MRC ບໍ່ປະຕິບັດຕາມຂໍ້ຕົກລົງ ແມ່ນ້ຳຂອງ ປີ 1995

ອາວະຣີ
2024.03.23
MRC ບໍ່ປະຕິບັດຕາມຂໍ້ຕົກລົງ ແມ່ນ້ຳຂອງ ປີ 1995 ບັນດາຜູ້ນຳປະເທດລຸ່ມແມ່ນ້ຳຂອງ ຮ່ວມປະຊຸມ ໃນກອງປະຊຸມສຸດຍອດ ຄະນະກັມມາທິການແມ່ນ້ຳຂອງສາກົລ ຄັ້ງທີ 4 ຫຼື 4th, MRC Summit ທີ່ນະຄອນຫຼວງວຽງຈັນ. ວັນທີ 5 ເມສາ 2023.
RFA

ເນື່ອງໃນວັນທີ່ 14 ເດືອນມິນາຂອງທຸກໆປີ ເປັນວັນຢຸດຕິການສ້າງເຂື່ອນສາກົລ, ສຳຣັບປີນີ້ ຜູ້ຂຽນ ທີ່ເຮັດວຽກກ່ຽວກັບການສ້າງເຂື່ອນແມ່ນ້ຳຂອງ ໄດ້ຈັດກອງປະຊຸມສັມມະນາ ພາຍໃຕ້ຫົວຂໍ້ທີ່ວ່າ ການສ້າງຄວາມຮັບຜິດຊອບ ແລະຄວາມໂປ່ງໃສໃນການພັທນາ ໃນພາກລຸ່ມແມ່ນ້ຳຂອງ. ກອງປະຊຸມ ໄດ້ຖືກຈັດຂຶ້ນທີ່ສະມາຄົມນັກຂ່າວຕ່າງປະເທດ ຢູ່ບາງກອກ, ປະເທດໄທຍ ແລະໄດ້ຫາລືກ່ຽວກັບບັນຫາທີ່ ສຳຄັນທີ່ຂຶ້ນໃນປັດຈຸບັນ ເປັນຕົ້ນບັນຫາການບໍຣິຫານ ຈັດການແມ່ນ້ຳຂອງ ຊຶ່ງບັນຫາກໍມີຢູ່ວ່າ ປະເທດສະມາຊິກຄະນະກັມມາທິການແມ່ນ້ຳຂອງ ສາກົລທັງໝົດສີ່ປະເທດ ຄື ລາວ, ໄທຍ, ວຽດນາມ ແລະກັມພູຊາ ບໍ່ປະຕິບັດຕາມຂໍ້ຕົກລົງ ແມ່ນ້ຳຂອງປີ 1995. ນັ້ນແມ່ນຄຳເຫັນຂອງທ່ານ Brian Eyler, ຜູ້ອຳນວຍການ ໂຄງການເອເຊັຽຕາເວັນອອກສຽງໃຕ້ ສະຖາບັນ ວິໄຈຄົ້ນຄວ້າ “The Stimson Center” ທີ່ມີສຳນັກງານໃຫຍ່ ຢູ່ນະຄອນຫຼວງວໍຊິງຕັນ ສະຫະຣັຖອະເມຣິກາ ທີ່ໄດ້ກ່າວໃນກອງປະຊຸມໃນວັນທີ່ 14 ມິນາ 2024 ນີ້ວ່າ:

ປະເທດສະມາຊິກຄະນະກັມມາທິການແມ່ນ້ຳຂອງ MRC ທັງໝົດຄືລາວ ວຽດນາມ ໄທແລະກຳພູຊາ ບໍ່ໄດ້ປະຕິບັດຕາມຂໍ້ຕົກລົງ ທີ່ຂະເຈົ້າໄດ້ເຊັນກັນໄວ້ໃນປີ 1995. ປະເທດເຫຼົ່ານີ້ ບໍ່ໄດ້ມີການກວດສອບຊຶ່ງກັນແລະກັນ. ຖ້າຫາກບໍ່ປະຕິບັດຕາມຂໍ້ຕົກລົງດັ່ງກ່າວເລື້ອຍໆ, ຂ້າພະເຈົ້າຄິດວ່າ ເຫດການທີ່ຮ້າຍແຮງອາດຈະເກີດຂຶ້ນ.”

ອີງຕາມຄຳກ່າວຂອງທ່ານ Brian Eyler ເທື່ອນີ້, ຜ່ານມາ ຣັຖບານລາວ ບໍ່ໄດ້ປະຕິບັດຕາມຂໍ້ຕົກລົງຢ່າງໜ້ອຍສາມຄັ້ງ ຄືຄັ້ງທີ່1: ຣັຖບານລາວ ແຈ້ງຕໍ່ຄະນະກັມມາທິການແມ່ນ້ຳຂອງສາກົລ ກ່ຽວກັບການສ້າງເຂື່ອນເຊກອງຕອນລຸ່ມ A ຊ້າ ຊ້າເຖິງ 18 ເດືອນ. ເຊກອງ ເປັນສາຂານຶ່ງຂອງແມ່ນ້ຳຂອງ ແລະຕ້ອງຢູ່ພາຍໃຕ້ຂໍ້ຕົກລົງປີ 1995 ທີ່ບົ່ງໄວ້ວ່າ ປະເທດສະມາຊິກ ຕ້ອງແຈ້ງໃຫ້ຄະນະກັມມາທິການແມ່ນ້ຳຂອງສາກົລຮູ້ລ່ວງໜ້າ ກ່ອນສ້າງເຂື່ອນໃສ່ລຳນ້ຳດັ່ງກ່າວ; ແຕ່ຕົງກັນຂ້າມ ຣັຖບານລາວ ສ້າງເຂື່ອນແຫ່ງນີ້ໄດ້ 18 ເດືອນແລ້ວ ຈຶ່ງແຈ້ງ.

ຄັ້ງທີ່2: ຣັຖບານລາວ ບໍ່ໄດ້ແຈ້ງໃຫ້ຄະນະກັມມາທິການແມ່ນ້ຳຂອງສາກົລຮູ້ ໃນເວລາເຂື່ອນໄຊຍະບຸຣີ ຊຶ່ງເປັນເຂື່ອນແມ່ນ້ຳຂອງໃນລາວ ໄດ້ປ່ອຍນ້ຳປິດນ້ຳຫຼາຍໆເທື່ອໃນມື້ດຽວ ເຮັດໃຫ້ລະດັບແມ່ນ້ຳຂອງຂຶ້ນໆລົງໆ ສົ່ງຜົລກະທົບຕໍ່ປະຊາຊົນ ສິ່ງແວດລ້ອມແລະປາ.

ຄັ້ງທີ່ 3 ທີ່ຣັຖບານລາວ ບໍ່ປະຕິບັດຕາມຂໍ້ຕົກລົງແມ່ນ້ຳຂອງປີ 1995 ເກີດຂຶ້ນ ໃນເວລາຣັຖບານລາວແລະຜູ້ສ້າງເຂື່ອນດອນສະໂຮງ ບໍ່ແຈ້ງໃຫ້ສະມາຊິກຄະນະກັມມາທິການແມ່ນ້ຳຂອງສາກົລອື່ນໆຮູ້ ແລະບໍ່ຍອມຮັບຟັງຄຳຄິດຄຳເຫັນຂອງປະຊາຊົນ ກ່ຽວກັບການຕິດຕັ້ງກັງຫັນອັນທີ່ຫ້າຂອງເຂື່ອນດອນສະໂຮງ ຊຶ່ງກໍເປັນເຂື່ອນແມ່ນ້ຳຂອງສາຍຫຼັກໃນພູມມີພາກ.

ການລະເມີດຂໍ້ຕົກລົງແມ່ນ້ຳຂອງ ທັງສາມຄັ້ງຂອງລາວ ອາດເປັນສາເຫດພາໃຫ້ກັມພູຊາ ລະເມີດຂໍ້ຕົກລົງເຊັ່ນກັນ ເພາະປັດຈຸບັນ ຣັຖບານກັມພູຊາ ກຳລັງຈະຂຸດຄອງ Funan-Techno ທີ່ຍາວເຖິງ 180 ກິໂລແມັດ ເພື່ອເຊື່ອມຕໍ່ແມ່ນໍ້າໃນກໍາພູຊາອອກໄປສູ່ອ່າວໄທຍ. ຣັຖບານກັມພູຊາ ແຈ້ງພຽງແຕ່ວ່າ ເປັນໂຄງການໃສ່ແມ່ນ້ຳສາຂາ ແຕ່ຕາມຂໍ້ຕົກລົງແລ້ວ ພັດແມ່ນໂຄງການໃສ່ແມ່ນ້ຳສາຍຫຼັກ ກໍຄືແມ່ນ້ຳຂອງນັ້ນເອງ ທີ່ຕໍ່ກັບທະເລສາບຂອງກັມພູຊາ.

ຜູ້ເຮັດວຽກກ່ຽວກັບແມ່ນ້ຳຂອງ ກ່າວອີກວ່າ ນອກຈາກບໍ່ປະຕິບັດຕາມຂໍ້ຕົກລົງແລ້ວ ຜູ້ສ້າງເຂື່ອນ ຄວນມີຄວາມຮັບຜິດຊອບຕໍ່ຜົລກະທົບຈາກເຂື່ອນໃຫ້ຫຼາຍຂຶ້ນ.

ດັ່ງ ນາງ ພຽງພອນ ດີເທດຜູ້ອໍານວຍການຝ່າຍຣົນນະລົງ ອົງການແມ່ນໍ້າສາກົລ ໄດ້ກ່າວຕອນນຶ່ງວ່າ:

ໃນໄລຍະເຄິ່ງປີຫຼັງນີ້ ພວກເຮົາໄດ້ຍິນເຣື່ອງການແລກປ່ຽນຂໍ້ມູນຫຼາຍຂຶ້ນ ໂດຍສະເພາະຈາກປະເທດຈີນ ນີ້ແມ່ນເປັນຂັ້ນຕອນທີ່ດີ; ແຕ່ການແລກປ່ຽນຂໍ້ມູນພຽງຢ່າງດຽວ ບໍ່ແມ່ນຄຳຕອບຂອງທຸກສິ່ງຢ່າງ. ຜູ້ພັທນາເຂື່ອນຕ້ອງສະແດງຄວາມຮັບຜິດຊອບ ຕໍ່ຜົລກະທົບທີ່ເກີດຂຶ້ນນັ້ນນຳ.”

ເມື່ອບໍ່ດົນຜ່ານມາ ເຂື່ອນ Tuoba ຊຶ່ງເປັນເຂື່ອນແມ່ນໍ້າລ້ານຊ້າງຫຼືແມ່ນໍ້າຂອງໃນປະເທດຈີນແຫ່ງທີ່ 12 ໄດ້ກັກນ້ຳແຕ່ວັນທີ່ 1 ເດືອນກຸມພາ 2024 ແລ້ວກໍໄດ້ປ່ອຍນ້ຳຢ່າງກະທັນຫັນ; ແຕ່ທາງການຈີນ ບໍ່ໄດ້ແຈ້ງໃຫ້ຄະນະກັມມາທິການແມ່ນ້ຳຂອງສາກົລຮູ້ເລີຍ ເພາະວ່າ ຈີນຖືວ່າຕົນເປັນພຽງແຕ່ປະເທດຫຸ້ນສ່ວນ ບໍ່ໄດ້ເປັນສະມາຊິກ ຂອງຄະນະກັມມາທິການແມ່ນ້ຳຂອງສາກົລຢ່າງແທ້ຈິງ. ການທີ່ຈີນແລະພະມ້າ ບໍ່ໄດ້ເປັນສະມາຊິກ ຄະນະກັມມາທິການແມ່ນ້ຳຂອງສາກົລນີ້ ມັນກໍເປັນຊ່່ອງວ່າງຂອງການບໍຣິຫານຈັດການແມ່ນ້ຳຂອງ.

ດັ່ງທ່ານ ອະພິໄຊ ສັນຈິນດາ ນັກວິໄຈອິສຣະດ້ານການພັທນາ ໃນອາຊ່ຽນ ໄດ້ກ່າວໃນກອງປະຊຸມສັມມະນາເທື່ອນີ້ວ່າ:

ໃນຄະນະກັມມາທິການແມ່ນ້ຳຂອງສາກົລ ຄວນມີປະເທດທີ່ມີສ່ວນໄດ້ສ່ວນເສັຍທັງໝົດເປັນສະມາຊິກ ເພື່ອຫາວິທີແກ້ໄຂແລະຫາທາງອອກນຳກັນ. ຈາກມູມມອງຂອງການຈັດການນ້ຳ ເຮົາບໍ່ສາມາດມີຫຼາຍຣະບົບໃນການຈັດການແມ່ນ້ຳຂອງ; ຍ້ອນພະມ້າແລະຈີນ ບໍ່ເປັນສະມາຊິກຄະນະກັມມາທິການແມ່ນ້ຳຂອງສາກົລ ເປັນພຽງແຕ່ປະເທດຫຸ້ນສ່ວນ ທີ່ມີໜ້າທີ່ສັງເກດການເທົ່ານັ້ນ, ເຮົາຈຶ່ງບໍ່ສາມາດເຮັດກະບວນການປຶກສາຫາລືລ່ວງໜ້າກັບຈີນແລະພະມ້າໄດ້.”

ປັດຈຸບັນ ແມ່ນ້ຳຂອງແລະສາຂາ ມີເຂື່ອນທັງໝົດເຖິງ 471 ແຫ່ງ; ໄທ ເປັນປະເທດ ທີ່ຊື້ໄຟຟ້າຫຼາຍທີ່ສຸດຈາກເຂື່ອນຂອງລາວ.

ຜ່ານມາ ພາກປະຊາສັງຄົມ ໄດ້ກົດດັນໃຫ້ຣັຖບານລາວຢຸດຕິການສ້າງເຂື່ອນ ໂດຍສະເພາະເຂື່ອນແມ່ນ້ຳຂອງ ແຕ່ປະກົດວ່າບໍ່ໄດ້ຜົນ ຣັຖບານລາວ ຍັງສືບຕໍ່ສ້າງເຂື່ອນຫຼາຍໆແຫ່ງ ເພາະສະພາບເສຖກິດແລະການເງິນຂອງລາວຊຸດໂຊມ; ແຕ່ພາກປະຊາສັງຄົມໄທ ກໍຍັງສາມາດກົດດັນຣັຖບານໄທຍ ແລະຜູ້ພັທນາເຂື່ອນ ຊຶ່ງສ່ວນຫຼາຍກໍເປັນບໍຣິສັດຂອງໄທຍ ໃຫ້ມີຄວາມຮັບຜິດຊອບຫຼາຍຂຶ້ນ ແລະໃຫ້ມີຄວາມໂປ່ງໃສ່ຫຼາຍຂຶ້ນ; ສິ່ງທີ່ສຳຄັນ ຕ້ອງພະຍາຍາມໃຫ້ບໍຣິສັດເຫຼົ່ານີ້ຮູ້ວ່າ ນອກຈາກເຂື່ອນ ຍັງມີທາງເລືອກອື່ນໆຫລາຍທາງໃນການຜລິດກະແສໄຟຟ້າ.

ດັ່ງ ທ່ານ Brian Eyler ໄດ້ກ່າວກັບວິທະຍຸເອເຊັຍເສຣີຕື່ມວ່າ:

ແມ່ນ ຍາກຫຼາຍ ດັ່ງນັ້ນ ເຮົາຕ້ອງຮຽກຮ້ອງຄວາມຮັບຜິດຊອບຈາກບໍຣິສັດຜູ້ພັທນາເຂື່ອນໄທຍ ເພາະມີສັນຍາ 120 ສະບັບຈາກປະເທດໄທ ແລະຫຼາຍຄົນເວົ້າວ່າ ຈີນສ້າງເຂື່ອນຫຼາຍຢູ່ລາວ ແຕ່ຄວາມຈິງແລ້ວ ຈີນມີເຂື່ອນໃນລາວໜ້ອຍກວ່າໄທຍເຖິງສາມເທົ່າ. ສະນັ້ນ ຂ້າພະເຈົ້າຄິດວ່າ ພາກປະຊາສັງຄົມໄທຍ ຈຶ່ງຕ້ອງຮຽກຮ້ອງໃຫ້ບໍຣິສັດໄທຍຢຸດຕິທຳຣາຍແມ່ນ້ຳຂອງ; ສ່ວນໃນປະເທດລາວ ຣັຖບານບໍ່ສາມາດຕັດສິນໃຈຫຍັງໄດ້ ທຸກຢ່າງຂຶ້ນຢູ່ກັບອຳນາດແລະເງິນ. ດັ່ງນັ້ນ ປະຊາສັງຄົມໄທຍ ຈຶ່ງຕ້ອງຮ່ວມມືກັບຜູ້ພັທນາໂຄງການ ເພື່ອໃຫ້ມີການປ່ຽນແປງ ໂດຍສະເພາະໃຫ້ປ່ຽນການຜລິດໄຟຟ້າຈາກເຂື່ອນ ໄປເປັນຈາກແສງອາທິດ ຫຼືຈາກໂຄງການໂຊລາແຊນລອຍນ້ຳດັ່ງນີ້ເປັນຕົ້ນ.”

ວັນຢຸດຕິສ້າງເຂື່ອນ ຖືກຈັດຕັ້ງຂຶ້ນເມື່ອປີ 1995 ທີ່ປະເທດເບຣຊິລ ຊຶ່ງມີຈຸດປະສົງ ເພື່ອຢຸດຕິການສ້າງເຂື່ອນໄຟຟ້າ ແລະເພື່ອຟື້ນຟູ ແມ່ນ້ຳໃນທົ່ວໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.