ເອເຊັຽຕາເວັນອອກເຕືອນ ພັຍ ໄອສິສ
2014.11.11

ບັນດາ ຜູ້ນຳ ຈາກ ປະເທດ ເອເຊັຽ ຕາເວັນອອກ ໄດ້ ປະຊຸມ ກັນ ທີ່ ເມືອງ ຫລວງ ຂອງ ພະມ້າ ໃນ ອາທິດ ນີ້ ກຸ່ມ ດັ່ງກ່າວ ຈະອອກ ຖແລງການ ຮ່ວມ ອອກ ເຕືອນ ປະເທດ ຕ່າງໆວ່າ ກຸ່ມ ກໍ່ການຮ້າຍ ຣັດ ອິສລາມ ຫລື ໄອສິສ ໃນ ອິຣັກ ແລະ ຊິເຣັຽ ຈະ ບໍ່ນາບຂູ່ ພຽງແຕ່ ໃນ ຂົງເຂດ ເທົ່ານັ້ນ ກຸ່ມ ດັ່ງກ່າວ ຍັງ ຈະນາບຂູ່ ແລະ ເປັນພັຍ ອັນຕຣາຍ ໄປ ທົ່ວໂລກ ນຳອີກ. ອິງຕາມ ການ ຣາຍງານ ຂອງ ຫນັງສືພິມ ກຽວໂດ ຂອງ ຍີ່ປຸ່ນ.
ຫນັງສືພິມ ກຽວໂດ ຣາຍງານ ວ່າ ຖແລງການ ຈາກ ກອງປະຊຸມ ສຸດຍອດ ບັນດາ ປະເທດ ເອເຊັຽ ຕາເວັນອອກ ສະແດງ ຄວາມ ເປັນຫ່ວງ ກ່ຽວກັບ ການ ເພີ້ມຂຶ້ນ ຂອງ ການໃຊ້ ຄວາມ ຮຸ່ນແຮງ ແລະ ການເຂັ່ນຂ້າ ປະຊາຊົນ ຈາກກຸ່ມ ກໍ່ ການຮ້າຍ ໄອສິສ ທີ່ ເປັນສ່ວນ ບຸກຄົນ ຫລື ເປັນກຸ່ມ ໃນ ສອງ ປະເທດ ດັ່ງກ່າວ.
ບັນດາ ຜູ້ນຳ ເອເຊັຽ ຕາເວັນອອກ ຮູ້ດີວ່າ ກຸ່ມ ດັ່ງກ່າວ ມີຄວາມ ຊຳນານ ແລະ ມີ ປະສົພການ ຈາກການ ເປັນ ພາກສ່ວນ ຂອງ ເຄື່ອຂ່າຍ ກຸ່ມ ກໍ່ການຮ້າຍ ສາກົນ, ກຸ່ມ ດັ່ງກ່າວ ຈະ ບໍ່ພຽງແຕ່ ນາບຂູ່ ປະຊາຊົນ ໃນ ປະເທດ ອີຣັກ ແລະ ຊີ່ເຣັຽ ເທົ່ານັ້ນ ຍັງ ຈະ ນາບຂູ່ ໃນປະເທດ ອື່ນໆ ນຳອີກ ໃນ ອະນາຄົດ ດ້ວຍການ ໃຊ້ ຄວາມ ຮຸ່ນແຮງ, ກິຈກັມ ທີ່ ບໍ່ຖືກຕ້ອງ ຕາມ ກົດຫມາຍ ແລະ ການ ນາບຂູ່ ປະເພດ ຕ່າງໆ ທຸກຮູບແບບ ໃນ ການສ້າງ ຄວາມ ວຸ້ນວາຍ.
ສະຖາບັນ ວິຈັຍ ທາງດ້ານ ນະໂຍບາຍ ແລະ ຄວາມຂັດແຍ່ງ ທີ່ ປະເທດ ມາເລເຊັຽ ໃນເດືອນ ກັນຍາ ຜ່ານມາ ເຕືອນວ່າ ກຸ່ມມຸສລີມ ອີນໂດເນເຊັຽ ແລະ ມາເລເຊັຽ ບາງກຸ່ມ ຈະຮ່ວມພລັງ ກັນເຂົ້າ ກັບກຸ່ມ ກໍ່ການຮ້າຍ ໄອສິສ ດ້ວຍການ ສ້າງຕັ້ງ ກອງ ກຳລັງ ຄົນປາກ ພາສາ ມາເລ ຂຶ້ນ ໃນ ປະເທດ ຊີເຣັຽ. ກຸ່ມ ດັ່ງກ່າວ ຈະເປັນ ພັຍ ນາບຂູ່ ຕໍ່ ເອເຊັຽ.