ທະຫານພະມ້າ ຈັບຊາວໂຣຮິງຢາ 80 ຄົນ ທີ່ກໍາລັງຈະໜີຈາກພະມ້າ
2024.03.24

ທະຫາພະມ້າ ຈັບຊາວໂຣຮິງຢາປະມານ 80 ຄົນ ທີ່ພະຍາຍາມໜີອອກຈາກປະເທດພະມ້າທາງເຮືອ ໂດຍ ປະຊາຊົນຜູ້ເຫັນເຫດການ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນພະຫັດທີ່ຜ່ານມາ. ທະຫານພະມ້າ ໄດ້ຈັບໂຕຊາວໂຣຮິງຢາ ໃນຕອນເຊົ້າຂອງວັນອັງຄານ ຢູ່ຣັຖມອນຂອງພະມ້າ. ທະຫານພະມ້າໄດ້ໃຊ້ເຮືອໄປສະກັດກັ້ນ ເຮືອຜູ້ອົບພະຍົບຊາວໂຣຮິງຢາ ໃຫ້ເຂົ້າມາຈອດຢູ່ຕາຝັ່ງ ຢູ່ເກະກາເລກວາກ ເມືອງເຢ ເຂດທະເລອັນດາມັນ.
ທ່ານ ອອງ ມຽດ ກຽວ ເຊນ ໂຄສົກທະຫານພະມ້າ ປະຈໍາຣັຖມອນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ເຖິງວ່າ ຫ້ອງການຝ່າຍປົກຄອງຣັຖມອນຈະຮັບຮູ້ເຣື່ອງການຈັບກຸມກໍຕາມ ແຕ່ ກໍບໍ່ໄດ້ຢືນຢັນຣາຍລະອຽດເພີ່ມຕື່ມ.
ທ່ານ ກ່າວວ່າ: ປະເມີນວ່າ ຜູ້ຖືກຈັບມີປະມານ 80 ຄົນ, ແຕ່ພວກເຮົາບໍ່ຮູ້ວ່າ ມີຜູ້ຍິງຈັກຄົນ ຜູ້ຊາຍຈັກຄົນ ແລະ ຈະຕ້ອງມີການດໍາເນີນການ ຂອງເຈົ້າໜ້າທີ່ ແບບບໍ່ມີການເປີດເຜີຍ.
ທ່ານ ຍັງກ່າວຕື່ມອີກວ່າ ຈະມີການປະຕິບັດທີ່ດີຊາວໂຣຮິງຢາ ທີ່ຖືກຈັບ ແລະ ເຈົ້າໜ້າທີີ່ຈະປະຕິບັດຕາມຂັ້ນຕອນຂອງທາງການ.
ເອເຊັຽເສຣີ ຜແນກພາສາພະມ້າ ສາມາດຢືນຢັນໄດ້ວ່າ ກຸ່ມທີ່ຖືກຈັບຢູ່ເຮືອນັ້ນ ແມ່ນຊື່ວ່າ ເວ ຄິດ ສານ ແຕ່ວ່າ ບໍ່ສາມາດລະບຸໄດ້ວ່າ ເຂົາເຈົ້າເດີນທາງມາຈາກຈຸດໃດ ແລະ ມີຈຸດໝາຍປາຍທາງໄປໃສ.
ຊາວໂຣຮິງຢາຫຼາຍຄົນ ຍັງຢູ່ໃນຣັຖຣະຂ່າຍ ຫຼັງຈາກທີ່ຕົກເປັນເປົ້າຂ້າລ້າງເຜົ່າພັນ ໂດຍທະຫານພະມ້າ ໃນປີ 2017 ໄດ້ໜີມາປະເທດໄທຍ, ມາເລເຊັຽ ແລະ ອິນໂດເນເຊັຽ ຫຼັງຈາກທະຫານພະມ້າເຂົ້າມາຢຶດອໍານາດໃນປີ 2021. ໃນເດືອນຕຸລາ ແລະ ພຶສຈິກາ 2023, ທະຫານພະມ້າ ໄດ້ຈັບຊາວໂຣຮິງຢ້າປະມານ 200 ຄົນ ທີ່ພະຍາຍາມໜີໄປປະເທດເພື່ອນບ້ານ ໂດຍທາງເຮືອ, ຍ້ອນວ່າ ຊອກວຽກເຮັດຍາກ, ວ່າງງານ ແລະ ຂໍ້ຈໍາກັດເພີ່ມຂຶ້ນ ຕໍ່ກັບຊົນເຜົ່າຕ່າງໆ.
ຫຼັງຈາກທະຫານພະມ້າ ໄດ້ປະກາດ ການບັງຄັບໃຊ້ກົດໝາຍເກນທະຫານ ໃນວັນທີ 10 ກຸມພາ, ໄດ້ມີການເຜີຍແຜ່ວີດີໂອ ຊາວໂຣຮິງຢາ ໄດ້ຮັບການຝຶກທາງການທະຫານ. ທະຫານພະມ້າ ໄດ້ກັກຊາວໂຣຮິງຢາ ຢູ່ໃນຄ້າຍທະຫານ ໂດຍສເນີໃຫ້ເສຣີພາບໃນການເຄື່ອນໄຫວ ເພື່ອແລກກັບການເຂົ້າມາຮັບໃຊ້ກອງທັບພະມ້າ.
ປະຊາຊົນຣັຖມອນ ໄດ້ກ່າວວ່າ ທະຫານພະມ້າ ໄດ້ຈັບໂຕຊາວໂຣຮິງຢາ ຢູ່ສວນຢາງພາລາ ຢູ່ບ້ານ ກາຢູ ເມືອງ ທາບີຢູຊາຢັດ, ແຕ່ ຍັງບໍ່ມີການເປີດເຜີຍເຖິງສາເຫດການຈັບກຸມ.
ຫ້ອງການສະຫະປະຊາຊາດ ເພື່ອຜູ້ລີ້ໄພ ໄດ້ລາຍງານ ໃນວັນທີ 23 ມົກກະຣາ 2023 ວ່າ ຢ່າງໜ້ອຍມີ ຊາວໂຣຮິງຢາ 569 ຄົນ ເສັຽຊີວິດ ແລະ ຫາຍສາຍສູນ ຫຼັງຈາກທີ່ໜີອອກຈາກປະເທດພະມ້າ ແລະ ຄ້າຍຜູ້ອົບພະຍົບ ຢູ່ປະເທດບັງກະລາເທດ.
ສົງຄາມກາງເມືອງ ຢູ່ປະເທດພະມ້າ ເຮັດໃຫ້ປະຊາຊົນຫຼາຍກວ່າ 2.6 ລ້ານຄົນ ຢູ່ປະເທດພະມ້າ ຕ້ອງພາກັນຍ້າຍຖິ່ນຖານ ໃນນັ້ນ 660,000 ຄົນ ໜີິອອກຈາກບ້ານເຮືອນ ຍ້ອນການສູ້ຣົບກັນ ນັບແຕ່ເດືອນຕຸລາ 2023 ທີ່ຜ່ານມາ ອີງຕາມຂໍ້ມູນຈາກຫ້ອງການຜູ້ປະສານ ງານດ້ານມະນຸດສະທັມຂອງອົງການສະຫະປະຊາຊາດ.
ການສູ້ຣົບກັນ ລະຫວ່າງ ທະຫານພະມ້າ ແລະ ກຸ່ມກອງກໍາລັງຊົນຊາດຊົນເຜົ່າ ນັບມື້ນັບໜັກໜ່ວງຂຶ້ນກວ່າເກົ່າ.
ຫ້ອງການຜູ້ປະສານງານ ຂອງອົງການສະຫະປະຊາຊາດ ໄດ້ຣາຍງານ ໃນວັນທີ 15 ທັນວາ 2023 ວ່າ: ມີການຍິງປະທະກັນທາງພາກພື້ນດິນ, ການໂຈມຕີທາງອາກາດຂອງທະຫານພະມ້າ, ການຝັງລະເບີດໄວ້ໃນດິນ, ການຈັບໂຕກັນ ແລະ ການວາງແຜງກັ້ນຢູ່ຖນົນ ເຮັດໃຫ້ປະຊາຊົນພົລເຮືອນ ໄດ້ຮັບເຄາະຮ້າຍ.
ໃນເວລາດຽວກັນ, ການຂົນສົ່ງອາຫານ ແລະ ທີ່ຢູ່ອາໄສ ໃຫ້ແກ່ປະຊາຊົນຜູ້ທີ່ອົບພະຍົບ ຈາກການສູ້ຣົບ ກໍມີຂໍ້ຈໍາກັດ ອີງຕາມຫ້ອງການສະຫະປະຊາຊາດ.
ຣາຍງານ ຂອງສະຫະປະຊາຊາດ ຍັງໄດ້ລະບຸອີກວ່າ ຝ່າຍທະຫານພະມ້າ ຍັງມີການຕັດລະບົບໂທລະສັບ ແລະ ອິນເຕີເນັດ ນັ້ນເຮັດໃຫ້ສົ່ງຜົລກະທົບຕໍ່ການກະຈ່າຍຂໍ້ມູນທາງ ດ້ານຄວາມປອດໄພໃຫ້ແກ່ພົລເຮືອນ ແລະ ການປະສານງານດ້ານມະນຸດສະທັມ.
ຣາຍງານຍັງລະບຸອີກວ່າ: ຂາດການຊ່ວຍເຫຼືອທາງດ້ານມະນຸດສະທັມ ແລະ ການຄ້າ ເຮັດຂາດແຄນທາງດ້ານອາຫານ ແລະ ເຄື່ອງໃຊ້ທີ່ຈໍາເປັນໃນຄົວເຮືອນ, ລາຄາສິນຄ້າແພງຂຶ້ນ, ເກີດວິກິດການທາງນພະລັງງານ ໃນເຂດທີ່ມີການສູ້ຣົບກັນ.
ໃນວັນທີ 27 ຕຸລາ 2023 ທີ່ຜ່ານມາ, ກອງກໍາລັງພັນທະມິດ 3 ຝ່າຍ ທີ່ເປັນກຸ່ມຊົນຊາດຊົນເຜົາ ອາຣະກັນ, ກອງກໍາລັງພັນທະມິດເພື່ອປະຊາທິປະໄຕ ແຫ່ງຊາດພະມ້າ ແລະ ກອງກໍາລັງປົດປ່ອຍແຫ່ງຊາດຕະອາງ ໄດ້ເປີດການບຸກໂຈມຕີ ໃສ່ຝ່າຍທະຫານພະມ້າ ຢູ່ພາກເໜືອຂອງຣັຖສານ ແລະ ສາມາດຍຶດປ້ອມທະຫານພະມ້າ ໄດ້ຫຼາຍປ້ອມ.
ກຸ່ມກອງກໍາລັງຝ່າຍຕໍ່ຕ້ານ ໄດ້ກ່າວວ່າ ເຂົາເຈົ້າສາມາດຍຶດໄດ້ຫຼາຍເມືອງ ທີ່ເປັນຖານທີ່ໝັ້ນຂອງທະຫານພະມ້າ ຢູ່ໃນເຂດຣັຖສານ ແລະ ສາມາດຢຶດປ້ອມທະຫານພະມ້າໄດ້ 270 ປ້ອມ ນັບຕັ້ງແຕ່ມີການບຸກໂຈມຕີ.
ທ່ານ Jason Tower ເຈົ້າໜ້າທີ່ສະຖາບັນ ເພື່ອສັນຕິພາບຂອງສະຫະຣັຖອາເມຣິກາ ໄດ້ກ່າວວ່າ:
“ມັນເປັນທີ່ຈະແຈ້ງແລ້ວວ່າ ໃນບາງຈຸດບໍ່ມີທະຫານພະມ້າຄົງຢູ່ແລ້ວ ນັ້ນກໍຄື ການຍອມຈໍານົນເສັຽເຂດແດນຂອງຕົນ ຫຼື ຍັງຈະສືບຕໍ່ໃຫ້ເສັຽຫາຍຫຼາຍກວ່ານີ້.”
ແຕ່ວ່າ ການຕໍ່ສູ້ກັນຢ່າງຕຸເດືອດນັ້ນ ກໍເຮັດໃຫ້ປະຊາຊົນຖືກຈັບ ຢູ່ໃນພື້ນທີ່ການສູ້ຣົບ ເຮັດໃຫ້ປະຊາຊົນຕ້ອງມີການອົບພະຍົບກັນເປັນຈໍານວນຫຼາຍ.
ເຈົ້າໜ້າທີ່ຜູ້ທີ່ ໃຫ້ການຊ່ວຍເຫຼືອປະຊາຊົນທີ່ອົບພະຍົບ ໄດ້ກ່າວວ່າ: ມັນບໍ່ມີຄວາມປອດໄພໃນການເດີນທາງໄປຊ່ວຍເຫຼືອ ປະຊາຊົນທີ່ຕິດຢູ່ໃນພື້ນທີ່ການສູ້ຣົບກັນ ຍິ່ງເຮັດໃຫ້ມີຄວາມຫຍຸ້ງຍາກໃນການສົ່ງສະບຽງອາຫານ ແລະ ທີ່ພັກຊົ່ວຄາວ ໃຫ້ແກ່ປະຊາຊົນ ຢູ່ເຂດພາກເໜືອຂອງຣັຖສານ.
ເຈົ້າໜ້າທີ່ທ່ານນີ້ ໄດ້ກ່າວວ່າ: ມີການຍິງປະທະກັນ ແລະ ຄວນແຍກແຍະປະຊາຊົນ. ຢູ່ໃນສນາມຣົບ, ສິ່ງສໍາຄັນຢ່າງຍິງ ທີ່ຈະຕ້ອງອົບພະຍົບປະຊາຊົນ ແລະ ມີສະບຽງອາຫານໃຫ້ເຂົາເຈົ້າ. ພວກເຮົາໄດ້ຈັດຫາເຕັ້ນໃຫ້ປະຊາຊົນ ແລະ ຈັດຫາອາຫານໃຫ້ເຂົາເຈົ້າ.
ກອງກໍາລັງຝ່າຍຕໍ່ຕ້ານ ໄດ້ເຂົ້າຄວບຄຸມເຂດເມືອງ ເຊັນວີ ຢູ່ພາກເໜືອຂອງຣັຖສານ ແລະ ໄດ້ທໍາລາຍຂົວຂ້າມ ລະຫວ່າງ ເມືອງເຊັນວີ ແລະ ເມືອງ ລາຊີໂອ ທີ່ເປັນເຂດເມືອງໃຫຍ່ ໃນເຂດພາກເໜືອຂອງຣັຖສານ.
ກອງກໍາລັງຊົນເຜົ່າ ໄດ້ເຂົ້າຍຶດຄ້າຍທະຫານພະມ້າ ທີ່ເປັນກອງພັນທະລາບ 123 ຂອງທະຫານພະມ້າ ຢູ່ເຂດຣັຖສານ ທີ່ຕັ້ງຢູ່ທາງພາກເໜືອ ຂອງປະເທດພະມ້າ ອີງຕາມຂໍ້ມູນຈາກປະຊາຊົນ ແລະ ກຸ່ມກອງກໍາລັງຝ່າຍຕໍ່ຕ້ານ ທະຫານພະມ້າ ຫຼັງຈາກທີ່ສູ້ຣົບກັນມາໄດ້ຫຼາຍເດືອນ ທະຫານຝ່າຍຕໍ່ຕ້ານ ກໍສາມາດຄວບຄຸມເສັ້ນທາງການຄ້າ ທີ່ຕິດກັບປະເທດຈີນ.
ການສູນເສັຽເຂດທີ່ໝັ້ນ ຂອງຝ່າຍທະຫານພະມ້າ ເຮັດໃຫ້ຝ່າຍກອງກໍາລັງກຸ່ມຕໍ່ຕ້ານ ທະຫານພະມ້າ ສາມາດຄວບຄຸມ ເສັ້ນທາງການຄ້າຄວາມຍາວ 130 ກິໂລແມັດ ທີ່ເຊື່ອມຕໍ່ໃສ່ຊາຍແດນປະເທດຈີນ ທີ່ຫ່າງຈາກຣັຖສານພຽງແຕ່ 50 ກິໂລແມັດເທົ່ານັ້ນ.
ນັບຕັ້ງແຕ່ກອງກອງລັງພັນທະມິດ 3 ຝ່າຍ ຂອງກຸ່ມຊົນຊາດຊົນເຜົ່າ ໄດ້ບຸກໂຈມຕີຝ່າຍທະຫານພະມ້າແຕ່ເດືອນຕຸລາ 2023 ທີ່ຜ່ານມາ, ກອງກໍາລັງຝ່າຍ ກໍສາມາດຢຶດໄດ້ 15 ເມືອງ ທາງພາກເໜືອຂອງຣັຖສານ ແລະ ກົດດັນໃຫ້ທະຫານພະມ້າ 4,000 ຄົນ ຕ້ອງຍອມຈໍານົນ.
ກອງທັບເອກະລາດກະສິນ ຫຼື KIA ໄດ້ເຂົ້າຄວບຄຸມຄ້າຍທະຫານນພະມ້າ ຫຼັງຈາກໄດ້ເຂົ້າຄວບຄຸມເມືອງພັດກາ ໃນວັນທີ 17 ມົກກະຣາ 2024 ອີງຕາມການຢືນຢັນຂອງພັນເອກ ນໍບູ ໂຄສົກກອງທັບເອກະລາດກະສິນ ທີ່ໄດ້ກ່າວຕໍ່ເອເຊັຽເສຣີ ຜແນກພາສາພະມ້າ.
ພັນເອກ ນໍໍໍບູ ໂຄສົກກອງທັບເອກະລາດກະສິນ ໄດ້ກ່າວວ່າ: ພວກເຮົາໄດ້ຢືນຢັນວ່າ ຄ້າຍທະຫານພະມ້າ ຢູ່ເມືອງນໍາເພັດກາ ຖືກຢຶດໃນເວລາ 3 ຫຼື 4 ໂມງ ແລງ ແຕ່ວ່າ ພວກເຮົາບໍ່ໄດ້ຮັບຂໍ້ມູນ ເພີ່ມເຕີມ ຈາກພາກສນາມເທື່ອ. ພວກເຮົາບໍ່ສາມາດ ຕິດຕໍ່ພາກສນາມທາງໂທລະສັບໄດ້.
ຊາວເມືອງ ນາມ ເພັດ ກາ ໄດ້ກ່າວຕໍ່ເອເຊັຽເສຣີ ຜແນກພາສາພະມ້າ ວ່າ: ກອງກໍາລັງເອກະສານກະສິນ ໄດ້ເຂົ້າໄປໃນຄ້າຍທະຫານພະມ້າ ແລະ ໄດ້ຢືນຢັນວ່າ ພວກທະຫານພະມ້າ ພາກັນໜີທັບໄປເມືອງຕາມອນຢີ ທີ່ຢູ່ໃກ້ຄຽງ.
ທ່ານ ກ່າວວ່າ: ຂ້ອຍແນ່ໃຈວ່າ ກອງກໍາລັງເອກະລາດກະສິນ ໄດ້ຕັ້ງຖານຢູ່ ເຂດກອງພັນທະລາບ 123 ນັບແຕ່ທະຫານພະມ້າຖອຍມາຢູ່ ເມືອງຕາມອນຢີ. ກອງກໍາລັງເອກະລາດ ກະສິນ ໄດ້ຕິດຕາມເພື່ອກວດລ້າງທະຫານພະມ້າ. ພົບວ່າ ໝູ່ບ້ານສ່ວນຫຼາຍທີ່ ຖືກທໍາລາຍ ໄດ້ຮັບຄວາມເສັຽຫາຍຫຼາຍ.
ປະຊາຊົນ ກ່າວວ່າ:
“ກອງກໍາລັງຝ່າຍຕໍ່ຕ້ານທະຫານພະມ້າ ໄດ້ເລີ່ມບຸກໂຈມຕີ ເມຶອງນາມ ເພັດ ກາ ໃນທ້າຍເດືອນສິງຫາ 2023, ແຕ່ວ່າ ກອງກໍາລັງເອກະລາດ ກະສິນ ໄດ້ເລີ່ມເຂົ້າຢຶດກອງພັນທະຫານລາບ 123 ຂອງພະມ້າ ໃນວັນທີ 14 ມົກກະຣາ 2024. ທະຫານພະມ້າໄດ້ຕອບໂຕ້ດ້ວຍການບຸກໂຈມຕີ ຝ່າຍຕໍ່ຕ້ານດ້ວຍປືນໃຫຍ່ ແລະ ການໂຈມຕີທາງອາກາດ.”
ກອງກໍາລັງເອກະລາດກະສິນ ໄດ້ກ່າວອ້າງໃນວັນທີ 16 ມົກກະຣາ 2024 ວ່າ ສາມາດຍິງຍົນສູ້ຣົບຂອງທະຫານພະມ້າຕົກ ໃນເວລາທີ່ມີການຕໍ່ສູ້ກັນ.