ເຣື້ອງທີ່ເກັບບັນທຶກໄວ້
2019-11-16
ທ່ານ ແຊັມ ເຣັນສີ, ວ່າການປະທານພັກຝ່າຍຄ້ານກັມພູຊາ ທີ່ມາເຖິງ ມາເລເຊັຽ ພາຍຫຼັງບໍ່ໄດ້ຂຶ້ນເຮືອບິນ ໄປໄທເພື່ອກັບຄືນ ກັມພູຊາ ນັ້ນ, ເວົ້າວ່າ ບັນດາຜູ້ແທນສະພາຂອງມາເລເຊັຽ ໄດ້ສະແດງອອກເຖິງການ ສນັບສນູນ ປະ ຊາທິປະໄຕໃນກັມພູຊາ.
2019-09-23
ຫົວໜ້າຝ່າຍຄ້ານ ກັມພູຊາ ແຊັມ ເຣນສີ ມາຢ້ຽມຢາມ ນະຄອນຫລວງ Washington DC ສະຫະຣັຖ ອາເມຣິກາ ເພື່ອ ຂໍການປົກປ້ອງ ໃນການກັບຄືນ ປະເທດ ພາຍຫລັງ ທີ່ ສານ ກັມພູຊາ ອອກໝາຍ ຈັບ ທ່ານ ເປັນເທື່ອທີ 2.
2019-08-19
ການປະທ້ວງ ຄັດຄ້ານ ຮ່າງກົດໝາຍ ສົ່ງຜູ້ຕ້ອງສົງໃສ ຈາກ ຮົງກົງ ໄປຂຶ້ນສານ ຢູ່ຈີນ ດໍາເນີນມາໄດ້ 10 ສັປດາ ແລະ ການປະທະກັນ ຣະຫວ່າງ ພວກປະທ້ວງ ກັບ ຕໍາຣວດ ຊຶ່ງຫລ້າສຸດນີ້ ກໍມີການ ຣະດົມ ມວນຊົນຕື່ມອີກ ໃນທ້າຍອາທິດ ນີ້.
2019-08-08
ຄົບຮອບ 52 ປີ ຂອງ ການກໍ່ຕັ້ງ ASEAN ແລະ ເປັນປີທີ 22 ທີ່ປະເທສລາວ ເປັນສະມາຊິກ, ຍັງມີຫຼາຍດ້ານ ທີ່ສັງຄົມລາວ ຍັງຂາດຄວາມພ້ອມ ໃນການຮ່ວມ.
2019-08-07
ຣັຖມົນຕຣີ ກະຊວງ ການຕ່າງປະເທສ ສະຫະຣັຖ ວິຈານ ພຶຕຕິກັມ ການກັກນ້ຳ ຂອງຈີນ ທີ່ເຮັດໃຫ້ ແມ່ນ້ຳຂອງ ບົກແຫ້ງ ຢ່າງ ຜິດປົກກະຕິ.
2019-08-05
ສະມາຊິກ ວົງດົນຕຣີ ໄຟເຢັນ ທີ່ຫລົບລີ້ ຢູ່ ສປປລາວ ໄດ້ເດີນທາງໄປເຖິງ ປະເທດຝຣັ່ງເສດ ດ້ວຍຄວາມປອດພັຍ ເພື່ອຂໍລີ້ພັຍການເມືອງ.
2019-08-05
ວັນທີ 29 ກໍຣະກະດາ ວັນ ໜີ້ນິເວດໂລກ ຄືມື້ຄົບກຳນົດ ທີ່ ຊັພຍາກອນ ທຳມະຊາດ ຂອງໂລກ ຖືກມະນຸດ ໃຊ້ໝົດ ໃນແຕ່ລະປີ ຊຶ່ງແຕ່ລະປີ ມີກຳນົດໄວ້. ຖ້າໃຊ້ໝົດກຳນົດ ຫລື ໂຄຕາ ກ່ອນເວລາ ກໍໝາຍຄວາມວ່າ ວັນ ໜີ້ນິເວດໂລກ ນີ້ກໍມາເຖິງ ກ່ອນກຳນົດ.
2019-07-22
ຊົນເຜົ່າ ຂະແມ ຄຣົມ ຮຽກຮ້ອງ ເອົາດິນຄືນ ທີ່ ວຽດນາມ ຍຶດໄປ ໃນສມັຍ ຝຣັ່ງ ປົກຄອງ ເຖິງ ປັດຈຸບັນ ກໍເປັນເວລາ 70 ປີແລ້ວ ... ແລະ ກຸ່ມດັ່ງກ່າວ ຕ້ອງການ ເອກກະຣາດ ຈາກ ວຽດນາມ.
2019-07-15
ພວກປະທ້ວງ ຄັດຄ້ານ ຮ່າງກົດໝາຍ ສົ່ງຜູ້ຮ້າຍ ຂ້າມແດນ ໄປ ຈີນ ແຜ່ນດິນໃຫຍ່ ທີ່ ອົດອາຫານ ຢູ່ຮົງກົງ ວ່າຈະສືບຕໍ່ ປະທ້ວງ ໄປຈົນກວ່າ ທາງການ ຈະຖອນ ຮ່າງກົດໝາຍ ນັ້ນຖິ້ມ ຍ້ອນຖືວ່າ ມັນຄຸກຄາມ ສິດເສຣີພາບ ຂອງຮົງກົງ.
2019-07-08
ໜີ້ ສາທາຣະນະ ຂອງ ຣັຖບານລາວ ສູງເກີນເຄິ່ງ 65.9% ຕໍ່ຜົນຜລິດຮວມຍອດ ຫລື GDP ຂອງ ປະເທດ ຖືວ່າເກີນ ເກນມາຕຖານ ທີ່ ອົງການ ກອງທຶນສາກົນ ຫລື MIF ກຳນົດໄວ້ ບໍ່ໃຫ້ກາຍ 40%
2019-07-01
ພະມ້າ ເນຣະເທດ ຄົນຈີນ ອອກປະເທດ 23 ຄົນ ໃນນັ້ນ 10 ຄົນ ແມ່ນ ນັກລົງທຶນ ປູກກ້ວຍ ແບບຜິດກົດຫມາຍ ໃນພະມ້າ.
2019-06-24
ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 34 ຢູ່ ບາງກອກ ປະເທດໄທ ເຕັມໄປດ້ວຍ ຄວາມຂັດແຍ່ງ ແລະ ຫຼາຍບັນຫາ ທີ່ຈະຕ້ອງແກ້ໄຂ,
2019-06-23
ການປະຊຸມ ສຸດຍອດອາຊ້ຽນ ຄັ້ງທີ 34 ກຳນົດ ນະໂຍບາຍ ແລະ ທິດແນວຄິດ ຮ່ວມແຮງຮ່ວມໃຈ, ກ້າວໄກ, ຢືນຍົງ ໃນທຸກດ້ານຂອງອາຊ້ຽນ.
2019-06-17
ການອະພິປາຍ ຮ່າງກົດໝາຍ ສົ່ງຜູ້ຮ້າຍຂ້າມແດນ ໄປດໍາເນີນຄະດີ ຢູ່ຈີນ ຕ້ອງຖືກເລື່ອນໄປ ຖ້າມກາງ ການປະທ້ວງ ຄັດຄ້ານ ຂອງຊາວຮົງກົງ ຫລາຍແສນຄົນ ອີກຄັ້ງນຶ່ງໃນມື້ວັນທີ 12 ມີຖຸນາ ນີ້.
2019-06-10
ປະຊາຊົນ ຊາວຮົງກົງ ເກືອບຮອດ 2 ແສນຄົນ ພາກັນ ໃຕ້ທຽນ ຣຳລຶກ ເຖິງເຫດການ ຖຽນອັນໝຽນ ຄົບຮອບ 30 ປີ ທີ່ສວນ victory Park ຢ່າງໂສກເສົ້າ ໃນ ມື້ວັນອັງຄານ ວັນທີ 4 ມິຖຸນາ ປີນີ້.