ຜູ້ນຳປະທ້ວງຢູ່ຮົງກົງ 3 ຄົນ ມອບໂຕ
2014.12.03

ຜູ້ນຳ ປະທ້ວງ ຢູ່ ຮົງກົງ 3 ຄົນ ຈະ ຍອມມອບ ໂຕກັບ ເຈົ້າໜ້າທີ່ ຕຳຣວດ ແລະ ຮຽກຮ້ອງ ນັກສຶກສາ ແລະ ຊາວ ຮົງກົງ ຢຸດ ການ ປະທ້ວງ ແຕ່ ຈະຕໍ່ສູ້ ເພື່ອ ປະຊາ ທິປະໄຕ ໃນ ວິທີ ອື່ນ.
ແກນນຳ ພວກ ປະທ້ວງ ທັງສາມ ມີແຜນ ຈະເຂົ້າ ມອບຕົວ ໃນ ວັນພຸດ ຈະມາເຖິງ ແລະ ຈະຮັບເອົາ ຄວາມ ຮັບຜິດຊອບ ທັງໝົດ ທີ່ ໄດ້ນຳພາ ພວກ ປະທ້ວງ ໄປຍຶດ ສູນການຄ້າ ການເງິນ ແລະ ຫ້ອງການ ຣັຖບານ ໃນ ຣະຫວ່າງ ກວ່າ ສອງເດືອນ ທີ່ ຜ່ານມາ.
ຫົວໜ້າ ປະທ້ວງ ທັງສາມ ອອກ ຖແລງການ ເມື່ອ ວັນອັງຄານ ວ່າ ແທນທີ່ ຈະ ປະທ້ວງ ພວກເຂົາ ຈະສືບຕໍ່ ໂຄສະນາ ແລະ ສຶກສາ ອົບຮົມ ຊາວ ຮົງກົງ ໃຫ້ຮູ້ຈັກ ຄຸນຄ່າ ຂອງ ປະຊາທິປະໄຕ ຈາກນັ້ນ ຈະ ເປັນໜ້າທີ່ ຂອງ ປະຊາຊົນ ຮົງກົງ ທັງໝົດ ຈະ ເປັນຜູ້ ຕັດ ສິນໃຈ ວ່າ ຈະຢາກໄດ້ ປະຊາທິປະໄຕ ແນວໃດ. ໃນຂນະ ດຽວກັນ ທ່ານ Joshua Wong ຫົວໜ້າ ນັກສຶກສາ ທີ່ ປະທ້ວງ ກໍປະກາດ ວ່າ ເຂົາຈະຢຸດຕິ ການ ປະທ້ວງ ຕາມ ຖນົນ ຫົນທາງ ແຕ່ ຈະປະທ້ວງ ດ້ວຍການ ອົດ ອາຫານ ແທນ.
ເຖິງຢ່າງໃດ ກໍຕາມ ນັກສຶກສາ ແລະ ຊາວຮົງກົງ ທີ່ ປະທ້ວງ ອື່ນໆ ຈະເຫັນດີ ເຫັນພ້ອມ ກັບ ການປະກາດ ຢຸດ ການ ປະທ້ວງ ຂອງ ພວກຜູ້ນຳ ເຫຼົ່ານັ້ນ ຫລືບໍ່. ໃນຣະຍະ ສອງສາມມື້ ທີ່ຜ່ານມາ ພວກ ປະທ້ວງ ປະທະກັບ ເຈົ້າໜ້າທີ່ ແຮງຂື້ນ. ພວກ ປະທ້ວງ ພຍາຍາມ ຈະເຂົ້າຍຶດ ຫ້ອງການ ຣັຖບານ ແຕ່ ຖືກເຈົ້າໜ້າ ທີ່ ສະກັດກັ້ນ ຢ່າງແຮງ ເຈົ້າໜ້າທີ່ ສີດນ້ຳພິກໄທ ແລະ ໃຊ້ໄມ້ຄ້ອນ ຂັບໄລ່ ພວກ ປະທ້ວງ.