ສປປ ລາວ ກຽມຄວາມພ້ອມໃສ່ກອງປະຊຸມ ສຸດຍອດອາຊ້ຽນ
2024.10.04

ສປປ ລາວ ໄດ້ກຽມຄວາມພ້ອມໃນການເປັນປະທານຈັດກອງປະຊຸມ ສຸດຍອດອາຊ້ຽນຄັ້ງທີ 44 ແລະ 45, ທີ່ຈະຈັດຂຶ້ນລະຫວ່າງວັນທີ 8-11 ຕຸລາ 2024 ນີ້ທີ່ຫໍປະຊຸມແຫ່ງຊາດລາວ ນະຄອນຫຼວງວຽງຈັນ. ເພື່ອຮັບປະກັນຄວາມປອດໄພສູງສຸດ ໂດຍສະເພາະຂະບວນລົດ ຂອງບັນດາການນຳປະເທດທີ່ຈະເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.
ເຈົ້າໜ້າທີ່ຫ້ອງການນະຄອນຫຼວງວຽງຈັນ ກ່າວວ່າທາງການລາວຮ່ວມກັບພາກສ່ວນທີ່ກ່ຽວຂ້ອງໂດຍສະເພາະ ກອງກຳລັງຕຳຫຼວດ ແລະທະຫານທັງໃນເຄື່ອງແບບ ແລະນອກເຄື່ອງແບບ ຈະນໍາໃຊ້ກຳລັງຫຼາຍກ່ວາ 700 ຄົນ ເພື່ອອຳນວຍຄວາມສະດວກ ໃນການສັນຈອນໄປມາແລະມາດຕະການດູແລ ຄວາມປອດໄພ ໃນທຸກດ້ານໃນລະດັບສູງສຸດ. ດັ່ງເຈົ້າໜ້າທີ່ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍເອເຊັຽເສຣີ ໃນວັນທີ 04 ຕຸລານີ້ວ່າ:
“ໜ້າທີ່ຂອງລັດຖະບານກຽມພ້ອມ ກອງກໍາລັງປະກອບອາວຸດຮັບປະກັນຄວາມປອດໄພ ຢູ່ໃນກອງປະຊຸມອາຊ້ຽນນີ້ແຫຼະ ເພື່ອໃຫ້ມີຄວາມປອດໄພຄັນບໍ່ມີຄວາມປອດໄພ ໝູ່ກະແຮງບໍ່ເຊື່ອໝັ້ນເຮົາ ກາການຍາດແຍ່ງລົງທືນກາແຮງຍາກຂຶ້ນ.”
ທ່ານກ່າວຕື່ມວ່າ ສໍາລັບກອງກໍາລັງຫຼາຍກ່ວາ 700 ຄົນນີ້ ແມ່ນຈະປະຈໍາຢູ່ຈຸດຕ່າງໆ ທົ່ວນະຄອນຫຼວງວຽງຈັນ ແຕ່ຈຸດທີ່ສຳຄັນແມ່ນຈະຢູ່ຕາມເສັ້ນທາງຫຼັກຖະໜົນໄກສອນ ພົມວິຫານ ແລະຫໍປະຊຸມແຫ່ງຊາດລາວ ປັດຈຸບັນມີຄວາມພ້ອມແລ້ວ 100%.
ທາງດ້ານເຈົ້າໜ້າທີ່ ຜະແນກໂຍທາທິການ ແລະຂົນສົ່ງນະຄອນຫຼວງວຽງຈັນ ກ່າວວ່າ ໄລຍະລະຫວ່າງຈັດກອງປະຊຸມສຸດຍອດອາຊ້ຽນ ຄັ້ງທີ 44 ແລະ 45 ນີ້ ໄດ້ມີການສັ່ງຫ້າມທຸກພາກສ່ວນ ທົ່ວສັງຄົມລາວທີ່ບໍ່ມີສ່ວນກ່ຽວຂ້ອງ ກັບກອງປະຊຸມດັ່ງກ່າວ ງົດການສັນຈອນພາຫະນະທຸກປະເພດ ໂດຍສະເພາະຖະໜົນ ໝາຍເລກ 13 ແຕ່ສະໜາມບິນນາໆ ຊາດ ວັດໄຕໄປຫາຫໍຄຳແລະຖະໜົນ ໄກສອນ ພົມວິຫານ, ແຕ່ປະຕູໄຊ ຫາສີ່ແຍກດົງໂດກ ທີ່ຈະໃຊ້ເປັນເສັ້ນທາງຫຼັກໃນການເດີນທາງຂອງຜູ້ນໍາທີ່ຈະເຂົ້າຮ່ວມກອງປະຊຸມໃນຄັ້ງນີ້. ດັ່ງເຈົ້າໜ້າທີ່ຜະແນກໂຍທາທິການ ແລະຂົນສົ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
“ແມ່ນເພິ່ນຈະປິດເສັ້ນທາງຫຼັກ ກາຄືແຖວສະໜາມບິນ ລົງມາເນາະຮອດຫໍຄໍາຫັ້ນ ແລ້ວກາເສັ້ນທາງໄປທາດຫຼວງອີ່ຫຍັງຫັ້ນ ເສັ້ນທາງຫຼັກໄປທາດຫຼວງເພິ່ນປິດເນາະ ແຖວທາງໃຫຍ່.”
ນອກຈາກນີ້ພະແນກ ສຶກສາທິການ ແລະກິລາ ນະຄອນຫຼວງວຽງຈັນ ຍັງໄດ້ປະກາດໃຫ້ໂຮງຮຽນທັງໝົດ 497 ແຫ່ງໃນ 5 ເມືອງປະກອບມີ ເມືອງຈັນທະບູລີ, ເມືອງສີໂຄດ, ເມືອງໄຊເສດຖາ, ເມືອງສີສັດຕະນາກ ແລະເມືອງໄຊທານີ ພັກການຮຽນການສອນ ໃນໄລຍະກອງປະຊຸມນັບແຕ່ວັນທີ 8-11 ຕຸລາ 2024 ນີ້.
ໃນໄລຍະພັກການຮຽນ-ການສອນ ນີ້ ແຕ່ລະໂຮງຮຽນຈະມີການແຕ່ງຕັ້ງ ຄະນະຄູອາຈານຜັດປ່ຽນກັນເຂົ້າໄປປະຈຳການ ຕະຫຼອດ 24 ຊົ່ວໂມງ ເພື່ອດູແລຄວາມປອດໄພ ແລະປ້ອງກັນກຸ່ມຄົນບໍ່ດີ ເຂົ້າໄປລັກເອົາເຄື່ອງຂອງ. ດັ່ງເຈົ້າໜ້າພະແນກສຶກສາທິການ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
“ໄດ້ໃຫ້ຄູອາຈານແຕ່ງຕັ້ງກັນເວນຍາມ ຢູ່ໂຮງຮຽນຄູປະຈໍາຢູ່ຫັ້ນຕະຫຼອດ ມັນຈະມີການຈັດຕັ້ງເວັນຍາມຕະຫຼອດ 24 ຊົ່ວໂມງ.”
ຄົນຂັບລົດຈໍາໂບ້ຫຼືລົດຕຸກໆ ໃນນະຄອນຫຼວງວຽງຈັນກ່າວວ່າ ບໍ່ໄດ້ຮັບຜົນກະທົບຍ້ອນທາງການລາວສັ່ງຫ້າມພາຫະນະທຸກປະເພດ ສັນຈອນໄປມາຍ້ອນຍັງສາມາດຮັບສົ່ງຜູ້ໂດຍສານ ແລະສັນຈອນເສັ້ນທາງອື່ນໆ ໄດ້ຕາມປົກກະຕິ. ດັ່ງປະຊາຊົນຊາວນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
“ເປັນລົດສອງແຖວເປັນລົດຕຸກໆ ບໍ່ມີບັນຫາມີແຕ່ຂະເຈົ້າຫ້າມບາງເສັ້ນທາງໃນ ໄລຍະວັນທີ 5 ຫາ ວັນທີ 12 ມີແຕ່ຖະໜົນສາຍຫຼັກ ທີ່ມັນກັບຫໍປະຊຸມຄືຂະເຈົ້າຫ້າມ.”
ໃນປີ 2024 ສປປ ລາວໄດ້ຮັບໜ້າທີ່ ເປັນປະທານອາຊ້ຽນພາຍໃຕ້ຄຳຂັວນ ເພີ່ມທະວີການເຊື່ອມຈອດແລະຄວາມເຂັ້ມແຂງອາຊ້ຽນ ເຊິ່ງຈະມີບັນດາປະມຸກລັດ, ການນໍາລັດຖະບານ, ລັດຖະມົນຕີ, ເຈົ້າໜ້າທີ່ອາວຸໂສ, ຄະນະຜູ້ແທນ, ຜູ້ຕິດຕາມການນໍາແລະນັກຂ່າວ ຕ່າງປະເທດເດີນທາງເຂົ້າຮ່ວມກອງປະຊຸມ ໃນຫົວຂໍ້ຕ່າງໆ ຕະຫຼອດປີ.
ສຳລັບການເປັນປະທານອາຊ້ຽນ ຂອງ ສປປ ລາວ ແມ່ນຈະເໜັ້ນໃສ່ສອງອົງປະກອບທີ່ສຳຄັນຄື:
- ເພີ່ມທະວີການເຊື່ອມຈອດ ເຊິ່ງຈະປະກອບມີການເຊື່ອມໂຍງ ແລະເຊື່ອມຈອດດ້ານເສດຖະກິດ, ການສ້າງອະນາຄົດ ແບບມີສ່ວນຮ່ວມຢ່າງທົ່ວເຖິງ ແລະຍືນຍົງ, ການຫັນປ່ຽນເພື່ອກ້າວໄປຊູ່ດິຈີຕອລ ໃນອະນາຄົດ, ວັດທະນາທຳ ແລະ ສິນລະປະອາຊ້ຽນ.
- ເພີ່ມທະວີຄວາມເຂັ້ມແຂງ ປະກອບມີການສ້າງບັນດາແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດ ປະຊາຄົມອາຊ້ຽນ 2045, ຮັດແໜ້ນຄວາມເປັນແກນກາງຂອງອາຊ້ຽນ, ການສົ່ງເສີມການຮ່ວມມືດ້ານສິ່ງແວດລ້ອມ, ຄວາມເຂັ້ມແຂງຕໍ່ການປ່ຽນແປງ ສະພາບດິນຟ້າອາກາດ, ສົ່ງເສີມບົດບາດຍິງ-ຊາຍ ແລະເດັກນ້ອຍເພື່ອກ້າວໄປສູ່ ການຫັນເປັນວິທີການຢ່າງເປັນລະບົບ ແລະສ້າງຄວາມເຂັ້ມແຂງ ທາງດ້ານສາທາລະນະສຸກ ຂອງອາຊ້ຽນໃນສະພາບການໃໝ່.