ບົດລາຍງານ ສະຖານະການສິດທິມະນຸດທົ່ວໂລກ ປະຈຳປີ 2023-2024

ໄຊຍາ
2024.04.24
ບົດລາຍງານ ສະຖານະການສິດທິມະນຸດທົ່ວໂລກ ປະຈຳປີ 2023-2024 ກອງປະຊຸມລາຍງານ ສະຖານະການ ສິດທິມະນຸດທົ່ວໂລກ ປະຈຳປີ 2023-2024 ໃນມື້ວັນທີ 24 ເມສາ 2024 ທີ່ນະຄອນຫຼວງບາງກອກ ປະເທດໄທ.
RFA

ໃນວັນທີ 24 ເມສາ 2024, ອົງການ ນິລະໂທດສະກຳ ສາກົນ ຫຼື Amnesty International ໄດ້ຈັດງານຖະແຫຼງຂ່າວ ເປີດບົດລາຍງານ ສະຖານະການສິດທິມະນຸດ ທົ່ວໂລກ ປະຈຳປີ 2023-2024 ຊຶ່ງໃນນີ້ລວມເຖິງປະເທດລາວນຳດ້ວຍ. ການຖະແຫຼງຂ່າວຈັດຂຶ້ນທີ່ໂຮງແຮມອີສຕິນ ແກຣນດ໌ ສາທອນ (Eastin Grand Sathorn) ນະຄອນຫຼວງບາງກອກ ປະເທດໄທ.

ກ່ຽວກັບເລື່ອງທີ່ວ່ານີ້, ທ່ານ ຊະນາທິບ ຕະຕິຍະກາຣຸນວົງ, ນັກວິໄຈ ຈາກອົງການ ນິລະໂທດສະກຳສາກົນ ລະດັບພາກພື້ນອາຊີ-ປາຊິຟິກ ປະຈຳປະເທດໄທ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ເມສານີ້ວ່າ ລາວຍັງປະສົບກັບບັນຫາສິດທິມະນຸດ ໂດຍສະເພາະຢ່າງຫຍິ່ງປະຊາຊົນລາວ ບໍ່ສາມາດອອກມາ ວິພາກວິຈານ ຫຼື ສະເໜີໃຫ້ລັດຖະບານ ແກ້ໄຂບັນຫາເສດຖະກິດ ຢ່າງເຕັມທີ່ ຊຶ່ງເຮັດໃຫ້ ສະຖານະການດ້ານສິດທິມະນຸດ ຢູ່ລາວຕົກຕໍ່າລົງໄປອີກ.

(ພາສາໄທ) ສະພາບການ ຫຼືວ່າເງື່ອນໄຂ ຂອງພື້ນທີ່ພົນລະເມືອງ ທີ່ຂ້ອນຂ້າງປິດນີ້ ເຮັດໃຫ້ປະຊາຊົນ ບໍ່ສາມາດອອກມາວິພາກວິຈານຢ່າງເຕັມທີ່ໄດ້. ກໍຍິ່ງເຮັດໃຫ້ສະຖານະການແຍ່ລົງໄປອີກ ເພາະວ່າ ຄົນບໍ່ມີໂອກາດ ທີ່ຈະສະແດງອອກວ່າ ລັດຖະບານ ຄວນຈະແກ້ໄຂບັນຫາເສດຖະກິດນີ້ຢ່າງໃດເລີຍ.

ທ່ານກ່າວອີກວ່າ ໃນຮອບປີທີ່ຜ່ານມາ, ກຸ່ມນັກປົກປ້ອງສິດທິມະນຸດ ຕົກເປັນເປົ້າໝາຍ ໃນການປາບປາມ ຂອງທາງການລາວ ຢ່າງຕໍ່ເນື່ອງ ແລະ ຢາກຮຽກຮ້ອງໃຫ້ລາວ ໃນຖານະປະທານອາຊຽນ ປະຈຳປີ 2024 ແກ້ໄຂບັນຫາດ້ານສິດທິມະນຸດ ພາຍໃນປະເທດລາວ ໃຫ້ດີຂຶ້ນ.

ສຳລັບ ບັນຫາເສດຖະກິດ-ການເງິນ ທີ່ເກີດຂຶ້ນໃນຫຼາຍປະເທດທົ່ວໂລກ ລວມທັງປະເທດລາວນັ້ນ, ທ່ານ ນາງ ມິງ ຢູຮາ, ຮອງຜູ້ອຳນວຍການ ອົງການນິລະໂທດສະກຳ ສາກົນ ພາກພື້ນອາຊີ-ປາຊິຟິກ ກ່າວວ່າ ຢາກໃຫ້ບັນດາລັດຖະບານຕ່າງໆ ລວມທັງລາວ ປົກປ້ອງສິດທິ ໃນການຫາຢູ່ຫາກິນ ແລະ ຄວາມໝັ້ນຄົງທາງອາຫານ ຂອງປະຊາຊົນ ໃນໄລຍະເສດຖະກິດຝືດເຄືອງ.

(ພາສາອັງກິດ) ເຮົາເຫັນວ່າມີບັນຫາເງິນເຟີ້ຢູ່ຫຼາຍປະເທດ ແລະ ເລື່ອງຄ່າຄອງຊີບ ທີ່ສູງຂຶ້ນ ໄດ້ສົ່ງຜົນກະທົບແກ່ບັນດາປະເທດຕ່າງໆ ເປັນຕົ້ນແມ່ນ ສີລັງກາ, ປາກີສະຖານ, ລາວ. ກ່ຽວກັບເລື່ອງສິດທິການຄວບຄຸມ ດ້ານເສດຖະກິດ-ສັງຄົມ, ເຮົາຢາກຈະໃຫ້ລັດຖະບານ ຂອງບັນດາປະເທດ ປົກປ້ອງສິດທິດັງກ່າວ ແລະ ບັນດານະໂຍບາຍ ຂອງລັດຖະບານຕ່າງໆ ຕ້ອງບໍ່ເຮັດໃຫ້ເກີດການລະເມີດສິດທິມະນຸດ ໃນດ້ານອາຫານ ແລະ ການຫາຢູ່ຫາກິນ ຂອງປະຊາຊົນ.

ທີ່ຜ່ານມາ, ແຮງງານຊາວຕ່າງປະເທດ ຢູ່ປະເທດໄທ ຊຶ່ງແມ່ນກວມເອົາຄົນງານລາວ ຍັງບໍ່ທັນໄດ້ຮັບການຄຸ້ມຄອງ ດ້ານສິດທິມະນຸດ ຢ່າງຮອບດ້ານ ພໍເທົ່າໃດ, ດັ່ງທີ່ ທ່ານ ນາງ ປິຍະນຸດ ໂຄດສານ, ອົງການ ນິລະໂທດສະກຳ ສາກົນ ປະເທດໄທ ກ່າວໃນກອງປະຊຸມເຜີຍແຜ່ບົດວິເຄາະ ກ່ຽວກັບສະຖານການ ສິດທິມະນຸດ ຢູ່ປະເທດໄທ ໃນມື້ວັນດຽວກັນນີ້ວ່າ.

(ພາສາໄທ) ໜ່ວຍງານສິດທິມະນຸດ ກໍຍັງສະແດງຄວາມກັງວົນຢູ່ ຍ້ອນວ່າລະບຽບນີ້ ບໍ່ໄດ້ຄອບຄຸມ ແຮງງານຂ້າມຊາດຈາກມຽນມາ, ລາວ, ຫວຽດນາມ ແລະ ກຳປູເຈຍ. ຊຶ່ງກຸ່ມຄົນເຫຼົ່ານີ້ ຈະບໍ່ໄດ້ເຂົ້າເຖິງ ການຄຸ້ມຄອງ ແລະ ຍັງມີຂໍ້ກົດໝາຍ ຊຶ່ງອະນຸຍາດໃຫ້ທາງການໄທ ສາມາດປະຕິເສດການຄຸ້ມຄອງໄດ້ ໂດຍອ້າງຄວາມໝັ້ນຄົງຂອງລັດ.

ອີງຕາມບົດລາຍງານ ສະຖານະການສິດທິມະນຸດທົ່ວໂລກ ປະຈຳປີ 2023-2024 ສໍາລັບປະເທດລາວ, ອົງການ ນິລະໂທດສະກຳ ສາກົນ ຫຼື Amnesty International ໄດ້ເນັ້ນໜັກ ກ່ຽວກັບການລະເມີດສິດທິມະນຸດ ຢູ່ປະເທດລາວ ທີ່ເກີດຂຶ້ນ ໃນໄລຍະປີຜ່ານມາ ເປັນຕົ້ນ ການລອບຍິງ ທ່ານ ອານຸຊາ ຫຼວງສຸພົມ ຫຼື ແຈັກ ນັກເຄື່ອນໄຫວເພື່ອປະຊາທິປະໄຕຊາວລາວ ທັງເປັນ ແອດມິນເພຈ “ຂັບເຄື່ອນດ້ວຍຄີບອດ” ຢູ່ນະຄອນຫຼວງວຽງຈັນ, ການລອບສັງຫານ ທ່ານ ບຸນສວນ ກິດຕິຍາໂນ ນັກເຄື່ອນໄຫວເພື່ອສິດທິມະນຸດ ແລະ ປະຊາທິປະໄຕຊາວລາວ ທັງເປັນ ສະມາຊິກກຸ່ມ ຟຣີລາວ (Free Lao) ຢູ່ແຂວງອຸບົນຣາຊະທານີ ປະເທດໄທ ແລະ ການກັກຕົວ ນັກສິດທິມະນຸດ ຊາວຈີນ 2 ຄົນ ຢູ່ນະຄອນຫຼວງວຽງຈັນ ກ່ອນທີ່ຈະສົ່ງໂຕກັບຄືນປະເທດຈີນ ຊຶ່ງພວກເຂົາເຈົ້າ ກໍໄດ້ຖືກທາງການຈີນ ລົງໂທດ.

ຕາມຂໍ້ມູນໃນລາຍງານ ຂອງທະນາຄານໂລກ ໃນເດືອນທັນວາ ປີ 2023 ລະບຸວ່າ ມີບັນດາປະເທດ ທີ່ມີລາຍໄດ້ຕ່ຳທົ່ວໂລກ ປະມານ 60% ມີຄວາມສ່ຽງໃນລະດັບສູງ ທີ່ຈະເກີດບັນຫາໜີ້ສິນ ໂດຍຫຼາຍປະເທດ ຍັງຕ້ອງໃຊ້ເງິນຈຳນວນຫຼາຍ ຊຶ່ງຄວນຈະນຳໃຊ້ ເພື່ອປະຕິບັດຕາມເປົ້າໝາຍດ້ານສິດທິມະນຸດ ແຕ່ພັດຕ້ອງນຳໃຊ້ ໃນການຊຳລະໜີ້ສິນຫຼາຍຂຶ້ນ. ໃນນີ້, ກວມເອົາປະເທດລາວນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.