ກອງປະຊຸມ ສຸດຍອດຜູ້ນຳ ອາຊ້ຽນເລີ່ມຕົ້ນຂຶ້ນແລ້ວ
RFA
2024.10.07
2024.10.07
ສູນຂ່າວ (Media Center) ກອງປະຊຸມສຸດຍອດຜູ້ນຳອາຊ້ຽນ ຄັ້ງທີ່ 44 ແລະ 45 ໂດຍມີການນຳໃຊ້ສູນຝຶກອົບຮົມຮ່ວມມືສາກົນ ລາວ-ຍີ່ປຸ່ນ ເປັນບ່ອນປະຕິໜ້າທີ່ຂອງສື່ມວນຊົນ ທັງຈາກພາຍໃນ ແລະຕ່າງປະເທດ ເຊຶ່ງໄດ້ມີການລົງທະບຽນມາເຮັດຂ່າວໃນສປປລາວ ຫຼາຍກວ່າ 800 ຄົນ ລະວ່າງວັນທີ່ 6-11 ຕຸລາ 2024 ນີ້.
ພາຍໃນສູນຊ່າວແຫ່ງນີ້ ມີເຈົ້າໜ້າທີ່ຕຳຫຼວດ ປກສ ທັງໃນເຄື່ອງແບບ ແລະນອກເຄື່ອງແບບ ໄດ້ກວດກາ ແລະນຳໃຊ້ເຄື່ອງສະແກນວັດຖຸ-ອາວຸດອຍ່າງເຂ້ມງວດ ເພື່ອຮັກສາຄວາມປອດໄພສູງສຸດ ໃຫ້ກັບສື່ມວນຊົນ ແລະເຈົ້າໜ້າທີ່-ພະນັກງານ.