ແຊັມ ເຣັນສີ ພົບພໍ້ ຜູ້ແທນມາເລເຊັຽ
2019.11.16

ທ່ານ ແຊັມ ເຣັນສີ ວ່າການປະທານ ພັກຝ່າຍຄ້ານ ພັກກອບກູ້ຊາດກັມພູຊາ ທີ່ໄດ້ເອົາຕົວຫຼົບໜີ ໄປລີ້ພັຍຢູ່ປະເທດຝຣັ່ງເສດ ທີ່ຕ້ອງການຂຶ້ນເຮືອບິນໄທ ໄປບາງກອກ ເພື່ອກັບຄືນກັມພູຊາ, ແຕ່ບໍ່ສໍາເຣັຈ ແລະ ໄດ້ບິນໄປ ນະຄອນຫຼວງກົວລາລໍາເປີ ປະເທດມາເລເຊັຽ ແທນ, ໃນມື້ວັນອາທິດຜ່ານມາ ເພື່ອພົບພໍ້ກັບເຈົ້າໜ້າທີ່ພັກ ຂອງພວກທ່ານ ແລະ ຜູ້ສນັບສນູນທ່ານ ເພື່່ອວາງບາດກ້າວເດີນຕໍ່ໄປນັ້ນ ເວົ້າວ່າ ບັນດາຜູ້ແທນສະພາ ຂອງມາເລເຊັຽ ໄດ້ສະແດງອອກເຖິງການສນັບສນູນ ປະຊາທິປະໄຕ ໃນກັມພູຊາ.
ໃນມື້ວັນທີ 9 ພຶສຈິກາ ທ່ານ ແຊັມ ເຣັນສີ ບໍ່ສາມາດຜ່ານໄທ ເຂົ້າປະເທດຂອງທ່ານ ຕາມແຜນເດີມ ຍ້ອນຣັຖບານໄທ ບໍ່ອະນຸຍາດໃຫ້ ໂດຍໄດ້ອ້າງເຖິງຫຼັກການ ບໍ່ເຂົ້າຫຍຸ້ງກ່ຽວ ກິຈການພາຍໃນ ຂອງປະເທດສະມາຊິກ ອ່າຊ້ຽນອື່ນໆ, ອີງຕາມຣາຍງານຂ່າວ RFA ຜແນກພາສາຂເມນ.
ທີ່ມາເລເຊັຽ, ໃນມື້ວັນຈັນຜ່ານມານີ້ ທ່ານ ແຊັມ ເຣັນສີ ໄດ້ພົບພໍ້ກັບທ່ານ Saifuddin Abdullah ຣັຖມົນຕຣີກະຊວງການຕ່າງປະເທດ ມາເລເຊັຽ ຊຶ່ງທ່ານກ່າວຕໍ່ RFA ວ່າ ການສົນທະນາກັນ ເປັນໄປ ແບບເພື່ອນມິຕ ມີໝາກມີຜົລ. ທັງຣັຖມົນຕຣີການຕ່າງປະເທດ ແລະ ສະມາຊິກສະພາຜູ້ແທນຣາສດອນ ຂອງມາເລເຊັຽ ຕ່າງກໍສະແດງອອກເຖິງ ການນັບຖື ແລະ ສນັບສນູນ ຄວມພະຍາຍາມຂອງທ່ານ ໃນການຟື້ນຟູ ປະຊາທິປະຕັຍໃນກັມພູຊາ. ທ່ານ ກ່າວວ່າ ມາເລເຊັຽ ອະນຸຍາດໃຫ້ຜູ້ນໍາພັກ ກອບກູ້ຊາດກັມພູຊາ ຄືພວກທ່ານນີ້ ເຂົ້າປະເທດຂອງພວກເພິ່ນ ໂດຍຮັບປະກັນ ຄວາມປອດພັຍ ແລະ ອິດສະຣະພາບ, ນີ້ຄືຄວາມມີໄຊ ອັນໃຫຍ່ຫຼວງ ສໍາລັບພັກກອບກູ້ຊາດກັມພູຊາ ແລະ ປະຊາຊົນຂເມນທັງມວນ ທີ່ສແວງຫາປະຊາທິປະຕັຍ. ນັ້ນ, ກໍໝາຍຄວາມວ່າ ມາເລເຊັຽ ຮັບຮູ້ວ່າ ພັກກອບກູ້ຊາດກັມພູຊາ ຈະນໍາພາ ເຮັດໃຫ້ປະຊາທິປະຕັຍ ມີຂຶ້ນຢູ່ກັມພູຊາ. ພາຍຫຼັງພົບພໍ້ກັບບັນດາຜູ້ແທນສະພາ ຢູ່ກຣຸງກົວລາລໍາເປີ ທ່ານ ແຊັມ ເຣັນສີ ກໍກ່າວຕອນນຶ່ງວ່າ:
ສຽງ1...
ທ່ານ ເວົ້າວ່າ “ພວກເຮົາຖືກບັນດາສະມາ ຊິກສະ ພາຜູ້ແທນ ຕ້ອນຮັບຢູ່ຕຶກສະພານັ້ນ ມີຄວາມໝາຍຫຼາຍ ທີ່ສະມາຊິກສະພາຜູ້ແທນຣາສດອນມາເລເຊັຽ ຈາກພັກການເມືອງຕ່າງໆ ສະແດງອອກເຖິງການ ສນັບສນູນປະຊາທິປະຕັຍ ໃນກັມພູຊາ. ນີ້ເປັນຂໍ້ຄວາມເຖິງປະຊາຊົນກັມພູຊາ ແລະ ປະຊາຊົນກັມພູຊາ ຈະຕ້ອງດີໃຈຫຼາຍໃນມື້ນີ້ ແລະ ຈະຕ້ອງຮູ້ບຸນຄຸນປະຊາຊົນ ແລະ ສະມາຊິກສະພາມາເລເຊັຽ”, ທ່ານກ່າວ.
ແລະ ຕາມຄວາມເວົ້າຂອງທ່ານຕໍ່ RFA ແລ້ວແມ່ນວ່າ ການເດີນທາງໄປມາເລເຊັຽ ເປັນພຽງການເຣີ່ມຕົ້ນ ຂອງການກັບຄືນກັມພູຊາຂອງທ່ານ ແລະ ທ່ານກໍຫວັງວ່າ ຈະມີຄວາມຄືບໜ້າຕໍ່ໄປ ໃນແຜນຂອງທ່ານ ພາຍໃນທ້າຍປີນີ້.
ການພົບພໍ້ຣະຫວ່າງ ທ່ານ ແຊັມ ເຣັນສີ ແລະ ທ່ານ Saifuddin ຣັຖມົນຕຣີກະຊວງການຕ່າງປະເທດມາເລເຊັຽ ມີຂຶ້ນ ຂະນະທີ່ສະມາຊິກສະພາຜູ້ແທນຂອງມາເລເຊັຽ Nurul Izzah Anwar ຜູ້ເປັນລູກສາວ ຂອງຜູ້ນໍາພັກຄວາມຍຸຕິທັມ, ເຊິ່ງເປັນພັກຝ່າຍຄ້ານຂອງມາເລເຊັຽ ຢືນຢັນວ່ານາງ ໄດ້ເຊີນຫົວໜ້າພັກ ກອບກູ້ຊາດກັມພູຊາ ພັກຝ່າຍຄ້ານຣັຖບານກັມພູຊາ ໄປທີ່ສະພາຂອງມາເລເຊັຽ ໃນມື້ວັນອັງຄານ.
ຂ່າວ RFA ຣາຍງານຕື່ມວ່າທ່ານ ແຊັມ ເຣັນສີ ບໍ່ຍອມເວົ້າເຖິງວາຣະການພົບພໍ້ ກັບບັນດາຜູ້ແທນສະພາມາເລເຊັຽ ໃດໆ, ແຕ່ທ່ານກໍເວົ້າວ່າ ເປັນການເຊີນພົບພໍ້ ທີ່ມີຄວາມໝາຍສໍາຄັນ ແລະ ກໍບົ່ງບອກ ວ່າ ບັນດາຜູ້ຕາງໜ້າ ປະຊາຊົນມາເລເຊັຽ ໃຫ້ຄວາມສໍາຄັນຕໍ່ບັນດາຫົວໜ້າພັກກອບກູ້ຊາດກັມພູຊາ.
ເວົ້າເຖິງການເດີນທາງມາມາເລເຊັຽ ທ່ານ ແຊັມ ເຣັນສີ ກ່າວຕອບຄໍາຖາມນັກຂ່າວວ່າ ເປັນໄປດ້ວຍດີ.
ສຽງ2...very smoothly. I am very greatful to the authorities…
ທ່ານກ່າວວ່າ: “ຂ້າພະເຈົ້າ ຮູ້ສຶກເປັນບຸນເປັນຄຸນຫຼາຍ ຕໍ່ທາງການມາເລເຊັຽ ຕ້ອນຮັບຂ້າພະເຈົ້າ. ພວກຂ້າພະເຈົ້າເດີນຖືກທາງ. ປະຊາທິປະຕັຍຈະມີໄຊ. ປະຊາທິປະຕັຍມີໄຊຢູ່ມາເລເຊັຽ. ປະຊາທິປະຕັຍ ຈະມີໄຊຢູ່ກັມພູຊາ. ພວກຂ້າພະເຈົ້າ ຈະເອົາມາເລເຊັຽ ເປັນຕົວແບບຂອງການເສີມສ້າງປະຊາທິປະຕັຍ ຕາມແບບສັນຕິວິທີ.”
ນອກຈາກປາບປາມ ຜູ້ສນັບສນູນພັກຝ່າຍຄ້ານ ພັກກອບກູ້ຊາດກັມພູຊາ ຢູ່ພາຍໃນປະເທດແລ້ວ, ຣັຖບານທ່ານ ຮຸນແຊນ ຍັງໄດ້ສັ່ງໃຫ້ກອງກໍາລັງປະກອບອາວຸດ ປາບປາມການຊຸມນຸມຂອງຝ່າຍຄ້ານ ທີ່ກ່ຽວຂ້ອງກັບການກັບຄືນ ບ້ານ ໃນການສະກັດກັ້ນ ບໍ່ໃຫ້ທ່ານ ແຊັມ ເຣັນສີ ໄດ້ກັບຄືນມາກັມພູຊາ ແລະ ໄດ້ອອກໝາຍຈັບທ່ານ ເພື່ອບໍ່ໃຫ້ທ່ານໄດ້ກັບຄືນປະເທດ.
ນາຍົກຣັຖມົນຕຣີ Mahathir Mohamad ກໍໄດ້ກ່າວຕໍ່ນັກຂ່າວ ໂດຍອ້າງເຖິງຫຼັກການ ບໍ່ເຂົ້າຫຍຸ້ງກ່ຽວ ຂອງອ່າຊ້ຽນ.
ສຽງ3..... Our principle in ASEAN….
ຫຼັກການຂອງພວກເຮົາ ຄືພວກເຮົາບໍ່ເຂົ້າຫຍຸ້ງກ່ຽວ ໃນກິຈການພາຍໃນຂອງປະເທດອື່ນ. ພວກເຮົາບໍ່ຕ້ອງການໃຫ້ພວກເຂົາ ໃຊ້ມາເລເຊັຽເປັນຖານ ເພື່ອການຕໍ່ສູ້ຢູ່ປະເທດອື່ນ.
ທ່ານ ແຊັມ ເຣັນສີ, ໄດ້ເອົາຕົວຫຼົບໜີ ອອກຈາກກັມພູຊາ ໄປລີ້ພັຍຢູ່ຕ່າງປະເທດ ໃນທ້າຍປີ 2015 ຍ້ອນຣັຖບານຂອງທ່ານ ຮຸນແຊນ ຕັ້ງຂໍ້ຫາ ແລະ ກ່າວໂທດທ່ານ, ເຊິ່ງທ່ານເວົ້າວ່າ ການກ່າວຫາ ຂອງທ່ານ ຮຸນແຊນ ມີເປົ້າໝາຍທາງການເມືອງ. ແລະມາໃນເດືອນກັນຍາ ປີ 2017, ທາງການກັມພູຊາ ກໍຈັບທ່ານ Kem Sokha ຫົວໜ້າພັກກອບກູ້ຊາດກັມພູຊາ ໃນຂໍ້ຫາກະບົດ. ແລະ 2 ເດືອນຕໍ່ມາ ກໍຍຸບພັກຝ່າຍຄ້ານດັ່ງກ່າວ ໃນຂໍ້ຫາວາງແຜນໂຄ່ນລົ້ມຣັຖບານ. ເຖິງແມ່ນປະຈຸບັນ ທ່ານ Kem Sokha ວັຍ 66 ປີ ຖືກຜ່ອນຜັນຈາກການຖືກກັກຂັງ ບໍຣິເວນຢູ່ພາຍໃນບ້ານ ທີ່ກຣຸງພະນົມເປັນ, ແຕ່ທ່ານກໍຍັງຖືກຫ້າມບໍ່ໃຫ້ເຄື່ອນໄຫວທາງການເມືອງ, ບໍ່ໃຫ້ເດີນທາງອອກນອກປະ ເທດ ແລະ ທັງໃຫ້ທ່ານໄປຣາຍງານຕົວ ຕໍ່ທາງການ ເມື່ອໃດຖືກຮຽກຕົວ, ເຊິ່ງທ່ານ ແຊັມ ເຣັນສີ ເວົ້າວ່າ ນັ້ນ ເປັນການຜ່ອນຜັນ ເພື່ອໃຫ້ສາກົລຫຼົງເຊື່ອວ່າ ທ່ານ Kem Sokha ຖືກປ່ອຍຕົວແລ້ວ. ທ່ານ ແຊັມ ເຣັນສີ ກ່າວແບບຕັ້ງເປັນຄໍາຖາມວ່າ ມີຫຍັງແດ່ທີ່ນາຍົກ ຮຸນແຊນ ສາມາດເຮັດໄດ້ໂດຍບໍ່ເອົາການເມືອງ ມາກ່ຽວຂ້ອງ.
ບັນຫາຂອງກັມພູຊາ ບໍ່ສາມາດແກ້ໄຂໄດ້ ເວັ້ນເສັຽແຕ່ວ່າ ເສຣີພາບ ແລະ ສິທທິ ຂອງຊາວກັມພູຊາ ທັງມວນ ໄດ້ຮັບການຮັບປະກັນ ໝາຍຄວາມວ່າ ມີປະຊາທິປະໄຕທີ່ແທ້ຈິງ, ຮວມທັງຮັບປະກັນເສຣີພາບ ໃນການປາກເວົ້າ ຂີດຂຽນ, ການຊຸມນຸມ, ໃນດ້ານຂ່າວສານ.
ຣັຖບານກັມພູຊາ ປະເຊີນກັບການກົດດັນ ຈາກສາກົນ ພາຍຫຼັງການປາບປາມຝ່າຍຄ້ານ, ເຊິ່ງທາງສະຫະພາບຢູໂຣປ ກໍຢູ່ຣະຫວ່າງ ການພິຈາຣະນາ ເອົາກັມພູຊາອອກຈາກການເປັນປະເທດ ປອດພາສີ ໃນການນໍາສິນຄ້າເຂົ້າມາຕລາດ ຢູໂຣປ ທີ່ກັມພູຊາໄດ້ຮັບຜົລປໂຍດຫຼາຍ, ໂດຍໄດ້ສົ່ງສິນຄ້າອອກໄປສະຫະພາບຢູໂຣປ ມູລຄ່າເຖິງ 5 ພັນ 800 ລ້ານໂດລາສະຫະຣັຖ ໃນປີ 2018, ເຊິ່ງທ່ານ ແຊັມ ເຣັນສີ ໄດ້ກ່າວຕໍ່ RFA ຈາກກຣຸງກົວລາລໍາເປີ ພາຍຫຼັງໄດ້ພົບພໍ້ກັບສະມາຊິກສະພາຜູ້ແທນ ຂອງມາເລເຊັຽປະມານ 20 ທ່ານນັ້ນວ່າ ກັມພູຊາ ຈະບໍ່ໄດ້ສິທທິພິເສດນັ້ນຕໍ່ໄປ, ເວັ້ນເສັຽແຕ່ວ່າ ນາຍົກ ຮຸນແຊນ ຈະປັບປຸງ ເຣື້ອງສິທທິມະນຸດ, ສິທທິຄົນງານ ໃຫ້ເປັນໄປຕາມ ຂໍ້ເລັ່ງທວງ ຂອງສະຫະພາບຢູໂຣປ ເທົ່ານັ້ນ. ໃນຈໍານວນເງື່ອນໄຂທີ່ສະຫະພາບຢູໂຣປ ຮຽກຮ້ອງໃຫ້ກັມພູຊາປະຕິບັດ ກໍມີຮວມທັງໃຫ້ຍົກເລີກ ທຸກຂໍ້ກ່າວຫາຕໍ່ ທ່ານ Kem Sokha, ຜູ້ນໍາພັກຝ່າຍຄ້ານ ພັກກອບກູ້ຊາດ ທີ່ວ່າເປັນກະບົດນັ້ນ ນໍາດ້ວຍ.
ກ່ຽວກັບການຜ່ອນຜັນຂໍ້ຈໍາກັດ ຕໍ່ທ່ານ Kem Sokha ຈາກການກັກຂັງບໍຣິເວນ, ທ່ານ ແຊັມ ແຣນສີ ເວົ້າວ່າ ນັ້ນບໍ່ພຽງພໍ ຍ້ອນວ່າ ທ່ານຍັງຖືກຫ້າມບໍ່ໃຫ້ເຄື່ອນໄຫວທາງການເມືອງ ແລະ ຍັງປະເຊີນ ກັບຂໍ້ກ່າວຫາ ທີ່ສາມາດເຮັດໃຫ້ທ່ານຖືກຈໍາຄຸກເຖິງ 30 ປີ ຖ້າຫາກທ່ານ ຖືກທາງການກັມພູຊາ ຕັດສິນວ່າ ມີຄວາມຜິດ. ແລະວ່າການຍົກເລີກທຸກຂໍ້ກ່າວຫາ ຕໍ່ທ່ານ Kem Sokha ແລະ ຄົນອື່ນໆ ແມ່ນເປັນທີ່ສົມຄວນທີ່ສຸດ.
ທາງດ້ານທ່ານ Patric Murphy, ທູຕສະຫະຣັຖອາເມຣິກາ ປະຈໍາກັມພູຊາ ກໍໄດ້ຮຽກຮ້ອງໃຫ້ທາງການກັມພູຊາ ຟື້ນຟູເສຣີພາບ ຂອງທ່ານ Kem Sokha ຢ່າງເຕັມສ່ວນ, ໂດຍເວົ້າວ່າ ການຜ່ອນຜັນ ຂໍ້ຫ້າມຕໍ່ທ່ານນັ້ນ ບໍ່ໄດ້ໄປໄກພໍ.
ຢ່າງໃດກໍຕາມ, ຕາມຣາຍງານຂ່າວ Reuters, ທີ່ມາເລເຊັຽ ທ່ານ ແຊັມ ເຣັນສີ ເວົ້າວ່າ ທ່ານຍັງຈະຫາຊ່ອງທາງກັບຄືນກັມພູຊາຢູ່ຕໍ່ໄປ, ແຕ່ທ່ານບໍ່ໄດ້ເວົ້າເຖິງວັນເວລາ ຫຼືວິທີການແຕ່ຢ່າງໃດ.