ການປະທ້ວງຢູ່ຮົງກົງກໍາລັງ ເຄັ່ງຕຶງ

ມະນີຈັນ
2014.10.14
F-hongkong ການປະທ້ວງຢູ່ຮົງກົງກໍາລັງ ເຄັ່ງຕຶງ
AFP

 

ກຸ່ມປະທ້ວງ ເພື່ອ ປະຊາທິປະຕັຍ ຫລາຍ ສິບຄົນ ປະເຊີນໜ້າ ກັບ ຕຳຣວດ ປາບ ການ ຈະລາຈົນ ຢູ່ໃກ້ເຂດ ສຳນັກງານ ໃຫຍ່ ຂອງ ຣັຖບານ ຮົງກົງ ໃນວັນ ອັງຄານ ນີ້.

ສະຖານີ ໂທຣະທັດ ຕ່າງໆ ໄດ້ ຖ່າຍທອດ ຮູບພາບ ຕຳຣວດ ຈຳນວນ ຫລາຍ ຮ້ອຍຄົນ ໃສ່ໝວກ ກັນກະທົບ ຖື ໄມ້ຄ້ອນ ແລະ ແຜ່ນ ກັນບັງ ທີ່ ກຳລັງ ປະເຊີນ ໜ້າ ກັບພວກ ປະທ້ວງ ທີ່ ນຳພາ ໂດຍ ນັກສຶກສາ ຊຶ່ງ ເຂົ້າຄວບຄຸມ ເສັ້ນທາງ ສາຍ ສຳຄັນ ຮວມເຖິງ ເສັ້ນທາງ ໃນເຂດ ທຸຣະກິດ ຂອງ ຮົງກົງ ມານານ 2 ອາທິດ ກວ່າ ແລ້ວ.

ທັງ 2 ຝ່າຍ ຢູ່ໃນ ສະພາບ ເຄັ່ງຕຶງ ຫລັງຈາກ ຣັຖບານ ຮົງກົງ ໄດ້ ຍົກເລີກ ການ ເຈຣະຈາ ເມື່ອອາທິດ ທີ່ ຜ່ານມາ. ຍັງ ບໍ່ເປັນທີ່ ຈະແຈ້ງ ເທື່ອວ່າ ເຫດການ ປະເຊີນໜ້າ ກັນ ໃນຄືນວັນ ອັງຄານ ເກີດຂຶ້ນ ຍ້ອນຫຍັງ ແຕ່ ໂທຣະທັດ ທ້ອງຖິ່ນ ຣາຍງານວ່າ ມັນເລີ່ມຂຶ້ນ ເມື່ອ ຕຳຣວດ ຖືກ ກ່າວຫາວ່າ ຈັບຜູ້ ປະທ້ວງ ຄົນໜຶ່ງ ໄປ.

ພວກ ປະທ້ວງ ຕ້ອງການ ໃຫ້ ຣັຖບານ ຈີນ ຍົກເລີກ ແຜນ ທີ່ຈະໃຫ້ ຄນະ ກັມການ ທີ່ສນັບ ສນູນ ທາງການ ຈີນ ນັ້ນ ຄັດເລືອກ ຜູ້ຮັບສມັກ ແຂ່ງຂັນ ເລືອກຕັ້ງ ເປັນຜູ້ນຳ ຮົງກົງ ຄົນໃໝ່ ໃນປີ 2017 ຊຶ່ງ ຈະເປັນ ການ ເລືອກຕັ້ງ ໂດຍກົງ ຄັ້ງທຳອິດ ຂອງ ຮົງກົງ.

ພ້ອມດຽວກັນ ພວກ ປະທ້ວງ ກໍຮຽກຮ້ອງ ໃຫ້ຜູ້ນຳ ຮົງກົງ Leung Chun-ying ຜູ້ທີ່ ທາງການຈີນ ໜູນຫລັງ ນັ້ນ ລາອອກ ຈາກ ຕຳແໜ່ງ. ທ່ານ Leung ເວົ້າວ່າ ໂອກາດ ທີ່ຈະໃຫ້ ຣັຖບານ ຈີນ ປ່ຽນແປງ ຣະບຽບ ຫລັກການ ຂອງຕົນ ໃນການ ເລືອກຕັ້ງ ປີ 2017 ນັ້ນ ແມ່ນ ເກືອບວ່າ ບໍ່ມີເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.