ລາວຕົກຢູ່ໃນບັນຊີ ປະເທດ ທີ່ບໍ່ສາມາດ ຕ້ານການຟອກເງິນໄດ້

ອຸ່ນແກ້ວ
2024.04.17
ລາວຕົກຢູ່ໃນບັນຊີ ປະເທດ ທີ່ບໍ່ສາມາດ ຕ້ານການຟອກເງິນໄດ້ ສຳນັກງານ ນາຍົກລັດຖະມົນຕີ. ນະຄອນຫຼວງວຽງຈັນ (TS) ເດືອນສິງຫາ ປີ 2023.
RFA

ປະເທດລາວ ບໍ່ສາມາດປະຕິບັດໄດ້ ຕາມມາດຕະການຂອງ ອົງການຕ້ານການຟອກເງິນສາກົນ ຂອງກຸ່ມປະເທດເອເຊຍ-ແປຊິຟິກ ຫຼື Asia/Pacific Group on Money Laundering (APG). ຍ້ອນເຫດຜົນດັ່ງກ່າວ ປະເທດລາວ ຈຶ່ງຕົກຢູ່ໃນບັນຊີຕິດຕາມແບບໃກ້ຊິດ ແລະ ເຂັ້ມງວດ ໃນເລື່ອງບັນຫາການຟອກເງິນ ອີງຕາມການປະເມີນຜົນຂອງ APG.

ເຈົ້າໜ້າທີ່ລາວ ນາງໜຶ່ງ ທີ່ເຮັດວຽກຕ້ານການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ  ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 17 ເມສາ ວ່າ:

ເທື່ອນີ້ ແມ່ນເຮົາປະມານຄັ້ງທີ 2 ການປະເມີນເທື່ອນີ້ ເຮົາບໍ່ຜ່ານ ເຮົາກະໄດ້ເຂົ້າບັນຊີເທົາຄືນ ມັນບໍ່ຜ່ານ ມັນກະສົ່ງຜົນກະທົບຕໍ່ຫຼາຍໆອັນ. ຄືອັນ ເຜີຍແຜ່ຢູ່ວຽກງານເຜີຍແຜ່ນັ້ນແຫຼະ.

ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມອີກວ່າ ການປະເມີນຄວາມສ່ຽງລະດັບຊາດ ດ້ານການຟອກເງິນ ຂອງ ສປປ ລາວ ຕິດພັນກັບໄພຂົ່ມຂູ່ ຫຼື ການກະທໍາຜິດທາງອາຍາ ທີີ່ມີຄວາມສ່ຽງຕໍ່ການຟອກເງິນ ໃນຄັ້ງທີ 2 ນີ້ ແມ່ນໄດ້ຮັບການປະເມີນ ຕັ້ງແຕ່ເດືອນຕຸລາ 2023 ແຕ່ຜົນການປະເມີນ ຊີ້ໃຫ້ເຫັນວ່າ ສປປ ລາວ ບໍ່ຜ່ານມາດຕະຖານ ຂອງ APG .

ໃນປີ 2017 ທີ່ຜ່ານມາ APG ໄດ້ປະເມີນປະເທດລາວ ໃຫ້ຫຼຸດພົ້ນອອກຈາກບັນຊີ ສີເທົາ ໂດຍບໍ່ຕົກຢູ່ສະພາບການຕິດຕາມ ແບບໃກ້ຊິດ ແລະ ເຂັ້ມງວດ ຕາມມາດຕະຖານຂອງ APG.

ປັດຈຸບັນ ລັດຖະບານລາວ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງພື້ນທີ່ ເຜີຍແຜ່ນິຕິກໍາຕ່າງໆ ໃຫ້ທຸກແຂວງທົ່ວປະເທດ ໄດ້ຮັບຮູ້ຂໍ້ມູນ, ແນວທາງປະຕິບັດ ແລະ ບັງຄັບໃຊ້ກົດໝາຍ ຕໍ່ຜູ້ກະທໍາຄວາມຜິດທີ່ກ່ຽວຂ້ອງກັບການຟອກເງິນ ແລະ ສປປລາວ ຈະແກ້ໄຂຂໍ້ຄົງຄ້າງດ້ານການຟອກເງິນ ແຕ່ເດືອນຕຸລາ 2023 ຫາ ເດືອນຕຸລາ 2024 ກ່ອນທີ່ຈະມີການປະເມີນຄືນໃໝ່.

ເຈົ້າໜ້າທີ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນຂອງລາວ ຍັງມີຄວາມຮູ້ດ້ານການຟອກເງິນ ມີຂີິດຈໍາກັດ ແລະ ຍັງຕ້ອງມີການປັບປຸງຫຼາຍດ້ານ.

ເຈົ້າໜ້າທີ່ກະຊວງການເງິນ ທ່ານໜຶ່ງ ໄດ້ກ່າວວ່າ:

ອົງການຈັດຕັ້ງພາກລັດ ທີ່ວ່າ ຂະເຈົ້າເຮັດວຽກເລື່ອງການນໍາໃຊ້ ກົດໝາຍເນາະ. ພວກສານສູງ ມີພວກໄອຍະການສູງ ແລ້ວກະມີອົງການກວດສອບແຫ່ງລັດ. ການຈັດຕັ້ງປະຕິບັດຖືວ່າ ຍັງຕ້ອງໄດ້ປັບປຸງຫັ້ນແຫຼະ ພະຍາຍາມພັດທະນາໃຫ້ມັນສອດຄ່ອງ ກັບຂອງສາກົນ ຫຼືວ່າ ຂອງພາກພື້ນ.

ທາງການລາວ ບໍ່ສາມາດແກ້ໄຂຄະດີດ້ວຍຕົນເອງໄດ້ ໂດຍສະເພາະ ຄະດີຢາເສບຕິດ, ອາຍາກໍາຕ່າງໆ, ການຄ້າມະນຸດ ແລະ ການກະທໍາຜິດທາງອິນເຕີເນັດ ທີ່ເກີດຂຶ້ນ ຢູ່ເມືອງຕົ້ນເຜິ້ງ ເພາະວ່າ ມີຄົນຕ່າງປະເທດຢູ່ເບື້ອງຫຼັງ.

ເຈົ້າໜ້າທີ່ ພະແນກຂະແໜງຍຸຕິທໍາ ທ່ານໜຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ກ່າວວ່າ:

ຄະດີອາຍາ ນີ້ ເລື່ອງຢາເສບຕິດ ເລື່ອງຄາດຕະກໍາຫຍັງ ພວກນີ້ ຍັງມີຫຼາຍຢູ່ ແຕ່ວ່າ ປະຕິບັດບໍ່ໄດ້ ແບບຕິດຕໍ່ບໍ່ໄດ້ເລີຍຊະນ່າ ສ່ວນຫຼາຍມັນເປັນຄະດີຢູ່ເມືອງຕົ້ນເຜິ້ງແດ່. ມັນກ່ຽວກັບຄົນຕ່າງປະເທດຫຍັງຫັ້ນນ່າ ຫຼາຍເຕີບມັນມີເປັນຮອດ 3-4 ພັນ ຄະດີ ພຸ້ນແຫຼະ ທີ່ວ່າປະຕິບັດບໍ່ໄດ້. ອັນນີ້ກະເປັນບັນຫາ.

ຢູ່ປະເທດລາວ ມີການຄ້າຊື້-ຂາຍປືນເຖື່ອນ ແລະ ຍັງມີກຸ້ມຄົນຈີນຈໍານວນໜຶ່ງ ເຂົ້າມາເຮັດທຸລະກິດຜິດກົດໝາຍ.

ຊາວລາວ ທ່ານໜຶ່ງຢູ່ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ວ່າ:

ດຽວນີ້ ຈັກຊິຢ້ານຈີນ ຫຼື ຢ້ານລາວກະຍັງບໍ່ຮູ້ ປືນຫຼາຍໂພດດຽວນີນ່່າ. ຂາຍປືນກັນ ປານຊື້ຂາຍຂະໜົມນິ. ຄຸ້ມຄອງກະເນາະ ຄືວ່າ ຫັ້ນແຫຼະມັນອໍານາດເງິນ ບວກກັບຄວາມບໍ່ທັນສະໄໝ ຂອງຕໍາຫລວດລາວແດ່.

ນອກຈາກນີ້, ອົງການຕ້ານການຟອກເງິນສາກົນ ຂອງກຸ່ມປະເທດເອເຊຍ-ແປຊິຟິກ ຫຼື APG ຍັງໄດ້ແນະນໍາ ໃຫ້ ສປປລາວ ລາຍງານບັນຊີຢ່າງຖືກຕ້ອງ, ລາຍງານຄວາມໂປ່ງໃສ ຂອງທະນາຄານທຸລະກິດຕ່າງໆ, ມີການກວດສອບແຫຼ່ງ ທີ່ມາຂອງເງິນຢ່າງຈະແຈ້ງ ແລະ ອືື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.