ການເຈຣະຈາຢູ່ຮົງກົງ ບໍ່ ບັນລຸຜົນ
2014.10.22
ການ ເຈຣະຈາ ຮອບທຳອິດ ເປັນ ເວລາ 2 ຂົ່ວໂມງ ຣະຫວ່າງ ຣັຖບານ ຮົງກົງ ກັບ ບັນດາ ຫົວໜ້າ ປະທ້ວງ ໃນ ວັນອັງຄານ ນີ້ ຊຶ່ງມີການ ຖ່າຍທອດສົດ ທາງ ໂທຣະທັດ ນັ້ນ ຕົກລົງກັນ ບໍ່ໄດ້ ເພື່ອ ທີ່ຈະໃຫ້ ຍຸຕິ ການຊຸມນຸມ ປະທ້ວງ ຂອງ ມວນຊົນ ເກືອບ 3 ສັປດາ ແລ້ວ ທີ່ເປັນ ການ ທ້າທາຍ ທາງການຈີນ.
ຫົວໜ້າ ຄນະ ເຈຣະຈາ ຝ່າຍ ຣັຖບານ ແຄຣີ ລຳ ກ່າວຕໍ່ ສື່ມວນຊົນ ໂດຍຍ້ຳ ເຖິງ ຈຸດຢືນ ຂອງ ຣັຖບານ ທີ່ວ່າ ຂໍ້ ຮຽກຮ້ອງ ຂອງ ນັກສຶກສາ ທີ່ ປະທ້ວງ ໃຫ້ມີການ ເລືອກຕັ້ງ ຜູ້ນຳ ຮົງກົງ ຄັ້ງຕໍ່ ໄປ ໃນ ປີ 2017 ເປັນ ໄປແບບ ເປີດກວ້າງ ໃຫ້ມີຜູ້ລົງ ສມັກ ຮັບເລືອກຕັ້ງ ໄດ້ ຢ່າງເສຣີ ນັ້ນ ເປັນສິ່ງທີ່ ບໍ່ອາຈເຮັດ ໄດ້ ແຕ່ ກໍຫວັງວ່າ ການ ເຈຣະຈາ ໃນມື້ນີ້ ຈະເປັນ ຮອບທຳອິດ ຂອງ ຫຼາຍໆຮອບ ຕໍ່ໄປ.
ໃນເວລາ ຖແລງຕໍ່ ນັກຂ່າວ ທ່ານ ລຳ ເວົ້າວ່າ ອາຈ ບໍ່ສາມາດ ປ່ຽນໃຈ ຣັຖບານ ກຸງ ປັກກິ່ງ ໄດ້ ທີ່ ປະຕິເສດ ບໍ່ໃຫ້ ຊາວຮົງກົງ ສເນີຜູ້ ຮັບສມັກ ເລືອກຕັ້ງ ໂດຍ ຕົນເອງ.
ທາງດ້ານ ຜູ້ນຳ ນັກສຶກສາ ອາເລັກສ ໂຈວ ກໍໄດ້ ກ່າວເຖິງ ຄວາມຮູ້ສຶກ ຂອງ ຝ່າຍ ນັກສຶກສາ ຕໍ່ການ ເຈຣະຈາ ວ່າ ມີຄວາມ ສລັບສັບຊ້ອນ ແລະ ຣັຖບານ ກໍບໍ່ມີ ຂໍ້ສເນີ ທີ່ເປັນ ຮູປທັມ. ໃນເວລາ ຕໍ່ມາ ທ່ານ ແລະ ເຫລົ່າ ນັກສຶກສາ ໄດ້ຮຽກຮ້ອງ ໃຫ້ ມວນຊົນ ຊຸມນຸມ ເພື່ອ ກົດດັນ ຣັຖບານ ຕໍ່ໄປ.
ພວກປະທ້ວງ ຮຽກຮ້ອງ ໃຫ້ ທາງການຈີນ ຖອນຄຳ ປະກາດ ທີ່ວ່າ ຜູ້ຮັບ ສມັກ ແຂ່ງຂັນ ເລືອກຕັ້ງ ເປັນຜູ້ ນຳຮົງກົງ ຄົນຕໍ່ໄປ ຕ້ອງເປັນຜູ້ ທີ່ ທາງ ຄນະ ກັມການ ເຫັນດີນຳ ເສັຽກ່ອນ ນັ້ນ. ພວກປະທ້ວງ ຕ້ອງການ ໃຫ້ມວນຊົນ ຮົງກົງ ສາມາດ ສເນີ ຣາຍຊື່ ຜູ້ຮັບສມັກ ແຂ່ງຂັນ ເລືອກຕັ້ງ ດ້ວຍ ຕົນເອງ.
ກ່ອນການ ເຈຣະຈາ ຈະເລີ່ມຂຶ້ນ ຜູ້ນຳ ຮົງກົງ ທີ່ ບໍ່ຖືກ ເຊີນໃຫ້ ເຂົ້າຮ່ວມນຳ ນັ້ນ ໄດ້ ກ່າວວ່າ ມີຊ່ອງທາງ ໃນ ການຫາຣື ເພື່ອເຮັດໃຫ້ ຄນະກັມການ ສເນີຊື່ ບຸກຄົນ ທີ່ ສາມາດ ສມັກຮັບ ເລືອກຕັ້ງ ເປັນຜູ້ນຳ ຮົງກົງ ໄດ້ນັ້ນ ມີຄວາມເປັນ ປະຊາທິປະຕັຍ ຫລາຍຂຶ້ນ.
ທ່ານ ເລິ້ງ ຈຸນ-ຢິນ ຖືກແຕ່ງຕັ້ງ ໃຫ້ເປັນ ຜູ້ນຳ ຮົງກົງ ເມື່ອປີ 2012 ໂດຍ ຄນະກັມການ ທີ່ ສນັບສນູນ ທາງການ ຈີນ.