ຄວາມພ້ອມ ເປັນສະມາຊິກ ອາຊຽນ ຂອງ ສປປ ລາວ
2019.08.08
ສະມາຄົມປະຊາຊາຕອາຊີຕາເວັນອອກສຽງໃຕ້ ຫຼືເປັນທີ່ຮູ້ຈັກກັນດີໃນອີກຊື່ນຶ່ງວ່າ ASEAN ໄດ້ເດີນທາງມາເຖິງປີທີ 52 ພໍດີ ໃນມື້ວັນທີ 8 ສິງຫາ 2019 ນີ້ ຫຼືນັບແຕ່ມື້ຖືກກຳນົດສ້າງຕັ້ງຂຶ້ນຢ່າງເປັນທາງການເມື່ອວັນທີ 8 ສິງຫາ 1967 ຕາມຖແລງການ ບາງກອກ ທີ່ນະຄອນ ຫຼວງບາງກອກ, ປະເທສໄທ, ໂດຍມີ 5 ປະເທສເປັນຜູ້ກໍ່ຕັ້ງໄລຍະເບື້ອງຕົ້ນ ອັນປະກອບດ້ວຍປະເທສ ອິນໂດເນເຊັຽ, ມາເລເຊັຽ, ສິງກະໂປ, ຟິລິບປິນສ, ແລະ ປະເທສໄທ.
ຈຸດປະສົງຫຼັກຂອງການສ້າງຕັ້ງອ່າຊ້ຽນ ກໍແມ່ນເພື່ອຕ້ານຢັນການແຜ່ຂຍາຍຂອງລັດທິຄອມມູນິສ ໃນໄລຍະສົງຄາມເຢັນ. ເມື່ອສົງຄາມເຢັນ ສິ້ນສຸດລົງ, ບົດບາດຫຼັກຂອງອ່າຊ້ຽນ ກໍຄ່ອຍໆປ່ຽນໄປ ຫຼືອັນທີ່ເອີ້ນວ່າ ປ່ຽນຈາກສນາມຣົບ ມາເປັນສນາມ ການຄ້າ ແລະ ເຮັດໃຫ້ສີສັນ ຂອງອ່າຊ້ຽນ ປ່ຽນມາເປັນກົລໄກໃນສົ່ງເສີມການຮ່ວມມືດ້ານເສຖກິຈ, ສັງຄົມ ແລະ ວັທນະທັມຫຼາຍຂຶ້ນ.
ເມື່ອເຈາະຈົງເວົ້າເຖິງປະເທສລາວ ໃນວາຣະຄົບຮອບ 52 ປີການກໍ່ຕັ້ງອ່າຊ້ຽນນີ້, ຊາວລາວຫຼາຍຄົນ ທັງພາຍໃນ ແລະ ຕ່າງປະເທສ ຕ່າງກໍໃຫ້ທັສນະ ທີ່ແຕກຕ່າງກັນໄປ ໃນການເຂົ້າຮ່ວມປະຊາຄົມອ່າຊ້ຽນ ຕລອດໄລຍະ 22 ປີເຕັມ ທີ່ປະເທສລາວ ໄດ້ເຂົ້າເປັນສະມາຊິກ ຢ່າງເປັນທາງການ ຫຼືນັບຕັ້ງແຕ່ປີ 1997.
ນັກສຶກສານາງນຶ່ງ ຈາກມຫາວິທຍາລັຍແຫ່ງຊາຕລາວ ໄດ້ແບ່ງປັນທັສນະຂອງນາງຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນມື້ຄົບຮອບ 52 ປີການກໍ່ຕັ້ງອ່າຊ້ຽນນີ້ວ່າ ນາງເຫັນວ່າ ການເຂົ້າຮ່ວມເປັນສະມາຊິກອ່າຊ້ຽນຂອງລາວ ຖືວ່າມີຄວາມສຳຄັນໃນ ຫຼາຍດ້ານ ແລະ ດີກ່ອນ ທີ່ບໍ່ໄດ້ເຂົ້າ.
“ຄັນຊິເວົ້າ ມັນກະມີຄວາມສຳຄັນຫຼາຍດ້ານ, ກະຍົກໂຕຢ່າງຄືການສຶກສາ ແບບກະຮູ້ໆຢູ່ນ່າວ່າການສຶກສາໃນປະເທສລາວ ອາຈບໍ່ທຽບເທົ່າ ກັບໃນບັນດາອ່າຊ້ຽນຊີ້ນ່າ. ແຕ່ຂະເຈົ້າກະ ທາງພາກຣັຖ ທາງຣັຖບານລາວກະຍັງສົ່ງເສີມ ເຣື້ອງນີ້ ແບບສົ່ງເສີມ ຕລອດ ເພາະວ່າປະຈຸບັນ ນ້ອງເຫັນເພິ່ນກະບໍ່ໄດ້ເນັ້ນ ປະຣິມານຫັ້ນນ່າ, ແຕ່ວ່າເພິ່ນເນັ້ນຄຸນນະພາບຫຼາຍກວ່າຊີ້ນ່າ. ອີກຢ່າງນຶ່ງ ເສຖກິຈເນາະກະຄືຄ້າຍໆແບບວ່າ ເຂົ້າອ່າຊ້ຽນແລ້ວ ເສຖກິຈຂອງເຮົາກະຍັງແບບ ອັນນີ້ນ້ອງກະບໍ່ຮູ້ຄືກັນວ່າເພິ່ນ ຈະສົ່ງເສີມເສຖກິຈແບບໃດຫັ້ນນ່າ. ນ້ອງຄຶດວ່າ ເຂົ້າອ່າຊ້ຽນ ມັນກະຈະດີກ່ອນໃນຣະດັບນຶ່ງຫັ້ນນ່າ. ກະດີກ່ອນທີ່ບໍ່ໄດ້ເຂົ້າອ່າຊ້ຽນສາ.”
ໃນທາງກົງກັນຂ້າມ, ຕາມທັສນະຂອງຊາວບ້ານ ໃນນະຄອນຫຼວງວຽງຈັນທ່ານນຶ່ງ ພັດເຫັນວ່າ ເຖິງວ່າລາວເຮົາຈະໄດ້ເຂົ້າເປັນ ສະມາຊິກ ອ່າຊ້ຽນ ແລະ ພວມກ້າວເຂົ້າສູ່ການຮ່ວມມື ສ້າງປະຊາຄົມເສຖກິຈອ່າຊ້ຽນ ຫຼື AEC ກໍຕາມ, ແຕ່ໃນໂຕຈິງ ການສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ຫຼືກຽມພ້ອມໃຫ້ແກ່ປະຊາຊົນລາວ ໂດຍທົ່ວໄປ ຍັງຖືວ່າຫ່າງໄກພໍສົມຄວນ.
“ເຮົາກະບໍ່ເຫັນວ່າເພິ່ນຊິມີການກະຕືລືລົ້ນພໍສ່ຳໃດ ເຣື້ອງການກຽມພ້ອມກັບປະຊາຄົມອ່າຊ້ຽນນີ້ນ່າ. ເຊັ່ນວ່າການຕຽມພາສາຂອງຕັ້ງແຕ່ ເດັກນ້ອຍນີ້ນ່າ ຖ້າເຮົາໄປເບິ່ງໂຕຈິງຫັ້ນນ່າ ລູກຫຼານເຮົາຊິໄດ້ແຕ່ພາສາໄທຫັ້ນໄດ໋ ກັບ good morning teacher ຫັ້ນລະ. ພາສາອື່ນ ກະຍັງບໍ່ໄດ້ເລີຍ. ອາຈເປັນເພາະເພິ່ນມາໃໝ່ບໍ? ເພິ່ນຍັງຈັດການພາຍໃນຢູ່ບໍ ຫຼືວ່າຈັ່ງໃດ? ທາງເຮົານີ້ ກະບໍ່ເຄີຍເຫັນວ່າຊິເວົ້າເຣື້ອງ ປະຊາຄົມອ່າຊ້ຽນພໍສ່ຳໃດເດ, ສູ່ມື້ນີ້ນ່າ.”
ຊາວລາວອີກທ່ານນຶ່ງ ກໍໄດ້ແບ່ງປັນທັສນະ ສ່ວນໂຕຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ ການເຂົ້າຮ່ວມອ່າຊ້ຽນຂອງລາວ ກໍມີ ທັງຈຸດດີ ແລະ ຈຸດດ້ອຍ, ແຕ່ຈຸດທີ່ທ່ານເຫັນໃນເຣື້ອງການຄ້າແລ້ວແມ່ນວ່າ ປະເທສລາວ ຈະຕ້ອງໄດ້ປັບໂຕ ຢ່າງສູງເພື່ອຮັກສາຜົລປໂຍດ ຂອງຊາຕ ແລະ ປະຊາຊົນ ຖ້າບໍ່ດັ່ງນັ້ນແລ້ວ ກໍຈະເສັຽປຽບໃຫ້ກັບປະເທສເພື່ອບ້ານ.
“ຍົກໂຕຢ່າງເວົ້າກໍຣະນີງ່າຍໆ ກະຄືຄ້າຂາຍເນາະ. ດຽວນີ້ມັນກະມີການຂຍາຍຂອງສາຍການບິນຕ່າງໆເດ, ເຫັນບໍ? ເຂົ້າມາ. ຍົກໂຕຢ່າງ ມີບໍຣິສັດການບິນ ຂອງຕ່າງປະເທສເຂົ້າມາໃນລາວ, ເຊິ່ງວ່າສາຍການບິນລາວ ເຮົາກະຕ້ອງໄດ້ມີມາຕການ ມີກົລໄກໃນການຮອງຮັບ ການແຂ່ງຂັນທີ່ມັນເພີ້ມຂຶ້ນເດ, ເຫັນບໍ່? ວ່າເຮົາຊິປັບຣາຄາແນວໃດ ເຮັດການບໍຣິການແນວໃດ ໃຫ້ມັນແຂ່ງຂັນກັນ ເພາະວ່າຂະເຈົ້າຕລາດ ເຂົາມັນໃຫຍ່ເດ ເຮົາມັນຕລາດນ້ອຍໆນຶ່ງ. ທຸກຢ່າງແມ່ນເຮົາອາໃສເພິ່ງພານຳ ປະເທສເພື່ອນບ້ານ, ຈັ່ງຊີ້. ຍົກໂຕຢ່າງວ່າເຮົາມີບໍນ້ຳປາ ລາວນິ່, ບໍ່ມີເນາະຢູ່ໃນຕລາດ. ແປ້ງນົວລາວນິ່, ເຮົາມີບໍ່.”
ນັກປັນຍາຊົນລາວໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍໄດ້ສະທ້ອນຂໍ້ສັງເກດຂອງທ່ານ ຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ເຊັ່ນດຽວ ກັນວ່າ ແຜນການພັທນາບຸກຄະລາກອນ ຂອງທາງການລາວ ເພື່ອໃຫ້ມີຄວາມພ້ອມຮັບມື ກັບໜ້າວຽກໃນໄລຍະ ໃໝ່ ຂອງອ່າຊ້ຽນ ຍັງຖື ເປັນສິ່ງທີ່ທ້າທາຍຫຼາຍ.
“ສິ່ງທ້າທາຍປະຈຸບັນຄື ການປັບໂຕຂອງພະນັກງານ ບຸກຄະລາກອນຕ່າງໆຂອງເຮົາ ມັນຍັງບໍ່ທັນທຽບກັບປະເທສອື່ນແລ້ວຫັ້ນນ່າ ຍັງບໍ່ທັນ ປັບໂຕເອງໃຫ້ມັນດີຂຶ້ນ, ອັນນີ້ແມ່ນສິ່ງທ້າທາຍຂອງບຸກຄະລາກອນ ຂອງບ້ານເຮົາເນາະ. ຈະເຫັນໄດ້ວ່າ ເວລາ ໄປປະຊຸມ ໄປຫຍັງຕ່າງໆ ການອອກຄວາມຄຶດຄວາມເຫັນ ການອີ່ຫຍັງຕ່າງໆ ພວກເຮົາຍັງສງວນທ່າທີ ຢູ່ຫຼາຍອັນລະ ອັນນີ້. ຖ້າຄັນເຮົາສາມາດເປີດກວ້າງ ຄວາມຄຶດຄວາມເຫັນໄດ້, ອັນນີ້ຊິເປັນສິ່ງທີ່ດີ.”
ທ່ານ ວັນລັງ ຄຳສຸກ, ປະທານພັນທະມິຕ ເພື່ອປະຊາທິປະຕັຍໃນລາວ ປະຈຳສະຫະຣັຖອາເມຣິກາ ກໍໄດ້ໃຫ້ສຳພາດແກ່ຜູ້ສື່ຂ່າວ ວິທຍຸ ເອເຊັຽເສຣີ ໃນມື້ຄົບຮອບ 52 ປີການກໍ່ຕັ້ງອ່າຊ້ຽນນີ້ວ່າ ການເປີດເສຣີທາງດ້ານການຄ້າ ແລະ ການຄົມມະນາຄົມ ຂອງອ່າຊ້ຽນ ກໍໄດ້ສົ່ງ ຜົລອັນດີຕໍ່ການພັທນາ ປະເທສລາວ, ແຕ່ຄຽງຄູ່ກັນໄປນັ້ນ ກໍມີຫຼາຍຢ່າງທີ່ຣະບົບການບໍຣິຫານປະເທສ ຍັງບໍ່ທັນມີຄວາມພ້ອມ ໃນການເບິ່ງ ແຍງ ແລະຄຸ້ມຄອງປະຊາຊົນ ຂອງຕົນຢ່າງເຂັ້ມແຂງເທື່ອ ເຮັດໃຫ້ກົລໄກ ການຮ່ວມມື ດັ່ງກ່າວ ຍັງສ້າງບັນຫາ ໃຫ້ແກ່ປະຊາຊົນ ທີ່ເປັນ ກຸ່ມຊາວໜຸ່ມໃນວັຍອອກແຮງງານ ຫຼືກຸ່ມຜູ້ທີ່ຍັງຂາດໂອກາດໃນການເຮັດວຽກ ແລະ ໄດ້ຕົກເຂົ້າໄປສູ່ຂະບວນການຂອງການຄ້າມະນຸສ ຂ້າມຊາຕ.
“ຫຼັງຈາກການເປີດພົມແດນເສຣີແນວນີ້ແຫຼະ, ແນ່ນອນແຫຼະ ປະເທສລາວເປັນປະເທສນ້ອຍ ນາຍທຶນ ຫຼືວ່ານາຍຈ້າງ ຜູ້ທີ່ຢາກສແວງຫາ ເອົາຜົລປໂຍດ ເອົາຜົລກຳລັຍຫັ້ນ ກະເລີຍກາຍໄປບໍ່ນັບຖື ຫຼືບໍ່ປະຕິບັດຕາມກົດໝາຍ ທີ່ວ່າໄດ້ຕັ້ງກັນຂຶ້ນ ໂຕນີ້ ກາຍເປັນກໍຣະນີ ຂອງ ການຄ້າມະນຸສໄປໃນໂຕ. ບາງຄົນລູກລາວ ແລະ ຫຼານລາວພວກເຮົາຫັ້ນ ແທນທີ່ຊິໄດ້ໄປເຮັດວຽກອັນຊອບທັມ ຊື່ສັດຕາມຈິຕໃຈປະສົງມັກ ຫັ້ນບໍ່. ກັບໄປຕົກຢູ່ໃນແຫຼ່ງຂອງໂສເພນີເບາະ ການຄ້າປະເວນີ ແລະ ອີ່ຫຍັງຕ່າງໆ ອັນນີ້ເກີດຄວາມເສັຽຫາຍ. ບາງຄົນກະໄດ້ຮັບກັມ ບາງຄົນກະໄດ້ເສັຽຊີວິຕ. ອັນນີ້ກະເປັນເຣື້ອງທີ່ໄດ້ເກີດຂຶ້ນມາ ດັ່ງທີ່ວ່າເຮົາບໍ່ໄດ້ຕຣຽມພ້ອມ ບໍ່ແມ່ນເຮົາບໍ່ໄດ້ຕຣຽມພ້ອມ ຣະບອບຣະບົບ ຣັຖບານຫັ້ນບໍ່ໄດ້ຕຣຽມພ້ອມ.”
ທັງໝົດນັ້ນ, ແມ່ນຫຼາກຫຼາຍທັນສນະ ຂອງປະຊາຊົນລາວ ທັງພາຍໃນ ແລະ ຕ່າງປະເທສ ໃນວາຣະຄົບ 52 ປີ ຂອງການກໍ່ຕັ້ງສະມາຄົມ ປະຊາຊາຕອາຊີຕາເວັນອອກ ສຽງໃຕ້ ຫຼື ASEAN ທີ່ມີປະເທສລາວເປັນສະມາຊິກ ແລະປະຊາຊົນລາວ ກໍມີສ່ວນໄດ້ສ່ວນເສັຽກັບການ ເຂົ້າສູ່ປະຊາຄົມ ນີ້ຢ່າງບໍ່ສາມາດຫຼີກລ້ຽງໄດ້.