ກຸ່ມປະທ້ວງຮົງກົງບໍ່ໝັ້ນໃຈ ໃນແຜນ ເດີນໜ້າ
2014.10.27

ການປະທ້ວງ ເພື່ອ ປະຊາທິຕັຍ ໃນ ຮົງກົງ ຖືກ ສັ່ງໃຫ້ ເລີກລົ້ມ ການອອກ ຄວາມຄິດເຫັນ ທາງ ໂທຣະສັບ ຂອງ ປະຊາຊົນ ຊົ່ວ ຄາວ, ກ່ອນ ຈະເລີ້ມ ລົງມື ບໍ່ເທົ່າໃດ ຊົ່ວໂມງ ຍ້ອນມີ ແນວຄິດ ທີ່ ຂັດແຍ່ງກັນ ໃນແຜນ ປະທ້ວງ ວ່າ ຈະເຮັດ ຢ່າງໃດ ໃນຂັ້ນ ຕໍ່ໄປ.
ນັບເປັນ ເວລາ ກວ່າ 4 ອາທິດ ຫລັງຈາກ ທີ່ ຊາວຮົງກົງ ຫຼາຍ ສີບພັນ ຄົນ ໄດ້ພາກັນ ລົງຖນົນ ປະທ້ວງ ຮຽກຮ້ອງ ໃຫ້ມີ ປະຊາ ທິປະຕັຍ ໃນການ ເລືອກຕັ້ງ ເອົາຜູ້ນຳ ຮົງກົງ ແບບ ເສຣີ ແລະ ປັດຈຸບັນ ກຸ່ມ ປະທ້ວງ ກໍເລີ້ມ ອິດເມື່ອຍ ແຕ່ຍັງ ຕັ້ງຫຼັກ ປຸກເຕັ້ນ ຕັນຖນົນ ເຂົ້າ-ອອກ ສາຍສຳຄັນ ຫຼາຍສາຍ ແຕ່ ຈຳນວນ ຜູ້ປະ ທ້ວງ ກໍ ຫລຸດລົງ ຢ່າງ ຫຼວງຫຼາຍ ແລະ ຜູ້ນໍາ ກຸ່ມ ປະທ້ວງ ກໍຍັງ ບໍ່ຮູ້ວ່າ ຈະ ຕັດສີນໃຈ ແນວໃດ ເພື່ອ ສ້າງ ກະແສ ໃຫ້ມີ ການ ປະທ້ວງ ສືບ ຕໍ່ໄປ.
ໃນວັນ ອາທິດ ແລະ ວັນຈັນ ຕອນແລງ ກຸ່ມ ປະທ້ວງ ຈື່ງມີແຜນ ຈັດ ໃຫ້ມີການ ໂທຣະສັບ ອອກຄວາມຄິດ ຄວາມເຫັນ ຈາກ ປະຊາຊົນ ວ່າຈະເຮັດ ແນວໃດ ໃນ ຂັ້ນຕໍ່ໄປ ແຕ່ກ່ອນຈະ ໄດ້ ເລີ້ມ ລົງມື ຫົວຫນ້າ ກຸ່ມປະທ້ວງ ໄດ້ບອກ ຕໍ່ກຸ່ມ ນັກຂ່າວ ວ່າ ພວກຂະເຈົ້າ ຖືກບີບ ໃຫ້ ຍົກເລີກ ການ ໂທຣະສັບ ໃຫ້ຄວາມ ຄິດເຫັນ ໄວ້ກ່ອນ ແລະ ຫົວຫນ້າ ກຸ່ມປະທ້ວງ ເວົ້າວ່າ ໄດ້ ຍົກເລີກ ການ ອອກສຽງ ທາງ ໂທຣະສັບ ແຕ່ ບໍ່ໄດ້ ຍົກເລີກ ການ ປະທ້ວງ.