ລາວ ຈັບຊາວມຽນມາ 17 ຄົນ ສົ່ງໃຫ້ທະຫານມຽນມາ
2024.05.12
ເຈົ້າໜ້າທີ່ຕໍາຫຼວດລາວ ໄດ້ຈັບຊາຍມຽນມາ 17 ຄົນ ເພື່ອສົ່ງຄືນໃຫ້ລັດຖະບານທະຫານພະມ້າ ຢູ່ດ່ານຊາຍແດນ ເຂດສາມຫຼ່ຽມຄໍາ ຊາວມຽນມາ ຫຼາຍຄົນ ຜູ້ທີ່ຢູ່ປະເທດລາວ ໄດ້ກ່າວຕໍ່ເອເຊັຽເສຣີ ຜະແນກພາສາມຽນມາ ວ່າ ທໍາອິດ ຕໍາຫຼວດລາວ ໄດ້ຈັບນັກເຄື່ອນໄຫວ ຕ້ານທະຫານມຽນມາ ກ່ອນທີ່ຈະສົ່ງໃຫ້ຝ່າຍທະຫານມຽນມາ.
ໃນຈໍານວນ 17 ຄົນ ທີ່ຖືກຈັບສົ່ງຄືນໃຫ້ທະຫານມຽນມາ ລວມມີ ຜູ້ຊາຍ 13 ຄົນ ແລະ ຍິງ 4 ຄົນ ອາຍຸແຕ່ 20 – 30 ປີ ແລະ ຖືກສົ່ງໄປສືບສວນສອບສວນຢູ່ຄ້າຍທະຫານ.
ທະຫານມຽນມາ ໄດ້ສົ່ງບັນຊີລາຍຊື່ ໃຫ້ທາງການລາວ ໂດຍອ້າງວ່າ ຜູ້ທີ່ຢູ່ບັນຊີລາຍຊື່ ໃຫ້ການສະໜັບສະໜູນກອງກໍາລັງປົກປ້ອງປະຊາຊົນ ທີ່ເປັນຝ່າຍຕໍ່ຕ້ານທະຫານມຽນມາ. ກອງກໍາລັງປົກປ້ອງປະຊາຊົນ ໄດ້ລະດັບດົມປະຊາຊົນທົ່ວໄປ ຜູ້ທີ່ໄດ້ຈັບອາວຸດຂຶ້ນຕໍ່ສູ້ກັບທະຫານມຽນມາ ທີ່ເຂົ້າມາຢຶດອໍານາດໃນປີ 2021 ທີ່ຜ່ານມາ.
ເຖິງຢ່າງໃດກໍຕາມ, ຊາວມຽນມາ ທີ່ຢູ່ໃນປະເທດລາວ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ນັກເຄື່ອນໄຫວ ມຽນມາ ຖືກຈັບ ໃນຂະນະທີ່ ເຂົາເຈົ້າກໍາລັງລະດົມທຶນ ໃຫ້ປະຊາຊົນມຽນມາ ທີ່ຖືກຍ້າຍຖິ່ນຖານ ຍ້ອນການສູ້ຮົບກັນ.
ການສົ່ງມອບຜູ້ທີ່ຖືກຈັບໃຫ້ ຝ່າຍທະຫານມຽນມາ ມີຂຶ້ນໃນວັນທີ 3 ພຶດສະພາ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.
ນັກເຄື່ອນໄຫວ ມຽນມາ ທີ່ຖືກຈັບ ແລະ ຖືກນໍາໂຕ ໄປ ໂດຍ ເຈົ້າໜ້າທີ່ທະຫານມຽນມາ ແລະ ນໍາໂຕຂຶ້ນເຮືອນ.
ທະຫານມຽນມາ ໄດ້ເອົາຖົງດໍາຄົມຫົວ ຜູ້ທີ່ຖືກຈັບ ແລະ ສົ່ງກັບຄືນໄປປະເທດມຽນມາ.
ມີຊາວມຽນມາ 40,000 ປາຍຄົນ ໄດ້ເຂົ້າມາປະເທດລາວ ນັບແຕ່ ມີການລັດຖະປະຫານ ໃນປີ 2021. ຫຼາຍຄົນ ເຮັດວຽກຢູ່ໂຮງແຮມ ແລະ ຄາຊິໂນ ຢູ່ເຂດເສດຖະກິດພິເສດ ທີ່ຕັ້ງຢູ່ແຄມນໍ້າຂອງ ຊຶ່ງເປັນເຂດມີເຕັມໄປດ້ວນອາສະຍາກໍາ.
ຊາວມຽນມາ ອີກຄົນໜຶ່ງກ່າວວ່າ: 17 ຄົນ ທີ່ຖືກຈັບ ເຮັດວຽກຢູ່ ເຂດເສດຖະກິດພິເສດຂອງຈີນ ໃນລາວ ມາໄດ້ ປະມານ 2 ປີ ຊຶ່ງບາງຄົນກໍເຮັດວຽກຢູ່ຄາຊິໂນ ແລະ ບາງຄົນ ກໍເຮັດວຽກທໍາຄວາມສະອາດ.
ເອເຊັຽເສຣີ ຍັງໄດ້ຂໍ້ມູນວ່າ 2 ຄົນ ໃນຈໍານວນ 17 ທີ່ຖືກຈັບ ຊື່ວ່າ ອາຍ ຈັນ ແລະ ໄຊ ນໍ ກິດ ທີ່ຖືຶກຕັ້ງຂໍ້ຫາວ່າ ເປັນຜູ້ຕໍ່ຕ້ານທະຫານມຽນມາ.
ເອເຊັຽເສຣີ ພະຍາຍາມ ຕິດຕໍ່ຫາ ພົນຕີ ຊໍ ມິນ ຕັນ ໂຄສົກຝ່າຍທະຫານມຽນມາ ເພື່ອຖາມລະອຽດກ່ຽວກັບເລື່ອງນີ້, ແຕ່ ທ່ານ ບໍ່ຮັບໂທລະສັບ.
ນອກຈາກນີ້ ເອເຊັຽເສຣີ ຍັງສົ່ງອີເມວ ຫາສະຖານທູດລາວ ປະຈໍາຢ້າງກຸ້ງ ແຕ່ ກໍໍບໍ່ໄດ້ຮັບຄາຕອບແຕ່ຢ່າງໃດ.
ນອກຈາກນີ້ ທະຫາມຽນມາ ຈັບຊາວໂຣຮິງຢາປະມານ 80 ຄົນ ທີ່ພະຍາຍາມໜີອອກຈາກປະເທດມຽນມາ ທາງເຮືອ ອີງຕາມ ປະຊາຊົນຜູ້ເຫັນເຫດການ ທີ່ໄດ້ກ່າວຕໍ່ເອເຊັຽເສຣີ.
ທະຫານມຽນມາ ໄດ້ຈັບໂຕຊາວໂຣຮິງຢາ ໃນຕອນເຊົ້າຂອງວັນອັງຄານ ຢູ່ ລັດມອນຂອງມຽນ. ທະຫານມຽນໄດ້ໃຊ້ເຮືອໄປສະກັດກັ້ນ ເຮືອຜູ້ອົບພະຍົບຊາວໂຣຮິງຢາໃຫ້ເຂົ້າມາຈອດຢູ່ຕາຝັ່ງ ຢູ່ເກະກາເລກວາກ ເມືອງເຢ ເຂດທະເລອັນດາມັນ.
ທ່ານ ອອງ ມຽດ ກຽວ ເຊນ ໂຄສົກທະຫານມຽນມາ ປະຈໍາ ລັດມອນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ເຖິງວ່າ ຫ້ອງການຝ່າຍປົກຄອງລັດມອນຈະຮັບຮູ້ເລື່ອງການຈັບກຸມກໍຕາມ ແຕ່ ກໍບໍ່ໄດ້ຢືນຢັນລາຍະອຽດເພີ່ມຕື່ມ.
ທ່ານ ກ່າວວ່າ: ປະເມີນວ່າ ຜູ້ຖືກຈັບມີປະມານ 80 ຄົນ, ແຕ່ພວກເຮົາບໍ່ຮູ້ວ່າ ມີຜູ້ຍິງຈັກຄົນ ຜູ້ຊາຍຈັກຄົນ ແລະ ຈະຕ້ອງມີການດໍາເນີນການຂອງເຈົ້າໜ້າທີ່ ແບບບໍ່ມີການເປີດເຜີຍ.
ທ່ານ ຍັງກ່າວຕື່ມອີກວ່າ ຈະມີການປະຕິບັດທີ່ດີຊາວໂຣຮິງຢາ ທີ່ຖືກຈັບ ແລະ ເຈົ້າໜ້າທີີ່ຈະປະຕິບັດຕາມຂັ້ນຕອນຂອງທາງການ.
ເອເຊັຽເສຣີ ພະແນກພາສາມຽນມາ ສາມາດຢືນຢັນໄດ້ວ່າ ກຸ່ມທີ່ຖືກຈັບຢູ່ເຮືອນັ້ນ ແມ່ນຊື່ວ່າ ເວ ຄິດ ສານ ແຕ່ວ່າ ບໍ່ສາມາດລະບຸໄດ້ວ່າ ເຂົາເຈົ້າເດີນທາງມາຈາກຈຸດໃດ ແລະ ມີຈຸດໝາຍປາຍທາງໄປໃສ.
ຊາວໂຣຮິງຢາຫຼາຍຄົນ ຍັງຢູ່ໃນ ລັດຣະຂ່າຍ ຫຼັງຈາກທີ່ຕົກເປັນເປົ້າຂ້າລ້າງເຜົ່າພັນ ໂດຍທະຫານມຽນມາ ໃນປີ 2017 ໄດ້ໜີມາປະເທດໄທ, ມາເລເຊັຽ ແລະ ອິນໂດເນເຊັຽ ຫຼັງຈາກທະຫານມຽນມາເຂົ້າມາຢຶດອໍານາດໃນປີ 2021. ໃນເດືອນຕຸລາ ແລະ ພຶສຈິກາ 2023, ທະຫານມຽນມາ ໄດ້ຈັບຊາວໂຣຮິງຢ້າປະມານ 200 ຄົນ ທີ່ພະຍາຍາມໜີໄປປະເທດເພື່ອນບ້ານ ໂດຍທາງເຮືອ, ຍ້ອນວ່າ ຊອກວຽກເຮັດຍາກ, ວ່າງງານ ແລະ ຂໍ້ຈໍາກັດເພີ່ມຂຶ້ນ ຕໍ່ກັບຊົນເຜົ່າຕ່າງໆ.
ຫຼັງຈາກທະຫານພະມ້າ ໄດ້ປະກາດ ການບັງຄັບໃຊ້ກົດໝາຍເກນທະຫານ ໃນວັນທີ 10 ກຸມພາ 2024, ໄດ້ມີການເຜີຍແຜ່ວີດີໂອ ຊາວໂຣຮິງຢາ ໄດ້ຮັບການຝຶກທາງການທະຫານ. ທະຫານມຽນມາ ໄດ້ກັກຊາວໂຣຮິງຢາ ຢູ່ໃນຄ້າຍທະຫານ ໂດຍສເນີໃຫ້ເສຣີພາບໃນການເຄື່ອນໄຫວ ເພື່ອແລກກັບການເຂົ້າມາຮັບໃຊ້ກອງທັບມຽນມາ.
ປະຊາຊົນ ລັດມອນ ໄດ້ກ່າວວ່າ ທະຫານມຽນມາ ໄດ້ຈັບໂຕຊາວໂຣຮິງຢາ ຢູ່ສວນຢາງພາລາ ຢູ່ບ້ານ ກາຢູ ເມືອງ ທາບີຢູຊາຢັດ, ແຕ່ ຍັງບໍ່ມີການເປີດເຜີຍເຖິງສາເຫດການຈັບກຸມ.
ຫ້ອງການສະຫະປະຊາຊາດເພື່ອຜູ້ລີ້ໄພ ໄດ້ລາຍງານ ໃນວັນທີ 23 ມົກກະຣາ 2023 ວ່າ ຢ່າງໜ້ອຍມີ ຊາວໂຣຮິງຢາ 569 ຄົນ ເສັຽຊີວິດ ແລະ ຫາຍສາບສູນ ຫຼັງຈາກທີ່ໜີອອກຈາກປະເທດມຽນມາ ແລະ ຄ້າຍຜູ້ອົບພະຍົບ ຢູ່ປະເທດບັງກະລາເດສ.
ສົງຄາມກາງເມືອງຢູ່ປະເທດມຽນມາ ເຮັດໃຫ້ປະຊາຊົນຫຼາຍກວ່າ 2.6 ລ້ານຄົນ ຢູ່ປະເທດມຽນມາ ຕ້ອງພາກັນຍ້າຍຖິ່ນຖານ ໃນນັ້ນ 660,000 ຄົນ ໜີິອອກຈາກບ້ານເຮືອນຍ້ອນການສູ້ຮົບກັນ ນັບແຕ່ເດືອນຕຸລາ 2023 ທີ່ຜ່ານມາ ອີງຕາມຂໍ້ມູນຈາກຫ້ອງການຜູ້ປະສານງານດ້ານມະນຸດສະທໍາຂອງອົງການສະຫະປະຊາຊາດ.
ການສູ້ຮົບກັນ ລະຫວ່າງ ທະຫານມຽນມາ ແລະ ກຸ່ມກອງກໍາລັງຊົນຊາດຊົນເຜົ່າ ນັບມື້ນັບໜັກໜ່ວງຂຶ້ນກວ່າເກົ່າ.
ຫ້ອງການຜູ້ປະສານງານຂອງອົງການສະຫະປະຊາຊາດ ໄດ້ລາຍງານ ໃນວັນທີ 15 ທັນວາ 2023 ວ່າ: ມີການຍິງປະທະກັນທາງພາກພື້ນດິນ, ການໂຈມຕີທາງອາກາດຂອງທະຫານມຽນມາ, ການຝັງລະເບີດໄວ້ໃນດິນ, ການຈັບໂຕກັນ ແລະ ການວາງແຜງກັ້ນຢູ່ຖນົນ ເຮັດໃຫ້ປະຊາຊົນພົນລະເຮືອນ ໄດ້ຮັບເຄາະຮ້າຍ.
ໃນເວລາດຽວກັນ, ການຂົນສົ່ງອາຫານ ແລະ ທີ່ຢູ່ອາໄສ ໃຫ້ແກ່ປະຊາຊົນຜູ້ທີ່ອົບພະຍົບຈາກການສູ້ຮົບ ກໍມີຂໍ້ຈໍາກັດ ອີງຕາມຫ້ອງການສະຫະປະຊາຊາດ.
ຣາຍງານຂອງສະຫະປະຊາຊາດ ຍັງໄດ້ລະບຸອີກວ່າ ຝ່າຍທະຫານມຽນມາ ຍັງມີການຕັດລະບົບໂທລະສັບ ແລະ ອິນເຕີເນັດ ນັ້ນເຮັດໃຫ້ສົ່ງຜົນກະທົບຕໍ່ການກະຈ່າຍຂໍ້ມູນທາງດ້ານຄວາມປອດໄພໃຫ້ແກ່ພົນລະເຮືອນ ແລະ ການປະສານງານດ້ານມະນຸດສະທໍາ.
ສົງຄາມ, ຄວາມຫຍຸ້ງຍາກທາງເສດຖະກິດ ແລະ ການບັງຄັບການເກນທະຫານ ຢູ່ມຽນມາ ເຮັດໃຫ້ຊາວມຽນມາ ຕ້ອງໄປຊອກຫາວຽກເຮັດ ຢູ່ຕ່າງປະເທດ ໂດຍສະເພາະ ຢູ່ປະເທດເກົາຫຼີໃຕ້.
ຢູ່ເຂດຢ້າງກຸ້ງ, ມີປະຊາຊົນມຽນມາຫຼາຍ 100 ຄົນ ພາກັນຢືນລຽນແຖວຕະຫຼອດຄືນ, ທັງນອນຢູ່ທາງຍ່າງ ຢູ່ຕໍ່ໜ້າຫ້ອງການຈັດຫານງານ ເພື່ອລົງທະບຽນ ເສັງພາສາເກົາຫຼີ ຊຶ່ງເຂົາເຈົ້າຈະຕ້ອງເສັງຜ່ານ ກ່ອນທີ່ຈະໄປເຮັດວຽກຢູ່ປະເທດເກົາຫຼີໃຕ້.
ຊາຍໜຸ່ມຄົນໜຶ່ງ ກ່າວວ່າ ລາວໄດ້ລໍຖ້າລົງທະບຽນມາເປັນເວລາ 20 ຊົ່ວໂມງ ພວກເຮົາຢືນຖ້າແຕ່ 6 ໂມງແລງ ແຕ່ມື້ວານນີ້.
ຊາວໜຸ່ມເຫຼົ່ານີ້ ມີຄວາມຫວັງຢາກເຮັດວຽກຢູ່ໂຮງງານ, ຢູ່ຟາມ ແລະ ວຽກກໍ່ສ້າງ ຢູ່ປະເທດເກົາຫຼີໃຕ້ ບ່ອນທີ່ໄດ້ຄ່າຈ້າງສູງກ່ອນ ເຮັດວຽກຢູ່ບ້ານໂຕເອງ ພາຍໃຕ້ໂຄງການຂອງລັດຖະບານ ທີ່ລິເລີ່ມມາໄດ້ 10 ປີ.
ລັດຖະບານທະຫານມຽນມາ ຕັ້ງເປົ້າໝາຍຮັບສະໝັກກໍາມະກອນ 11 ພັນຄົນ ໃນປີນີ້.
ໃນເວລາດຽວກັນ ທ້າວ ກໍ ກໍ ອາຍຸ 32 ປິີ ຈາກເມືອງມັນດາເລ ມີຄວາມສົນໃຈໄປເຮັດວຽກຕາມລະດູການຢູ່ຟາມ ຢູ່ປະເທດເກົາຫຼີໃຕ້. ລາວຕ້ອງຈ່າຍເງິນ 3 ແສນ ກຽດ ສະກຸນເງິນມຽນມາ ຫຼື ປະມານ 140 ໂດລ້າ ເພື່ອແລ່ນເອກະສານ.
ລາວກ່າວຕໍ່ນັກຂ່າວ ວ່າ ລັດຖະບານເຫັນດີ ລິເລີ່ມໂຄງການເຮັດວຽກຕາມລະດູການເປັນເວລາ 8 ເດືອນ ຢູ່ປະເທດເກົາຫຼີໃຕ້.
ແຕ່ວ່າ ສະຖານທູດເກົາຫຼີໃຕ້ ປະຈໍາມຽນມາ ໄດ້ຖະແຫຼງການຍົກເລີິກລາຍງານທີ່ວ່າ ລັດຖະບານເກົາຫຼີໃຕ້ ບໍ່ໄດ້ປະກາດແນວທາງ ຫຼື ວຽກງານ ທີ່ກ່ຽວກັບຄົນງານທີ່ໄປເຮັດວຽກຕາມລະດູການ.
ສະຖານທູດເກົາຫຼີໃຕ້ ໄດ້ອ້າງອີງເຖິງ ຄໍາເວົ້າສຸດທ້າຍຂອງກະຊວງຍຸຕິທໍາເກົາຫຼີໃຕ້ ທີ່ປະຕິເສດວ່າ ບໍ່ມີການເຊັນຂໍ້ຕົກລົງກັນໃນເລື່ອງນີ້.
ອົງການຈັດຕັ້ງພາກປະຊາສັງຄົມ ໄດ້ອອກແຈ້ງເຕືອນ ວ່າ ການດໍາເນີນການບໍ່ພຽງແຕ່ເປັນຊ່ອງທາງຫາລາຍໄດ້ໃຫ້ແກ່ຝ່າຍທະຫານມຽນມາເທົ່ານັ້ນ ແຕ່ ຄົນງານມຽນມ້າ ກໍມີຄວາມສ່ຽງທີ່ຖືກຕົວະ.
ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການສິ້ງຊອມດ້ານສິດທະມະນຸດ ປະຈໍາເຂດເອເຊັຽ ໄດ້ກ່າວຕໍ່ນັກຂ່າວວ່າ:
“ມັນເປັນທີ່ແຈ້ງຂາວແລ້ວວ່າ ທະຫານມຽນມ້າທໍາລາຍຄວາມເປັນປະຊາທິປະໄຕ ແລະ ເຮັດໃຫ້ປະຊາຊົນມຽນມາຕ້ອງອົບພະຍົບ ເຊິ່ງມັນເປັນສິ່ງທີ່ຮັບບໍ່ໄດ້ ແລະ ປະຊາຊົນຄົມໂລກຕ້ອງອອກມາດໍາເນີນການເລື່ອງນີ້.”
ມີລາຍງານວ່າ ຄົນງານເຮັດວຽກຕາມລະດູການ ທີ່ເດີນທາງອອກຈາກປະເທດເຂົາເຈົ້າ ໄດ້ຕົກເປັນເປົ້າໝາຍການຄ້າມະນຸດ ຢູ່ປະເທດເກົາຫຼີໃຕ້, ຖືກທໍາຮ້າຍຮ່າງກາຍ ແລະ ຄໍາເວົ້າ, ມີຊີວິດການເປັນຢູ່ບໍ່ດີ, ແລະ ນາຍຈ້າງບໍ່ຈ່າຍເງິນເດືອນ.