ກຸ່ມປະທ້ວງຮົງກົງເດີນຂະບວນ ຕໍ່
2014.10.23
ພວກປະທ້ວງ ຮຽກຮ້ອງ ປະຊາທິປະຕັຍ ໃນ ຮົງກົງ ເດີນ ຂະບວນ ໄປ ບ້ານພັກ ຂອງ ຜູ້ນຳ ຮົງກົງ Leung Chun-ying ທີ່ ທາງການ ປັກກິ່ງ ສນັບສນູນ ໃນ ວັນຕໍ່ມາ ຫລັງຈາກ ການ ເຈຣະຈາ ຣະຫວ່າງ ຜູ້ນຳ ນັກສຶກສາ ແລະ ເຈົ້າໜ້າທີ່ ຂັ້ນສູງ ບໍ່ໄດ້ຜົນ.
Wing Chan ທີ່ ເຂົ້າຮ່ວມ ການເດີນ ຂະບວນ ປະທ້ວງ ຄັ້ງນີ້ ເວົ້າວ່າ ທ່ານ ມາທີ່ນີ້ ເພື່ອຫວັງ ໃຫ້ ທາງ ຣັຖບານ ຮັບຟັງສຽງ ຂອງ ພວກປະທ້ວງ ບໍ່ດັ່ງນັ້ນ ພວກເຂົາເຈົ້າ ກໍຈະ ອອກມາ ຕໍ່ສູ້ ແບບນີ້ ເລື້ອຍໄປ ເພື່ອ ສິດທິ ພື້ນຖານ ການ ສເນີຊື່ ຜູ້ສມັກ ເຂົ້າ ເລືອກຕັ້ງ ແຂ່ງຂັນ ໃນປີ 2017. ແລະ ທ່ານ ກໍຄິດວ່າ ເຖິງ ເວລາແລ້ວ ທີ່ຈະ ພິຈາຣະນາ ເພີ່ມ ການ ເຄື່ອນໄຫວ ຢ່າງ ຈິງຈັງ ເຊັ່ນຂຍາຍ ເຂດ ປະທ້ວງ ຫລາຍເຂດ ຕື່ມອີກ ເພື່ອ ກົດດັນ ຣັຖບານ ໃຫ້ຕອບ ຄຳຖາມ ຂອງ ພວກທ່ານ ໃຫ້ໄດ້.
ປະເທດ ອັງກິດ ໄດ້ ສົ່ງມອບ ຮົງກົງ ຄືນ ໃຫ້ ຈີນ ແຜ່ນດິນໃຫຍ່ ໃນປີ 1977 ພາຍໃຕ້ ຮູບແບບ ການ ປົກຄອງ 1 ປະເທດ 2 ຣະບົບ ທີ່ ອະນຸຍາດ ໃຫ້ເປັນເຂດ ປົກຄອງ ຕົນເອງ ມີສິດ ເສຣີພາບ ຢ່າງ ກວ້າງຂວາງ ແລະ ເປົ້າໝາຍ ສຸດທ້າຍ ກໍແມ່ນ ເຣື່ອງ ສິດທິ ໃນ ການ ເລືອກຕັ້ງ ທີ່ ທົ່ວໂລກ ຍອມຮັບ. ແຕ່ ທາງການ ປັກກິ່ງ ກັງວົນວ່າ ຈະມີການ ຮຽນແບບ ທວງໃຫ້ມີ ການ ປະຕິຮູບ ຣະບົບ ການ ປົກຄອງ ຂຶ້ນ ຢູ່ຈີນ ແຜ່ນດິນໃຫຍ່ ຊຶ່ງ ຈະ ບັ່ນທອນ ອຳນາດ ຂອງ ພັກ ຄອມມິວນິສ.
ບົດບາດ ສຸດທ້າຍ ຂອງ ກຸ່ມປະທ້ວງ ບໍ່ຈະແຈ້ງ ຂນະທີ່ ສານ ຮົງກົງ ໄດ້ອອກ ຂໍ້ຫ້າມ ພວກປະທ້ວງ ບໍ່ໃຫ້ຕັນ ເສັ້ນທາງ ແຕ່ ປາກົດ ວ່າ ເຈົ້າໜ້າທີ່ ຕຳຣວດ ຍັງບໍ່ພ້ອມ ຫລື ບໍ່ ສາມາດ ປະຕິບັດ ຕາມ ຄໍາສັ່ງ ຈາກສານ ໄດ້ເທື່ອ.