ສິລປິນນັກເຄື່ອນໄຫວໄທ ເດີນທາງເຖິງ ປາຣີສ໌
2019.08.05

ສິລປິນ ວົງ ‘ໄຟເຢັນ’ ຂອງໄທ ທີ່ເຫັນຕ່າງທາງການເມືືອງ ຜູ່ທີ່ລີ້ຊ່ອນ ຢູ່ສປປລາວ ໄດ້ເດີນທາງໄປເຖິງ ກຸງປາຣີສ໌ ແລ້ວ ເພື່ອຢື່ນເອກສານ ຂໍລີ້ພັຍ ໃນປະເທດຝຣັ່ງເສດ, ອິງຕາມຄວາມເວົ້າ ຂອງສະມາຊິກວົງ ແລະ ນັກເຄື່ອນໄຫວ ກ່າວຕໍ່ນັກຂ່າວ ເອ ແອັຟ ພີ (AFP) ເມື່ອວັນເສົາ ຜ່ານມາ.
ສະມາຊິກ ວົງດົນຕຣີໄຟເຢັນ ໄດ້ຮັບ ວີຊາ ພິເສດ ຈາກປະເທດຝຣັ່ງເສດ ເມື່ອປາຍເດືອນກໍຣະກະດາ ຜ່ານມາ, ຊຶ່ງອະນຸຍາດໃຫ້ພວກຂະເຈົ້າ ເດີນທາງໄປຍັງ ກຸງປາຣີສ໌ ເພືຶ່ອເຣີ່ມຂັ້ນຕອນ ການຢື່ນເອກສານ ຂໍລີ້ພັຍການເມືອງ, ອິງຕາມ ຄວາມເວົ້າ ຂອງຍານາງ ຈັນຢາ ຢິ້ມປຣະເສີດ, ນັກເຄື່ອນໄຫວ ຊາວໄທ ອີກຄົນນຶ່ງ ທີ່ເດີນທາງຮ່ວມໄປກັບ ພວກຂະເຈົ້າ ກ່າວຕໍ່ນັກຂ່າວ ເອ ແອັຟ ພີ (AFP).
“ຂັ້ນຕອນ ຂອງການຍື່ນ ຂໍລີ້ພັຍນັ້ນ ຈະຕ້ອງດຳເນີນເຣື່ອງ ທີ່ປະເທດຝຣັ່ງເສດ, ຊຶ່ງອາດຕ້ອງໃຊ້ເວລາ 6 ເດືອນ ຫາ 1 ປີ.”
ເມື່ອທ້າຍເດືອນກໍຣະກະດາ ຜ່ານມາ, ທ່ານ ໄຕຣຣົງ ສິນສືບຜົລ, ຫົວໜ້າວົງດົນຕຣີ ໄຟເຢັນ ໄດ້ກ່າວຕໍ່ ນັກຂ່າວ ອາ ແອັຟ ເອ ທີ່ສຳນັກງານໃຫຍ່ ກຸງວໍຊິງຕັນ ດີຊີ ວ່າ:
“ຕອນນີ້ ກໍມີຄຳຂູ່, ສ່ວນຫຼາຍ ກໍມາທາງ ໂຊຊ້ຽວລ໌ (Social) ນີ້ແຫຼະ ເພາະວ່າ ພວກເຂົາ ບໍ່ຮູ້ວ່າ ເຮົາຢູ່ໃສ. ກໍມີຄຳຂູ່ ທາງເຟສບຸກຄ໌ (Facebook), ທາງເພດຈ໌ (Page), ທາງ ຖວີດເຕີ້ (Twitter) ກໍມີ… ຕ່າງໆນາງໆ ວ່າ ມຶງໂດນແນ້ ຣາຍຕໍ່ໄປ ກໍຕ້ອງເປັນມຶງ. ແຕ່ກໍ… ກໍດ້ວຍວ່າ ມັນເປັນການສະແດງ ຖາມວ່າ ມັນໜ້າຢ້ານກົວບໍ? ມັນກໍໜ້າຢ້ານກົວ. ເຮົາກໍບໍ່ຮູ້ວ່າ ອັນໃດແທ້ ອັນໃດຫລິ້ນ ມັນມາທຸກມື້. ດັ່ງນັ້ນ ການຣະມັດຣະວັງ ອັນດັບແຣກ ເຮົາຕ້ອງຊ່ອຍເຫຼືອ ໂຕເອງກ່ອນ.”
ໃນຂະນະທີ່ ໃຫ້ສັມພາດ ຕໍ່ ອາ ແອັຟ ເອ ນັ້ນ, ຫົວໜ້າ ວົງດົນຕຣີໄຟເຢັນ ກໍຂໍສງວນ ຊື່ປະເທດ ທີ່ຕົນຫຼົບລີ້ຢູ່, ແຕ່ກ່ອນໜ້ານັ້ນ ແຫຼ່ງຂ່າວ ເອ ແອັຟ ພີ (AFP) ຣາຍງານ ເມື່ອວັນທີ 25 ກໍຣະກະດາວ່າ ສະມາຊິກ ວົງດົນຕຣີ ໄດ້ຫຼົບລີ້ ຢູ່ ສປປລາວ. ເຖິງຢ່າງໃດ ກໍຕາມ, ສະມາຊິກວົງດົນຕຣີ ດັ່ງກ່າວ ຍັງຕ້ອງການ ການຊ່ອຍເຫຼືອ ຫລາຍຢູ່:
“ຍັງຈະຕ້ອງອາສັຍ ເງິນບໍຣິຈາກ, ຈະຕ້ອງອາສັຍ ການຊ່ອຍເຫຼືອ ເພາະວ່າ ເຮົາຍັງທຳມາຫາກິນບໍ່ໄດ້, ເຮົາບໍ່ມີ ພາສປອດ, ເຮົາບໍ່ມີ ບັດປະຊາຊົນ, ເຮົາບໍ່ມີໃບເຂົ້າເມືອງ, ທຸກມື້ນີ້ ເຮົາຍັງຢູ່ໃນສະຖານະ ຜູ້ຫຼົບໜີເຂົ້າເມືອງຢູ່ເລີຍ ຈະຖືກຫຼິ້ນງານ ມື້ໃດ ກໍຍັງບໍ່ຮູ້, ເຮົາບໍ່ມີສະຖານະຫຍັງເລີຍ ແລະ ກໍບໍ່ມີຕົວຕົນເລີຍ.”
ເຖິງຢ່າງໃດກໍດີ, ກຸ່ມວົງໄຟເຢັນ ກຳລັງວາງແຜນ ຈະສະແດງຄອນເສີຣ໌ດທ໌ ຄັ້ງທຳອິດ ທີ່ ພລັສ ເດີ ລາ ຣິພັບບລິກ (Place de la Republique) ແລະ ທ່ານ ໄຕຣຣົງ ກ່າວຕໍ່ ນັກຂ່າວ ເອ ແອັຟ ພີ (AFP) ວ່າ ທາງວົງດົນຕຣີ ປາຖນາ ຈະສືບຕໍ່ ຜລິດດົນຕຣີ ເລົ່າເຣື່ອງ ຊີວິດ ຂອງພວກຂະເຈົ້າເອງ.