ຂ້າຫຼວງໃຫຍ່ ສິດມະນຸດ ແຫ່ງສະຫະປະຊາຊາດ ຈະຢ້ຽມຢາມ ສປປ ລາວ

ໄຊຍາ
2024.06.04
ຂ້າຫຼວງໃຫຍ່ ສິດມະນຸດ ແຫ່ງສະຫະປະຊາຊາດ ຈະຢ້ຽມຢາມ ສປປ ລາວ ທ່ານ ວອລເກີ້ ເທີກ (Volker Turk) ຂ້າຫຼວງໃຫຍ່ສິດທິມະນຸດ ແຫ່ງສະຫະປະຊາຊາດ ຫຼື United Nations High Commissioner for Human Rights ຮ່ວມກອງປະຊຸມ ຖະແຫຼງຂ່າວ ທີ່ອົງການສະຫະປະຊາຊາດ ໃນນະຄອນເຈນີວາ ປະເທດສະວິດເຊີຣ໌ແລນດ໌, ວັນທີ 6 ທັນວາ 2023.
REUTERS/Denis Balibouse

ທ່ານ ວອລເກີ້ ເທີກ (Volker Turk) ຂ້າຫຼວງໃຫຍ່ສິດທິມະນຸດ ແຫ່ງສະຫະປະຊາຊາດ ຫຼື UN Human Rights ພ້ອມຄະນະຈະເດີນທາງຢ້ຽມຢາມ ສປປ ລາວ ລະຫວ່າງວັນທີ 6-7 ມິຖຸນາ 2024 ເພື່ອປະຊຸມຫາລືກັບລັດຖະບານລາວ, ສະພາແຫ່ງຊາດ, ຜູ້ແທນພິເສດ ຂອງປະທານອາຊຽນ ດ້ານມຽນມ້າ, ຜູ້ແທນ ສປປ ລາວ ແລະ ປະທານຄະນະກຳມາທິການ ສິດທິມະນຸດ ລະຫວ່າງລັດຖະບານອາຊຽນ ລວມເຖິງພົບປະກັບເຈົ້າໜ້າທີ່ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ.

ການຢ້ຽມຢາມ ສປປ ລາວ ເທື່ອນີ້ ເຈົ້າໜ້າທີ່ຝ່າຍສື່ສານມວນຊົນ ຂອງອົງການສິດທິມະນຸດ ແຫ່ງສະຫະປະຊາຊາດ ປະຈຳປະເທດໄທລະບຸວ່າ ການປະຊຸມຫາລືກັນນັ້ນ ກໍ່ຈະເປັນເລື່ອງສິດທິມະນຸດ ທັງໝົດຕາມສົນທິສັນຍາ ແລະ ອະນຸສັນຍາທີ່ ສປປ ລາວ ໄດ້ເຂົ້າຮ່ວມເປັນພາຄີ ຂອງອົງການສະຫະປະຊາຊາດ. ສ່ວນຈະມີເລື່ອງໃດນັ້ນ ຍັງຕ້ອງລໍຖ້າ ທ່ານ ວອລເກີ້ ເທີກ ຂ້າຫຼວງໃຫຍ່ ສິດທິມະນຸດ ແຫ່ງສະຫະປະຊາຊາດ ອອກມາຖະແຫຼງການ ພາຍຫຼັງທີ່ການຢ້ຽມຢາມ ສປປ ລາວ ສຳເລັດ.

ດັ່ງເຈົ້າໜ້າທີ່ UN Human Rights ປະຈຳປະເທດໄທ ທີ່ບໍ່ປະສົງອອກຊື່ ແລະ ສຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 04 ມິຖຸນາວ່າ:

“ເປັນອໍານາດຂອງ OHCHR (UN Human Rights) ກາຄືເຮົາເບິ່ງທາງດ້ານສິດທິມະນຸດ ດັ່ງນັ້ນປະເດັນທີ່ຈະລົມກັນ ກາຄືຈະເປັນປະເດັນ ທາງດ້ານສິດທິມະນຸດ ທັງໝົດ ແລ້ວກາຈະເວົ້າໃນຂອບເຂດຂອງກົດໝາຍ ລະຫວ່າງປະເທດເຫຼົ້ານີ້ຢ່າງດຽວ.”

ທ່ານ ຟີລ ໂຣເບີດສັນ (Phil Robertson) ຜູ້ອຳນວຍການ ອົງການຜູ້ສະໜັບສະໜູນ ສິດທິມະນຸດ ແລະ ແຮງງານເອເຊຍ ຫຼື Asia Human Rights and Labor Advocates (AHRLA) ກ່າວສະແດງຄວາມເຫັນ ກໍລະນີ ທ່ານ ວອລເກີ້ ເທີກ ຂ້າຫຼວງໃຫຍ່ ສິດມະນຸດແຫ່ງສະຫະປະຊາຊາດ ຈະເດີນທາງຢ້ຽມ ສປປ ລາວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 04 ມິຖຸນາ ນີ້ວ່າ:

ໃນລາວມີບັນຫາດ້ານສິດທິມະນຸດຫຼາຍຢ່າງ ຈົນເວົ້າໄດ້ຍາກວ່າຂ້າຫຼວງໃຫຍ່ ສິດທິມະນຸດ ຂອງອົງການສະຫະປະຊາຊາດ ຄວນເລີ່ມຕົ້ນໃນການຍົກບັນຫາເຫຼົ່ານີ້ ຮ່ວມກັບທາງລັດຖະບານແນວໃດ. ການຮຽກຮ້ອງ ໃຫ້ມີຄຳຕອບຕໍ່ການຫາຍສາບສູນ ຂອງ ທ່ານ ສົມບົດ ສົມພອນ ແລະ ນັກເຄື່ອນໄຫວທາງສັງຄົມ. ພົນລະເມືອງຫຼາຍຄົນ ຄວນເປັນບູລິມະສິດອັນດັບຕົ້ນໆ, ແຕ່ຍັງມີແນວໂນ້ມ ການກະທຳທີ່ໜ້າຢ້ານກົວ ຂອງການໂຈມຕີ ດ້ວຍຄວາມຮຸນແຮງຕໍ່ຜູ້ອື່ນ ທີ່ຮຽກຮ້ອງການປະຕິຮູບ ສັງຄົມ ແລະການເມືອງລາວ.

ທ່ານກ່າວຕື່ມວ່າ ເສດຖະກິດຕົກຕໍ່າ, ການສໍ້ລາດບັງຫຼວງທີ່ພົວພັນ ກັບພັກປະຊາຊົນປະຕິວັດລາວ ແລະ ພະນັກງານລັດຖະກອນ ຍັງສືບຕໍ່ເພີ່ມຂຶ້ນ. ປະຊາຊົນຈໍານວນຫຼາຍ ສູນເສຍການເຂົ້າເຖິງທີ່ດິນທຳກີນ, ປ່າໄມ້ຊຸມຊົນ ແລະຊັບພະຍາກອນທໍາມະຊາດອື່ນໆ ທີ່ມີຄວາມສໍາຄັນຕໍ່ການຢູ່ລອດ ຂອງປະຊາຊົນ ແລະລັດຖະບານ ສປປ ລາວ ແມ່ນອໍານວຍຄວາມສະດວກ ໃນການຍຶດທີ່ດິນເຫຼົ່ານັ້ນ ແທນທີ່ຈະເປັນການປົກປ້ອງ ປະຊາຊົນທົ່ວໄປ.

ປະຊາຊົນຊາວແຂວງຫຼວງພະບາງ ທີ່ເຮັດວຽກພັດທະນາຊຸມຊົນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 04 ມິຖຸນາ ວ່າ ຖ້າເວົ້າເລື່ອງສິດທິມະນຸດໃນ ສປປ ລາວ ແມ່ນຍັງຫຼ້າຫຼັງຫຼາຍ ໂດຍສະເພາະໃນເຂດຊົນນະບົດ ຍັງຂາດສິດທິ ໃນດ້ານຕ່າງໆ ແລະ ຍັງຖືກຈຳກັດສິດທິ ຈາກເຈົ້າໜ້າທີ່ທ້ອງຖິ່ນ ເຊິ່ງເຫັນໄດ້ຈາກຜົນກະທົບ ຂອງໂຄງການພັດທະນ າທີ່ປະຊາຊົນບໍ່ສິດສະແດງຄຳເຫັນ, ຮຽກຮ້ອງຄວາມຍຸຕິທຳ ແລະ ທາງການອ້າງວ່າ ເພື່ອພັດທະນາເສດຖະກິດ-ສັງຄົມ.

“ເລື່ອງສິດທິມະນຸດມັນກາຊິບໍ່ຄ່ອຍດີປານໃດ ຂົງເຂດໃດ ທີ່ຍັງມີບັນຫາເລື່ອງສິດທິ ເລື່ອງຄວາມບໍ່ເທົ່າທຽມນີ້ ແມ່ນຊົນເຜົ່າທີ່ຫຼາກຫຼາຍວ່າຊັ້ນສາ ອຳນາດການປົກຄອງໃນເມືອງນັ້ນ ບໍ່ເປັນທຳແນ່ນອນເລື່ອງສິດທິ ມັນກາຍັງຫຼ້າຫຼັງ ຢູ່ວ່າຊັ້ນສາ.”

ປະຊາຊົນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ທາງການລາວໃນລະດັບທ້ອງຖິ່ນບໍ່ມີຄວາມເຂົ້າໃຈ ໃນເລື່ອງຄວາມຫຼາກຫຼາຍ ຂອງການນັບຖືສາດສະໜາ, ການສະແດງຄວາມຄິດຄວາມເຫັນ, ຄວາມຫຼາກຫຼາຍຂອງວັດທະນະທຳ ສັງຄົມ ໃນຍຸກສະໄໝໃໝ່ ຈົນກາຍເປັນການຈຳກັດສິດທິ ຂອງປະຊາຊົນຖ້າບຸກຄົນໃດອອກມາເຄື່ອນໄຫວ ດ້ານສາດສະໜາ ກໍຈະຖືກຂົ່ມຂູ່.

“ທາງເຈົ້າໜ້າທີ່ມີການຂົ່ມເຫັງ ເຂົາມັກໃຊ້ສິດທິອໍານາດສ່ວນຕົວ ໃນການບີບບັງຄັບໃນການໃຊ້ສິດອຳນາດ ຂອງຕົວເອງ ຂົ່ມຂູ່ປະຊາຊົນຖ້າເວົ້າໃນແງ່ ຂອງກົດໝາຍ ເຂົາກາບໍ່ຖືກຢູ່ແລ້ວ ຟັງແຕ່ຄຳສັ່ງຂະເຈົ້າມາມາບັງຄັບ ກາເຮັດຕາມນັ້ນ.”

ແພດ ນິລັດ ພິທັກວັດສະລະ, ອະດີດກໍາມະການ ສິດທິມະນຸດແຫ່ງຊາດ ຂອງປະເທດໄທ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ການເວົ້າເຖິງເລື່ອງສິດທິມະນຸດ ໃນລາວຖືວ່າຍັງຫຼ້າຫຼັງຫຼາຍ ເນື່ອງຈາກລັດຖະບານລາວ ບໍ່ໄດ້ສົ່ງເສີມຫຼັກການສິດທິມະນຸດ ຈົນກາຍເປັນຈຳກັດສິດທິ ຂອງປະຊາຊົນດັ່ງທ່ານ ສົມບັດ ສົມພອນ ທີ່ຫາຍສາບສູນ ບໍ່ມີການຕິດຕາມ, ສືບສວນ-ສອບສວນ ແລະ ລາຍງານຕໍ່ຄອບຄົວ ແລະ ສັງຄົມ ນີ້ຖືວ່າ ເປັນການລະເມີດ ຢ່າງຮ້າຍແຮງ.

(ພາສາໄທ) ຂະໜາດທ່ານ ສົມບັດ ສົມພອນ ບໍ່ມີຫຍັງເລີຍເປັນແຄ່ NGO ທຳມະດາ ກາຍັງຫາຍສາບສູນ ໄປເລີຍມັນກໍ່ເປັນການກະທຳທີ່ໂຫດຫ້ຽມ ແລະເປັນການລະເມິດສິດທິມະນຸດ ຮ້າຍແຮງ, ທັງທີ່ອາຊ້ຽນມີເລື່ອງຂອງຂໍ້ຕົກລົງອາຊ້ຽນວ່າ ດ້ວຍສິດທິມະນຸດ ຄືກັນແລະມີຕົວແທນສິດທິມະນຸດ ເອີ້ນວ່າ AIHCR ແຕ່ເຮົາພົບວ່າ ສປປ ລາວ ເປັນປະເທດທີ່ຫຼ້າຫຼັງ ທີ່ສຸດ ໃນເລື່ອງຂອງການທີ່ຈະເຂົ້າມາ ມີສ່ວນຮ່ວມ.

ແພດ ນິລັດ ພິທັກວັດສະລະ ຢໍ້າວ່າ ເມື່ອລັດຖະບານລາວ ຍັງໃຊ້ອໍານາດເດັດຂາດ ໃນການໃຊ້ມາດຕະການຈັບຕົວ, ກັກຂັງ, ບັງຄັບໃຫ້ຫາຍສາບສູນ, ດຳເນີນຄະດີບໍ່ເປັນທຳ ແລະ ຂົ່ມຂູ່ຄົນທີ່ຂັດຄ້ານລັດຖະບານໂດຍບໍ່ເອົາໃຈໃສ່ເລື່ອງສິດທິມະນຸດ ທັງໃນລະດັບພາກພື້ນ ແລະ ສາກົນກໍ່ຍິ່ງເຮັດໃຫ້ເປັນປະເທດ ທີ່ມີການລະເມີດສິດທິມະນຸດ ຮ້າຍແຮງ.

ກ່ຽວກັບ ການຢ້ຽມຢາມດັ່ງກ່າວນີ້ ເຈົ້າໜ້າທີ່ກະຊວງການຕ່າງປະເທດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ຍັງບໍ່ຮູ້ວ່າຈະປະຊຸມ ຫາລືກັບລັດຖະບານລາວ ແລະອົງການຈັດຕັ້ງຕ່າງໆ ປະເດັນໃດ, ແຕ່ການພົບປະກໍ່ຈະກ່ຽວຂ້ອງກັບ ເລື່ອງຂອງສິດທິມະນຸດຕາມສົນທິສັນຍາ ແລະ ອະນຸສັນຍາທີ່ ສປປ ລາວ ເປັນພາຄີກັບອົງການສະຫະປະຊາຊາດ. ສ່ວນກໍລະນີທາງການລາວ ລະເມີດສິດທິມະນຸດ ແລະຈຳກັດສິດທິຂອງປະຊາຊົນລາວ ບໍ່ເປັນຄວາມຈິງ. ປະຈຸບັນລັດຖະບານລາວ ໄດ້ເປີດໂອກາດ ໃຫ້ທຸກພາກສ່ວນໃນສັງຄົມສະແດງຄວາມຄິດເຫັນ ຢ່າງເສລີ ແຕ່ຕ້ອງຢູ່ພາຍໃຕ້ກົດໝາຍ ເຊິ່ງບໍ່ໄປລະເມີດ, ກ່າວຫາ ແລະ ໃສ່ຮ້າຍບຸກຄົນອື່ນ ຫຼື ລັດຖະບານ ໂດຍບໍ່ມີມູນຄວາມຈິງ.

“ກໍລະນີເຮົາຈະເຄື່ອນໄຫວ ກາບົນພື້ນຖານຄວາມຖືກຕ້ອງຫັ້ນແຫຼະ ເນາະ ເວົ້າໄດ້ແຕ່ວ່າບົນພື້ນຖານຂໍ້ມູນຄວາມເປັນຈິງ, ພັກແລະລັດຖະບານເພິ່ນກາບໍ່ໄດ້ຕຳນິດອກເນາະ ສຳລັບເຮົາກາເຄື່ອນໄຫວ ບົນພື້ນຖານລະບຽບກົດໝາຍຫັ້ນແຫຼະ ເຈົ້າກຳນົດໃຫ້ເຮົາເຄື່ອນໄຫວ ໃນລັກສະນະໃດ ເຮົາກາປະຕິບັດຕາມນັ້ນ.”

ສປປ ລາວ ໄດ້ເຂົ້າຮ່ວມເປັນພາຄີສົນທິສາກົນ ດ້ານສິດທິມະນຸດ ຂອງອົງການສະຫະປະຊາຊາດ 6 ສະບັບ ແລະ ອະນຸສັນຍາ 2 ສະບັບຄື ສົນທິສັນຍາກົນ ວ່າດ້ວຍສິດທາງດ້ານການເມືອງ ແລະ ສິດຂອງພົນລະເມືອງ, ສົນທິສັນຍາສາກົນວ່າດ້ວຍ ສິດທາງດ້ານເສດຖະກິດ-ສັງຄົມ ແລະ ວັດທະນະທຳ, ສົນທິສັນຍາ ກົນວ່າດ້ວຍການຈໍາກັດທຸກຮູບແບບ ການຈຳແນກເຊື້ອຊາດ, ສົນທິສັນຍາສາກົນວ່າດ້ວຍການລົບລ້າງທຸກຮູບ ແບບຈຳແນກຕໍ່ແມ່ຍີງ, ສົນທິສັນຍາສາກົນວ່າດ້ວຍສິດທິ ຂອງຄົນພິການ, ສົນທິສັນຍາສາກົນ ວ່າດ້ວຍສິດທິເດັກ.

ສ່ວນອະນຸສັນຍາ 2 ສະບັບຂອງສິດທິສັນຍາສິດທິເດັກ ເຊິ່ງພົວພັນເຖິງການຫ້າມຄ້າເດັກ, ການຄ້າປະເວນີເດັກ ແລະ ສີ່ງລາມົກອະນາຈານຕໍ່ເດັກ ແລະ ການຫ້າມນໍາເອົາເດັກເຂົ້າຮ່ວມ ໃນການປະທະກັນດ້ວຍກຳລັງອາວຸດ. ສປປ ລາວຍັງໄດ້ລົງນາມໃນສົນທິສັນຍາ ວ່າດ້ວຍການປົກປ້ອງທຸກຄົນ ຈາກການຫາຍສາບສູນແບບບັງຄັບ.

ວັນທີ 22 ກັນຍາ 2023 ຜູ້ລາຍງານພິເສດດ້ານສິດທິມະນຸດ ຂອງສະຫະປະຊາຊາດ ໄດ້ອອກລາຍງານວ່າ ສປປ ລາວ ຍັງມີການລ່ວງລະເມີດສິດທິມະນຸດ ຢ່າງຮ້າຍແຮງທັງຂ້າແລະບັງຄັບຫາຍສາບສູນ ຊາວລາວຫຼາຍຄົນທີ່ເຄື່ອນໄຫວ ຮຽກຮ້ອງສິດທິມະນຸດແລະປະຊາທິປະໄຕ ໂດຍລັດຖະບານລາວໃຊ້ມາດຕະການຈັບ, ກັກຂັງ, ບັງຄັບຫາຍສາບສູນ, ດຳເນີນຄະດີບໍ່ເປັນທຳ ແລະ ຂົ່ມຂູ່ພວກທີ່ຄັດຄ້ານລັດຖະບານ.

ທ່ານ ນາງ ແມຣີ ລໍເລີ ຜູ້ລາຍງານພິເສດ ດ້ານສິດທິມະນຸດ ຂອງອົງການສະຫະປະຊາຊາດກ່າວ ໃນລາຍງານວ່າ ຂ້າພະເຈົ້າຮູ້ສຶກຕົກໃຈ ກັບແນວໂນ້ມອັນຮ້າຍແຮງ ຂອງການລະເມີດສິດທິມະນຸດ ທີ່ເກີດຂຶ້ນກັບນັກປົກປ້ອງສິດທິມະນຸດ ແລະ ນັກເຄື່ອນໄຫວດ້ານປະຊາທິປະໄຕ ແລະ ຈົນເຖິງປະຈຸບັນມີຊາວລາວທັງໝົດ 9 ຄົນທີ່ໄດ້ຮັບເຄາະຮ້າຍ ຈາກມາດຕະການດັ່ງກ່າວສະເພາະ ໄດ້ຮັບລາຍງານເທົ່ານັ້ນດັ່ງ ສອງຄົນຖືກຄາດຕະກຳ ຄື ທ້າວ ແຫຼວຄຳ ລໍສະຫວັດ ແລະ ທ້າວ ບຸນສວນ ກິຕິຍາໂນ, ທ້າວ ພູວົງ ໄຊຍະແສງ ຖືກຈັບແລ້ວຫາຍສາບສູນ, ສ່ວນ 3 ຄົນຖືກຈັບເວລາກັບໄທ ປະຈຸບັນຖືກຈໍາຄຸກກໍ່ມີ ນາງ ຫຼອດຄໍາ ທໍາມະວົງ, ທ້າວ ສຸກັນ ໃຈທັດ ແລະ ສົມພອນ ພິມມະສອນ, ສ່ວນ 2 ຄົນທີ່ຫາຍສາບສູນ ທ້າວ ອອດໄຊຍະວົງ ແລະ ເພັດພູທອນ ພິລາຈັນ ແລະ ອີກ 1 ຄົນທີ່ຫາຍສາບສູນ ທ່ານ ສົມບັດ ສົມພອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.