ຣັຖບານ ປ່ຽນໃຈ ໃຫ້ຈີນກັບມາຂຸດຄົ້ນ ແຮ່ທາຕຫາຍາກ ໃນລາວ

ອາວະຣີ
2022.10.09
ຣັຖບານ ປ່ຽນໃຈ ໃຫ້ຈີນກັບມາຂຸດຄົ້ນ ແຮ່ທາຕຫາຍາກ ໃນລາວ ຮູບໂຕຢ່າງ: ການຂຸດຄົ້ນແຮ່ທາຕ ຢູ່ແຂວງພາກກາງຂອງລາວ (ຮູບຊ້າຍ) ແລະການຂົນສົ່ງ ແຮ່ທາຕ ໄປຕ່າງປະເທດ (ຮູບຂວາ) ປີ 2021.
ນັກຂ່າວ ພົລເມືອງ

ແຕ່ກ່ອນ ຣັຖບານລາວ ບໍ່ຍອມອະນຸຍາດ ໃຫ້ມີການຂຸດຄົ້ນທາຕ ຫາຍາກຢູ່ພາຍໃນປະເທດ ແຕ່ຕົກມາປີນີ້ ຣັຖບານລາວ ໄດ້ຕົກລົງໃຫ້ບໍຣິສັດຈີນ ສຶກສາສຳຣວດການຂຸດຄົ້ນທາຕດັ່ງກ່າວແລ້ວ. ແວບໄຊຕ໌ຂ່າວ ເດີ ໂກລໂບ້ ທາມສ໌ (The Global Times) (ສື່ທາງການຈີນ) ຣາຍງານເມື່ອວັນທີ່ 2 ຕຸລາ 2022 ນີ້ວ່າ ປະເທດທີ່ຜລິຕ ເຄື່ອງໄຟຟ້າ ແລະອີເລກໂຕຣນິກ ເປັນຕົ້ນສະຫະຣັຖອະເມຣິກາ ຕ້ອງການທາຕຫາຍາກ ຫຼື Rare Earth ຫຼາຍຂຶ້ນ ແລະຜ່ານມາ ປະເທດ ທີ່ຂາຍທາຕຫາຍາກດັ່ງກ່າວ ໃຫ້ສະຫະຣັຖຫຼາຍທີ່ສຸດ ກໍແມ່ນ ຈີນ ແລະຈີນ ກໍຂຸດຄົ້ນເອົາທາຕດັ່ງກ່າວ ສ່ວນນ່ຶງຈາກປະເທດອື່ນ ໃນນັ້ນລວມທັງປະເທດລາວ.

ກ່ອນອື່ນໝົດ ພວກເຮົາຄວນເຂົ້າໃຈວ່າ ທາຕຫາຍາກ ເປັນທາຕປະເພດໃດ ມີອັນຕຣາຍຕໍ່ສິ່ງແວດລ້ອມແລະຄົນແນວໃດ?

ຕາມຂໍ້ມູນຈາກ ວິກີພີເດັຽ (Wikipedia), ທາຕຫາຍາກ ເປັນໂລຫະອ່ອນ ຊະນິດນຶ່ງ ຢາກຄືກັບທອງ, ເງິນ ຫຼືຄໍາ ມີສີເຫຼຶ້ອມໆ ແລະເປັນໂລຫະທີ່ມີຣັງສີຕ່ຳໆ. ຖ້າຫາກບໍ່ກຳຈັດ ຫຼືເກັບມ້ຽນດີໆ, ທາຕຫາຍາກ ຈະເປັນພັຍອັນຕຣາຍ ຕໍ່ສິ່ງແວດລ້ອມ ແລະຄົນຢ່າງແຮງ ເພາະວ່າ ແຮ່ທາຕຊະນິດນີ້ ມີທາຕ ຢູເຣນຽມ (Uranium) ປະປົນຢູ່ນຳ ຊຶ່ງເປັນທາຕ ໃຊ້ເພື່ອຜລິິຕຣະເບີດ ນິວເຄລັຽ. ທາຕຫາຍາກ ສາມາດເຮັດໃຫ້ຄົນເປັນມະເຣັງ ໂຣກທາງລະບົບຫາຍໃຈ, ແຂ້ວຜຸ, ແຂ້ວລ່ອນ ແລະອາດເຮັດໃຫ້ ຄົນເສັຍຊີວິຕໄດ້. ຕໍ່ສິ່ງແວດລ້ອມ ທາຕຫາຍາກ ຈະທຳລາຍດິນ, ນ້ຳ, ປ່າໄມ້, ຕົ້ນໄມ້ ແລະຜົນລະປູກ ຂອງປະຊາຊົນ. ຂໍ້ມູນຈາກ ວິກີພີເດັຽ (Wikipedia) ບອກອີກວ່າ ຈີນ ເຄີຍຂຸດຄົ້ນ ທາຕຫາຍາກ ຢູ່ມົງໂກເລັຍໃນ ຊຶ່ງເປັນເຂດປົກຄອງຕົນເອງ ເຂດນຶ່ງຂອງຈີນ ແລະການຂຸດຄົ້ນເທື່ອນັ້ນ ໄດ້ເຮັດໃຫ້ສິ່ງແວດລ້ອມ ເປີ້ເປື້ອນດ້ວຍສານພິດ ແລະຣັຖບານຈີນ ໄດ້ໃຊ້ເງິນເຖິງ 5.5 ຕື້ ໂດລ້າຣ໌ສະຫະຣັຖ ເພື່ອທຳຄວາມສະອາດ.

ເຖິງທາຕຫາຍາກ ຈະອັນຕຣາຍ ແຕ່ຍ້ອນຄວາມຕ້ອງການ ຂອງໂລກ ແລະຍ້ອນລາຄາທາຕ ຫາຍາກ ກໍສູງຂຶ້ນເລື້ອຍໆ, ຈີນ ຈຶ່ງສືບຕໍ່ຂຸດຄົ້ນ ທາຕຫາຍາກດັ່ງກ່າວ ທັງໃນປະເທດຂອງຕົນ ແລະໃນຕ່າງປະເທດ; ຕົວຢ່າງເມື່ອວັນທີ່ 2 ຕຸລາ 2022, ບໍຣິສັດ ຊ໋າເໝີນ ທັງສເຕັນ (Xiamen Tungsten) ຊຶ່ງເປັນບໍຣິສັດ ຂຸດຄົ້ນບໍ່ແຮ່ຂອງຈີນ ກໍໄດ້ເຊັນສັນຍາ ກັບບໍຣິສັດຂຸດຄົ້ນບໍ່ຄຳ ຂີຟົງຈື່ຫຼົງ ຮ່ວມກັນລົງທຶນຂຸດຄົ້ນ ບໍ່ທາຕຫາຍາກ ຢູ່ປະເທດລາວ. ໃນເບື້ອງຕົ້ນ ທັງສອງບໍຣິສັດ ຈະລົງທຶນປະມານ 8.5 ລ້ານໂດລ້າຣ໌ ເພື່ອສຶກສາສຳຣວດ ຄວາມເປັນໄປໄດ້ ໃນການຂຸດຄົ້ນບໍ່ທາຕ ຫາຍາກໃນລາວ ໂດຍທີ່ບໍຣິສັດ ຊ໋າເໝີນ ທັງສເຕັນ (Xiamen Tungsten) ຈະເປັນຜູ້ລົງມືສຳຣວດ ຄວາມເປັນໄປໄດ້, ສ່ວນບໍຣິສັດ ຂີຟົງຈື່ຫຼົງ ຈະເປັນຜູ້ຂໍອະນຸຍາດ ຈາກຣັຖບານລາວ.

ແວບໄຊຕ໌ຂ່າວ ເດີ ໂກລໂບ້ ທາມສ໌ (The Global Times) ຣາຍງານອີກວ່າ ຈີນ ເຂົ້າໄປລົງທຶນຂຸດຄົ້ນ ທາຕຫາຍາກຢູ່ລາວ ກໍເພາະວ່າ ລາວເປັນປະເທດ ທີ່ອຸດົມສົມບູນ ໄປດ້ວຍຊັພຍາກອນ ທັມມະຊາຕ ໂດຍສະເພາະ ແຮ່ທາຕ, ທອງ, ເງິນ, ຄຳ ແລະ ທາຕຫາຍາກ. ອີກເຫດຜົນນຶ່ງ ການຂົນສົ່ງສິນຄ້າ ລະຫວ່າງລາວ ແລະຈີນ ກໍສະດວກ ສະບາຍຫຼາຍຂຶ້ນ ຍ້ອນມີທາງຣົດໄຟ ຄວາມໄວສູງແລ້ວ. ນອກຈາກລາວແລ້ວ ຈີນຍັງຂຸດຄົ້ນທາຕຫາຍາກ ຢູ່ປະເທດພະມ້າ ຫຼືມ່ຽນມາ ນ, ແຕ່ປັດຈຸບັນ ຊາຍແດນລະຫວ່າງຈີນ ແລະພະມ້າ ກໍຍັງປິດຢູ່ ຍ້ອນການແຜ່ລະບາດ ຂອງໂຄວິດ-19 ແລະເຖິງວ່າ ຊາຍແດນເປີດຄືນ ການຂົນສົ່ງສິນຄ້າ ລະຫວ່າງສອງປະເທດ ຈີນແລະພະມ້າ ກໍຍັງບໍ່ສະດວກ ສະບາຍເທົ່າໃດເທື່ອ.

ວິທະຍຸ ເອເຊັຽເສຣີ ຣາຍງານເມື່ອ ປະມານສິບປີກ່ອນວ່າ ບໍຣິສັດຈີນ ອີກບໍຣິສັດນຶ່ງ ເຄີຍຂໍອະນຸຍາດ ຂຸດຄົ້ນທາຕຫາຍາກ ຢູ່ລາວເທື່ອນຶ່ງແລ້ວ ເມື່ອປີ 2011, ແຕ່ໃນເວລານັ້ນ ຣັຖບານລາວ ປະຕິເສດ ບໍອະນຸຍາດ ໃຫ້ບໍຣິສັດຈີນຂຸດຄົ້ນ ໂດຍໃຫ້ເຫດຜົນວ່າ ການຂຸດຄົ້ນແຮ່ທາຕດັ່ງກ່າວ ຈະເປັນອັນຕຣາຍຫຼາຍ ຕໍ່ສິ່ງແວດລ້ອມ ແລະປະຊາຊົນລາວ.

ເຈົ້າໜ້າທີ່ ກະຊວງພະລັງງານ ແລະບໍ່ແຮ່ຂອງລາວ ທ່ານນຶ່ງ ທີ່ບໍ່ປະສົງບໍ່ຊື່ ແລະຕຳແໜ່ງ ໃຫ້ເຫດຜົນໃນການຕັດສິນໃຈ ຂອງຣັຖບານລາວໃນເວລານັ້ນວ່າ ບໍຣິສັດຈາກຈີນ ຂໍອະນຸຍາດສ້າງຕັ້ງ ໂຮງງານແຍກທາຕຫາຍາກ ຢູ່ລາວ ໂດຍທີ່ຈະນຳເອົາທາຕ ຫາຍາກມາຈາກປະເທດອື່ນ ພຽງແຕ່ມາທຳການຜລິຕ ຢູ່ລາວເທົ່ານັ້ນ. ແຕ່ເຖິງປານນັ້ນ ຣັຖບານລາວ ໃນປີນັ້ນ ກໍບໍ່ອະນຸຍາດ ຄິດຢ້ານວ່າ ທາຕຫາຍາກ ອາດຈະສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມຢ່າງຮ້າຍແຮງ ເພາະວ່າພວກເຮົາ ບໍ່ຮູ້ຄັກວ່າ ແຮ່ທາຕອັນນີ້ ເປັນແຮ່ທາຕ ປະເພດໃດແທ້ ແລະບໍຣິສັດ ຈະໃຊ້ສານເຄມີຫຍັງອີກແດ່ ເພື່ອແຍກທາຕ ຫາຍາກດັ່ງກ່າວ, ອີກຢ່າງນຶ່ງ ໂຕທາຕຫາຍາກ ກໍມີແຮ່ທາຕ ທີ່ອັນຕຣາຍຫຼາຍຢ່າງ ປະປົນຢູ່ນຳ; ດັ່ງນັ້ນ ຣັຖບານລາວ ຈຶ່ງບໍ່ອະນຸຍາດ ໃຫ້ມີການຕັ້ງໂຮງງານ ແຍກທາຕນີ້ເທື່ອໃນລາວ.

ເຈົ້າໜ້າທີ່ ຈາກກະຊວງ ພະລັງງານ ແລະບໍ່ແຮ່ ທ່ານນີ້ ໃຫ້ຣາຍລະອຽດຕື່ມວ່າ ບໍຣິສັດຈີນ ທີ່ມີຊື່ແປເປັນພາສາລາວວ່າ ບໍຣິສັດລາວ ມະຫັສຈັນວັດຖຸໃໝ່ ຂາເຂົ້າ-ຂາອອກ ຫຼື Laos Wonder New Materials Import-Export Co., ໄດ້ຍື່ນຄຳຮ້ອງ ໃນປີ 2010 ຂໍຕັ້ງໂຮງງານ ແຍກທາຕຫາຍາກ ຢູ່ບໍຣິເວນບ້ານລິ່ງຊັນ ເມືອງທຸຣະຄົມ ແຂວງວຽງຈັນ. ຣັຖບານລາວ ກໍພິຈາຣະນາຄຳຮ້ອງ ແລະໄດ້ສຶກສາ ສຳຣວດຄວາມສ່ຽງ ໃນການສ້າງຕັ້ງໂຮງງານດັ່ງກ່າວ ຢ່າງຄັກແນ່ ແລ້ວເຫັນວ່າ ໂຮງງານທາຕຫາຍາກນີ້ ຈະສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມຢ່າງແຮງ. ຣັຖບານລາວໃນສມັຍນັ້ນ ວິຕົກກັງວົນວ່າ ໂຮງງານແຍກທາຕ ຫາຍາກ ຈະປ່ອຍສານພິດ ລົງຢູ່ນ້ຳງື່ມ ຊຶ່ງເປັນບ່ອນປະຊາຊົນ ຫຼາຍພັນຄົນອາສັຍຢູ່ ແລະທຳມາຫາກິນ.

ວິທະຍຸ ເອເຊັຽເສຣີ ຍັງຣາຍງານວ່າ ໃນເວລາດຽວກັນ ບໍຣິສັດຜລິຕ ທາຕຫາຍາກ ຂອງອອສເຕຣເລັຍ ກໍໄດ້ຮັບອະນຸຍາດ ຕັ້ງໂຮງງານແຍກທາຕ ຫາຍາກຢູ່ປະເທດມາເລັຍເຊັຽ, ແຕ່ບໍດົນ ຣັຖບານມາເລເຊັຽ ກໍປະກາດ ຍົກເລີກການໃຫ້ອະນຸຍາດ ເພາະໂຮງການແຍກທາຕ ຫາຍາກ ຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະປະຊາຊົນທ້ອງຖິ່ນ.

ເຖິງຢ່າງໃດກໍຕາມ ເມື່ອເດືອນມົກກະຣາ ປີ 2022 ນີ້, ກະຊວງ ແຜນການ ແລະການລົງທຶນ ຂອງລາວ ກໍໄດ້ເຊັນຂໍ້ຕົກລົງ ອະນຸຍາດໃຫ້ບໍຣິສັດ ພັທນາອຸດສາຫະກັມ ຕົງລີຊືງ ຂອງຈີນ ຂຸດສຳຣວດ ຫາທາຕຫາຍາກ ຢູ່ເຂດເມືອງຜາໄຊ ແຂວງຊຽງຂວາງ ຊຶ່ງເປັນທົ່ງໄຮ່ ທົ່ງນາ ແລະບ່ອນລ້ຽງສັດ ຂອງປະຊາຊົນ, ຕາມຄຳເວົ້າ ຂອງເຈົ້າໜ້າທີ່ລາວ ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ແລະສຽງ.

ເຈົ້າໜ້າທີ່ ທ່ານນັ້ນ ກ່າວກັບວິທະຍຸ ເອເຊັຽເສຣີເມື່ອວັນທີ່ 24 ມົກກະຣາ ຕົ້ນປີ 2022 ນີ້ວ່າ “ບໍຣິສັດຈີນ ກຳລັງສຳຣວດ ພື້ນທີ່ຢູ່ ຍັງບໍ່ທັນລົງມືຂຸດຄົ້ນເທື່ອ. ປັດຈຸບັນ ຜູ້ຕາງໜ້າບໍຣິສັດ ກຳລັງເຈຣະຈາຄ່າຊົດເຊີຍ ທີ່ດິນກັບປະຊາຊົນຢູ່; ເມື່ອເຈຣະຈາຕົກລົງກັນແລ້ວ ທາງບໍຣິສັດ ກໍຈະລົງມືຂຸດຄົ້ນ ທາຕຫາຍາກທັນທີ”.

ຊາວບ້ານຄົນນຶ່ງ ສະແດງຄວາມເປັນຫ່ວງ ກັບວິທະຍຸ ເອເຊັຽເສຣີວ່າ ຊາວບ້ານແຖບນີ້ ວິຕົກກັງວົນຢ້ານບໍ່ໄດ້ຄ່າຊົດເຊີຽ ຢ່າງເປັນທັມ ແລະກັງວົນ ຢ້ານໄດ້ຮັບຜົນກະທົບ ຈາກການຂຸດຄົ້ນ.

ເຖິງຢ່າງໃດກໍດີ ເຈົ້າໜ້າທີ່ ກະຊວງພະລັງງານ ແລະບໍ່ແຮ່ທ່ານນຶ່ງ ກ່າວວ່າ ກະຊວງ ພະລັງງານ ແລະບໍ່ແຮ່ ຈະອອກດຳຣັຖ ພາຍໃນປີ 2022 ນີ້ ເພື່ອຄອບຄຸມ ຜົນກະທົບ ຈາກການຂຸດຄົ້ນ ທາຕຫາຍາກ ດັ່ງກ່າວ.

ສລຸບແລ້ວ ແຕ່ກ່ອນ ຣັຖບານລາວ ບໍ່ຍອມອະນຸຍາດ ໃຫ້ມີການຂຸດຄົ້ນ ທາຕຫາຍາກ ຍ້ອນທາຕຫາຍາກ ຈະເປັນພັຍອັນຕຣາຍ ຕໍ່ສິ່ງແວດລ້ອມ ແລະສຸຂພາບ ຂອງປະຊາຊົນ; ແຕ່ປັດຈຸບັນ ຣັຖບານ ປ່ຽນໃຈ ໄດ້ອະນຸຍາດ ໃຫ້ບໍຣິສັດຈີນ ສຶກສາສຳຣວດ ການຂຸດຄົ້ນ ທາຕຫາຍາກນັ້ນແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.