ຮົງກົງ ຣຳລຶກເຫດການ ຖຽນອັນໝຽນ 30 ປີກ່ອນ
2019.06.10

ມື້ວັນອັງຄານ ວັນທີ 4 ມິຖຸນາ 2019 ເປັນວັນຄົບຮອບ 30 ປີ ເຫດການ ຖຽນອັນໝຽນ ທີ່ກອງທັບຈີນ ໄດ້ບຸກເຂົ້າທຳຮ້າຍ ກຸ່ມນັກສືກສາ ທີ່ຮຽກຮ້ອງ ປະຊາທິປະໄຕ ຈົນເສັຽຊີວິດຫລາຍພັນຄົນ, ໃນການປະທ້ວງ ການປົກຄອງແບບຜະເດັດການ ຂອງພັກຄອມມຸນິດຈີນ ໃນປີ 1989.
ຊາວຮົງກົງເກືອບຮອດ 2 ແສນຄົນ ໄດ້ພາກັນທຳພິທີໄຫວ້ອາລັຍ ຣຳລຶກເຖິງວັນດັ່ງກ່າວ ຢ່າງໂສກເສົ້າ ແລະເສັຽໃຈຕໍ່ເຫດການບໍ່ເປັນທັມ ທີ່ເກີດຂຶ້ນໃນມື້ນັ້ນ ຊຶ່ງກອງທັບປົດປ່ອຍ ປະຊາຊົນຈີນ ໄດ້ໃຊ້ຣົດຖັງ ແລະອາວຸດ ຍິງສຸມໃສ່ນັກສຶກສາ ຜູ້ທີ່ຮຽກຮ້ອງ ປະຊາທິປະຕັຍ ແບບສັນຕິ ໂດຍບໍ່ມີອາວຸດໃນການຕໍ່ສູ້.
ໃນການຊຸມນຸມ ເພື່ອຣຳລຶກເຖິງວັນດັ່ງກ່າວ ຢູ່ສວນ Victory Park ທີ່ຮົງກົງ ກຸ່ມຊຸມນຸມ ໄດ້ຮຽກຮ້ອງຄຳຂວັນ ຢ່າງຟົດເດືອດ ໃຫ້ພັກ ຄອມມຸນິດຈີນ ຍຸດຕິການໃຊ້ນະໂຍບາຍ ທີ່ຈີນເອີ້ນວ່າ ປາບປາມກຸ່ມຕໍ່ຕ້ານການປະຕິວັດ ທີ່ກອງທັບຈີນ ໃຊ້ໃນການ ສັງຫານໂຫດ ກຸ່ມນັກສຶກສາ ຜູ້ທີ່ບໍ່ມີອາວຸດໃນປີ 1989 ຢ່າງນອງເລືອດ.
ຜູ້ຈັດການ ການຊຸມນຸມກ່າວຕໍ່ ຝຸງຄົນ ທີ່ມາຮ່ວມໄຫວ້ອາໄລວ່າ ຄວາມຍຸດຕິທັມ ຕ້ອງໄຊຊນະ ຄວາມອະທັມ, ກຸ່ມປະທ້ວງໄດ້ພາກັນ ຮ້ອງໂຮ ຢ່າງຟົດເດືອດ ຕ້ານການແຊກແຊງ ຂອງຈີນ ແຜ່ນດິນໃຫຍ່ ໃນຮົງກົງແລະແຜນການ ຣັຖບານຮົງກົງ ທີ່ຈະສົ່ງ ຊາວຮົງກົງ ຜູ້ທີ່ຖືກຕູ່ຫາໃນຈີນ ແຜ່ນດີນໃຫຍ່ ໄປຂື້ນສານໃນຈີນ ຊຶ່ງເປັນກົດຫມາຍດັດແປງ ທີ່ມີການໂຕ້ຖຽງກັນ ສະພາບຮົງກົງ ໃນປັດຈຸບັນ ກຸ່ມດັ່ງກ່າວຢ້ານວ່າ ເຫດການດັ່ງກ່າວ ຈະເຮັດໃຫ້ຮົງກົງ ຈະເສັຽຖານະ ການເປັນເອກກະຣາດ ຂອງຮົງກົງ ຈາກຈີນ ແຜ່ນດີນໃຫຍ່ ໃນຣະບອບການປົກຄອງ ນຶ່ງປະເທດ ສອງຣັດທິ ທີ່ຈີນ ແລະອັງກິດໄດ້ຕົກລົງກັນໄວ້ ໃນການໂອນຮົງກົງ ໃຫ້ຂຶ້ນກັບຈີ ນໃນປີ 1997.
ນອກຈາກນັ້ນ ກຸຸ່ມຊຸມນຸມ ຍັງໄດ້ຮຽກຮ້ອງ ຊາວຮົງກົງ ບໍ່ໃຫ້ຫລົງລືມ ວັນທີ 4 ມິຖຸນາ ປີ 2014 ທີ່ນັກສຶກສາ ຮົງກົງຮ່ວມດ້ວຍປະຊາຊົນ ໄດ້ພາກັນປະທ້ວງ ເພື່ອຮຽກຮ້ອງ ປະຊາທິຕັຍໃນຮົງກົງ ປາສຈາກການເຂົ້າມາ ແຊກແຊງ ຈາກຈີນ ແຜ່ນດິນໃຫຍ່ ຖືກຣັຖບານຮົງກົງ ປາບປາມ ສລາຍການປະທ້ວງ ດ້ວຍຣະເບີດນ້ຳຕາ ແລະ ພຶດຕິກັມ ທີ່ບໍ່ເປັນທັມ ເຮັດໃຫ້ນັກສຶກສາ ຫລາຍຄົນໄດ້ຮັບບາດເຈັບ ແລະຖືກ ກັກຂັງ ກຸ່ມນັກສຶກສາໄດ້ຮຽກຮ້ອງ ປະຊາທິປະຕັຍ ແບບເຕັມປ່ຽມໃນຮົງກົງ ໃນວັນດັ່ງກ່າວ.
ນາງ ໄລຫງ່າຢີນ ນັກສຶກສາ ຜູ້ທີ່ຮ່ວມໃນການຊຸມນຸມ ກ່າວຕໍ່ເອເຊັຽເສຣີ ຜແນກ ພາສາຈີນກາງວ່າ ເຫດການ ວັນທີ 4 ມິຖຸນາ ປີ 2014 ແລະເຫດການ ຖຽນອັນໝຽນ ຖືກຫ້າມບໍ່ໃຫ້ໂອ້ລົມກັນ ໃນຈີນແຜ່ນດິນໃຫຍ່ ປະຊາຊົນຈີນແຜ່ນດິນໃຫຍ່ ຖືກລ້າງ ສມອງ ໃນວັນດັ່ງກ່າວ ພວກຂະເຈົ້າບໍ່ຮູ້ຫຍັງເກີດຂຶ້ນ ໃນວັນນັ້ນ ແລະວ່າ ການທີ່ນາງ ມາຊຸມນຸ່ມໄຫວ້ອາໄລ ໃນມື້ນີ້ ບໍ່ແມ່ນມາເພື່ອຢາກໃຫ້ປະຊາຊົນຮູ້ຄວາມ ຈິງໃນເຫດການວັນນັ້ນເທົ່ານັ້ນ ແຕ່ມາເພື່ອຮຽກຮ້ອງ ໃຫ້ປະຊາຊົນຈີນ ໂດຍທົ່ວໄປ ມີຄວາມຊົງຈຳ ໃນສອງວັນດັ່ງກ່າວ ໄປຕຣອດ.
ທ່ານ ລຽງກີບຽນ ຜູ້ອາວຸໂສ ອາຍຸ 84 ປີ ທີ່ເຂົ້າຮ່ວມການຊຸມນຸມເວົ້າວ່າ ຂ້າພະເຈົ້າຫວັງວ່າ ຈີນໃຫມ່ ຈະຮຽນຮູ້ ຈາກເຫດການ ຖຽນອັນໝຽນ ແລະ ເຫດການວັນທີ 4 ມິຖຸນາ ໃນການປ່ຽນແປງໄປສູ່ ຣະບອບປະຊາທິຕິໄຕ ແລະ ກໍເປັນການດີທີ່ສຸດ ທີ່ການປົກຄອງ ຢູ່ຈີນແຜ່ນດິນໃຫຍ່ ເປັນແບບຮົງກົງ ໃນປັດຈຸບັນ.
ທ່ານ Albert Ho ສະມາຊິກສະພາຮົງກົງ ເປັນທັງຫົວຫນ້າ ເຄືອຂ່າຍ ສນັບສນູນການເຄື່ອນໄຫວ ທາງດ້ານປະຊາຊາທິປະຕັຍ ໃນຮົງກົງ ນຶ່ງໃນບັນດາ ຜູ້ຈັດການ ການຊຸມນຸມ ໃນແຕ່ລະປີ ຢູ່ສວນ Victory Park ກ່າວຕໍ່ປະຊາຊົນ ແລະນັກສຶກສາ ຜູ້ທີ່ມາຮ່ວມຊຸມນຸມ ແລະ ໄຫວ້ອາໄລ ໃນມື້ວັນອັງຄານວ່າ ການປາບປາມ ຈັບກຸມ ຜູ້ຕໍ່ຕ້ານຣັຖບານ ແລະກີດກັ້ນ ສິດທິມະນຸດ ເພີ້ມຂື້ນຫລາຍໃນຈີນ ແຜ່ນດິນໃຫຍ່ ໃນປີຫລັງໆມານີ້. ທ່ານເຕືອນວ່າ
“ຮົງກົງ ຖືກສັນຍາວ່າ ຈະໃຫ້ສືບຕໍ່ການປົກຄອງ ແບບປະຊາທິປະໄຕ ແລະສິດເສຣິພາບ ຢ່າງເຕັມປ່ຽມ ແບບດັ້ງເດີມ ເປັນເວລາ 50 ປີ ຫລັງຈາກໂອນຈາກອັງກິດ ໃຫ້ຈີນ ໃນປີ 1997 ຊື່ງໃນປັດຈຸບັນ ມີທ່າອ່ຽງ ໄປຫາຣະບອບ ການປົກຄອງ ແບບຜະເດັດການ ເພີ້ມຂື້ນ ໃນທຸກມື້.”
ທ່ານວ່າ ທ່ານຮູ້ສຶກເຈັບປວດຫລາຍເມືຶ່ອ ເຫັນເຈົ້າຫນ້າທີ່ຮົງກົງ ບາງຄົນບໍ່ຈິງໃຈ ກ່ຽວກັບເຫດການ ຖຽນອັນຫມຽນ ແລະກົດຫມາຍການສົ່ງ ຜູ້ຕ້ອງຫາ ໃນການທຳຄວາມຜິດ ໃນຈີນໄປ ຂຶ້ນສານຢູ່ຈີນ ແຜ່ນດິນໃຫຍ່ ຊຶ່ງເປັນເຫດການ ແລະກົດຫມາຍ ທີ່ ຫລາຍຄົນຍອມຮັບບໍ່ໄດ້ ຍ້ອນວ່າ ການຂຶ້ນສານ ຢູ່ຈີນແຜ່ນດິນໃຫຍ່ ຈະບໍ່ມີທະນາຍຄວາມ ຄ້ຳປະກັນ ໃນສານ ຜູ້ຖືກຂໍ້ກ່າວຫາ ຈະມີຄວາມຜິດຕລອດ ໃນການ ຕັດສິນຂອງສານຈີນ. ທ່ານວ່າ:
“ຮົງກົງ ຕ້ອງປົກຄອງດ້ວຍກົດຫມາຍຮົງກົງເອງ ບໍ່ແມ່ນ ຂອງຈີນແຜ່ນດີິນໃຫຍ່."
ໃນຂນະດຽວກັນ ຜູ້ບໍຣິຫານຮົງກົງ ຄົນປັດຈຸບັນ ຍານາງ Carries Lam ເວົ້າວ່າ ຮົງກົງ ຍັງມີສິດເສຣີພາບ ຢູ່ ຮົງກົງ ເປັນປະເທດ ປະຊາທິປະຕັຍ ແລະເສຣີ ນາງກ່າວກ່ຽວກັບ ເຣື້ອງນີ້ ໃນການຕອບຄຳຖາມ ນັກຂ່າວ ທີ່ຖາມນາງວ່າ ໃນວັນຊຸມນຸມ ໄຫວ້ອາໄລ ເຫດການຖຽນອັນຫມຽນ ໂດຍເວົ້າວ່າ:
“ຣັຖບານຮົງກົງ ປົກປ້ອງສິດເສຣີພາບ ຊາວຮົງກົງ ຫມົດທຸກຄົນ ຊຶ່ງໃນມື້ນີ້ ມີການຊຸມນຸມ ເພື່ອສະແດງອອກເຖິງຄວາມກັງວົນ ທາງດ້ານ ປະຊາທິປະຕັຍ ໃນຮົງກົງ ແລະເຫດການໃນຈີນ ແຜ່ນດິນໃຫຍ່ ໃນອະດີດ ຣັຖບານຮົງກົງ ກໍໃຫ້ການສນັບສນູນ ໃນການຊຸມນຸມຄັ້ງນີ້."
ນາງວ່າ:
“ຄວາມຢ້ານກົວໃນການສົ່ງຜູ້ຕ້ອງຫາ ທີ່ໄປເຮັດຄວາມຜິດໃນຈີນ ໄປຂຶ້ນສານຢູ່ຈີນ ແຜ່ນດິ້ນໃຫຍ່ ຕາມຄຳຮຽກຮ້ອງ ຂອງພັກ ຄອມມຸຍນິສຈີນ ນັ້ນ ຈະບໍ່ເກີດຂຶ້ນ ຊື່ງກົດຫມາຍ ຮົງກົງ ຈະບໍ່ອະນຸຍາດ ໃຫ້ເຫດການດັ່ງກ່າວ ເກີດຂຶ້ນກັບຄົນຮົງກົງ."
ເຫດການ ຖຽນອັນຫມຽນ ເກີດຂຶ້ນຢູ່ຈີນ ແຜ່ນດິນໃຫຍ່ ທີ່ ຈະຕຸຣັດ ຖຽນອັນຫມຽນ ທີ່ກຸງປັກກິ່ງ ໃນວັນທີ 4 ມິຖຸນາ ປີ 1989 ກຸ່ມ ນັກສຶກສາ ໄດ້ພາກັນມາຊຸມນຸມ ປະທ້ວງ ພັກຄອມມຸນິດ ຈີນ ຮຽກຮ້ອງການປ່ຽນແປງ ໄປສູ່ຣະບອບ ປະຊາທິປະຕັຍ ໃນວັນດັ່ງກ່າວ.
ການປະທ້ວງເກີດຂຶ້ນກ່ອນຫນ້ານັ້ນ ໃນມື້ວັນທີ 15 ເມສາ ປີດຽວກັນ ແລະກໍລາມໄປຮອດວັນທີ 4 ມິຖຸນາ ທີ່ທາງການຈີນ ໄດ້ປະກາດ ກົດອັຍການເສິກ ສົ່ງກຳລັງທະຫານ ປະມານ 3 ແສນຄົນ ເຂົ້າມາປາບປາມ ກຸ່ມນັກສຶກສາໃນມື້ວັນທີ 4 ມິຖຸນາ ຢ່າງນອງເລືອດ ເຮັດໃຫ້ນັກສຶກສາເສັຽຊິວິດ ຢ່າງນ້ອຍ 2600 ກວ່າຄົນ ແລະໄດ້ຮັບບາດເຈັບ ຫລາຍພັນຄົນ ໂດຍການນຳຂອງ ອະດີດມື້ລາງ ປະທານ ປະເທດ ທ່ານ ເດັງຈາວເຟັງ ໃນເວລານັ້ນ.
ການຊຸມນຸມປະທ້ວງເກີດຂຶ້ນ ຫລັງຈາກການເສັຽຊີວິດຂອງ ອະດີດ ປະທານ ປະເທດຈີນ ທ່ານ ຫູ ຢາວບາງ ໃນປີເດືອນ ເມສາ ປີດຽວກັນ ຊື່ງເປັນຜູ້ນຳທີ່ກຸ່ມນັກສຶກສາ ເຄົາຣົບນັບຖື ແລະຫລັງຈາກວິວັທນາການໃຫມ່ ໃນການປ່ຽນແປງ ທາງດ້ານເສຖກິດ ແລະສັງຄົມ ໃນຈີນ ຈາກເສຖກິດທີ່ຖືກຄວບຄຸມຈາກ ສູນກາງມາເປັນເສຖກິດຕລາດ ໃນຊຸ່ມປີ 1980 ທີ່ເອີ້ນກັນວ່າ ສັກຣາດໃຫມ່ ຫລັງຈາກ ມາວເຊຕຸງ ຫລື Post Mao Era ທີ່ນຳໂດຍ ທ່ານ ເດັງຊາວເຟັງ ປະທານ ປະເທດຈີນ ໃນເວລານັ້ນ.
ກຸ່ມນັກສຶກສາ ບໍ່ພໍໃຈ ຍ້ອນ ການປ່ຽນດັ່ງກ່າວ ມີການສໍ້ຣາສບັງຫລາຍ, ຜູ້ນຳໄດ້ຮັບຜົລປະໂຍດ ຫລາຍກວ່າປະຊາຊົນ ໂດຍທົ່ວໄປ, ສະພາບເງິນເຟີ້, ມີການຈຳກັດການເຂົ້າຮ່ວມ ທາງດ້ານການເມືອງ ຈາກກຸ່ມອື່ນຢ່າງເດັດຂາດ, ກຸ່ມນັກສຶກສາ ຕ້ອງການ ຢາກໃຫ້ມີ ການເປີດກວ້າງ ທາງດ້ານປະຊາທິປະໄຕ ສິດເສຣີພາບ ຂອງປະຊາຊົນ ສິດທິຂ່າວສານ ສິດທິການປາກເວົ້າ ການສະແດງອອກ ແຕ່ພັກຄອມມຸນີດຈີນ ບໍ່ເຫັນພ້ອມນຳ ຈຶ່ງມີການປະທ້ວງເກີດຂຶ້ນ ໃນປີນັ້ນ ເຫດການປະທ້ວງຮຸ່ນແຮງ ທີ່ກໍແມ່ນ ໃນວັນທີ 4 ມິຖຸນາ ປີ 1989 ທີ່ຈະຕຸຣັດ ຖຽນອັນຫມຽນ ທີ່ພັກຄອມມຸນີດຈີນ ໄດ້ສັ່ງກຳລັງທະຫານໄປປາບປາມ ຢ່າງ ນອງເລືອດ ຊຶ່ງເຫດການໃນວັນນັ້ນ ກາຍເປັນຂ່າວໃຫຍ່ ໄປທົ່ວໂລກ ຈາກວັນນັ້ນ ມາຮອດ ມື້ນີ້ ກໍເປັນເວລາ 30 ປີ ແລະ ຫລາຍຄົນ ກໍຍັງມີຄວາມເຈັບປວດ ມາຮອດ ທຸກມື້ນີ້.