ແຊັມ ເຣນສີ ຢ້ຽມຢາມ ນະຄອນຫຼວງ ວໍຊິງຕັນ
2019.09.23
ທ່ານ ແຊັມເຣນສີ ຜູ້ນໍາຝ່າຍຄ້ານ ຂອງ ກັມພູຊາ ເດີນທາງມາທີ່ ນະຄອນຫລວງ Washington DC ສະຫະຣັຖ ອາເມຣິກາ ໃນມື້ວັນທີ 18 ກັນຍາ ນີ້ເພື່ອຂໍການປົກປ້ອງ ກ່ອນທີ່ທ່ານຈະກັບຄືນ ກັມພູຊາ, ຕາມແຜນ ຈາກການລີ້ພັຍຢູ່ນອກປະເທດ ຕາມແຜນຖ້າມກາງການ ຂົ່ມຂູ່ ຂອງນາຍົກຣັຖມົນຕຣີ ຮຸນ ແຊັນ.
ເປັນທີ່ຄາດກັນວ່າ ທ່ານ ແຊັມ ເຣນສີ ຈະໄດ້ພົບພໍ້ ກັບເຈົ້າໜ້າທີ່ ກະຊວງປ້ອງກັນປະເທດ ແລະກະຊວງການຕ່າງປະເທດ ສະຫະຣັຖ ອາເມຣິກາ, ພົບພໍ້ກັບບັນດາສະມາຊິກ ຣັຖສະພາ ສະຫະຣັຖ ເພື່ອຂໍຄວາມຊ່ອຍເຫລືອ ຂນະທີ່ ທ່ານຕຽມຕົວ ທີ່ຈະກັບຄືນ ກັມພູຊາ ພ້ອມກັບເຈົ້າໜ້າທີ່ຂັ້ນສູງ ຂອງພັກ ກອບກູຊາດ ກັມພູຊາ ຫລື CNRP ຂອງ ທ່ານອີກຫລາຍຄົນ ໃນມື້ວັນທີ 9 ພຶສຈິກາ ທີ່ຈະມາເຖິງນີ້ ຊຶ່ງເປັນວັນເອກຣາດ ຂອງ ກັມພູຊາ ຄົບຮອບ 66 ປີ.
ທ່ານ Pon Saory ເລຂາທິການພັກ CNRP ຢູ່ຕ່າງປະເທດ ກ່າວຕໍ່ RFA ຜແນກພາສາຂເມນ ໂດຍບໍ່ໃຫ້ຣາຍລະອຽດ ກ່ຽວກັບຄໍາຂໍ ນັ້ນວ່າ ພວກທ່ານຢາກໃຫ້ ສະຫະຣັຖອາເມຣິກາ ປົກປ້ອງ ທ່ານ ແຊັມ ເຣັນສີ, ແລະ ທາງພັກຂອງທ່ານ ຈະຮຽກຮ້ອງໃຫ້ ສະພາສູງ ສະຫະຣັຖ ຕັ້ງຄນະກັມການ ສັງເກດການ ການກັບຄືນຂອງ ຜູ້ວ່າການຜູ້ນໍາພັກ ນໍາດ້ວຍ, ທ່ານ ກ່າວ:
"ສິ່ງທີ່ພວກເຮົາກໍາລັງເຮັດຢູ່ນີ້ ກໍເພື່ອປະຊາທິປະຕັຍ, ສິດທິມະນຸດ ແລະການປ່ຽນແປງໄປໃນທາງທີ່ດີ ໃນກັມພູຊາ."
ການຢ້ຽມຢາມນະຄອນຫລວງ Washington DC ເປັນສ່ວນນຶ່ງຂອງການເດີນທາງ ໄປ ສະຫະຣັຖ ອາເມຣິກາ ແລະ ການາດາເປັນເວລາ 10 ມື້ ຂອງ ທ່ານ ແຊັມ ເຣັນສີ ຊຶ່ງທ່ານຈະໄດ້ຮຽກຮ້ອງ ການສນັບສນູນ ກ່ອນໜ້າຈະກ້າວສູ່ ອັນທີ່ພັກ CNRP ເວົ້າວ່າຈະຟື້ນຟູ ປະຊາ -ທິປະຕັຍ ໃນກັມພູຊາ ຊຶ່ງປັດຈຸບັນ ມີການປົກຄອງແບບຜະເດັດການ ໜັກຂຶ້ນຢູ່ນີ້.
ສານສູງສຸດຂອງກັມພູຊາ ຖືພັກ ກອບກູ້ຊາດກໍາພູຊາ ເປັນທີ່ຜິດກົດໝາຍ ຫລືຕ້ອງຫ້າມເມື່ອເດືອນ ພຶສຈິກາ 2017 ຍ້ອນຖືກກ່າວຫາວ່າ ວາງແຜນໂຄ່ນລົ້ມຣະບອບ ຂອງ ທ່ານ ຮຸນ ແຊັນ, ຫລັງຈາກຕໍາຣວດ ຈັບທ່ານ Kem Sokha ປະທານພັກ CNRP 2 ເດືອນ ແລະ ກ່າວຫາທ່ານວ່າ ວາງແຜນ ເຮັດຣັຖປະຫານ. ຜູ້ນໍາພັກຝ່າຍຄ້ານ ຈະປະເຊີນກັບການຖືກ ຈໍາຄຸກຮອດ 30 ປີ ຖ້າທ່ານຖືກຕັດສິນວ່າ ເປັນກະບົດ, ແຕ່ຍັງບໍ່ມີກໍານົດ ວັນຂຶ້ນສານເທື່ອ.
ນາຍົກ ຮຸນແຊັນ ປາບປາມ ຝ່າຍຄ້ານ ທາງການເມືອງ ມີຂຶ້ນພ້ອມໆກັບການປາບປາມ ອົງການທີ່ບໍ່ຂຶ້ນກັບຣັຖບານ NGOs ແລະ ສື່ມວນຊົນເອກຣາດ ເປັນການປູທາງເພື່ອໃຫ້ພັກ ປະຊາຊົນ ກັມພູຊາ ຫລື CPP ຂອງນາຍົກຮຸນແຊັນ ຊນະການເລືອກຕັ້ງ ທົ່ວໄປ ເມື່ອເດືອນ ກໍຣະກະດາ 2018 ທີ່ໄດ້ທັງໝົດ 125 ທີ່ນັ່ງໃນສະພາຜູ້ແທນ.
ພາຍຫລັງການເລືອກຕັ້ງ ຜູ້ນໍາກັມພູຊາ ຖືກຕິຕຽນຈາກບັນດາ ຣັຖບານປະເທດ ຕາເວັນຕົກ. ສະຫະຣັຖອາເມຣິກາ ບໍ່ອອກວີຊາໃຫ້ເຈົ້າໜ້າທີ່ ຣັຖບານ ກັມພູຊາ ທີ່ຈໍາກັດ ປະຊາທິປະຕັຍ ຢູ່ ກໍາພູຊາ ແລະ ສະຫະພາບຢູໂຣບ ກໍເລີ່ມໄລຍະສັງເກດການ 6 ເດືອນ ຊຶ່ງສິ້ນສຸດລົງເມື່ອ ເດືອນ ທີ່ແລ້ວເພື່ອກໍານົດວ່າ ກັມພູຊາ ສົມຄວນ ຈະໄດ້ຮັບສິດທິພິເສດ ບໍ່ໄດ້ເສັຽພາສີ ສິນຄ້າ ໃນຕລາດຢູໂຣບ ຍົກເວັ້ນອາວຸດ ຫລື EBA ນັ້ນຢູ່ຕໍ່ໄປ ຫລືບໍ່.
ເມື່ອວັນພຸດຜ່ານມານີ້ ໂຄສົກຣັຖບານ ກັມພູຊາ Phay Siphan ບໍ່ໄດ້ໃຫ້ຄວາມສໍາຄັນ ຕໍ່ຄໍາຂໍການປົກປ້ອງ ຈາກ ສະຫະຣັຖ ອາເມຣິກາ ຂອງພັກຝ່າຍຄ້ານ. ທ່ານເວົ້າວ່າ ສະຫະຣັຖ ອາເມຣິກາ ບໍ່ມີອິດທິພົນ ຕໍ່ ກັມພູຊາ ແລະ ບໍ່ສາມາດສັ່ງໃຫ້ ພວກທ່ານ ເຮັດສິ່ງໃດໆໄດ້ ແລະວ່າ ທ່ານ ແຊັມ ເຣັນສີ ຈະປະເຊີນກັບການ ປະຕິບັດກົດໝາຍ ເມື່ອທ່ານມາເຖິງ ກັມພູຊາ.
ກ່ຽວກັບບັນຫາທີ່ວ່ານັ້ນ ນັກວິເຄາະ Kim Sok ເຫັນວ່າພັກກອບກູ້ຊາດກໍາພູຊາ ຕ້ອງໃຫ້ແນ່ໃຈວ່າ ສະຫະຣັຖອາເມຣິກາ ໃຫ້ຄວາມສໍາຄັນ ໃນວິກິດການ ທາງການເມືອງ ຢູ່ ກັມພູຊາ, ແລະແນ່ນອນວ່າ ທ່ານ ແຊັມ ເຣັນສີ ແນ່ນອນ ຈະພຍາຍາມໃຫ້ ເຈົ້າໜ້າທີ່ ສະຫະຣັຖ ອາເມຣິກາ ຕິດຕາມທ່ານໄປ ກໍາພູຊາ. ຖ້າຫາກທ່ານເຮັດໄດ້ ກໍປາກົດວ່າ ສະຫະຣັຖ ອາເມຣິກາ ຈະສັງເກດການ ສະພາບການ ແລະ ຫາທາງແກ້ໄຂທາງການເມືອງ ໃຫ້.
ເວົ້າສະເພາະປະເທດເພື່ອນບ້ານ ທ່ານ Eng Chhai Eang ຮອງປະທານພັກ CNRP ກ່າວຕໍ່ RFA ໃນມື້ດຽວກັນ ນັ້ນວ່າ ທ່ານ ແຊັມ ເຣັນສີ ຈະບໍ່ຂ້າມຊາຍແດນ ເຂົ້າກັມພູຊາ ຜ່ານລາວ ຫລື ວຽດນາມ.
ທ່ານ ຮຸນແຊັນ ຄັດຄ້ານຄວາມພຍາຍາມ ຂອງທ່ານ ແຊັມ ເຣັນສີ ແລະ ເຈົ້າໜ້າທີ່ຂັ້ນສູງຄົນອື່ນໆ ຂອງພັກ CNRP ທີ່ຮຽກຮ້ອງຂໍການ ສນັບສນູນ ຈາກປະຊາຄົມສາກົນ ດ້ວຍການຫາທາງ ຂໍການຮ່ວມມື ກັບປະເທດເພື່ອນບ້ານ ເພື່ອຮັບປະກັນວ່າ ການກັບເຂົ້າມາ ກໍາພູຊາ ຂອງພວກຝ່າຍຄ້ານ ຖືກສະກັດກັ້ນ. ເວົ້າສະເພາະ ສປປລາວ ກໍມີຣາຍງານວ່າ ໄດ້ຕົກລົງທີ່ຈະດໍາເນີມາຕການ ເຂັ້ມງວດ ຕໍ່ເຈົ້າໜ້າທີ່ ຝ່າຍຄ້ານ ຂອງ ກັມພູຊາທຸກຄົນ ທີ່ພຍາຍາມ ຈະເຂົ້າກັມພູຊາ ຜ່ານດິນແດນ ປະເທດຕົນ.
ຢ່າງໃດກໍຕາມ ທ່ານ Eng Chhai Eang ກໍເວົ້າວ່າ ຫລາຍປະເທດອາຊຽນ ອື່ນໆ ຈະບໍ່ສົນໃຈຄໍາຮຽກຮ້ອງ ຂອງນາຍົກ ຮຸນແຊັນ.
ຄໍາເຫັນຂອງທ່ານມີຂຶ້ນ 1 ວັນ ຫລັງຈາກບັນດາສະມາສິກ ຣັຖສະພາ ອາຊຽນ ເພື່ອສິດທິມະນຸດ APHR ອອກຖແລງການ ຊຶ່ງໃນນັ້ນ ທ່ານ Kasit Pirom ສະມາຊິກ APHR, ອາດີດສະມາຊິກ ສະພາຜູ້ແທນໄທ ໄດ້ຮຽກຮ້ອງໃຫ້ບັນດາ ປະເທດເພື່ອນບ້ານ ຂອງກັມພູຊາ ໃຫ້ການສນັບສນູນ ທຸກຄວາມພຍາຍາມ ທີ່ຈະເຮັດໃຫ້ມີການເຈຣະຈາ ທາງການເມືອງ ໃນ ກັມພູຊາ ແລະຮຽກຮ້ອງບໍ່ໃຫ້ຍອມ ຕໍ່ຂໍ້ເລັ່ງ ທວງຕ່າງໆ ຂອງຜະເດັດການ ທີ່ອັນຕຣາຍ ຫລາຍຂຶ້ນຢູ່ນີ້.
ແລະໃນມື້ດຽວກັນ ທ່ານ Sok Ey San ໂຄສົກພັກປະຊາຊົນ ກໍາພູຊາ ທີ່ກໍາອໍານາດ ກໍກ່າວຕໍ່ RFA ວ່າ ທ່ານ ແຊັມ ເຣັນສີ ໄດ້ຕົວະ ປະຊາຊົນ ເຣື່ອງທີ່ທ່ານ ຈະກັບຄືນກັມພູຊາ ແລະທັງເຕືອນວ່າ ທາງການ ຄອຍຖ້າທີ່ຈະຈັບທ່ານ ຫາກທ່ານກັບມາ
"ບໍ່ວ່າທ່ານວາງແຜນແນວໃດ ເພື່ອເຂົ້າມາກັມພູຊາ, ທາງການກໍຈະຈັບທັນທີ ທີ່ ທ່ານ ກ້າວຕີນເຂົ້າມາ ກັມພູຊາ ໃນເມື່ອມີການອອກ ໃບໝາຍຈັບ ທ່ານແລ້ວ."
ຂ່າວ RFA ຜແນກພາສາຂເມນ ຣາຍງານຕື່ມວ່າ ຣັຖບານກັມພູຊາ ໄດ້ຫາທາງບໍ່ໃຫ້ຄວາມສໍາຄັນ ເຣື່ອງທີ່ ທ່ານ ແຊັມ ເຣັນສີ ຈະກັບມາ ແລະທັງຂູ່ທີ່ ຈະຈັບທ່ານ ແລະຄົນງານກໍາພູຊາ ທີ່ຍ້າຍຖິ່ນອີກ 2 ລ້ານຄົນຈາກກັມພູຊາ ທີ່ເຮັດວຽກດ້ວຍເຮື່ອແຮງ ຢູ່ໄທ ເກົາຫລີໃຕ້ ຍີ່ປຸ່ນ ແລະຢູ່ປະເທດອື່ນໆ ທີ່ໄດ້ໃຫ້ຄໍາໝັ້ນວ່າ ຈະຮ່ວມເດີນທາງ ກັບບ້ານພ້ອມກັບທ່ານນັ້ນ, ພ້ອມດຽວກັນ ພັກກໍາອໍານາດ ກໍຖືກຖືກັນ ຢ່າງ ກວ້າງຂວາງ ວ່າແນະນໍາໃຫ້ສານ ກັມພູຊາ ສນັບສນູນ ສົ່ງ ທ່ານ ແຊັມ ເຣັນສີ ເຂົ້າຄຸກ ທັນທີ ທີ່ທ່ານມາຮອດ.
ເມື່ອວັນອັງຄານ ສານ ເທສບານພະນົມເປັນ ໄດ້ອອກໝາຍຈັບ ຜູ້ວ່າການ ຫົວໜ້າພັກຝ່າຍຄ້ານ ແຊັມ ເຣັນສີ ອີກເທື່ອໃໝ່ ໃນຂໍ້ຫາ ລົບລູ່ກະສັດ ພາຍຫລັງທີ່ທ່ານ ໃຫ້ສັມພາດ RFA ຊຶ່ງໃນນັ້ນທ່ານໄດ້ເອີ້ນ ກະສັດໂນໂຣດົມສີຫາໂມນີ ວ່າເປັນຕຸກກະຕາ ຂອງນາຍົກ ຮຸນແຊັນ.
ໝາຍຈັບເທື່ອໃໝ່ ຊຶ່ງຈະຄວບຄຸມຕົວ ທ່ານ ແຊັມ ເຣັນສີ ນັ້ນມີຂຶ້ນພາຍຫລັງ ທີ່ສານ ໄດ້ປະກາດຄໍາຕັດສິນ ເມື່ອເດືອນມີນາຜ່ານມາ ເພື່ອຈັບທ່ານ ແຊັມ ເຣັນສີ ແລະເຈົ້າໜ້າທີ່ຂັ້ນສູງ ຂອງພັກ ກອບກູ້ຊາດ ກໍາພູຊາ ອີກ 7 ຄົນ ທີ່ອາສັຍຢູ່ຕ່າງປະເທດ ໃນຂໍ້ຫາທີ່ເອີ້ນ ກັນວ່າ ກະບົດ ແລະ ຍຸຍົງໃຫ້ກະທໍາຄວາມຜິດ ກໍ່ເຫດຮຸນແຮງ.
ເມື່ອເດືອ ພຶສພາຜ່ານມາ ສານເທສບານພະນົມເປັນ ໄດ້ຕັດສິນລັບຫລັງທ່ານ ແຊັມ ເຣັນສີ ໃຫ້ຈໍາຄຸກ 8 ປີ ຖານເຮັດໃຫ້ກໍາລັງປະກອບ ອາວຸດ ຂາດຄວາມເຊື່ອໝັ້ນ ໃນຕົນເອງ ແລະລົບລູ່ກະສັດ ພາຍຫລັງທີ່ທ່ານ ອອກຖແລງການ ເຊີນຊວນໃຫ້ ກໍາລັງທະຫານ ລະເລີຍ ການຈັບ ທ່ານ ເມື່ອທ່ານກັບມາເຖິງ ກັມພູຊາ ແລະເອີ້ນຈົດໝາຍ ການເລືອກຕັ້ງ ທີ່ກະສັດ ສີຫາໂມນີ ຂຽນນັ້ນວ່າ ເປັນຈົດໝາຍປອມ ທີ່ຂຽນຂຶ້ນພາຍໃຕ້ການກົດດັນ.
ຄວາມຜິດ ທີ່ທາງການກໍາພູຊາ ກ່າວຫາໃນບັນຊີ ໂທດຂອງຜູ້ນໍາຝ່າຍຄ້ານ ທີ່ຍັງບໍ່ທັນໄດ້ ປະຕິບັດນັ້ນ ມີຮວມທັງໂທດ ຈໍາຄຸກ 5 ປີ ໃນຂໍ້ຫາເຮັດ ເອກສານປອມ ກ່ຽວກັບ ຊາຍແດນກັມພູຊາ-ວຽດນາມ ໃນປີ 2016, ແລະ ຈໍາຄຸກ 20 ປີໃນຂໍ້ຫາໃສ່ຮ້າຍ ປ້າຍສີ ທີ່ ກ່າວຫານາຍົກ ຮຸນແຊັນວ່າ ເປັນຜູ້ຮັບຜິດຊອບເຫດການຄາຕກັມ ນັກວິເຄາະການເມືອງ Kem Ley ຂອງກໍາພູຊາ.