ພະມ້າ ເນຣະເທດຈີນ 23 ຄົນ
2019.07.01
ທາງການພະມ້າ ໄດ້ເນຣະເທດ ຄົນສັນຊາດຈີນ ອອກປະເທດ 23 ຄົນ ໃນນັ້ນ 10 ຄົນ ແມ່ນນັກລົງທຶນປູກກ້ວຍ ແບບຜິດກົດຫມາຍ ໃນພະມ້າ ທີ່ແຂວງກາຈີນ ຖືກສົ່ງຕົວກັບຈີນ ເມື່ອເດືອນຜ່ານມາ ຫລັງຈາກເຈົ້າຫນ້າທີ່ ປ່າໄມ້ ກວດພົບວ່າ ມີຄົນຕ່າງຊາດຊາວຈີນ ມາລັກປູກກ້ວຍ ໃນປ່າສງວນ ໂດຍຈ້າງຊາວບ້ານ ເປັນແຮງງານ. ເຈົ້າຫນ້າທີ່ກວດຄົນເຂົ້າເມືອງພະມ້າ ເວົ້າວ່າ:
“ຄົນຈີນ 10 ຄົນນີ້ຖືກສົ່ງໃຫ້ເຈົ້າຫນ້າທີ່ຈີນ ໃນດ່ານຄົນເຂົ້າເມືອງ ທີ່ເມືອງເວັງມໍ ໃນເດືອນພຶສພາ ວັນທີ 31 ຫລັງຈາກຖືກປັບໃຫມ ຄົນລະ 5 ແສນຈຽດ ຫລືປະມານ 328 ໂດລາ. ກຸ່ມດັ່ງກ່າວຖືກຂໍ້ຫາເຂົ້າມາ ປູກກ້ວຍໃນເນື້ອທີ່ ຕ້ອງຫ້າມ ແລະຢູ່ກາຍເວລາ ຄົນເຂົ້າເມືອງ."
ອີກຄົນນຶ່ງ ໃນຈຳນວນ 23 ຄົນນັ້ນ ຖືກສົ່ງກັບຈີນ ໃນມື້ວັນທີ 3 ເດືອນມິຖຸນາ ຍ້ອນຂີ່ຣົດໄປຕຳຄົນ. ຫົວຫນ້າດ່ານກວດຄົນເຂົ້າເມືອງ ທີ່ເມືອງເວັງມໍ ກ່າວຕໍ່ເອເຊັຽເສຣີ ພແນກພາສາພະມ້າ ວ່າອີກ 12 ຄົນ ຖືກຈັບທີ່ດ່ານ ຄົນເຂົ້າເມືອງ ທີ່ເມືອງເວັງມໍ ເຊັ່ນກັນໃນມື້ວັນທີ 6 ມິຖຸນາ ແລະ ກໍຖືກສົ່ງກັບຈີນ ໃນມື້ນັ້ນໂລດ ຍ້ອນບໍ່ມີຫນັງສືຄົບຖ້ວນ ທີ່ຈະເຂົ້າມາພະມ້າ.
ທ່ານວ່າ ຄົນຈີນ 10 ຄົນ ທີ່ເຂົ້າມາປູກກ້ວຍແບບປີດກົດຫມາຍ ໃນປ່າສງວນ ແຫ່ງຊາດ ທີ່ແຂວງກາຈີນ ນັ້ນຍັງຣະເມີດກົດຫມາຍ ຄົນເຂົ້າເມືອງນຳອີກ ທັງຫມົດຖືກສັ່ງກັບຈີນ ຫລັງຈາກ ປັບໃຫມ.
ການປູກກ້ວຍຖືກຫ້າມ ໃນລາວແລະໄທ ຍ້ອນວ່າ ສ້າງຄວາມເສັຽຫາຍ ຕໍ່ສະພາບແວດລ້ອມ ແລະຊີວິດການເປັນຢູ່ ຂອງປະຊາຊົນທ້ອງຖີ່ນ ເຮັດໃຫ້ຜູ້ລົງທຶນ ປູກກ້ວຍຊາວຈີນ ຫັນມາ ປູກກ້ວຍ ໃນພະມ້າ ຫລາຍຂຶ້ນເປັນຕົ້ນທີ່ ແຂວງກາຈີນ ວ່າງ 4-5 ປີມານີ້ ແລະກໍຂຍາຍເນື້ອທີ່ ໄປຫາເມືອງເວັງມໍ ຊຶ່ງເປັນພື້ນທີ່ອຸດົມສົມບູນ ຕາມແຄມແມ່ນ້ຳເອຣາວະດີ ໃກ້ກັບເມືອງຫລວງ ໄມໄກນາ ແຂວງກາຈີນ.
ອິງຕາມການຄົ້ນຄວ້າ ຈາກອົງການ NGO ທ້ອງຖິ່ນໃນພະມ້າ ທີ່ພີມເຜີຍແຜ່ ໃນຕົ້ນປີນີ້ຣະບຸວ່າ ໃນປັດຈຸບັນ ມີການປູກກ້ວຍຂອງຄົນຈີນ ໃນພະມ້າ ໃນພື້ນທີ່ທັງຫມົດກວ່າ 1 ແສນເຮັກຕາ ສ່ວນຫຼາຍຈະປູກຢູ່ ເມືອງ ໄມໄກນາແລະລາໂມ ແຂວງກາຈີນ.
ປະຊາຊົນທ້ອງຖິ່ນ ປະນາມການປູກກ້ວຍດັ່ງກ່າວມາຕຣອດ ຍ້ອນວ່າ ມັນສ້າງຄວາມເສັຽຫາຍ ໃຫ້ແກ່ສິ່ງແວດລ້ອມ ແມ່ນ້ຳລຳທານ ປ່າໄມ້ ເນື້ອທີ່ທາງກະເສດ ແລະຊີວິດການເປັນຢູ່ ຂອງປະຊາຊົນທ້ອງຖິ່ນ ຍ້ອນມົລພິດ ຈາກສານເຄມີ ທີ່ໃຊ້ໃນສວນກ້ວຍ.
ໃນຕົ້ນປີນີ້ ທ່ານ ກໍກໍວີນ ຣັຖມົນຕຣີ ກະຊວງກະສິກັມ ສັດລ້ຽງ ແລະຊົລປະທານ ພະມ້າ ປະກາດວ່າ ຣັຖບານພະມ້າ ຈະບໍ່ອະນຸຍາດໃຫ້ມີ ການປູກກ້ວຍ ໃນພະມ້າ ອີກຕໍ່ໄປ ແຕ່ກໍຍັງມີການລັກປູກ ຫລາຍຢູ່.
ທ່ານຍັງບອກອີກວ່າ ຈະໂອ້ລົມກັບແຂວງຕ່າງໆ ແລະຈະຕັ້ງຄນະກັມມະການພິເສດ ເພື່ອສືບສວນກ່ຽວກັບ ການປູກກ້ວຍແບບຜິດ ກົດຫມາຍ ໃນພະມ້າ ຍ້ອນມັນສົ່ງຜົລກະທົບ ຕໍ່ສີ່ງແວດລ້ອມ ແລະຊີວີດ ຂອງຊຸມຊົນ ເທົ່າເຖີງປັດຈຸບັນ ຍັງບໍ່ມີມາຕການໃດເລີຍ.
ການປູກກ້ວຍໃນພະມ້າ ຂອງຄົນຈີນ ກໍເປັນແບບດຽວກັບ ຢູ່ ສປປລາວ ທີ່ແຕກຕ່າງກໍແມ່ນວ່າ ຢູ່ພະມ້າປະຊາຊົນ ຕໍ່ຕ້ານການປູກກ້ວຍ ແລະ ຣັຖບານກໍປາບປາມ ນັກລົງທຶນ ຜູ້ທີ່ເຂົ້າມາປູກ ແບບຜິດ ກົດຫມາຍ ດ້ວຍການເນຣະເທດ ສົ່ງກັບປະເທດ ແລະປັບໃຫມ ແຕ່ຢູ່ ສປປລາວ ຍັງບໍ່ມີການປັບໃຫມ ແລະເນຣະເທດ ກັບຄືນປະເທດ ຍ້ອນການປູກກ້ວຍ ຈັກຄົນ ຮ້າຍໄປກວ່າ ນັ້ນ ບາງແຂວງ ຍັງອະນຸຍາດ ໃຫ້ຄົນຈີນ ເຂົ້າມາລົງທຶນ ປູກກ້ວຍອີກໃຫມ່ ຫລັງຈາກ ຖືກຫ້າມຈາກຣັຖບານ.
ຣັຖບານພະມ້າ ນອກຈາກເຂັ້ມງວດ ຕໍ່ນັກລົງທຶນຈີນ ເຂົ້າມາປູກກ້ວຍແລ້ວ ຍັງເຂັ້ມງວດ ຕໍ່ນັກລົງທຶນຣາຍອື່ນ ແລະ ຄົນຕ່າງຊາດທີ່ເຂົ້າມາ ພະມ້າ ແບບຜິດກົດຫມາຍ ນຳອີກ.
ພະມ້າມີປະຊາກອນ 54 ລ້ານ ປາຍຄົນ 80% ແມ່ນຖືສາສນາພຸດ ແລະສ່ວນໃຫຍ່ ອາສັຍຢູ່ໃນເຂດ ຊົນນະບົດ ມີຫລາຍຊົນເຜົ່າ ແລະ ຫລາຍພາສາ ຈື່ງມີຄວາມຂັດແຍ່ງ ທາງດ້ານການເມືອງຕລອດ.
ພະມ້າໃນອະດີດເຄີຍອາສັຍການຊ່ອຍເຫລືອ ຈາກຈີນມາຕລອດ ຍ້ອນຖືກຂ້ວາມບາດ ຈາກປະເທດຕາເວັນຕົກ ໃນສມັຍການປົກຄອງ ຂອງກຸ່ມຜເດັດການ ທະຫານດັ່ງນັ້ນນັກລົງທຶນຈີນ ຈຶ່ງເຂົ້າມາລົງທຶນ ໄດ້ຢ່າງງ່າຍດາຍ.
ປະເທດຕາເວັນຕົກ ທີ່ຮ່ວມດ້ວຍສະຫະຣັດ ໄດ້ປະນາມ ຣັຖບານຜະເດັດການທະຫານພະມ້າ ໃນອະດີດ ຍ້ອນປາບປາມ ກຸ່ມນັກສືກສາ ໂດຍສະເພາະ ໃນການປະທ້ວງໃນປີ 1988 ທີ່ເຮັດໃຫ້ນັກສືກສາ ຫລາຍຄົນ ເສັຽຊີວີດ ແລະ ໃນປັດຈຸບັນ ກໍກົດຂີ່ຂົ່ມເຫັງ ຊາວໂຣຮີນຢາ ທີ່ແຂວງຣາໄຄ່ ຈື່ງເຮັດໃຫ້ຫລາຍປະເທດ ໂຈະການຊ່ອຍເຫລືອແກ່ພະມ້າ.
ຈີນ ມີບົດບາດສຳຄັນ ໃນການພັທນາໂຄງການຕ່າງໆ ໃນພະມ້າ ນື່ງໃນນັ້ນກໍແມ່ນການສ້າງ ເຂື່ອນໄມຊອນ ທີ່ມີບັນຫາໃນປັດຈຸບັນ ຍ້ອນປະຊາຊົນ ບໍ່ຕ້ອງການແຕ່ຈີນ ກໍຍັງຈະສ້າງຢູ່.
ການປູກກ້ວຍແລະການກະເສດ ປະເພດຕ່າງໆໃນພະມ້າ ເປັນລາຍໄດ້ຂອງປະຊາຊົນ ຍ້ອນວ່າ 80% ຂອງປະຊາຊົນ ພະມ້າ ອາສັຍ ຢູ່ໃນເຂດຊົນນະບົດ ແຕ່ການປູກກ້ວຍດັ່ງກ່າວ ສ້າງຄວາມເສັຽຫາຍ ຕໍ່ ຊີວີດຊາວບ້ານ,
ດັ່ງນັ້ນ ຣັຖບານພະມ້າ ຈື່ງມີຂໍ້ຫ້າມໃນການຂຍາຍເນື້ອທີ່ ການປູກກ້ວຍ ແບບດຽວກັບ ສປປລາວ ທີ່ແຕກຕ່າງກໍແມ່ນວ່າ ທາງການພະມ້າ ເອົາຈິງເອົາຈັງ ໃນການປະຕິບັດ ຕໍ່ຂໍ້ຫ້າມດັ່ງກ່າວ.
ນັກວິຊາການພະມ້າ ທ່ານນຶ່ງເວົ້າວ່າ ການເນຣະເທດຄົນຈີນ ທີ່ມາລົງທຶນ ປູກກ້ວຍ ແບບຜິດກົດຫມາຍ ໃນພະມ້າເທື່ອນີ້ ແນ່ນອນວ່າ ສ້າງຄວາມບໍ່ພໍໃຈແກ່ຣັຖບານຈີນ ແຕ່ທາງການພະມ້າ ຕ້ອງໄດ້ປະຕິບັດ ຕໍ່ກົດຫມາຍ ແລະ ການປົກຄອງ ຂອງພະມ້າ ຢ່າງເຄັ່ງຄັດ ໂດຍສະເພາະ ກັບນັກລົງທືນ ຜູ້ທີ່ີ່ຣະເມີດກົດຫມາຍ ບໍ່ວ່າຈະມາຈາກ ປະເທດໃດ ກໍຕາມ ທ່ານວ່າ:+
“ພະມ້າ ເປັນປະເທດເອກຣາດ ມີອະທິປະຕັຍເຂດນ້ຳແດນດີນເປັນຂອງຕົນເອງ ຜູ້ທີ່ີີຣະເມີດກໍຈະຖືກປາບປາມ ແລະເນຣະເທດ”.
ພະມ້າຍັງອາສັຍການຊ່ອຍເຫລືອຈາກຈີນຫລາຍຢູ່ໃນປັດຈຸບັນ ເປັນຕົ້ນອາວຸດຍຸດໂທປະກອນແລະອື່ນໆ ແຕ່ບັນຫາພາຍໃນຂອງ ພະມ້າ ເປັນຫນ້າທີ່ຂອງຣັຖບານ ຕ້ອງປະຕິບັດ ທ່ານກ່າວໃນທີ່ສຸດ.