ແນວຄິດ ຮ່ວມແຮງຮ່ວມໃຈ, ກ້າວໄກ, ຢືນຍົງ: ອາຊ້ຽນ
2019.06.23

ທ່ານ ທອງລຸນ ສີສຸລິດ, ນາຍົກຣັຖມົນຕຼີ ສ.ປ.ປ. ລາວ ເດີນທາງໄປຮ່ວມກອງປະຊຸມສຸດຍອດ ຜູ່ນໍາອາຊ້ຽນ ຄັ້ງທີ 34 ທີ່ມີກໍານົດຂຶ້ນໃນວັນທີ 22-23 ມິຖຸນາ ຢູ່ບາງກອກ ປະເທດໄທ.
ການປະຊຸມສຸດຍອດອາຊ້ຽນ ໃນຄັ້ງນີ້ ເພື່ອເປັນການກໍານົດນະໂຍບາຍ ແລະ ທິດທາງ ໃນອະນາຄົດ ຂອງບັນດາ ປະເທດອາຊ້ຽນ ພາຍໃຕ້ ແນວຄິດ ຮ່ວມແຮງຮ່ວມໃຈ, ກ້າວໄກ, ຢືນຍົງ ຫຼື (Advancing Partnership for Sustainability) ໃນທຸກດ້ານຂອງອາຊ້ຽນ.
ທ່ານ ທະລິດ ຈະຣຸງວັດ, ຫົວໜ້າຄະນະເຮັດວຽກ ການເປັນປະທານອາຊຽນ ຂອງໄທ, ໄດ້ກ່າວຕໍ່ສື່ມວນຊົນ ໃນວັນທີ 23 ມິຖຸນາ ວ່າ:
“ແນວຄິດຫລັກ ການຈັດກອງປະຊຸມ ສຸດຍອດຜູ່ນໍາອາຊຽນ ໃນປີນີ້ ຄື ຮ່ວມແຮງຮ່ວມໃຈ, ກ້າວໄກ, ຍືນຍົງ ມີການຂັບເຄື່ອນ ຄວາມເປັນປະຊາຄົມອາຊ້ຽນ ຄວາມຍືນຍົງຂອງການຂັບເຄື່ອນ ໄປນໍາກັນ, ຄວາມຍືນຍົງ ຂອງການທີ່ີ່ເອົາເປັນ ຈຸດສູນລວມ ນາໆ ປະເທດ ຕ້ອງການມາ ມີປະຕິສັມພັນດ້ວຍ.”
ໃນໂອກາດນີ້ ຜູ່ນໍາ ຂອງ 10 ປະເທດອາຊ້ຽນ ຈະມີການປຶກສາຫາລືກັນ ກ່ຽວກັບປະ ເດັ່ນ ທີ່ຍັງບໍ່ສາມາດ ຕົກລົງກັນໄດ້ ໂດຍສະເພາະ ບັນຫາຄວາມບໍ່ສງົບ ຢູ່ໃນຣັຖຣະຂ່າຍ ຂອງພະມ້າ, ແນວຄິດຍຸທສາດ ASEAN Indo-Pacific Outlook ເພື່ອຮ່ວມກັນຮັບມື ກັບສະຖານະການ ຄວາມບໍ່ເຂົ້າໃຈ ໃນການຄ້າ ລະຫວ່າງ ສະຫະຣັຖອາເມຣິກາ ແລະ ຈີນ.
ນອກຈາກນີ້, ກອງປະຊຸມອາຊ້ຽນ ຍັງຈະປຶກສາຫາລື ກ່ຽວກັບ ຂໍ້ຕົກລົງ ວ່າດ້ວຍ ການເປັນຫຸ້ນສ່ວນ ທາງເສຖກິຈ ລະດັບພາກພື້ນ ຫຼື (Regional Comprehensive Economic Partnership-RCEP) ເພື່ອຊຸກຍູ້ ໃຫ້ມີການຄ້າ ຢ່າງເສຣີ.
ຣັຖບານລາວ ມີການກະຕຣຽມ ເປັນຄູ່ຄ້າ ທາງດ້ານເສຖກິຈອາຊ້ຽນ ແລະ ສືບຕໍ່ຂ ຍາຍ ການຄ້າ ໃຫ້ບັນລຸເປົ້າໝາຍ ທີ່ມີມູນຄ່າ 10,000 ລ້ານ ໂດລາຣ໌ ໃນປີ 2021 ເພື່ອໃຫ້ເພີ້ມຂຶ້ນ ຈາກມູນຄ່າ ການຄ້າອາຊ້ຽນ 6,100 ລ້ານ ໂດລາຣ໌ ໃນປີ 2017.
ສປປ ລາວ ແລະ ພຣະຣາຊອາຈັກໄທ ມີຄວາມພະຍາຍາມ ສ້າງເສັ້ນທາງຂົນສົ່ງສິນຄ້າ ໃຫ້ຄວບຄຸມ ທົ່ວປະເທດ ເພື່ອຫລຸດເວລາ ແລະ ເພີ້ມປະສິດທິພາບ ການຂົນສົ່ງ ລະຫ່ວາງ ລາວ, ໄທ ແລະ ອາຊ້ຽນ.