ຊາວຮົງກົງຫຼາຍແສນ ປະທ້ວງ ອີກຄັ້ງນຶ່ງ
2019.06.17

ການອະພິປາຍ ຮ່າງກົດໝາຍ ວ່າດ້ວຍການສົ່ງຜູ້ຮ້າຍ ຂ້າມແດນ ໄປດໍາເນີນຄະດີ ຢູ່ຈີນ ໃນສະພານິຕິບັນຍັດ ຂອງຮົງກົງ ໃນມື້ວັນທີ 12 ມິຖຸນາ ນີ້ ຣັຖບານຮົງກົງ ຈໍາຕ້ອງໄດ້ປະກາດຍຸຕິ ຖ້າມກາງຊາວຮົງກົງ ຫລັ່ງໄຫລກັນອອກມາ ປະທ້ວງອີກຄັ້ງ ຄັດຄ້ານຮ່າງກົດໝາຍນັ້ນ.
ຂ່າວ China Morning Post ຣາຍງານວ່າ ບັນດາຜູ້ປະທ້ວງ ທີ່ໄດ້ປັກຫລັກນອນຄ້າງຄືນ ຢູ່ເຂດສວນສາທາຣະນະ Tamar ໃນຮົງກົງ ໄດ້ເລີ່ມປິດບໍ່ໃຫ້ມີການສັນຈອນ ເຂົ້າໄປຍັງສະພານິຕິບັນຍັດ ນັ້ນໄດ້ ໃນຕອນເຊົ້າຂອງ ມື້ວັນທີ 12 ມິຖຸນາ ຂນະທີ່ ມີການເປີດກອງປະຊຸມ ສະພາ ອະພິປາຍຮ່າງກົດໝາຍ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ທີ່ຣັຖບານ ໄດ້ສເນີນັ້ນຢູ່.
ການເດີນຂະບວນປະທ້ວງ ເລີ່ມຈາກບໍຣິເວນ Admiralty ມຸ້ງໜ້າໄປສູ່ເຂດເຮັດວຽກ ຂອງຣັຖບານ ຊຶ່ງຜູ້ເຂົ້າຮ່ວມໃນເທື່ອນີ້ ແຕກຕ່າງໄປ ຈາກ ມື້ວັນອາທິດ ທີ່ຜ່ານມາ ທີ່ມີຈຳນວນຫລາຍແສນຄົນ ແລະມາກັນແບບ ເປັນຄອບຄົວນັ້ນ ຈໍານວນຫລາຍເປັນ ນັກຮຽນ ນັກສຶກສາ ໃນວັຍເລີຍ 20 ປີ ໂດຍໃສ່ໜ້າກາກ ເພື່ອປົກປິດໃບໜ້າຂອງຕົນ. ພວກເຂົາເຈົ້າແຄ້ນເຄືອງໃຈ ແລະກໍພ້ອມທີ່ຈະຕໍ່ສູ້.
ຮົງກົງໃນມື້ວັນພຸດ ທີ່ທາງສະພານິຕິບັນຍັດ ມີກໍານົດອະພິບາຍ ກ່ຽວກັບຮ່າງກົດໝາຍວ່າດ້ວຍການ ສົ່ງຜູ້ຮ້າຍຂ້າມແດນ ໄປຂຶ້ນສານຢູ່ຈີນ ນັ້ນ ຢູ່ໃນສະພາບເຄັ່ງຕຶງ ເກືອບວ່າຕລອດທັງວັນ ຄືເລີ່ມແຕ່ 9 ໂມງເຊົ້າ ຕາມເວລາຂອງຮົງກົງ ເມື່ອເຫດການ ເລີ່ມເກີດຄວາມຮຸນແຮງ ແລະກໍນໍາໄປສູ່ການປະທະກັນ ຣະຫວ່າງເຈົ້າໜ້າທີ່ຕໍາຣວດ ແລະ ຊາວຮົງກົງ ທີ່ປະທ້ວງ. ເຈົ້າໜ້າທີ່ຕໍາຣວດ ປາບຈະຣາຈົນ 5 ພັນປາຍ ຄົນ ຖືກສັ່ງໃຫ້ປະຈໍາການ ຕາມຈຸດຕ່າງໆ.
ເຈົ້າໜ້າທີ່ຕໍາຣວດ ພຍາຍາມຄວຄຸມພວກປະທ້ວງ ທີ່ກີດກັນທາງເຂົ້າສະພານິຕິບັນຍັດຂອງຮົງກົງ ໂດຍໃຊ້ທັງແກັສນໍ້າຕາແລະລູກປືນຢາງ ຊຶ່ງພວກປະທ້ວງ ກໍໂຕ້ຕອບດ້ວຍ ການແກວ່ງກ້ອນຫິນ ແລະສິ່ງຂອງຕ່າງໆໃສ່ພວກຕຳຣວດຄືນ. ບາງຄົນເຖິງ ກັບຮື້ກ້ອນດິນຈີ່ ທີ່ປູທາງ ຍ່າງນັ້ນອອກມາ ເປັນອາວຸດ.
ຕໍ່ມາບໍ່ດົນ ທາງການຮົງກົງກໍຕ້ອງປະກາດໂຈະ ການອະພິປາຍຮ່າງກົດໝາຍ ຊຶ່ງພວກປະທ້ວງ ຕ່າງກໍກັງວົນວ່າ ທາງການຈະໃຊ້ກົດໝາຍ ນັ້ນສົ່ງພວກທີ່ຄັດຄ້ານທາງການ ຄືນັກເຄື່ອນໄຫວຕົວຕັ້ງຕົວຕີ ຮວມເຖິງນັກທ່ອງທ່ຽວ ຄົນຕ່າງປະເທດໄປ ດໍາເນີນຄະດີ ຢູ່ສານຂອງຈີນ ທີ່ພັກຄອມມິວນິສຈີນ ເປັນຜູ້ຄວບຄຸມ ຊຶ່ງຝ່າຍທີ່ຕໍ່ຕ້ານທາງການ ບໍ່ໝັ້ນໃຈໃນເຣຶ່ອງຄວາມຍຸຕິທັມ ແລະຄວາມໂປ່ງໃສ ຂອງຣະບົບສານຈີນ ແລະກັງວົນ ນຳການຕັ້ງຂໍ້ຫາ ຂອງກອງກໍາລັງຄວາມໝັ້ນຄົງ ຂອງຈີນ ນໍາດ້ວຍ.
ຊາວຮົງກົງນາງນຶ່ງ ທີ່ໃສ່ໜ້າກາກປິດໜ້າຕົນເອງນັ້ນ ກ່າວຜ່ານ Hongkong Free Press ວ່າພວກເຂົາເຈົ້າ ພຽງແຕ່ພຍາຍາມ ສະແດງ ໃຫ້ຣັຖບານ ເຫັນວ່າພວກເຂົາເຈົ້າ ພຽງແຕ່ພຍາຍາມທີ່ສຸດ ເພື່ອຢ່າງໜ້ອຍບໍ່ໃຫ້ ຮ່າງກົດໝາຍນີ້ຜ່ານ:
"we are trying to show our govt ພວກເຮົາກໍາລັງພຍາຍາມສະແດງ ໃຫ້ຣັຖບານ ຂອງພວກເຮົາເຫັນວ່າ ພວກເຮົາວິຕົກກັງວົນແທ້ໆ ກ່ຽວກັບເສຣີພາບ ຂອງຮົງກົງ ແລະ ກໍບໍ່ຕ້ອງການໃຫ້ກົດໝາຍນີ້ຜ່ານ ເພາະພວກເຮົາຮູ້ດີວ່າ ຫາກກົດໝາຍນີ້ ຜ່ານ ຮົງກົງກໍຈະປ່ຽນໄປ."
ແລະນາງກໍຄິດວ່າເສຣີພາບ ຄືທຸກສິ່ງທຸກຢ່າງທີ່ເຮັດໃຫ້ຮົງກົງ ສວຍງາມ ແຕກຕ່າງໄປຈາກຈີນ. ຈີນ ໄດ້ພຍາຍາມ ແລະກໍກໍາລັງດໍາເນີນຢູ່ນີ້ ຄືເອົາຄົນຈໍານວນນຶ່ງ ກັບຄືນໄປຈີນ ໂດຍທີ່່ບໍ່ບອກໃຫ້ພວກເຂົາເຈົ້າ ຄົນໃດເລີຍຮູ້ ຊຶ່ງພວກເຂົາເຈົ້າຖືວ່ານັ້ນ ເປັນການລ່ວງເກີນ ຂັ້ນ ຮ້າຍແຮງ ດັ່ງນັ້ນພວກເຂົາເຈົ້າ ຈຶ່ງອອກມາເພື່ອບໍ່ໃຫ້ສິ່ງຕ່າງໆເລົ່ານັ້ນ ເກີດຂຶ້ນໄດ້ອີກ.
ພ້ອມດຽວກັນ ຊາຍຮົງກົງຜູ້ນຶ່ງ ກໍເວົ້າວ່າ:
"No matter you standing in front line or sitting here you just want... ບໍ່ວ່າເຈົ້າຢືນຢູ່ດ່ານໜ້າຫລືນັ່ງຢູ່ທີ່ນີ້ ກໍລ້ວນແຕ່ ຕ້ອງການ ພຍາຍາມສນັບສນູນປະຊາຊົນ ຮົງກົງບໍ່ໃຫ້ຣັຖບານເຮັດກົດໝາຍນີ້ໄດ້."
ກ່ອນໜ້ານັ້ນ 3 ມື້ ຄືວັນອາທິດ ກໍເກີດການປະທ້ວງ ຂັດຄ້ານຮ່າງກົດໝາຍ ທີ່ວ່າຈະຖືກຮັບຜ່ານ ໃນທ້າຍເດືອນ ມິຖຸນາ ນີ້ອັນເປັນ ການປະທ້ວງ ຄັ້ງໃຫຍ່ທີ່ສຸດໃນຮອບ 15 ປີ ທີ່ຊາວຮົງກົງ ໄດ້ອອກມາປະທ້ວງ ຄັດຄ້ານກົດໝາຍວ່າດ້ວຍ ຄວາມໝັ້ນຄົງ ຂອງຮົງກົງ ທີ່ມີການສເນີ ໃຫ້ເຂັ້ມງວດຫລາຍຂຶ້ນ ແຕ່ຕໍ່ມາກໍຖືກໂຈະໄປ.
ພ້ອມດຽວກັນນັ້ນກໍເປັນການປະທ້ວງ ທີ່ສະທ້ອນເຖິງຂະບວນການຄັນຮົ່ມ ເພື່ອປະຊາທິປະຕັຍເມື່ອ 5 ປີກ່ອນທີ່ເຮັດໃຫ້ 5 ເມືອງການຄ້າ ຂອງຮົງກົງ ເປັນອັມມະພາດໄປ. ແຕ່ຫາກບໍ່ສາມາດເຮັດໃຫ້ຣັຖບານ ຜ່ອນສັ້ນຜ່ອນຍາວໄດ້.
ການປະທ້ວງຄັ້ງນີ້ ເຖິງແມ່ນວ່າພວກປະທ້ວງ ຈະມີຫຼາຍແສນຄົນ ຊຶ່ງໃນນັ້ນຈຳນວນນຶ່ງ ໄດ້ຮຽກຮ້ອງໃຫ້ນາງ Carrie Lam ຜູ້ປົກຄອງ ຮົງກົງ ລາອອກຈາກຕໍາແໜ່ງ. ແຕ່ກໍປາກົດວ່າ ຣັຖບານຮົງກົງ ບໍ່ມີທ່າທີຈະອ່ອນຂໍ້ໃຫ້ ແລະນາງໄດ້ອອກມາສະແດງ ຄວາມເສັຽໃຈ ຕໍ່ເຫດການທີ່ເກີດຂຶ້ນ ແຕ່ກໍຢືນຢັນວ່າ ຈໍາເປັນຕ້ອງເດີນໜ້າ ຜັກດັນແນວຄິດນີ້ຕໍ່ໄປ ຍ້ອນມັນເປັນກົດໝາຍ ທີ່ຈະເປັນປະໂຫຍດຕໍ່ປະເທດ ເຖິງປະຊາຊົນຈະຮຽກຮ້ອງ ໃຫ້ນາງລົງຈາກຕໍາແໜ່ງກໍຕາມ.
ສ່ວນທາງການຈີນທີ່ຖືກກ່າວຫາວ່າ ເປັນຜູ້ຢູ່ເບື້ອງຫຼັງ ແລະທັງສົ່ງເຈົ້າໜ້າທີ່ ຮັກສາຄວາມສງົບເຂົ້າມາໃນຮົງກົງ ເພື່ອສລາຍການປະທ້ວງ ຂອງປະຊາຊົນນັ້ນ ກໍອອກມາຖແລງ ປະຕິເສດຂ່າວດັ່ງກ່າວ.
ຕໍ່ເຫດການທີ່ເກີດຂຶ້ນຢູ່ ຮົງກົງ ກ່ຽວກັບການຄັດຄ້ານຮ່າງກົດໝາຍ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນໄປຈີນ -ຕາມຣາຍງານຂ່າວ RFA ຜແນກພາສາຈີນ Cantonese ທີ່ນະຄອນຫລວງ Washington DC -ເມື່ອວັນອັງຄານ ທີ່ຜ່ານມາ ກັມມາທິການ ບໍຣິຫານ ຣັຖສະພາ ກ່ຽວກັບຈີນ ຫລື CECC ກໍໄດ້ເປີດອະພິປາຍ ກັນເຖິງບັນຫາການເຊື່ອມໂຊມລົງ ໃນສິດເສຣີພາບ ແລະການປົກຄອງຕົນເອງ ຂອງຮົງກົງ ໃນຫລາຍປີຫລັງມານີ້.
ພ້ອມດຽວກັນກໍໄດ້ລົງຂໍ້ຄວາມຜ່ານເວັບໄຊຂອງຕົນວ່າ ’’ມີຄວາມກັງວົນຍິ່ງ ທີ່ວ່າການປົກຄອງ ຕົນເອງ ແລະເສຣີພາບທີ່ຖືກຄໍ້າປະກັນ ຂອງຮົງກົງ ກໍາລັງຖືກຊຸດໂຊມ ໂດຍຣັຖບານຈີນ ເຂົ້າຫຍູ້ງກ່ຽວກິຈການພາຍໃນ ຂອງຮົງກົງຫລາຍຂຶ້ນຢູ່ນີ້’’.
ແລະວ່າຫາກກົດ ໝາຍສົ່ງຜູ້ຮ້າຍຂ້າມແດນ ຈາກຮົງກົງໄປຈີນຖືກຮັບຜ່ານນັ້ນ ກໍເທົ່າກັບວ່າເປັນສັນຍານເຕືອນພັຍ ຍ້ອນຣະບົບຍຸຕິທັມ ຂອງຈີນ ຖືກໃຊ້ເປັນເຄື່ອງມື ປາບປາມ ຜູ້ຄັດຄ້ານທາງການເມືອງ ແລະຜູ້ເຄື່ອນໄຫວຕົວຕັ້ງຕົວຕີ ດ້ານສິດທິມະນຸດ ຕາມປົກຕິຢູ່ແລ້ວ.
ທາງດ້ານອົງການສິດທິມະນຸດ Human Rights Watch ທີ່ມີສູນກາງຢູ່ນະຄອນ New York ກໍເຕືອນເຊັ່ນກັນວ່າ ຂະບວນການຍຸຕິທັມ ຂອງຈີນ ມີປະຫວັດເຣື່ອງການກັກຂັງ ຜູ້ຄົນໂດຍພາຣະການ ທໍຣະມານ ແລະປະຕິບັດບໍ່ດີ ອື່ນໆ ຕໍ່ຜູ້ຖືກກ່າວຫາ ຣະເມີດສິດທິ ໃນການ ດໍາເນີນຄະດີ ແບບທ່ຽງທັມ ແລະການກັກຂັງດ່ຽວ ໂດຍບໍ່ມີການນໍາຕົວຂຶ້ນສານ ດໍາເນີນຄະດີ.
ແລະໃນຣາຍງານລ່າສຸດນີ້ ທາງອົງການດັ່ງກ່າວ ກໍຣະບຸເຖິງຄວາມສ່ຽງ ຂອງນັກເຄື່ອນໄຫວ ຕົວຕັ້ງຕົວຕີ ແລະ ຜູ້ຕິຕຽນວິພາກວິຈານ ຣັຖບານຈີນອື່ນໆ ຈະຖືກສົ່ງໄປດໍາເນີນຄະດີ ຢູ່ຈີນ ໃນຂໍ້ຫາຕ່າງໆ ທີ່ບໍ່ມີມູນຄວາມຈິງ ຊຶ່ງຈະສ້າງຄວາມເສັຽຫາຍ ແກ່ ເສຣີພາບຂອງ ຮົງກົງ.
ກ່ຽວກັບເຫດການດັ່ງກ່າວ ຣັຖບານຫຼາຍປະເທດໄດ້ສະແດງຄວາມກັງວົນ ພ້ອມທັງເຕືອນເຖິງຜົລກະທົບ ຕໍ່ຊື່ສຽງຂອງຮົງກົງ ໃນຖານະ ເປັນສູນກາງທາງການເງິນຣະຫວ່າງປະເທດ ຮວມໄປເຖິງເຣື່ອງຊາວຕ່າງປະເທດ ທີ່ຈີນຕ້ອງການໂຕກໍຈະມີຄວາມສ່ຽງ ຕໍ່ການຈະຖືກຈັບ ໃນຮົງກົງ.
ການປະທ້ວງຄັດຄ້ານຮ່າງກົດໝາຍ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ໃນວັນອາທິດນັ້ນ ເຮັດໃຫ້ເກີດການຮ່ວມແຮງຮ່ວມໃຈກັນຂອງຄົນ ທຸກເພດທຸກວັຍ ຈາກຫລາຍກຸ່ມຄົນ ທັງນັກທຸຣະກິດ ນັກກົດໝາຍ ນັກສຶກສາ ນັກເຄື່ອນໄຫວ ເພື່ອ ປະຊາທິປະຕັຍ ຮວມໄປເຖິງກຸ່ມ ສາສນາ ຜູ້ບໍຣິຫານ ແລະ ຜູ້ປະກອບການ ຣາຍຍ່ອຍ. ໃນນັ້ນ ຈຳນວນຶ່ງກໍຊຸກຣົດລູກໄປນຳ ຈຳນວນນຶ່ງກໍຖືໄມ້ຍາວໆຮຽວໆ ພາກັນຮ້ອງ ຄໍາຂວັນຕ່າງໆ ເພື່ອໃຫ້ຣັຖບານ ມີຄວາມໂປ່ງສັຍຫລາຍຂຶ້ນ.
ຂ່າວ Reuters ເຄີຍຣາຍງານກ່ອນໜ້ານີ້ວ່າ ຜູ້ພິພາກສາອາວຸໂສ ຂອງຮົງກົງ ຫລາຍຄົນ ກັງວົນນຳເຣຶ່ອງການປ່ຽນແປງ ບໍ່ແມ່ນແຕ່ບໍ່ໄດ້ ຮັບຄວາມໄວ້ວາງໃຈ ຈາກສານຂອງຈີນ ແຜ່ນດິນໃຫຍ່ເທົ່ານັ້ນ ແຕ່ຍັງຮວມໄປເຖິງການພິຈາຣະນາຄະດີ ຜູ້ຮ້າຍ ຂ້າມແດນທີ່ເຕັມໄປດ້ວຍ ຂໍ້ຈໍາກັດ ຊຶ່ງບັນດາອົງການ ສິດທິມະນຸດ ຕ່າງກໍສະແດງ ຄວາມກັງວົນ ກ່ຽວກັບການໃຊ້ວິທີການທໍຣະມານ ການກັກຂັງໂດຍພາລະການ ການບັງຄັບໃຫ້ສາຣະພາບ ແລະບັນຫາການເຂົ້າເຖິງນັກກົດໝາຍ ທະນາຍຄວາມ ໃນປະເທດຈີນ.
ພາຍໃຕ້ຂໍ້ຕົກລົງທີ່ອັງກິດ ສົ່ງມອບຮົງກົງຄືນໃຫ້ຈີນເມື່ອປີ 1997 ນັ້ນຈີນໄດ້ໃຫ້ສັນຍາວ່າຈະໃຫ້ປະຊາຊົນຮົງກົງ ມີເສຣີພາບ ໃນການຂ່າວ ແລະການປາກເວົ້າ ສະແດງຄວາມຄິດເຫັນ ແລະຈັດຕັ້ງສະມາຄົມ ຮວມໄປເຖິງຣະບົບຍຸຕິທັມ ແລະ ຣະບົບສານ ທີ່ເປັນເອກຣາດສືບຕໍ່ໄປ ພາຍໃຕ້ຣະບອບການປົກຄອງ ນຶ່ງປະເທດ 2 ຣະບົບ.