ກຸ່ມປະທ້ວງຮົງກົງ ພັງປະຕູ ສະພາ

ຈໍາປາທອງ
2014.11.20
F-hongkong ກຸ່ມປະທ້ວງ ຮົງກົງ ທີ່ພຍາຍາມ ພັງປະຕູເຂົ້າໄປໃນສະພາ
AFP

 

ຕຳຣວດ ຮົງກົງ ປະທະ ກັບ ພວກ ປະທ້ວງ ຮຽກຮ້ອງ ປະຊາທິປະຕັຍ ຮົງກົງ ພາຍຫລັງ ທີ່ ພວກ ປະທ້ວງ ກຸ່ມໜຶ່ງ ພຍາຍາມ ບຸກ ເຂົ້າໄປ ສະພາ ຂອງ ຮົງກົງ ກ່ອນໜ້າ ການເລີກ ຮື້ ແຄັມ ຫລື ທີ່ຕັ້ງ ຂອງ ພວກ ປະທ້ວງ. ຕາມ ຣາຍງານ ຂອງ ອົງການ ຂ່າວ AFP ວັນທີ 19 ພຶສຈິກາ ນີ້.

ຂ່າວ ຣາຍງານ ວ່າ ມີພວກ ປະທ້ວງ 10 ກວ່າຄົນ ທີ່ ໃສ່ ໜ້າກາກ ບຸກຜ່ານ ປະຕູ ທາງຂ້າງ ເພື່ອ ເຂົ້າໄປ ຕຶກສະພາ ນິຕິບັນຍັດ ໃນ ຕອນເຊົ້າ ວັນ ພຸດ ນີ້ ໂດຍໃຊ້ ເຄື່ອງ ກັນ ທີ່ ເປັນເຫລັກ ພັງ ເຂົ້າໄປ.

ຫລັງຈາກ ນັ້ນ ກໍມີ ຕຳຣວດ ປະມານ 100 ຄົນ ເຄື່ອນເຂົ້າ ສລາຍ ພວກ ປະທ້ວງ ທີ່ີ ຢູ່ແຖວໜ້າ ຊຶ່ງ ໃສ່ໝວກ ກັນກະທົບ ແລະ ຊູຄັນຮົ່ມ ທີ່ ເປັນ ສັນຍາລັກ ຂອງພວກ ປະທ້ວງ ນັ້ນ ຢ່າງ ໄວວາ. ຕຳຣວດ ໃຊ້ ທັງແກັສ ນ້ຳຕາ ແລະ ໄມ້ຄ້ອນ ໃນການ ປະເຊີນໜ້າ ກັນນັ້ນ.

ຕຳຣວດ ເວົ້າວ່າ ມີ ຕຳຣວດ 3 ຄົນ ໄດ້ຮັບ ບາດເຈັບ ແລະ ໄດ້ຈັບ ພວກ ປະທ້ວງ 6 ຄົນ. ຣັຖບານ ຮົງກົງ ເວົ້າວ່າ ນີ້ ເປັນເຫດການ ທີ່ ສ້າງຄວາມ ເສັຽຫາຍ ຢ່າງໜັກ ໜ່ວງ ແລະ ໄດ້ຮ່ວມ ກັບ ຕຳຣວດ ປະນາມ ເຫດການ ຄວາມ ຮຸນແຮງ ນັ້ນ.

ກ່ຽວກັບເ ຫດການ ປະເຊີນໜ້າ ກັນ ຄັ້ງນີ້ ມີການ ຣາຍງານ ຢ່າງ ກວ້າງຂວາງ ຢູ່ ປະເທສ ຈີນ. ຢ່າງໜ້ອຍ ມີ ຜູ້ ປະທ້ວງ ຄົນໜຶ່ງ ສາມາດ ເຂົ້າໄປ ໃນ ຕຶກນັ້ນ ໄດ້. ພວກ ປະທ້ວງ ໄດ້ຕັ້ງ ແຄັມ ຢູ່ ສາມຈຸດ ສຳຄັນ ຂອງ ຮົງກົງ ມາກວ່າ 7 ສັປດາ ແລ້ວ ເພື່ອ ຮຽກຮ້ອງ ໃຫ້ ການ ເລືອກຕັ້ງ ເອົາຜູ້ນຳ ຮົງກົງ ຄົນ ຕໍ່ໄປ ໃນປີ 2017 ເປັນ ໄປຢ່າງ ເສຣີ ເຕັມສ່ວນ. ແຕ່ ທາງການຈີນ ຢືນຢັນ ວ່າ ຜູ້  ສມັກຮັບ ເລືອກຕັ້ງ ທັງໝົດ ຈະຕ້ອງໄດ້ ຮັບການ ເຫັນພ້ອມ ຈາກ ຄນະ ກັມການ ທີ່ ຈົ່ງຮັກ ພັກດີ ຕໍ່ທາງ ການ ຈີນ ກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.