ເຈົ້າໜ້າທີ່ລາວ ຮັບການຝຶກອົບຮົມ ຕ້ານການຟອກເງິນ
2024.06.21
ກອງປະຊຸມສໍາມະນາ ກ່ຽວກັບການຈັດຕັ້ງປະຕິບັດ ພັນທະສາກົນ ໃນວຽກງານການຕ້ານການຟອກເງິນ ແລະການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ໄດ້ຖືກຈັດຂື້ນໃນມື້ວັນທີ 12 ແລະ 13 ມິຖຸນານີ້ ໂດຍມີເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທັງລະດັບສູນກາງ ແລະທ້ອງຖິ່ນຂອງ ສປປລາວ ເຂົ້າຮ່ວມ.
ໃນກອງປະຊຸມສໍາມະນານັ້ນ ມີຊ່ຽວຊານຈາກສະຖາບັນຊ່ວຍເຫລືອດ້ານກົດ ໝາຍ ແລະວິຊາການ ແລະຈາກໄທ ເປັນຜູ້ບັນຍາຍ.
ເຈົ້າໜ້າທີ່ສະຖາບັນຊ່ວຍເຫລືອດ້ານກົດໝາຍ ແລະວິຊາການ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 20 ມິຖຸນານີ້ວ່າ:
“ພວກເຮົາແມ່ນສະໜັບສະໜູນໜ່ວຍງານພາກລັກ ໃນການຈັດກອງປະຊຸມ ໃນການຝຶກອົບລົມ ຕ້ານການຟອກເງິນສະເພາະເລີຍ 2. ມາກະສ່ຽງ ເຮົາເຜີຍແຜ່ໃຫ້ຫລາຍບຸກຄົນ ໃຫ້ປະຊາຊົນທຸກໆຄົນຮຸ້ວ່າ ທຸກຄົນມີສິດເທົ່າທຽມຕໍ່ໜ້າກົດໝາຍເດ້ ບໍ່ໄດ້ໝາຍຄວາມວ່າ ເຮົາຢ້ານການກະທໍາຜິດບໍ່ອີ່ຫຍັງຕ່າງໆຫັ້ນນ່າ.”
ທ່ານກ່າວຕື່ມວ່າ ເປົ້າໝາຍຂອງກອງປະຊຸມສໍາມະນາຄັ້ງນີ້ ແມ່ນເພື່ອເຮັດໃຫ້ ເຈົ້າໜ້າທີ່ຂອງ ສປປລາວ ສາມາດຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ມີປະ ສິດທິພາບ ແລະສ້າງບຸກຄະລາຄອນ ໃຫ້ມີຄວາມຊ່ຽວຊານສະເພາະ ຮວມທັງວຽກງານການສືບຂ່າວທາງດ້ານການເງິນ ແລະການສືບສວນ-ສອບສວນຄະດີ ໃຫ້ມີປະສິດທິພາບ ໃຫ້ສອດຄ່ອງກັບຂໍ້ແນະນໍາ ຂອງຄະນະປະເມີນອາຊີ ປາຊີຟິກ ຕ້ານການຟອກເງິນ ຫລື Asia Pacific on Anti-Money Laundering (APG) ເປັນຕົ້ນ ການລາຍງານບັນຊີຢ່າງຖືກຕ້ອງ, ຄວາມໂປ່ງໃສຂອງທະນາຄານ ແລະທຸລະກິດຕ່າງໆ, ການສອບສອບແຫລ່ງທີ່ມາຂອງເງິນ ຢ່າງຈະແຈ້ງ ເປັນຕົ້ນ ຕະຫລາດຫລັກຊັບ, ປະກັນໄພ, ກາສິໂນ, ອະສັງຫະລິມະຊັບ, ການແລກປ່ຽນເງິນຕາ, ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ.
ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ພະແນກການເງິນ ແຂວງບໍ່ແກ້ວ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ການຈັດຕັ້ງປະຕິບັດ ຄືທີ່ວ່ານັ້ນ ເປັນເລື່ອງທີ່ທ້າທາຍ ແລະຫຍຸ້ງຍາກຫລາຍສົມຄວນ ໂດຍສະເພາະ ໃນເຂດເສດ ຖະກິດພິເສດສາມຫລ່ຽມຄໍາ ຂອງນັກລົງທຶນຈີນ ທີ່ເປັນເປົ້າໝາຍຂອງການສະກັດກັ້ນການຟອກເງິນ ແລະສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຍ້ອນຢູ່ໃນເຂດດັ່ງກ່າວ ມີຫົວໜ່ວຍທຸລະກິດ ມາເປີດກິດຈະການ ແບບບໍ່ຮູ້ທີ່ໄປທີ່ມາ ເປັນ ຈໍານວນຫລວງຫລາຍ ແລະຍ້ອນຂໍ້ຈໍາກັດທາງກົດໝາຍ ແລະລະບຽບການຕ່າງໆ ເຮັດໃຫ້ການທີ່ຈະເຂົ້າໄປປະຕິບັດວຽກງານ ຫຍຸ້ງຍາກ ດັ່ງທີ່ນາງເວົ້າວ່າ:
“ສະເພາະເຂດຂະເຈົ້ານີ້ ເຂດເສດຖະກິດພິເສດສາມຫລ່ຽມຄໍາ ສົມມຸດເຮົາສິໄປເຂົ້າໄປນີ້ ເຮົາຕ້ອງໄດ້ຂໍອະນຸຍາດກ່ອນ ຈຶ່ງສິໄດ້ເຂົ້າໄປ ສ່ວນຫລາຍເຂດນີ້ເຮົາສິບໍ່ໄດ້ແຕະຕ້ອງ ຄືສົມມຸດວ່າ ເຮົສິເຂົ້າໄປບໍ່ຫລືອີ່ຫຍັງ ເຮົາຕ້ອງໄດ້ຂໍແຕ່ງຕັ້ງຈາກເຈົ້າແຂວງ ເຮົາຈຶ່ງສາມາດເຂົ້າໄປໄດ້.”
ແລະເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງບໍ່ແກ້ວ ນາງນຶ່ງກໍເວົ້າວ່າ ໜ່ວຍງານໃດກໍຕາມ ຫາກບໍ່ໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດ ເຂດເສດຖະ ກິດພິເສດສາມຫລ່ຽມຄໍາ ກໍຈະບໍ່ສາມາດຕິດຕາມ ກວດກາ ຫົວໜ່ວຍທຸລະກິດ
ຕ່າງໆ ທັງບັນຊີລາຍຮັບ-ລາຍຈ່າຍນັ້ນໄດ້ ຍ້ອນພວກເຂົາເຈົ້າ ບໍ່ໃຫ້ການຮ່ວມມື.
“ຈະເຂົ້າໄປພົວພັນວຽກເຂດພິເສດ ຫັ້ນນ່າ ຈະເຂົ້າໄປລ້າໆນີ້ ໄປຮອດພຸ້ນຂະເຈົ້າບໍ່ລົມ ບໍ່ອະນຸຍາດໃຫ້ເຂົ້າໄປພົວພັນວຽກ ຂະເຈົ້າບໍ່ອະນຸຍາດ ບໍ່ຜ່ານຂະເຈົ້າກະບໍ່ໄດ້ເຮັດວຽກຄືເກົ່າ ຂະເຈົ້າບໍ່ຮວມມືນໍາ.”
ໃນຂະນະດຽວກັນ ເຈົ້າໜ້າທີ່ພະແນກການເງິນ ແຂວງຫລວງນໍ້າທາ ນາງນຶ່ງກໍເວົ້າວ່າ ຢູ່ເຂດເສດຖະກິດພິເສດບໍ່ເຕັນແດນງາມ ຢູ່ແຂວງຫລວງນໍ້າທານີ້ ກໍເຊັ່ນດຽວກັນ ເຈົ້າໜ້າທີ່ລາວ ຈະບໍ່ສາມາດເຂົ້າໄປກວດກາ ບໍລິສັດຕ່າງໆໄດ້ ຕາມສິດແລະໜ້າທີ່ຂອງຕົນ ຫາກບໍ່ໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດ ເຂດເສດຖະກິດພິເສດບໍ່ເຕັນແດນງາມກ່ອນ.
“ກວດການີ້ ລົງວຽກໄປກວດບໍລິສັດ ໄປກວດທຸລະກິດ ເຮົາເຂົ້າໄປກະໄດ້ແຕ່ວ່າເວລາທີ່ສິເຂົ້າໄປວຽກເຮັດວຽກນໍາຂະເຈົ້າ ມັນຕ້ອງມີເອກກະສານໄປຫາຂະເຈົ້າຫັ້ນນ່າ ຜ່ານມາບໍ່ໄດ້ເຮັດ ຖ້າສິໄປເຮົາກະໄປແຕ່ໃນນາມທາງການ ແລ້ວກະຕ້ອງມີເອກກະສານໄປ.”
ກ່ຽວກັບເລື່ອງທີ່ວ່ານີ້ ປະຊາຊົນຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ສາເຫດທີ່ເຮັດໃຫ້ປະເທດລາວ ຍັງມີຄວາມສ່ຽງສູງ ເລື່ອງການຟອກເງິນ ແລະການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍນັ້ນ ກໍຍ້ອນວ່າ ທາງການລາວ ແລະທະນາຄານທຸລະກິດ ບໍ່ເຂັ້ມງວດໃນການປະຕິບັດວຽກງານ ແລະກົດໝາຍຄຸ້ມຄອງ ບໍ່ຮັດກຸມປານໃດ ດັ່ງທີ່ທ່ານກ່າວວ່າ:
“ເລື້ອງກົດໝາຍຄຸ້ມຄອງ ຢູ່ລາວມັນບໍ່ຮັດກຸມ ປານໄດ໋ຫັ້ນນ່າ ມັນຈະບໍ່ໄດ້ຄິດຕາມແມ່ນຫຍັງຫລາຍ ມັນຍັງມືຊ່ອງໂຫວ່ໃຫ້ຢູ່ ສະນັ້ນ ຫລາຍຄົນເປີດບັນຊີຢູ່ລາວ ເພາະວ່າມັນຈະຖອນ ໂອນ ເລື້ອງຄ່າທໍານຽມພາສີກະງ່າຍກວ່າ.”
ວິທີຟອກເງິນ ແລະການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ທີ່ນິຍົມໃຊ້ຫລາຍໃນປັດຈຸບັນ ແມ່ນມີຫລາຍວິທີ ເປັນຕົ້ນ ການເປີດບໍລິສັດເຮັດທຸລະກິດບັງໜ້າ ເພື່ອສະໜອງຂັ້ນຕອນຂອງການຟອກເງິນ, ການຟອກເງິນໃນກາສິໂນ, ການຊື້ຄໍາແທ່ງ ເປັນຈໍານວນຫລາຍ ແລ້ວນໍາໄປຂາຍເທື່ອລະໜ້ອຍ ແລະການແລກປຽນເງິນສົດໃນທະນາຄານ ໄປລົງທຶນດ້ານອະສັງຫະລິມະຊັບ.
ສປປລາວ ເປັນນຶ່ງໃນຫລາຍປະເທດ ທີ່ມີການກໍ່ອາດສະຍາກໍາກ່ຽວກັບເລື່ອງທີ່ວ່ານີ້ ໃນຫລາຍຮູບແບບ ຊຶ່ງປັດຈຸບັນ ສປປລາວ ຍັງຕົກຢູ່ໃນບັນຊີຕິດຕາມຢ່າງໃກ້ຊິດ ແລະເຂັ້ມງວດ ( Enhance Expedited Follow-up Report) ຂອງອົງການຕ້ານການຟອກເງິນສາກົນ ໃນກຸ່ມປະເທດອາຊີ-ປາຊິຟິກ (Asia Pacific on Anti-Money Laundering (APG) ທີ່ໄດ້ປະເມີນ ສປປລາວ ເປັນຄັ້ງທີ 2 ໃນລະຫວ່າງວັນທີ 12 ຫາ 23 ກັນຍາ 2022 ຍ້ອນບໍ່ສາມາດປະຕິບັດໄດ້ ຕາມມາດຕະຖານ ການປະເມີນຄວາມສ່ຽງລະດັບຊາດ ດ້ານການຟອກເງິນ ທີ່ຕິດພັນກັບໄພຂົ່ມຂູ່ ຫລື ການກະທໍາຜິດທາງອາຍາ ທີ່ມີຄວາມສ່ຽງຕໍ່ການຟອກເງິນນັ້ນ.