ລັດຖະມົນຕີ ຕ່າງປະເທດອາຊຽນ ຮ່ວມປະຊຸມ ຄັ້ງທີ່ 57 ພ້ອມປະເທດຄູ່ເຈລະຈາ

ພອນ ພູມມີທອນ
2024.07.25
ລັດຖະມົນຕີ ຕ່າງປະເທດອາຊຽນ ຮ່ວມປະຊຸມ ຄັ້ງທີ່ 57 ພ້ອມປະເທດຄູ່ເຈລະຈາ ລັດຖະມົນຕີຕ່າງປະເທດ ແລະຕົວແທນ ເຂົ້າຮ່ວມ ກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ທີ່ນະຄອນຫລວງວຽງຈັນ ວັນພະຫັດ ທີ 25 ກໍລະກົດ 2024.
(AP Photo/Achmad Ibrahim)

ລັດຖະບານລາວ ເປັນເຈົ້າພາບ ແລະ ປະທານຈັດກອງປະຊຸມ ລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 57 ທີ່ນະຄອນຫລວງວຽງຈັນ ແລະ ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ເພື່ອຫາລື ການຮ່ວມມືສົ່ງເສີມ ປະຊາຄົມອາຊຽນ ແລະ ບັນດາປະເທດຄູ່ເຈລະຈາ ລະຫວ່າງວັນທີ 21-27  ກໍລະກົດ 2024 ນີ້.

ກ່ຽວກັບກອງປະຊຸມ ລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງນີ້ ເຈົ້າໜ້າທີ່ທະນາຄານ ພັດທະນາເອເຊຍ ຫລື ADB ປະຈໍາລາວ ກ່າວວ່າ ຕອນນີ້ ປະຊາຄົມອາຊຽນ ທັງ 10 ປະເທດ ບໍ່ມີຄວາມເຂັ້ມແຂງ ແລະ ຂາດເອກກະພາບ ເພາະຕ່າງຝ່າຍ ຕ່າງປະຕິບັດຕາມນະໂຍບາຍ ຂອງປະເທດຕົນເອງ.

ດັ່ງ ເຈົ້າໜ້າທີ່ ທະນາຄານ ພັດທະນາເອເຊຍ ທ່ານນີ້ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 25 ກໍລະກົດ ນີວ່າ:

ບັນດາປະເທດ ອາຊຽນ ອາດຈະມີການຮ່ວມມືສູງຂຶ້ນ ໃນແງ່ຂອງຄວາມໝັ້ນຄົງ ຈະເປັນຄວາມໝັ້ນຄົງ ທາງດ້ານພະລັງງານ ຄວາມໝັ້ນຄົງ ທາງດ້ານສະຖຽນລະພາບ ພາຍໃນກັນເອງ ສະຖຽນລະພາບ ກັບ ຄວາມສາມັກຄີກັນເອງ ມັນຍັງບໍ່ໜັກແໜ້ນ ມັນຍັງເປັນການເມືອງກັນ ຊິຍັງບໍ່ເປັນຮູບປະທໍາ ຫລາຍເທົ່າໃດ.”    

ທ່ານກ່າວອີກວ່າ ອາຊຽນ ບໍ່ມີຄວາມເຂັ້ມແຂງ ແລະ ເອກກະພາບ ຈະເຫັນໄດ້ຈາກ ກໍລະນີ ຄວາມບໍ່ສະງົບ ແລະ ສົງຄາມ ຂອງປະເທດພະມ້າ ທີ່ປະເທດເອເຊຍ ກະຍັງບໍ່ທັນມີຂໍ້ສະລຸບວ່າ ຈະແກ້ໄຂບັນຫາແນວໃດ ຫລື ການເມືອງໃນປະເທດກຳປູເຈ້ຍ ທີ່ມີການຈັບ ຝ່າຍທີ່ເຫັນຕ່າງ ຫລື ໄລ່ອອກຈາກປະເທດ.

ນອກຈາກນີ້ ລັດຖະບານລາວ ຄວນໃຊ້ໂອກາດ ໃນການເປັນເຈົ້າພາບ ຈັດກອງປະຊຸມ ອາຊຽນ ດຶງດູດການລົງທຶນ ການຄ້າ ແລະການທ່ອງທ່ຽວ ເພື່ອເຮັດໃຫ້ປະເທດລາວ ເປັນໜຶ່ງໃນຈຸດໝາຍ ຂອງການລົງທຶນ, ການຄ້າ ແລະການທ່ອງທ່ຽວ ໃຫ້ທຽບເທົ່າ ກັບປະເທດ ສະມາຊິກອາຊຽນ. 

ໃນກອງປະຊຸມຄັ້ງນີ້ ປະເທດໃນອາຊຽນ ຍັງໄດ້ປະຊຸມຄະນະກໍາມະການ ເຂດປອດອາວຸດ ນີວເຄລຍ (Nuclear) ເອເຊຍຕາເວັນອອກສຽງໃຕ້ ໄດ້ທົບທວນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ ແຜນງານ ຂອງສົນທິສັນຍາ ເຂດ ປອດອາວຸດ ນີວເຄັ່ຍ ເອເຊຍຕາເວັນອອກສຽງໃຕ້ ປີ 2023 – 2027 ແລະ ໄດ້ປຶກສາຫາລື ກ່ຽວກັບ ການເຂົ້າເປັນພາຄີ ຂອງສົນທິສັນຍາ ເຂດ ປອດອາວຸດ ນີວເຄລຍ ເອເຊຍຕາເວັນອອກສຽງໃຕ້ ຂອງປະເທດ ຕີມໍແລດສະເຕ.

ທ່ານ ຢົ້ງ ຈັນທະລັງສີ ໃນນາມປະທານ ຄະນະກໍາມາທິການ ລະຫວ່າງລັດຖະບານ ອາຊຽນ ວ່າດ້ວຍ ສິດທິມະນຸດ ປີ 2024 ໄດ້ລາຍງານ ກ່ຽວກັບຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ ກິດຈະກໍາ ຂອງຄະນະດັ່ງກ່າວ ໃນໄລຍະ 1 ປີ ທີ່ຜ່ານມາ ກ່ຽວກັບ ການປົກປອ້ງສິດແມ່ຍິງ ແລະ ເດັກນ້ອຍ, ການຕ້ານການໃຊ້ຄວາມຮຸ່ນແຮງ, ສິດຂອງຜູ້ພິການ.

ຂະນະທີ່ ທ່ານ ນາຍແພດ ນິຣັນ ພິທັກວັດຊະລະ ອະດີດກໍາມາການສິດທິມະນຸດແຫ່ງຊາດ ຂອງປະເທດໄທ ກ່າວວ່າ ເລື້ອງສິດທິມະນຸດ ໃນອາຊຽນ ຖືວ່າ ຍັງມີຄວາມຫຍຸ້ງຍາກ ຫລາຍສົມຄວນ ທີ່ຈະຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທໍາ ແລະ ທຸກປະເທດ ຈະເຂົ້າໃຈຕົງກັນ ກ່ຽວກັບການປົກປ້ອງ ສິດແມ່ຍິງ ແລະ ເດັກນ້ອຍ, ການຕ້ານ ການໃຊ້ຄວາມຮຸ່ນແຮງ, ສິດຂອງຜູ້ພິການ ເພາະຫລາຍປະເທດໃນອາຊຽນ ຍັງບໍ່ມີຄວາມພ້ອມ ແລະ ຍັງພົບເຫັນການລະເມີດສິດທິມະນຸດ ຢ່າງໜັກ.

ດັ່ງ ນາຍແພດ ນິຣັນ ພິທັກວັດຊະລະ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

(ອ່ານ) ທ່ານກ່າວວ່າ “ອາຊຽນ ມັນມີຂໍ້ຕົກລົງ ວ່າດ້ວຍ ສິດທິມະນຸດຄືກັນ ແຕ່ເຮົາພົບວ່າ ຍັງບໍ່ໄດ້ຍືດຫລັກ ສິດທິມະນຸດ ການເບິ່ງແຍງ ໃນເລື້ອງ ຂອງຊີວິດການເປັນຢູ່ ຫລື ແມ້ກະທັ້ງ ເລື້ອງທີ່ເຮົາຫ່ວງຫລາຍທີ່ສຸດ ຄື ເລື້ອງເດັກ ແລະ ເລື້ອງຂອງແມ່ຍິງ ທີ່ຈະຕ້ອງໄດ້ຮັບການເບິ່ງແຍງ ເອົາໃຈໃສ່ ມັນກໍຈະເກີດລັກສະນະ ຄວາມບໍ່ເທົ່າທຽມ.” 

ຊາວລາວ ທ່ານໜຶ່ງ ໃນແຂວງຫລວງພຣະບາງ ກ່າວວ່າ ເປັນເລື້ອງທີ່ດີ  ຫາກປະເທດໃນອາຊຽນ ຈະມີສົນທິສັນຍາ ເລື້ອງສິດທິມະນຸດຮ່ວມກັນ ຢ່າງມີສິດຕິພາບ ເພື່ອປົກປ້ອງສິດແມ່ຍິງ ແລະ ເດັກນ້ອຍ ການຕ້ານ ການໃຊ້ຄວາມຮຸ່ນແຮງ, ສິດຂອງຜູ້ພິການ ການຄ້າມະນຸດ ລວມເຖິງເສລີພາບ ໃນການສະແດງອອກ ທຸກຮູບແບບ ໂດຍບໍ່ມີຂໍ້ຈໍາກັດ ລວມເຖິງຄົນລາວ ຈໍານວນບໍ່ໜ້ອຍ ກະຍັງຖືກລະເມີດສິດ ແລະ ຖືກຈໍາກັດເສລິພາບ ໃນການສະແດງອອກ ຢ່າງເຂັ້ມງວດ ຈາກໜ່ວຍງານ ຂອງລັດຖະບານ. ດັ່ງ ຊາວລາວ ທ່ານນີ້ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ແຕ່ວ່າໃນປະເດັນ ເລື້ອງສິດທິມະນຸດ ມັນກະຊິບໍ່ຄ່ອຍດີປານໃດ ເພາະວ່າ ກົນໄກ ທີ່ຈະໄປ ສະໜັບສະໜູນ ມັນຍັງບໍ່ທັນໄດ້ທົ່ວເຖິງ ບໍ່ທັນໄດ້ພຽງພໍວ່າຊັ້ນສ່າ ແຕ່ປະເທດທີ່ ຈະເລີນແລ້ວ ກະຍັງບັນຫາສິດທິມະນຸດ ເຂົາກະຍັງມີ ມັນເວົ້າເລື້ອງຜົນປະໂຍດແດ່.”

ເຈົ້າໜ້າທີ່ ທີ່ຮູ້ຈັກເຮັດວຽກການຄ້າ ກ່າວວ່າ ການເປັນເຈົ້າພາບ ແລະ ປະທານຂອງ ສປປ ລາວ ໃນປີນີ້ ຖືວ່າ ບໍ່ປະສົບຜົນສໍາເລັດ ເທົ່າທີ່ຄວນ ເພາະລັດຖະບານລາວ ປະເຊີນກັບສະພາບເສດຖະກິດ-ການເງິນ ຕົກຕ່ໍາ ເຮັດໃຫ້ການຍາດແຍ່ງ ການດຶງດູດການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ຫຍຸ້ງຍາກຂຶ້ນ ເພາະປະເທດ ອາຊຽນ ແລະ ປະເທດຄູ່ເຈລະຈາ ອາດບໍ່ມີຄວາມເຊື່ອໝັ້ນຕໍ່ສະຖຽນລະພາບ ຂອງປະເທດລາວ. ດັ່ງ ເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ: 

ກອງປະຊຸມອາຊຽນ ຫມູ່ກະແຮງບໍ່ເຊື່ອໝັ້ນເຮົາ ການຍາດແຍ່ງ ການລົງທຶນ ກະແຮງຍາກຂຶ້ນ ມັນກະມີຜົນກະທົບ ໄປແນວນັ້ນຫັ້ນແຫລະ ຄືວ່າແຫລະ ເຮົາກະແກ້ຍັງບໍ່ໄດ້ ມັນໜ້າທີ່ຂອງ ລັດຖະບານ ຕ້ອງໄດ້ແກ້ ມີແຕ່ເຮົາອັນໃດ ມັນບໍ່ຄັກກະສະເໜີ ຜ່ານລະບົບການຈັດຕັ້ງຂຶ້ນເມື່ອ.” 

ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີລັດຖະມົນຕີຕ່າງປະເທດ ຈະໄດ້ເປັນປະທານ ແລະ ປະທານຮ່ວມບັນດາກອງປະຊຸມ ທັງແບບວົງແຄບ ແລະ ແບບຄົບຄະນະ ພ້ອມທັງກອງປະຊຸມ ແບບທະວິພາຄີ ແລະ ພະຫຸພາຄີພາຍໃຕ້ຄໍາຂວັນ ການເປັນປະທານອາຊຽນ ຂອງ ສປປ ລາວ ຄື “ເພີ່ມທະວີ ການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ລວມທັງໝົດ 25 ກອງປະຊຸມ ເປັນຕົ້ນວ່າ:

  • ກອງປະຊຸມ ລັດຖະມົນຕີ ຕ່າງປະເທດ ອາຊຽນຄັ້ງທີ 57 (ເເບບຄົບຄະນະ)
  • ກອງປະຊຸມ ລັດຖະມົນຕີ ຕ່າງປະເທດ ອາຊຽນຄັ້ງທີ 57 (ເເບບວົງເເຄບ)
  • ກອງປະຊຸມ ລັດຖະມົນຕີ ຕ່າງປະເທດ ຂອງກອງປະຊຸມສຸດຍອດ ອາຊີຕາເວັນອອກຄັ້ງທີ 14

ນອກຈາກນີ້ ຍັງມີກອງປະຊຸມ ລັດຖະມົນຕີ ຕ່າງປະເທດ ອາຊຽນ ແລະ ບັນດາຄູ່ເຈລະຈາ ຄື:

  • ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ- ຈີນ
  • ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ- ອາເມຣິກາ;

ພ້ອມນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ຈະໄດ້ເປັນປະທານຮ່ວມກອງປະຊຸມ ໃນຂອບແມ່ນ້ຳຂອງ ຄື ກອງປະຊຸມ ລັດຖະມົນຕີ ຕ່າງປະເທດ ເເມ່ນໍ້າຂອງ - ອາເມຣິກາ ຄັ້ງທີ 3.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.