ພວກອົດອາຫານປະທ້ວງ ຕັ້ງຫຼັກ ບໍ່ຍອມເລີກ
2019.07.15

ພວກປະທ້ວງທີ່ອົດອາຫານ ຄັດຄ້ານຮ່າງກົດໝາຍ ສົ່ງຕົວຜູ້ຮ້າຍຂ້າມແດນ ໄປດໍາເນີນຄະດີ ຢູ່ຈີນ ແຜ່ນດິນໃຫຍ່ ຊຶ່ງຖືກັນວ່າເປັນຮ່າງ ກົດໝາຍ ທີ່ຄຸກຄາມສິດເສຣີພາບ ປະຊາທິປະຕັຍ ຂອງຊາວຮົງກົງ ແລະໃຫ້ຄໍາໝັ້ນວ່າຈະປະທ້ວງຕໍ່ໄປ ໂດຍບໍ່ມີ ກໍານົດ ຈົນກວ່າວ່າ ຣັຖບານ ຮົງກົງ ຈະຖອນຮ່າງກົດໝາຍນັ້ນຖິ້ມ. ຕາມຣາຍງານຂ່າວ RFA ຜແນກພາສາຈີນ Cantonese ໃນມື້ວັນທີ 10 ກໍ ຣະກະດາ ນີ້.
ພວກປະທ້ວງ ຊຶ່ງມີຮວມທັງສະມາຊິກ ກຸ່ມສາສນາຕ່າງໆ ນໍາດ້ວຍນັ້ນ ພາກັນອົດອາຫານມາໄດ້ 1 ອາທິດ ແລ້ວຢູ່ໃກ້ສໍານັກງານ ຂອງຣັຖບານ ໃນເຂດ Admiralty. ຄຸນພໍ່ Roy Chan ຈາກສູນກາງ Queensway Centre ຜູ້ລິເລີ່ມແນວຄິດ ອົດອາຫານ ປະທ້ວງ ຊຶ່ງທາງການຮົງກົງ ກ່າວຫາວ່າ ພວກຊາວໜຸ່ມ ກໍ່ໃຫ້ເກີດມີບັນຫາ ແລະ ເວົ້າວ່າການປະທ້ວງນັ້ນ ເປັນການກະທໍາແບບຜິດກົດໝາຍ ໃນຣະຫວ່າງທີ່ປະທ້ວງຄັດຄ້ານ ຮ່າງກົດໝາຍ ສົ່ງຜູ້ຮ້າຍ ຂ້າມແດນໄປຈີນນັ້ນ.
ການປະທ້ວງມີຂຶ້ນພາຍຫລັງທີ່ຊາວໜຸ່ມ 3 ຄົນ ທີ່ຂ້າຕົວຕາຍ ເສັຽຊີວິດໄປພາຍຫລັງຊູປ້າຍຄໍາຂັວນ ຕ້ານການສົ່ງຜູ້ຮ້າຍຂ້າມແດນ ຖ່າມກາງສາທາຣະນະຊົນ. ທ່ານເວົ້າວ່າພວກທ່ານ ຄວນໃຫ້ມວນຊົນ ແລະຄົນວັຍໜຸ່ມຮູ້ວ່າ ຍັງມີກຸ່ມຄົນທີ່ພ້ອມ ຈະທໍາຣາຍສຸຂພາບ ແລະຊີວິດຂອງຕົນ ເພື່ອປະທ້ວງແລະຕໍ່ສູ້. ແລະວ່າພວກທ່ານ ບໍ່ຍອມຈໍານົນຊີວິດ ຂອງຕົນເອງ ໄປຢ່າງງ່າຍດາຍ.
ການປະທ້ວງດ້ວຍການອົດອາຫານ ມີຂຶ້ນໃນຂນະທີ່ມວນຊົນ ຢູ່ຮົງກົງປະທ້ວງ ຄັດຄ້ານຮ່າງກົດໝາຍ ສົ່ງຜູ້ຮ້າຍຂ້າມແດນໄປຈີນ ແຜ່ນດິນໃຫຍ່ ທີ່ດໍາເນີນມາຫລາຍສັປດາ ເຖິງແມ່ນວ່າຜູ້ນໍາຮົງກົງ ນາງ Carrie Lam ຈະໄດ້ກ່າວຕໍ່ກອງປະຊຸມ ຖແລງຂ່າວ ໃນຕອນເຊົ້າຂອງວັນທີ 9 ກໍຣະກະດາ ນີ້ໂດຍຍອມຮັບຄວາມລົ້ມແຫລວ ໃນການປະຕິບັດງານ ຂອງຣັຖບານຕົນ ໃນການຊຸກຊຸກຍູ້ ຮ່າງກົດໝາຍ ທີ່ມີການຂັດແຍ່ງກັນຫລາຍນັ້ນ ໃຫ້ຖືກຮັບຜ່ານ ໃນສະພາແລະເຮັດໃຫ້ເກີດມີການປະທ້ວງ ເປັນເວລາຫລາຍສັປດາ ນັ້ນ -ນາງກ່າວຕອນນຶ່ງວ່າ:
" I have almost immediately put a stop to amendment exercise."
ນາງເວົ້າວ່າໄດ້ໃຫ້ຢຸດພິຈາຣະນາ ຮ່າງກົດໝາຍນັ້ນເກືອບວ່າໃນທັນທີໂລດ. ແຕ່ພວກປະທ້ວງ ຍັງມີຂໍ້ສົງໃສໃນຄວາມຈິງໃຈຂອງຣັຖບານ ຢູ່ຕໍ່ໄປ. ຮ້າຍໄປກວ່ານັ້ນກໍແມ່ນຍັງສົງໃສວ່າ ຣັຖບານຈະເລີ່ມຂະບວນການ ພິຈາຣະນຮ່າງກົດໝາຍນັ້ນຄືນອີກ ໃນສະພານິຕິບັນຍັດ. ແຕ່ເຖິງຢ່າງໃດກໍຕາມ ນາງກໍຂໍຍໍ້າວ່າສິ່ງນັ້ນ ຈະບໍ່ເກີດຂຶ້ນ. ຮ່າງກົດໝາຍນີ້ໄດ້ຕາຍໄປແລ້ວ:
"the bill is dead."
ແລະ ແນ່ນອນ ຖ້ອຍຖແລງຂອງຜູ້ນໍາຮົງກົງນັ້ນ ປາກົດວ່າບໍ່ໄດ້ເຮັດໃຫ້ພວກປະທ້ວງ ໄວ້ວາງໃຈຣັຖບານເລີຍ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ປະທ້ວງໄປຈົນກວ່າຈະບັນລຸເປົ້າໝາຍ. ຂ່າວ CNN ຣາຍງານ ໂດຍອີງຕາມຄໍາເວົ້າຂອງພວກປະທ້ວງ ວ່າ ພວກປະທ້ວງຈະອອກ ມາຊຸມນຸມກັນ ຕື່ມອີກເພື່ອສະແດງ ເຖິງປາກສຽງຂອງພວກຕົນ ໂດຍພຍາຍາມບໍ່ພຽງແຕ່ທວງໃຫ້ນາງ Kerry Lamb ຖອນຮ່າງກົດໝາຍ ສົ່ງຜູ້ຮ້າຍ ຂ້າມແດນໄປຈີນເທົ່ານັ້ນ ແຕ່ຫາກຍັງຕ້ອງການ ໃຫ້ນາງລົງຈາກຕໍາແໜ່ງ ນໍາດ້ວຍ. ດັ່ງຜູ້ປະທ້ວງນາງນຶ່ງເວົ້າ ຕໍ່ຂ່າວ CNN ວ່າ:
"we have to fight for a long time this is only a check point (first step?) because what she didn’t do is repeal that bill entirely, ນາງເວົ້າວ່າພວກເຮົາ ຕ້ອງໄດ້ຕໍ່ສູ້ໄປເປັນເວລາດົນ ອັນນີ້ເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ ເນື່ອງຈາກວ່າ ຜູ້ນໍາ ຮົງກົງ Kerry Lamb ບໍ່ໄດ້ລົບລ້າງຮ່າງກົດໝາຍນັ້ນ ຖິ້ມ."
ດ້ານ ທ່ານ Leung Kam ເຈົ້າໜ້າທີ່ຝ່າຍສັງຄົມ ວັຍ 62 ປີ ເວົ້າວ່າທ່ານເຂົ້າຮ່ວມການປະທ້ວງ ກໍເພື່ອຊຸກຍູ້ ທິດທາງຜ່ອນສັ້ນຜ່ອນຍາວ ຫລາຍຂຶ້ນ ຈາກນາງ Carrie Lamb ຜູ້ນໍາການບໍຣິຫານຮົງກົງ ທີ່ບໍ່ຍອມປະຕິບັດຕາມຄໍາທວງ ຂອງພວກ ປະທ້ວງ ທີ່ໃຫ້ຕັດຮ່າງກົດໝາຍ ນັ້ນອອກໄປເລີຍ, ໃຫ້ປ່ອຍຄົນທີ່ຖືກຈັບໃນ ຣະຫວ່າງການປະທ້ວງ, ແລະເລີ່ມສອບສວນແບບເປັນເອກຣາດ ໃນກໍຣະນີຕໍາຣວດໃຊ້ຄວາມ ຮຸນແຮງ ຕໍ່ພວກປະທ້ວງ ໂດຍສະເພາະອັນທີ່ເກີດຂຶ້ນ ໃນມື້ວັນທີ 12 ມິຖຸນາ ຜ່ານມາ. ທ່ານ Leung ກ່າວຕໍ່ RFA ວ່າ ຫາກພວກເພິ່ນບໍ່ ແກ້ໄຂບັນຫາ, ມີແຕ່ປະນາມພວກປະທ້ວງ ກໍຍິ່ງຈະຜັກດັນໃຫ້ຄົນວັຍໜຸ່ມ ເຂົ້າສູ່ການປະທ້ວງ ຫລາຍຂຶ້ນຕື່ມອີກ ຍ້ອນພວກເຂົາຮູ້ສຶກວ່າ ພວກເຂົາມາຮອດທາງຕັນແລ້ວ.
ແຕ່ເຖິງຢ່າງໃດກໍຕາມ ນາງ Carrie Lamb ກໍຂໍໂອກາດແກ້ໄຂສະພາບການ ທີ່ເກີດຂຶ້ນນັ້ນນໍາພວກປະທ້ວງ:
"so my sincere plea is please give us opportunity... ຄໍາຂໍຮ້ອງຈາກໃຈຈິງຂອງ ຂ້າພະເຈົ້າຄືຂໍໂອກາດ ໃຫ້ພວກຂ້າພະເຈົ້າ ໄດ້ມີເວລາ ມີບ່ອນສໍາລັບ ພວກຂ້າພະເຈົ້າ ນໍາເອົາຮົງກົງ ອອກຈາກສະພາບທາງຕັນ ທີ່ເປັນຢູ່ໃນຂນະນີ້ ແລະພະຍາຍາມປັບປຸງ ສະພາບການໃຫ້ດີຂຶ້ນ."
ນາງ Kerry Lamb ເປັນຜູ້ບໍຣິຫານເກາະ ຮົງກົງ ມາແຕ່ວັນທີ 1 ກໍຣະກະດາ ປີ 2017 ໂດຍໄດ້ຮັບການເລືອກຕັ້ງ ຈາກສະມາຊິກ ຄນະກັມການເລືອກຕັ້ງ ຂອງຮົງກົງ ທີ່ສ່ວນໃຫຍ່ເປັນຜູ້ສນັບສນູນຣັຖບານຈີນ ຫາກບໍ່ແມ່ນຖືກເລືອກຕັ້ງ ຢ່າງເສຣີ ຈາກ ປະຊາຊົນ. ນາງໄດ້ຮັບການສນັບສນູນ ຈາກຣັຖບານຈີນ ທີ່ຫວັງໃຫ້ນາງ ເຂົ້າມາແກ້ໄຂຄວາມແຕກແຍກ ໃນສັງຄົມ ແລະໃຫ້ຮົງກົງມີຄວາມ ກ້າວໄປໜ້າ.
ພວກປະທ້ວງທີ່ຄັດຄ້ານຮ່າງກົດໝາຍ ສົ່ງຜູ້ຮ້າຍຂ້າມແດນໄປຈີນ ສະແດງຄວາມບໍ່ພໍໃຈນໍາການໃຊ້ ຄວາມຮຸນແຮງ ຂອງເຈົ້າໜ້າທີ່ ຕໍາຣວດທີ່ກະທໍາຕໍ່ພວກປະທ້ວງ ໂດຍຮຽກຮ້ອງ ໃຫ້ສືບສວນສອບສວນ ຢ່າງຈະແຈ້ງແລະໂປ່ງສັຍ.
ການປະທ້ວງເມື່ອວັນອາທິດທີ່ຜ່ານມາ ຢູ່ນອກສະຖານີຣົດໄຟ ທີ່ເຊື່ອມຕໍ່ຮົງກົງກັບ ແຜ່ນດິນໃຫຍ່ຈີນ ເປັນການປະທ້ວງ ຂອງມວນຊົນ ຄັ້ງລ່າສຸດທີ່ ສະແດງຄວາມບໍ່ພໍໃຈ ນໍາການບໍຣິຫານ ຂອງຣັຖບານ ໃນຂນະທີ່ພວກນັກເຄື່ອນໄຫວ ຕົວຕັ້ງຕົວຕີ ພຍາຍາມກົດດັນພວກ ຜູ້ນໍາຮົງກົງ ທີ່ຣັຖບານຈີນສນັບສນູນ, ເປັນການປະທ້ວງຄັ້ງທໍາອິດ ທີ່ມີຂຶ້ນຢູ່ນອກເກາະຮົງກົງ ທີ່ມຸ້ງໜ້າໄປສູ່ເມືອງ Kowloon ຕາເວັນຕົກ ທີ່ໄດ້ເປີດສະຖານີ ເຊື່ອມຕໍ່ຕາໜ່າງທາງຣົດໄຟ ຄວາມວັຍສູງຂອງຈີນ ຊຶ່ງມີການ ປະເຊີນໜ້າ ກັນຣະຫວ່າງ ຕໍາຣວດ ແລະພວກປະທ້ວງ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ ເລືອດອອກ ຫລາຍຄົນ ແລະຈໍານວນນຶ່ງ ຖືກຈັບໃສ່ກັບມື. ຕໍາຣວດໄດ້ເຕືອນວ່າການປະທ້ວງນັ້ນ ຜິດກົດໝາຍ ຂນະທີ່ຈຸດປະສົງຂອງການໄປປະທ້ວງ ຢູ່ທີ່ນັ້ນ ແມ່ນ ເພື່ອສະແດງໃຫ້ຊາວຈີນ ຮູ້ວ່າມີຫຍັງ ເກີດຂຶ້ນຢູ່ຮົງກົງ ໃນປັດຈຸບັນນີ້.
ນັກເຄື່ອນໄຫວຕົວຕັ້ງຕົວຕີ ຊື່ Ventus Lau ເວົ້າຕໍ່ນັກຂ່າວວ່າການປະທ້ວງຢູ່ Mong Kok ນີ້ບໍ່ໄດ້ເປັນສ່ວນນຶ່ງ ຂອງແຜນການ ເຄື່ອນໄຫວ ປະທ້ວງເດີມ. ຫລັງເດີນຂະບວນປະທ້ວງ ຜູ້ຮ່ວມປະທ້ວງຈໍານວນນຶ່ງ ກໍກັບໄປເຄື່ອນໄຫວ ຢູ່ບ່ອນຕ່າງໆ ຕາມໃຈຂອງຕົນ ເພື່ອເຜີຍແພ່ຂໍ້ເລັ່ງທວງ ໃຫ້ຣັຖບານປະຕິບັດ ຕາມແລະຄວາມກັງວົນ ຂອງພວກເຂົາເຈົ້າ. ແລະວ່າ ທຸກຄົນທີ່ອອກມາຮ່ວມຊຸມນຸມ ໃນມື້ນັ້ນມີແນວຄິດອັນດຽວກັນ ຄືໃຊ້ວິທີສັນຕິ ແລະຮຽບຮ້ອຍໃນການ ອະທິບາຍຈຸດປະສົງ ຂອງພວກຕົນ ໃຫ້ນັກທ່ອງທ່ຽວ ຈາກຈີນແຜ່ນ ດິນໃຫຍ່ຮູ້. ໃນຣະຫວ່າງການຊຸມນຸມ ປະທ້ວງໃນມື້ວັນອາທິດນັ້ນ ຣົດໄຟຄວາມວັຍສູງ ຣະຫວ່າງ ສະຖານີ Guangzhou ໃຕ້ແລະສະຖານີ Kowloon ຕາເວັນຕົກ ໄດ້ຢຸດເຮັດວຽກເປັນການຊົ່ວຄາວ.
ຮ່າງກົດໝາຍວ່າດ້ວຍການສົ່ງຜູ້ຮ້າຍຊ້າມແດນ ໄປຈີນ ຖືກຖືກັນຢ່າງກວ້າງຂວາງວ່າ ເປັນພັຍຂົ່ມຂູ່ ວິຖີຊີວິດຂອງຊາວຮົງກົງ ຊຶ່ງຄວນໄດ້ຮັບການປົກປ້ອງ ຈາກນະໂຍບາຍ ນຶ່ງປະເທດ -2 ຣະບອບການປົກຄອງ ທີ່ໄດ້ຣະບຸໄວ້ໃນຂໍ້ຕົກ ລົງທີ່ຮົງກົງ ຊຶ່ງເປັນອະນານິຄົມ ຂອງອັງກິດ ຖືກສົ່ງຄືນໃຫ້ຈີນໃນປີ 1997.
ຖ້າຫາກວ່າຮ່າງກົດໝາຍນັ້ນ ຖືກພິຈາຣະນາຮັບຜ່ານເປັນກົດໝາຍ ຮົງກົງກໍຈະສູນເສັຽຖານະທາງກົດໝາຍ ທີ່ບໍ່ຂຶ້ນກັບຈີນ, ເສັຽຖານະທາງການຄ້າ ແລະນັກຂ່າວ ນັກທ່ອງທ່ຽວ ນັກເຄື່ອນໃຫວເພື່ອສິດທິມະນຸດ ນັກການເມືອງເພື່ອປະຊາທິປະຕັຍ ແລະສະມາຊິກຊຸມຊົນທຸຣະກິດ ຜູ້ບໍ່ເຫັນພ້ອມ ນໍານະໂຍບາຍ ຂອງທາງການ ກໍຈະຕົກເປັນເປົ້າໝາຍ ຂອງທາງການຈີນ ທີ່ຈະກ່າວຫາວ່າເຄື່ອນໄຫວ ຜິດກົດໝາຍຢູ່ຮົງກົງ, ແລະຈະຖືກສົ່ງໄປດໍາເນີນຄະດີ ຢູ່ສານຂອງຈີນ ຊຶ່ງພັກຄອມມິວນິສຈີນ ເປັນຜູ້ຄວບຄຸມໂດຍກົງ ແລະນັ້ນເປັນສິ່ງທີ່ຊາວຮົງກົງ ຜູ້ປະທ້ວງບໍ່ພໍໃຈຢ່າງຍິ່ງ.
ອັງກິດ ໄດ້ເຮັດສັນຍາເຊົ່າເກາະ ຮົງກົງຈາກຈີນເປັນເວລາ 99 ປີແລະໄດ້ສົ່ງມອບອໍານາດ ການປົກຄອງ ຄືນໃຫ້ຈີນໃນວັນທີ 1 ກໍຣະກະດາ 1997 ພາຍໃຕ້ຂໍ້ຕົກລົງ ນຶ່ງປະເທດ 2 ຣະບອບການປົກຄອງ ຊຶ່ງຢູ່ຮົງກົງ ປະຊາຊົນ ມີສິດເສຣີພາບ ທາງການເມືອງ ຫລາຍກວ່າຢູ່ຈີນ, ມີເສຣີພາບໃນການປະທ້ວງ ແລະອໍານາດສານທີ່ເປັນອິສຣະ.
ຄວາມຄັດແຍ່ງທາງການເມືອງ ຄັ້ງລ່າສຸດເກີດຂຶ້ນຍ້ອນການພິຈາຣະນາຮ່າງ ກົດໝາຍສົ່ງຕົວຜູ້ຮ້າຍຂ້າມແດນ ໄປດໍາເນີນຄະດີ ຢູ່ຈີນ ຊຶ່ງໄດ້ເລີ່ມເປີດການອະພິບາຍ ກັນໃນສະພາ ເມື່ອເດືອນພຶສພາ, ແລະເກີດການປະທ້ວງ ຄັ້ງໃຫຍ່ ມີຜູ້ເຂົ້າຮ່ວມ ນັບເປັນລ້ານໆຄົນ ໃນກາງເດືອນທີແລ້ວ.
ເມື່ອໃກ້ຈະມີການອະພິບາຍຮ່າງກົດໝາຍຄັ້ງທີ 2 ກໍເກີດການປະທ້ວງຢ່າງຮຸນແຮງ ໃນມືວັນທີ 12 ມີຖຸນາທີ່ຜ່ານມານີ້ ຈົນເຮັດໃຫ້ຜູ້ ນໍາຮົງກົງ ນາງ Carrie Lamb ໄດ້ປະກາດໂຈະ ການພິຈາຣະນາ ຮ່າງກົດໝາຍນັ້ນ ແລະຂໍໂທດປະຊາ ຊົນທີ່ໄດ້ແກ້ໄຂ ຄວາມຄັດແຍ່ງຄັ້ງນີ້ບໍ່ໄດ້ດີພໍ. ທາງດ້ານຜູ້ປະທ້ວງ ທວງໃຫ້ຣັຖບານຖອນກົດໝາຍນັ້ນ ແລະຮຽກຮ້ອງໃຫ້ຜູ້ນໍາຮົງກົງ ລາອອກຈາກຕໍາແໜ່ງ.