ຕຳຣວດຮົງກົງສລາຍກຸ່ມ ປະທ້ວງ
2014.11.26
ຕຳຣວດ ຮົງກົງ ໄດ້ໃຊ້ ນ້ຳ ໝາກພິກ ສີດໃສ່ ກຸ່ມປະທ້ວງ ແລະ ໄດ້ ຈັບກຸມ ອີກ 80 ຄົນ ໃນວັນ ອັງຄານ ເພື່ອ ສລາຍ ການ ປະທ້ວງ ຕາມ ທ້ອງຖນົນ ທີ່ ຖືກ ຄວບຄຸມ ໂດຍ ກຸ່ມປະທ້ວງ ເພື່ອ ປະຊາ ທິປະຕັຍ ມາ ເປັນເວລາ ເກືອບ 2 ເດືອນ.
ກຸ່ມ ຕຳຣວດ ຮົງກົງ ໃສ່ໝວກ ກັນກະທົບ ປະກອບ ດ້ວຍຄ້ອນ ຕຳຣວດ ໄດ້ ປະທະ ກັບ ກຸ່ມປະທ້ວງ ຫລາຍ ສິບຄົນ ໃນເຂດ ມົງກ໊ອກ ຊື່ງ ເປັນບ່ອນ ທີ່ ມີການ ປະທະກັນ ລາຍໃຫຍ່ ໃນຣະຍະ ທີ່ ຜ່ານມາ ຫລັງຈາກ ການ ຊຸມນຸມ ປະທ້ວງ ເກີດຂື້ນ ໃນເຂດ ສາມແຍກ ບໍຣິເວນ ດັ່ງກ່າວ ມາແຕ່ ວັນທີ 28 ກັນຍາ.
ໂຄສົກ ຕຳຣວດຍິງ ເວົ້າວ່າ ເຈົ້າຫນ້າທີ່ ຕຳຣວດ ໄດ້ໃຊ້ ສາຣທີ່ ລະລາຍ ດ້ວຍນ້ຳ ທີ່ຄ້າຍກັບ ນ້ຳ ໝາກພິກ ຫລື PEPPER SPRAY ທີ່ ຕຳຣວດ ໃຊ້ ສີດໃສ່ ກຸ່ມ ປະທ້ວງ ເມື່ອ 2-3 ອາທີດ ກ່ອນ. ນັກ ປະທ້ວງ ຄົນນຶ່ງ ທີ່ ມີຊື່ວ່າ ນາຍໂມ ໄດ້ກ່າວຕໍ່ ນັກຂ່າວ AFP ວ່າ ລາວ ບໍ່ສາມາດ ມືນຕາ ໄດ້ ລາວ ນຸ່ງເສື້ອ ແຂນຍາວ ແຕ່ແຂນ ຂອງລາວ ມີອາການ ຮ້ອນ ແບບ ໄຟໄໝ້ ໄປທົ່ວ.
ເຈົ້າຫນ້າທີ່ ຕຳຣວດ ບອກ ກຸ່ມ ປະທ້ວງ ທາງ ໂທລະໂຄ່ງ ກ່ອນຈະ ສີດນ້ຳ ຫມາກເຜັດ ໃສ່ວ່າ ພວກທ່ານ ໄດ້ທຳການ ຊຸມນຸມ ປະທ້ວງ ແບບຜິດ ກົດຫມາຍ ຢູ່ໃນເວລາ ນີ້ ແລະ ໃນ ປັດຈຸບັນ ທາງການ ຕຳຣວດ ໄດ້ ອອກຄຳສັ່ງ ໃຫ້ ຢຸດຕິ ການປະທ້ວງ ໃນ ທັນທີ ທັນໃດ. ແຕ່ ກຸ່ມປະທ້ວງ ກໍ ເມີນເສີຍ ຕໍ່ຄຳສັ່ງ ດັ່ງກ່າວ.