ຜູ້ນໍານັກສຶກສາຮົງກົງເຊົາ ອົດ ເຂົ້າ ປະທ້ວງ

ຈໍາປາທອງ
2014.12.08
F-hongkong ສະພາບການ ປະທ້ວງ ຢູ່ຮົງກົງ ໃນວັນທີ 4 ທັນວາ 2014
AFP PHOTO / JOHANNES EISELE

 

ທ້າວ Joshua Wong ຜູ້ນໍາ ນັກສຶກສາ ທີ່ ເຄື່ອນໄຫວ ເພື່ອ ປະຊາ ທິປະຕັຍ ໃນ ຮົງກົງ ກ່າວໃນ ວັນເສົາ ທີ 6 ທັນວາ ນີ້ວ່າ ເຊົາ ອົດອາຫານ ປະທ້ວງ ແລ້ວ, ແລະ ຈະ ຕຣຽມພ້ອມ ເຂົ້າ ສູ່ການ ເຈຣະຈາ ກ່ຽວກັບ ການ ປະຕິຮູບ ທາງດ້ານ ການເມືອງ. ຕາມ ຣາຍ ງານ ຂອງ ອົງການ ຂ່າວ ເອແອັຟພີ.

ທ້າວ Joshua Wong ຜູ້ທີ່ບໍ່ໄດ້ ກິນ ອາຫານ ເປັນເວລາ 108 ຊົ່ວໂມງ ກ່າວທາງ ເຟັສບຸກ ແລະ ຖວິດເຕີ້ ຂອງຕົນວ່າ: “ຕາມຄໍາຮ້ອງຂໍ ອັນ ແຮງກ້າ ຂອງ ທ່ານໝໍ ທ່ານຕ້ອງ ໄດ້ ເຊົາອົດ ອາຫານ ປະທ້ວງ ນັ້ນ”.

ທ້າວ Joshua ອາຍຸ 18 ປີ ກ່າວວ່າ ທ່ານ ຮູ້ສຶກ ບໍ່ສະບາຍ ທາງດ້ານ ຮ່າງກາຍ ຫລາຍ ທີ່ສຸດ, ວິນວຽນ ແລະ ອ່ອນເພັຽ ຕາມແຂນຂາ ແລະວ່າ ເຖິງແມ່ນວ່າ ທ່ານ ຈະເຊົາ ອົດອາຫານ ປະທ້ວງ ກໍບໍ່ໄດ້ ໝາຍຄວາມ ວ່າ ຣັຖບາລ ຮົງກົງ ຈະລະເລີຍ ຄວາມ ຕ້ອງການ ຂອງ ພວກທ່ານ.

ທ່ານ Joshua Wong ແລະ ຍິງສາວ ອີກ ສອງຄົນ ໃນກຸ່ມ ນັກສຶກສາ ນັ້ນ ໄດ້ ປະກາດ ເຖິງການ ອົດ ອາຫານ ປະທ້ວງ ທີ່ຍັງ ບໍ່ແນ່ນອນ ນັ້ນມີຂຶ້ນ ພາຍຫລັງ ຫລາຍຄືນ ທີ່ມີຄວາມ ຮຸນແຮງ ທີ່ສຸດ ໃນການ ເດີນຂະບວນ ປະທ້ວງ ເມື່ອ ວັນທິດ ຜ່ານມາ.

ຄໍາປະກາດ ເທື່ອຫລ້າສຸດ ຂອງ ທ່ານ ມີຂຶ້ນ ພາຍຫລັງ ທີ່ ນາງ Isabella Lo ຜູ້ ອົດ ອາຫານ ປະທ້ວງ ຄົນຕໍ່ມາ ປະກາດ ວ່າ ນາງຈະເຊົາ ອົດ ອາຫານ ປະທ້ວງ ໃນ ວັນສຸກ. ພວກ ນັກສຶກາ ເວົ້າວ່າ ການ ອົດອາຫານ ປະທ້ວງ ທີ່ວ່ານັ້ນ ຈະຍັງມີ ຢູ່ຕໍ່ໄປ ພາຍຫລັງ ທີ່ ມີ ນັກສຶກສາ ສອງຄົນ ໄດ້ ເຂົ້າຮ່ວມ ນໍານັ້ນ.

ໃນການ ເດີນ ຂະບວນ ປະທ້ວງ ເມື່ອຄືນ ວັນເສົາ ຜ່ານມາ ຢູ່ເຂດ ປະທ້ວງ Admiralty ມີຄົນ ເຂົ້າຮ່ວມ ຫລາຍ ກວ່າ 1000 ຄົນ ເພື່ອ ສະແດງ ກໍາລັງ ໃຫ້ເຫັນ ເຖິງການ ສນັບສນູນ ທ່ານ Joshua Wong ແລະ ນັກສຶກສາ ຄົນອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.