໍ່ມາແລ້ວກໍປິດ ບໍ່ໄດ້ຮັບລິຂສິດເນາະ ແມ່ນແຫລະ ເບິ່ງຕາມກ່ອງໄທຍລຸ້ນເກົ່າ ເອົາສັນຍານໄທຍຄົມ ຂອງໄທຍຫັ້ນແຫລະ ສັນຍານກ່ອງດາວທຽມລາວບໍ່ໄດ້ແລ້ວ.”

ໃນໄລຍະສັປດາທີ່ຜ່ານມາ ທ່ານຜູ້ຊົມແລະຜູ້ເຊັຍຊາວລາວ ພັດບໍ່ສາມາດຮັບຊົມການແຂ່ງຂັນເຕະບານໂລກ ຜ່ານທາງເຄື່ອງຮັບສັນຍານຂອງປະເທດໄທຍໄດ້ ເນື່ອງຈາກຖືກບລ໋ອກ ຈຶ່ງເຮັດໃຫ້ພວກເຂົາເຈົ້າຕ້ອງເບິ່ງ ການແຂ່ງຂັນເຕະບານໂລກ ຜ່ານເຄື່ອງຮັບສັນຍານ ໂທຣທັສ ຂອງປະເທດຈີນ ແທນ ແຕ່ບໍ່ທັນໄດ້ເປັນທີ່ນິຍົມ ເນື່ອງຈາກສຽງພາກເປັນພາສາຈີນ.

ດັ່ງ ຊາວນະຄອນຫລວງວຽງຈັນ ອີກທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ເບິ່ງໄດ້ແຕ່ຊ່ອງ CCTV ຂອງຈີນ ເພາະວ່າຂອງໄທຍນີ້ ເບິ່ງບໍ່ໄດ້ແລ້ວ CTV+CTV5 ກັບ CCTV5 (ກ່ອນໜ້ານີ້) ກໍເບິ່ງປົກກະຕິຊ່ອງ TRUE4U, True Sports 2 ບໍ່ ເພິ່ນຖ່າຍທອດຊ່ອງ Free Sports ຊ່ອງທັມມະດາເບິ່ງໄດ້ ແມ່ນ ບາດດຽວນີ້ (ຊ່ອງໄທຍ) ເບິ່ງບໍ່ໄດ້ແລ້ວ ເພິ່ນບລ໋ອກນີ້ ປະມານໄດ້ທິດນຶ່ງແລ້ວຕິ ເພິ່ນກໍມັກເບິ່ງຂອງໄທຍ ເພາະວ່າໄທຍມັນກໍລາວ ມັນເວົ້າເຂົ້າໃຈກັນຫັ້ນນ່າ ຄົນພາກເຂົ້າໃຈຂອງຈີນກໍເບິ່ງຫລາຍ ແຕ່ວ່າບໍ່ເຂົ້າໃຈພາສາ ກໍເບິ່ງແຕ່ພາບ.”

ຂະນະດຽວກັນ ທ່ານຜູ້ຊົມ ແລະຜູ້ເຊັຍບານຊາວລາວ ກໍຍັງສາມາດຮັບຊົມ ການແຂ່ງຂັນເຕະບານໂລກ ຜ່ານຊ່ອງທາງອື່ນໆໄດ້ ໂດຍບໍ່ໄດ້ເສັຍຄ່າ ເປັນຕົ້ນ ຜ່ານແວ້ບໄຊທ໌ ຕ່າງໆ ແລະເຄື່ອງຮັບສັນຍານໂທຣທັສ ໃນເຄືອຂ່າຍ True Vision ຂອງໄທຍ ທີ່ເຜີຍແຜ່ຜ່ານລະບົບອອນລາຍນ໌.

ດັ່ງ ຊາວນະຄອນຫລວງພຣະບາງ ທ່ານນຶ່ງ ກ່າວວ່າ:

ຊ່ອງ LAOSAT ບໍ່ໄດ້ຖ່າຍບານໂລກໄດ໋ ທີແຣກວ່າໄດ້ລິຂສິດ ແຕ່ກໍບໍ່ເຫັນເພິ່ນຖ່າຍໄດ໋ ເຮົາກໍເບິ່ງຂອງຊ່ອງໄທຍນີ້ແຫລະ ເຂົາເຈົ້າກໍເບິ່ງທາງຊ່ອງໄທຍທົ່ວໄປນີ້ແຫລະ ທີ່ຂະເຈົ້າຈະສາມາດເບິ່ງໄດ້ ຄັນເບິ່ງບໍ່ໄດ້ບາງເທຶ່ອ ມັນມີຈໍດໍາເນາະ ຂະເຈົ້າກໍເບິ່ງທາງ FIFA+APP ຫັ້ນ ແລ້ວກໍ download application ແມ່ນຫຍັງມາເບິ່ງ ຊ່ອງຈີນນີ້ເຫັນຢູ່ ສ່ວນຫລາຍເຂົາບໍ່ເບິ່ງຊ່ອງຈີນເດ້ ຂະເຈົ້າບໍ່ເຂົ້າໃຈ ຂະເຈົ້າເບິ່ງໄທຍ.

ໃນໄລຍະຕົ້ນເດືອນພຶສຈິກາ ທີ່ຜ່ານມາ FIFA ໄດ້ເປີດເຜີຍລາຍຊື່ ບັນດາປະເທດໃນເອເຊັຍ ຕາເວັນອອກສຽງໃຕ້ ທີ່ໄດ້ຮັບສິດໃນການຖ່າຍທອດສົດ ການແຂ່ງຂັນເຕະບານໂລກປີ 2022 ທີ່ປະເທດ ກາຕ້າຣ໌ ໃນນີ້ບໍຣິສັດ ດາວທຽມລາວ ເອເຊັຍ-ແປຊີຟິກ ຈໍາກັດ ຫລື Lao Asia-Pacific Satellite Co. LTD (LAOSAT) ເຊິ່ງເປັນກຸ່ມລົງທຶນ ຂອງນັກທຸຣກິຈ ຊາວຈີນ ທີ່ເຂົ້າມາດໍາເນີນ ກິຈການດາວທຽມ ແຫ່ງທໍາອິດ ພາຍໃນປະເທດລາວ ໄດ້ຮັບລິຂສິດ ແຕ່ທາງບໍຣິສັດໆ ບໍ່ໄດ້ສຶບຕໍ່ການຖ່າຍທອດສົດ ຍ້ອນຕ້ອງຈ່າຍຄ່າລິຂສິດ ຂ້ອນຂ້າງສູງ.

ດັ່ງ ພນັກງານ ທີ່ກ່ຽວຂ້ອງ ທ່ານນຶ່ງກ່າວວ່າ:

ໂຕນີ້ ແມ່ນທາງຂອງບໍຣິສັດ ເຮົາບໍ່ໄດ້ຊື້ລິຂສິດຈາກ (FIFA) ເນາະ ເຮົາຈະເບິ່ງບໍ່ໄດ້ ເພາະວ່າຄ່າລິຂສິດມັນແພງເນາະ ແລ້ວບາດນີ້ ໄທຍເຂົາຊື້ມາແລ້ວ ຂະເຈົ້າປ່ອຍແຕ່ຊ່ອງຟຣີນ່າ ໄທຍທີ່ວ່າຂາຍຢູ່ບ້ານເຮົາມັນເບິ່ງໄດ້ເບີດ ເຂົາບໍ່ຈໍາເປັນຕ້ອງຊື້ ກ່ອງ LAOSAT ກໍເບິ່ງໄດ້ຫັ້ນນ່າ ມັນບໍ່ຄຸ້ມຄ່າ ຖ້າເຮົາຊື້ໄປ (ປັດຈຸບັນຊ່ອງໄທຍຖືກບລ໋ອກ) ແນະນໍາລູກຄ້າ ເບິ່ງຢູ່ຊ່ອງຈີນກ່ອນ ຊ່ອງຈີນຫາກະເບິ່ງໄດ້ປົກກະຕິ.”

ໃນມື້ວັນທີ 29 ພຶສຈິກາ 2022 ນີ້ ບໍຣິສັດ LAOSAT ຫລື Lao Asia- Pacific Satellite Co. LTD ກໍໄດ້ອອກແຈ້ງການເຖິງລູກຄ້າ ຜ່ານໜ້າເຟສບຸກ ແຟນແພຈ ວ່າ ຂໍປິດ ການຖ່າຍທອດສົດການແຂ່ງຂັນເຕະບານໂລກປີ 2022 ຜ່ານເຄື່ອງຮັບສັນຍານ ດາວທຽມຂອງ Lao Asia- Pacific Satellite Co., LTD (LAOSAT).

ທັງທີ່ປິດມາດົນແລ້ວ ເນື່ອງຈາກທາງບໍຣິສັດ ບໍ່ໄດ້ຮັບລິຂສິດ ໃນການຖ່າຍທອດສົດ ຢ່າງເປັນທາງການ ແລະ ຈະຊອກຫາລາຍການເຕະບານ ທີ່ ໄດ້ຮັບການນິຍົມ ໃນລະດັບພາກພື້ນ ແລະສາກົລ ເຂົ້າມາໃນລະບົບເຄື່ອງຮັບສັນຍານ ໃນອນາຄົຕ. 

ເຫດການດັ່ງກ່າວນີ້ ໄດ້ເຮັດໃຫ້ຊາວລາວ ຫລາຍຄົນຮູ້ສືກບໍ່ດີໃຈ ຍ້ອນພວກເຂົາເຈົ້າຕັດສິນໃຈຊື້ ແລະຕິດຕັ້ງເຄື່ອງຮັບສັນຍານຂອງ Lao Asia- Pacific Satellite Co. LTD (LAOSAT) ເນື່ອງຈາກຕ້ອງການຮັບຊົມ ການຖ່າຍທອດສົດ ການແຂ່ງຂັນເຕະບານໂລກ.

ສໍາລັບການແຂ່ງຂັນ ເຕະບານໂລກ ທີ່ປະເທດ ກາຕ້າຣ໌ໃນຄັ້ງນີ້ ຈັດຂື້ນລະຫວ່າງມື້ວັນທີ 20 ພຶສຈິກາ ແລະ ຈະໄປສິ້ນສຸດ ໃນວັນທີ 18 ທັນວາ 2022 ເຊິ່ງມີການປະເມີນວ່າ FIFA ຈະສາມາດຊອກຫາຣາຍໄດ້ ຈາກຄ່າລິຂສິດການຖ່າຍທອດສົດ, ການຂາຍປີ້ເຂົ້າຮັບຊົມ ລວມເຖິງສິດທິ ປໂຍດຕ່າງໆ ປະມານ 4,800 ລ້ານໂດລ່າສະຫະຣັຖ ແລະພາຍຫລັງຈາກ ການຫັກຄ່າໃຊ້ຈ່າຍຕ່າງໆ ທາງ FIFA ອາດໄດ້ກໍາໄລຈາກການຈັດການ ແຂ່ງຂັນເຕະບານໂລກ ປະມານ 2,100 ລ້ານ ໂດລ້າຣ໌ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.