ທູດພິເສດອາຊຽນ ຈາກລາວ ພົບປະ ຜູ້ນໍາທະຫານມຽນມາ
2024.05.19

ທູດພິເສດຂອງອາຊຽນ ພົບປະກັບ ຜູ້ນໍາທະຫານມຽນມາ ເພື່ອປຶກສາຫາລື ແນວທາງແກ້ໄຂບັນຫາແບບສັນຕິວິທີ ອີງຕາມການລາຍງານຂອງ ໜັງສືພິມຝ່າຍທະຫານມຽນມາ, ແຕ່ວ່າ ລັດຖະບານເງົາຂອງມຽນມາ ທີ່ເປັນຝ່າຍຕໍ່ຕ້ານທະຫານມຽນມາ ບໍ່ເຫັນດີກັບການພົບປະດັ່ງກ່າວ ຍ້ອນວ່າ ບໍ່ມີໂຕແທນຝ່າຍຕົນເຂົ້າຮ່ວມ.
10 ປະເທດອາຊຽນ ໄດ້ພະຍາຍາມຊ່ວຍ ມຽນມາ ຢຸດຕິຄວາມຮຸນແຮງໃນມຽນມາ ນັບແຕ່ມີການລັດຖະປະຫານຢຶດອໍານາດໃນປີ 2021 ແຕ່ວ່າ ຝ່າຍທະຫານມຽນມາ ກໍຍັງຄົງເມີນເສີຍຕໍ່ຄວາມພະຍາມຂອງກຸ່ມອາຊຽນ.
ທູດພິເສດອາຊຽນ ທ່ານ ອາລຸນແກ້ວ ກິດຕິຄຸນ ຈາກປະເທດລາວ ຍ້ອນວ່າ ໃນປີນີ້ ລາວເປັນປະທານວຽນອາຊຽນ. ທ່ານ ອາລຸນແກ້ວ ໄດ້ພົບກັບ ພັນເອກ ມິນອອງລາຍ ຢູ່ນະຄອນຫລວງ ນໍາປີດໍ ໃນວັນພຸດ ທີ 15 ທີ່ຜ່ານມາ
ທູດພິເສດອາຊຽນ ແລະ ຜູ້ນໍາສູງສຸດທະຫານມຽນມາ ໄດ້ປຶກສາຫາລືກັນ ເຖິງເລື່ອງທີ່ຈະໃຫ້ການຊ່ວຍເຫຼືອ, ຊອກຫາແນວທາງແກ້ໄຂບັນຫາມຽນມາ ດ້ວຍທາງສັນຕິວິທີ ແລະ ຄວາມເປັນໄປໄດ້ໃນການຮ່ວມມືຂອງອາຊຽນ ແລະ ມຽນມາ.
ບັນຫາມຽນມາ ຍັງເປັນຄໍາໃຫຍ່ຕໍ່ບັນຫາປະເທດອາຊຽນ 10 ປະເທດ ທີ່ຈະເຈົ້າມາແກ້ໄຂດ້ວຍສັນຕິວິທີແນວໃດ.
ປະເທດກຸ່ມອາຊຽນ ໄດ້ຮ່າງແຜນສັນຕິພາບ 5 ຂໍ້ໃຫ້ ຝ່າຍທະຫານມຽນມາ ປະຕິບັດ ເພື່ອຢຸດຕິຄວາມຮຸນແຮງ. ແຜນການດັ່ງກ່າວ ໄດ້ຮັບການເຫັນດີຈາກຜູ້ນໍາອາຊຽນ ແລະ ຜູ້ນໍາທະຫານມຽນມາ, ລວມທັງເລື່ອງທີ່ ຍານາງ ອອງຊານ ຊູຈີ ຜູ້ນໍາປະຊາທິປະໄຕ ຜູ້ທີ່ຍັງຄົງຖືກຈັບຂັງຄຸກຢູ່ ໃນຂະນະທີ່ ການຕໍ່ສູ້ລະຫວ່າງ ຝ່າຍຕໍ່ຕ້ານກັບ ທະຫານມຽນມາ ຍັງຄົງດໍາເນີນໄປຢູ່.
ປະເທດອາຊຽນ ບໍ່ໄດ້ເຊີນຜູ້ນໍາທະຫານມຽນມາ ທັງໝົດ ມາຮ່ວມກອງປະຊຸມສຸດຍອດອາຊຽນ.
ສູນໃຫ້ຄວາມຊ່ວຍເຫຼືອດ້ານມະນຸດສະທໍາອາຊຽນ ທີ່ຕັ້ງຢູ່ປະເທດໄທ ໄດ້ກວດສອບການສົ່ງເຄືອງບັນເທົາທຸກໄປມຽນມາ ແລະ ໄດ້ເວົ້າເຖິງຄວາມເປັນໄປໄດ້ໃນການຂະຫຍາຍພື້ນທີ່ການຊ່ວຍເຫຼືອດ້ານມະນຸດສະທໍາ ໃຫ້ແກ່ປະຊາຊົນມຽນມາທີ່ໄດ້ຮັບຜົນກະທົບຈາກການສູ້ຮົບກັນ.
ໂຄສົກລັດຖະບານເງົາຂອງມຽນມາ ຊຶ່ງເປັນລັດຖະບານລວມຊາດ ໄດ້ອ້າງສິດ ເປັນໂຕແທນປະເທດມຽນມາ ໃນເວລາສາກົນ ໄດ້ອ້າງວ່າ ທະຫານມຽນມາ ບໍ່ປະຕິບັດຕາມແຜນການສັນຕິພາບຂອງອາຊຽນ.
ໂຄສົກລັດຖະບານເງົາຂອງມຽນມາ ໄດ້ກ່າວ່າ: ຖ້າພຽງແຕ່ເວົ້າກັບທະຫານມຽນມາພຽງຝ່າຍດຽວ ມັນກໍບໍ່ເກີດຜົນຫຍັງເລີຍ, ໂຕແທນອາຊຽນ ຕ້ອງໄດ້ລົມກັບກອງກໍາລັງຊົນຊາດຊົນເຜົ່າ, ລັດຖະບານລວມຊາດຂອງມຽນມາ ຊຶ່ງເປັນໂຕແປສໍາຄັນໃນມຽນມາ.
ນອກຈາກນີ້ ການຕໍ່ສູ້ກັນ ຢູ່ລັດຣະຂ່າຍ ຂອງມຽນມາ ກໍນັບມື້ນັບຮຸນແຮງຂຶ້ນ, ເຮັດໃຫ້ມີຊາວໂຣຮິງຢາ ຢ່າງ 40,000 ຄົນ ຕ້ອງອົບພະຍົບໜີຈາກການສູ້ຮົບກັນ ລະຫວ່າງ ທະຫານມຽນມາ ກັບ ກອງກໍາລັງອາຣະກັນ ຢູ່ໃນສອງເມືອງ ທາງພາກຕາເວັນຕົກຂອງລັດຣະຂ່າຍ.
ການຕໍ່ສູ້ກັນຢູ່ເມືອງມວງດໍ ແລະ ເມືອງບຸດທິດວງ ໄດ້ຂະຫຍາຍໂຕໄປ ຢູ່ໃນລັດຣະຂ່າຍ ໂດຍ ແມ່ນ ກອງກໍາລັງອາຣະກັນ ເປັນຜູ້ຄວາມຄຸມພື້ນທີ່ເພີ່ມຂຶ້ນຈາກຝ່າຍທະຫານມຽນມາ.
ມີລາຍງານວ່າ ທະຫານມຽນມາ ໄດ້ເກນເອົາຊາວໂຣຮິງຢາ ມາເປັນທະຫານຝ່າຍຕົນເອງ ເພື່ອເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງຝ່າຍທະຫານມຽນມາ.
ແຕ່ຜູ້ສັງເກດການ ກ່າວວ່າ ທະຫານມຽນມາ ພະຍາມຍາມ ຊັກນໍາໃຫ້ເກີດຄວາມເຄັ່ງຕຶງ ຢູ່ໃນຂົງເຂດດັ່ງກ່າວ ເພື່ອສະກັດກັ້ນຄວາມຄືບໜ້າຂອງກອງທັບອາຣະກັນ ໃນການເຂົ້າມາລັດຣະຂ່າຍ.
ສົງຄາມກາງເມືອງຢູ່ປະເທດມຽນມາ ເຮັດໃຫ້ປະຊາຊົນຫຼາຍກວ່າ 2.6 ລ້ານຄົນ ຢູ່ປະເທດມຽນມາ ຕ້ອງມາກັນຍ້າຍຖິ່ນຖານ ໃນນັ້ນ 660,000 ຄົນ ໜີິອອກຈາກບ້ານເຮືອນຍ້ອນການສູ້ຮົບກັນ ນັບແຕ່ເດືອນຕຸລາ ທີ່ຜ່ານມາ ອີງຕາມຂໍ້ມູນຈາກຫ້ອງການຜູ້ປະສານງານດ້ານມະນຸດສະທໍາຂອງອົງການສະຫະປະຊາຊາດ.
ການສູ້ຮົບກັນ ລະຫວ່າງ ທະຫານມຽນມາ ແລະ ກຸ່ມກອງກໍາລັງຊົນຊາດຊົນເຜົ່າ ນັບມື້ນັບໜັກໜ່ວງຂຶ້ນກວ່າເກົ່າ.
ຫ້ອງການຜູ້ປະສານງານຂອງອົງການສະຫະປະຊາຊາດ ໄດ້ລາຍງານ ໃນວັນທີ 15 ທັນວາ ວ່າ: ມີການຍິງປະທະກັນທາງພາກພື້ນດິນ, ການໂຈມຕີທາງອາກາດຂອງທະຫານມຽນມາ, ການຝັງລະເບີດໄວ້ໃນດິນ, ການຈັບໂຕກັນ ແລະ ການວາງແຜງກັ້ນຢູ່ຖນົນ ເຮັດໃຫ້ປະຊາຊົນພົນລະເຮືອນ ໄດ້ຮັບເຄາະຮ້າຍ.
ໃນເວລາດຽວກັນ, ການຂົນສົ່ງອາຫານ ແລະ ທີ່ຢູ່ອາໄສ ໃຫ້ແກ່ປະຊາຊົນຜູ້ທີ່ອົບພະຍົບຈາກການສູ້ຮົບ ກໍມີຂໍ້ຈໍາກັດ ອີງຕາຫ້ອງການສະຫະປະຊາຊາດ.
ລາຍງານຂອງສະຫະປະຊາຊາດ ຍັງໄດ້ລະບຸອີກວ່າ ຝ່າຍທະຫານມຽນມາ ຍັງມີການຕັດລະບົບໂທລະສັບ ແລະ ອິນເຕີເນັດ ນັ້ນເຮັດໃຫ້ສົ່ງຜົນກະທົບຕໍ່ການກະຈ່າຍຂໍ້ມູນທາງດ້ານຄວາມປອດໄພໃຫ້ແກ່ພົນລະເຮືອນ ແລະ ການປະສານງານດ້ານມະນຸດສະທໍາ.
ລາຍງານຍັງລະບຸອີກວ່າ: ຂາດການຊ່ວຍເຫຼືອທາງດ້ານມະນຸດສະທໍາ ແລະ ການຄ້າ ເຮັດໃຫ້ຂາດແຄນທາງດ້ານອາຫານ ແລະ ເຄື່ອງໃຊ້ທີ່ຈໍາເປັນໃນຄົວເຮືອນ, ລາຄາສິນຄ້າແພງຂຶ້ນ, ເກີດວິກິດການທາງນພະລັງງານ ໃນເຂດທີ່ມີການສູ້ຮົບກັນ.
ໃນວັນທີ 27 ຕຸລາ 2023 ທີ່ຜ່ານມາ, ກອງກໍາລັງພັນທະມິດ 3 ຝ່າຍ ທີ່ເປັນກຸ່ມຊົນຊາດຊົນເຜົາ ອາຣະກັນ, ກອງກໍາລັງພັນທະມິດເພື່ອປະຊາທິປະໄຕແຫ່ງຊາດມຽນມາ ແລະ ກອງກໍາລັງປົດປ່ອຍແຫ່ງຊາດຕະອາງ ໄດ້ເປີດການບຸກໂຈມຕີໃສ່ຝ່າຍທະຫານມຽນມາ ຢູ່ພາກເໜືອຂອງລັດສານ ແລະ ສາມາດຢຶດປ້ອມທະຫານມຽນມາໄດ້ຫຼາຍປ້ອມ.
ກຸ່ມກອງກໍາລັງຝ່າຍຕໍ່ຕ້ານ ໄດ້ກ່າວວ່າ ເຂົາເຈົ້າສາມາດຢຶດໄດ້ຫຼາຍເມືອງ ທີ່ເປັນຖານທີ່ໝັ້ນຂອງທະຫານມຽນມາ ຢູ່ໃນເຂດ ລັດສານ ແລະ ສາມາດຢຶດປ້ອມທະຫານມຽນມາໄດ້ 270 ປ້ອມ ນັບຕັ້ງແຕ່ມີການບຸກໂຈມຕີ.
ທ່ານ Jason Tower ເຈົ້າໜ້າທີ່ສະຖາບັນເພື່ອສັນຕິພາບຂອງສະຫະລັດອາເມຣິກາ ໄດ້ກ່າວວ່າ:
“ມັນເປັນທີ່ຈະແຈ້ງແລ້ວວ່າ ໃນບາງຈຸດບໍ່ມີທະຫານມຽນມາ ຄົງຢູ່ແລ້ວ ນັ້ນກໍຄື ການຍອມຈໍານົນເສັຽເຂດແດນຂອງຕົນ ຫຼື ຍັງຈະສືບຕໍ່ໃຫ້ເສັຽຫາຍຫຼາຍກວ່ານີ້.”
ແຕ່ວ່າ ການຕໍ່ສູ້ກັນຢ່າງດຸເດືອດນັ້ນ ກໍເຮັດໃຫ້ປະຊາຊົນຖືກຈັບ ຢູ່ໃນພື້ນທີ່ການສູ້ຮົບເຮັດໃຫ້ປະຊາຊົນຕ້ອງມີການອົບພະຍົບກັນເປັນຈໍານວນຫຼາຍ.
ເຈົ້າໜ້າທີ່ຜູ້ທີ່ໃຫ້ການຊ່ວຍເຫຼືອປະຊາຊົນທີ່ອົບພະຍົບ ໄດ້ກ່າວວ່າ: ມັນບໍ່ມີຄວາມປອດໄພໃນການເດີນທາງໄປຊ່ວຍເຫຼືອປະຊາຊົນທີ່ຕິດຢູ່ໃນພື້ນທີ່ການສູ້ຮົບກັນ ຍິ່ງເຮັດໃຫ້ມີຄວາມຫຍຸ້ງຍາກໃນການສົ່ງສະບຽງອາຫານ ແລະ ທີ່ພັກຊົ່ວຄາວ ໃຫ້ແກ່ປະຊາຊົນ ຢູ່ເຂດພາກເໜືອຂອງລັດສານ.
ເຈົ້າໜ້າທີ່ທ່ານນີ້ ໄດ້ກ່າວວ່າ: ມີການຍິງປະທະກັນ ແລະ ຄວນແຍກແຍະປະຊາຊົນ. ຢູ່ໃນສນາມຣົບ, ສິ່ງສໍາຄັນຢ່າງຍິງ ທີ່ຈະຕ້ອງອົບພະຍົບປະຊາຊົນ ແລະ ມີສະບຽງອາຫານໃຫ້ເຂົາເຈົ້າ. ພວກເຮົາໄດ້ຈັດຫາເຕັ້ນໃຫ້ປະຊາຊົນ ແລະ ຈັດຫາອາຫານໃຫ້ເຂົາເຈົ້າ.
ກຸ່ມທະຫານມຽນມາ ໄດ້ຈັບໂຕ ແລະ ກັກຂັງສະມາຊິກພາກສັກນິບາດແຫ່ງຊາດ ເພື່ອປະຊາຊົນທິປະໄຕຂອງມຽນມາ ຫຼື NLD ເກືອບ 2,000 ຄົນ ນັບແຕ່ທະຫານມຽນມາ ເຂົ້າມາຢຶດອໍານາດຈາກລັດຖະບານພົນລະເຮືອນ.
ພັກສັນນະບາດແຫ່ງຊາດເພື່ອປະຊາທິປະໄຕຂອງມຽນມາ ຫຼື NLD ໄດ້ອອກຖະແຫຼງການເນື່ອງໃນວັນຄົບຮອບ 35 ປີ ຂອງການສ້າງຕັ້ງພັກ.
ພັກ NLD ຂອງມຽນມາ ໄດ້ເຂົ້າມາບໍຣິຫານປະເທດ ໃນປີ 2015 ຫຼັງຈາກເອົາຊະພັກຂອງຝ່າຍທະຫານມຽນມາ ໃນການເລືອກຕັ້ງທົ່ວໄປຂອງມຽນມາ ໃນເວລານັ້ນ, ແຕ່ວ່າ ໃນປີ 2021 ທະຫານມຽນມາ ໄດ້ລັດຖະປະຫານຢຶດອໍານາດ ແລະ ຈັບໂຕຍານາງ ອອງ ຊານ ຊູ ຈີ ຫົວໜ້າພັກ NLD ໂດຍໃສ່ຂໍ້ຫາວ່າ ພັກຂອງຍານາງ ສໍ້ໂກງການເລືອກຕັ້ງ.
ນັບຕັ້ງນັ້ນເປັນຕົ້ນມາ, ກຸ່ມທະຫານມຽນມາ ໄດ້ຈັບໂຕສະມາຊິກພັກ NLD ເກືອບ 2,000 ຄົນ, ໃນນັ້ນ ມີສະມາຊິກພັກປະມານ 1,200 ຄົນ ຍັງຄົງຖືກຄຸມຂັງຢູ່ ອີງຕາມການຣາຍງານຂອງພັກ NLD.
ທ່ານ ຂິນຊວງ, ກໍາມະການບໍຣິຫານພັກ ໄດ້ກ່າວຕໍ່ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ກຸ່ມທະຫານມຽນມາ ໄດ້ທໍາລາຍຄວາມຝັນຂອງປະຊາຊົນມຽນມາ ຜູ້ທີ່ລົງຄະແນກເລືອກເອົາພັກ NLD ເມື່ອ 8 ປີ ກ່ອນ.
ທ່ານ ກ່າວວ່າ: ທະຫານມຽນມາ ຍັງຄົງຈັບ ແກນນໍາພັກ NLD ແບບຜິດກົດໝາຍ ແລະ ທໍາລາຍຫ້ອງການຂອງພັກ, ສັງຫານສະມາຊິກພັກ. ເປັນທີ່ແຈ້ງຂາວແລ້ວວ່າ ກຸ່ມທະຫານມຽນມາ ກໍາລັງພະຍາຍາມ ທໍາລາຍພັກ NLD ຢ່າງເປັນລະບົບ.
ກຸ່ມທະຫານມຽນມາ ໄດ້ບຸກທໍາລາຍຫ້ອງການຂອງພັກ NLD ໃນທົ່ວປະເທດພະມ້າ ຢ່າງໜ້ອຍ 160 ຄັ້ງ, ທໍາລາຍຕຶກອາຄານໄປແລ້ວເກືອບ 400 ແຫ່ງ, ແລະ ຢຶດຊັບສິນສະມາຊິກພັກ NLD 370 ທ່ານ ລວມທັງເຮືອນຂອງສະມາຊິກພັກ 180 ທ່ານ, ຊັບສິນອື່ນ ແລະ ຍານພະຫະນະ ອີງຕາມການຣາຍງານຂອງພັກ NLD
ບົດຣາຍງານງານຍັງລະບຸວ່າ ກຸ່ມທະຫານມຽນມາ ໄດ້ສັງຫານສະມາຊິກພັກ NLD ໄປແລ້ວ 100 ຄົນ ລວມທັງສະມາຊິກສະພາແຫ່ງຊາດຂອງມຽນມາ.
ຕໍ່ກັບຖແລງການ ແລະ ຄໍາອ້າງຂອງພັກ NLD, ເຈົ້າໜ້າທີ່ຝ່າຍກຸ່ມທະຫານມຽນມາ ຍັງຄົງບໍ່ມີຊີ້ແຈງແຕ່ຢ່າງໃດ. ເອເຊັຽເສຣີ ພະແນກພາສາມຽນມາ ໄດ້ພະຍາຍາມຕິດຕໍ່ຫາ ທ່ານ ຊໍມິນຕັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວຂອງກຸ່ມທະຫານມຽນມາ ເພື່ອຈະຖາມກ່ຽວກັບເລື່ອງນີ້ ແຕ່ ທ່ານບໍ່ຮັບສາຍ.
ອີງຕາມ ສະມາຄົມຊ່ວຍເຫຼືອນັກໂທດການເມືອງຂອງມຽນມາ ທີ່ມີຫ້ອງການໃຫຍ່ຕັ້ງຢູ່ປະເທດໄທ, ທະຫານມຽນມາ ໄດ້ສັງຫານນັກເຄື່ອນໄຫວໄປແລ້ວປະມານ 4,000 ຄົນ ນັບແຕ່ກຸ່ມທະຫານມຽນມາ ເຂົ້າມາຢຶດອໍານາດຈາກລັດຖະບານ ທີ່ມາຈາກການເລືອກຕັ້ງ ໃນເດືອນກຸມພາ ປີ 2021 ແລະ ໄດ້ຈັບໂຕປະຊາຊົນໄປແລ້ວເກືອບ 20,000 ຄົນ.